![]() |
ຫ້ອງການວັດທະນະທຳແລະການທ່ອງທ່ຽວເມືອງໂຂງຮ່ວມກັບອຳນາດການປົກຄອງແລະ ສາມາຄົມໝໍລຳສີພັນດອນຈັດກອງປະຊຸມປຶກສາຫາລືກ່ຽວກັບການເກັບກຳຂໍ້ມູນດ້ານວັດທະນະທຳລຳສີພັນດອນໃນວັນທີ 26 ສິງຫາ ຜ່ານມາທີ່ ຫ້ອງການບ້ານດົງ,ໂດຍການເປັນປະທານຂອງ ທ່ານ ໄພວັນ ສໍຄົງສີນ ກຳມະການພັກເມືອງ ຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທຽ່ວ ເມືອງໂຂງ, ມີຄະນະກຳມະການປົກຕາແສງດອນໂຂງ, ສະມາຄົມໝໍລຳສີພັນດອນແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
![]() |
ທ່ານ ໄພວັນ ສໍຄົງສີນໄດ້ສະເໜີຈຸດປະສົງໃນການລົງມາຄັ້ງນີ້ເພືີອເກັບກຳຂໍ້ມູນປະຫວັດຄວາມເປັນມາຂອງລຳສີພັນດອນເພື່ອນຳໄປປະກອບເອກະສານນຳສະເໜິຕໍ່ຂັ້ນເທິງຮັບຮອງເປັນມໍລະດົກແຫ່ງຊາດທາງດ້ານວັດທະນະທຳລະດັບທ້ອງຖີ່ນ(ທີ່ບໍ່ເປັນວັດຖຸ"ນາມມະທຳ")ຂອງເມືອງໂຂງ.
ທ່ານ ບົວຜັນ ຫົວໜ້າສະມາຄົມໝໍລຳໃຫ້ຮູ້ວ່າ:ລຳສີພັນດອນແມ່ນສີລະປະການສະແດງທີ່ມີທຳນອງແລະ ຈັງຫວະທີ່ມ່ວນຊື່ນສະແດງເຖິງວິຖີຊີວິດທີ່ຜູກພັນກັບສາຍນ້ຳ, ການຫາປາ ແລະ ຄວາມງຽບສະຫງົບ ທີ່ມີອົງປະກອບເປັນເຄື່ອງດົນຕີພື້ນເມືອງເປັນຕົ້ນແມ່ນສຽງແຄນ, ກອງຊະນິດຕ່າງໆ, ແຊ່ງ , ນອກນີ້ທ່ານຍັງໄດ້ເລົ່າເຖິງການແຕ່ງກາຍ, ການແຕ່ງກອນລຳປັດຈຸບັນໄດ້ມີການສົ່ງເສີມຝຶກແອບລູກຫຼານໃນການຮັກສາເອກະລັກວັດທະນະທຳໝໍລຳສີພັນດອນໄດ້ໃຫ້ຢູ່ຄູ່ບ້ານຄູ່ເມືອງໄວ້ອີກດ້ວຍ.
ຂ່າວ: ເມືອງໂຂງ


ຄໍາເຫັນ