ພະແນກສຶກສາ ທິການ ແລະ ກິລາແຂວງໄຊສົມບູນ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈຳສົກຮຽນ 2024-2025 ຂຶ້ນໃນວັນທີ 21 ສິງຫານີ້ ທີ່ຫ້ອງປະຊຸມຂອງພະແນກ ໂດຍການເປັນປະທານຂອງທ່ານ ຢົງຢີ ລີເຍ່ຍວື ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ.
ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງວຽງຈັນ ປະຈໍາສົກຮຽນ 2024-2025 ແລະ ແຜນຈັດຕັ້ງປະຕິບັດສົກຮຽນ 2025-2026 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 18-19 ສິງຫາຜ່ານມາ ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ.
ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ເລີ່ມການຖ່າຍທຳບົດເລື່ອງທຳອິດຂອງແຜນໂຄສະນາການສຶກສາແຫ່ງຊາດຄັ້ງໃໝ່ ເພື່ອສົ່ງເສີມການສຶກສາໃນທົ່ວປະເທດລາວ. ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍການຊີ້ນຳຈາກກະຊວງສຶຶກສາທິການ ແລະ ກິລາ ທີ່ນຳພາການຖ່າຍທຳ. ບົດເລື່ອງທຳອິດມີຊື່ວ່າ: "ສອງເສັ້ນທາງ", ເປັນເລື່ອງລາວທີ່ປະທັບໃຈ ແລະ ເປັນເລື່ອງທຳອິດໃນບັນດາວິດີໂອທີ່ຈະຜະລິດ ເພື່ອສ້າງແຮງບັນດານໃຈໃຫ້ຮັກການຮຽນ ແລະ ຊຸກຍູ້ໃຫ້ນັກຮຽນສືບຕໍ່ການຮຽນ.
ກອງປະຊຸມສໍາມະນາສາກົນຄັ້ງນີ້ເປັນເຈົ້າພາບຮ່ວມຈັດໂດຍ ມະຫາວິທະຍາໄລກວາງຊີ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ຊານຕົງ, ສະພາບັນດິດວິທະຍາສາດສັງຄົມຫວຽດນາມ ແລະ ສະມາຄົມປັດຊະຍາຫວຽດນາມ ຊຶ່ງຈັດໂດຍຄະນະລັດທິມາກ ມະຫາວິທະຍາໄລກວາງຊີ, ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດລາວ, ສູນຄົ້ນຄວ້າສັງຄົມນິຍົມຮ່ວມສະໄໝ ມະຫາວິທະຍາໄລຊານຕົງ ແລະ ຊ່ວຍຈັດໂດຍກົມບັນນາທິການ ວາລະສານ “ບັນຫາສັງຄົມນິຍົມສະໄໝປັດຈຸບັນ”, ກົມບັນນາທິການວາລະສານ “ການຄົ້ນຄວ້າທິດສະດີເໝົາເຈີຕົງ-ເຕັ້ງ ສ່ຽວຜິງ”, ກົມບັນນາທິການວາລະສານ “ການຄົ້ນຄວ້າປັດຊະຍາ” ຫວຽດນາມ, ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້ “ບົດຮຽນການກໍາອໍານາດ ຂອງບັນດາພັກການເມືອງມາກຊິດ” ຄັ້ງທີ VI ໃນວັນທີ 16 ສິງຫາ ຜ່ານມານີ້ ທີ່ສະໂມສອນຂອງມະຫາວິທະຍາໄລແຫ່ງຊາດ.
ພິທີປິດຊຸດຝຶກອົບຮົມພາກປະຕິບັດຕົວຈິງສຳລັບຄູ-ອາຈານ ສອນພາສາຍີ່ປຸ່ນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສູນຝຶກອົບຮົມ ແລັບເດີລາຍ ນະຄອນຫຼວງວຽງຈັນ ໂດຍເປັນກຽດ ມອບໃບຢັ້ງຢືນຂອງ ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ Murakami ຜູ້ຊ່ຽວຊານຈາກມູນນິທິຍີ່ປຸ່ນ, ມີອາສາສະໝັກຊ່ວຍສອນພາສາຍີ່ປຸ່ນ, ຄູ-ອາຈານສອນພາສາຍີ່ປຸ່ນຈາກໂຮງຮຽນພາກລັດ ແລະ ເອກະຊົນໃນນະຄອນຫຼວງວຽງຈັນ 30 ທ່ານ ເຂົ້າຮ່ວມ.
ວັນທີ 19 ສິງຫາ ນີ້ ທີ່ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິງຫາ 2025), ເປັນກຽດປາຖະກະຖາໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ຊຶ່ງມີ ທ່ານ ພັອ ສະແຫວງ ແດນນາມົນ ຫົວໜ້າການເມືອງ, ທ່ານ ພັອ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ, ມີນາຍ ແລະ ພົນທະຫານ, ຄູ-ອາຈານ, ນັກຮຽນ ເຂົ້າຮ່ວມ.
ການແຂ່ງຂັນກິລາບານເຕະຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1 ຫຼື ລາຍການ THE CAPITAL CUP 2025 ເພື່ອເປັນການເລືອກເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ກຽມຕາງໜ້ານະຄອນຫຼວງວຽງຈັນ ຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ຈະຈັດຂຶ້ນລະ ຫວ່າງວັນທີ 15-25 ພະຈິກ ນີ້.
ວັນທີ 14 ສິງຫາ ຜ່ານມາ ທີ່ສານປະຊາຊົນສູງສຸດ ໄດ້ສຳເລັດການແຂ່ງຂັນກິລາເປຕັງຊີງຂັນປະທານສານປະຊາຊົນສູງສຸດ. ໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບຂັນລາງວັນຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານສານປະຊາຊົນສູງສຸດ, ສານປະຊາຊົນພາກກາງ, ສານປະຊາຊົນນະຄອນຫຼວງວຽງຈັນ ແລະ ສານປະຊາຊົນທັງ 4 ເຂດໃນນະຄອນຫຼວງວຽງຈັນ ແລະ ນັກກິລາເຂົ້າຮ່ວມ.
ຄະນະນັກສຶກສາທິດສະດີການເມືອງລະບົບຂັ້ນສູງ 9 ເດືອນ ຮຸ່ນທີ VII ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄປທັດສະນະສຶກສາຢູ່ຫໍພິພິທະພັນປະທານ ໄກສອນ ພົມວິຫານ, ຄະນະວິສະວະກຳສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ ແລະ ນິຄົມອຸດສາຫະກຳວຽງຈັນ-ໂນນທອງ ເຂດເສດຖະກິດພິເສດກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການນໍາພາຢ້ຽມຢາມຂອງ ທ່ານ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ, ມີຄະນະຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ທ່ານ ນາງ ບຸນທັນ ປຸນຍາວົງ ຜູ້ອຳນວຍການໂຮງຮຽນປະຖົມສຶກສາສົມບູນສາທິດ ຫຼື ເອີ້ນວ່າ ໂຮງຮຽນປະຖົມສາທິດ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ທີ່ໂຮງຮຽນປະຖົມສາທິດວ່າ: ກ່ອນຈະເປີດສົກຮຽນໃໝ່ນີ້ທາງໂຮງຮຽນໄດ້ມີແຜນກະກຽມ ໂດຍການເປີດບໍາລຸງຄູເນັ້ນໃສ່ 4 ວິຊາຫຼັກເຊັ່ນ: ວິຊາພາສາລາວ, ຄະນິດສາດ, ວິທະຍາສາດສິ່ງແວດລ້ອມ ແລະ ພາສາອັງກິດ, ໄດ້ກະ ກຽມຄວາມພ້ອມດ້ານອາຄານສະຖານທີ່, ຫ້ອງຮຽນ, ຫ້ອງນໍ້າ, ຫ້ອງການ, ຫ້ອງສະໝຸດ, ໄຟຟ້າ, ນໍ້າປະປາ, ຕັດຫຍ້າ ເພື່ອກຽມຄວາມພ້ອມໃນການຮັບນັກຮຽນ, ລົງທະບຽນນັກຮຽນເກົ່າ ແລະ ນັກຮຽນໃໝ່ປະຈຳສົກຮຽນ 2025-2026 ໃນວັນທີ 25 ສິງຫາເປັນຕົ້ນໄປ. ຄາດວ່າໃນສົກຮຽນໃໝ່ນີ້ຈະຮັບນັກຮຽນ 750 ຄົນ ຍິງ 395 ຄົນ, ທາງໂຮງຮຽນມີຄູ-ອາຈານທັງໝົດ 21 ຄົນ, ຄູອາສາ 1 ຄົນ, ໂດຍເນັ້ນຄຸນນະພາບປະຕິບັດຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາເພື່ອກຽມປະເມີນເປັນໂຮງຮຽນຕົວແບບຄຸນນະພາບດີ.
ຄໍາເຫັນ