ເມືອງນໍ້າບາກ ຈະສູ້ຊົນ ເຮັດ​ໃຫ້ GDP ​​ບັນ​ລຸ 1.605,17 ຕື້ກີບ

ເມືອງນໍ້າບາກ ຈະສູ້ຊົນ ເຮັດ​ໃຫ້ GDP ​​ບັນ​ລຸ 1.605,17 ຕື້ກີບ
ໃນປີ 2024 ນີ້, ເມືອງຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ໄດ້ 1.605,17 ຕື້ກີບ ໃນນັ້ນດ້ານກະສິກຳໃຫ້ໄດ້ 842.87 ຕື້ກີບ, ອຸດສາຫະກຳ ແລະ ຫັດຖະກຳໃຫ້ໄດ້ 620.62 ຕື້ກີບ ແລະ ການບໍລິການໃຫ້ໄດ້ 141.68, ສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ໄດ້ 19,059,431 ກີບ/ຄົນ/ປີ, ອັດຕາການຂະຫຍາຍຕົວຂອງປະຊາຊົນໃຫ້ໄດ້ 1,6%.

ທ່ານ ສົມຫວັງ ພອນຄໍາວົງສາ ເຈົ້າເມືອງນໍ້າບາກ ແຂວງຫູວງພະບາງໃຫ້ຮູ້ວ່າ: ເພື່ອໃຫ້ບັນລຸຕາມແຜນການທີ່ວາງໄວ້, ເມືອງໄດ້ກໍານົດວຽກຈຸດສຸມສະພາະໜ້າຄື: ສືບຕໍ່ປະເມີນບົດສະເໜີໂຄງການຂະແໜງການຕ່າງໆ ໃຫ້ໄດ້ 4 ໂຄງການ, ອໍານວຍຄວາມສະດວກໃຫ້ແກ່ບໍລິສັດຕ່າງໆ ແລະ ນັກທຸລະກິດຜູ້ຕ້ອງການ ໃຫ້ຖືກຕ້ອງກ່ອນຈັດຕັ້ງປະຕິບັດ, ຕິດຕາມການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຄຸ້ມຄອງບັນດາການລົງທຶນຂອງລັດ ແລະ ເອກະຊົນ; ລົງຈຸດກວດກາບ້ານປາກມອງ ເພື່ອຄຸ້ມຄອງ, ຕິດຕາມ, ກວດກາການຂົນສົ່ງສິນຄ້າ, ກວດກາການເກັບຊື້ເຄື່ອງປ່າຂອງດົງ, ຄິດໄລ່ເກັບຄ່າຊັບພະຍາກອນດິນດຳ, ດິນແດງ ແລະ ຫີນແຂງ ຂອງໂຮງງານຊີມັງຫຼວງພະບາງ ປະຈຳປີ 2024, ສົມທົບກັບຂະແໜງການທີ່ກ່ຽວຂ້ອງກວດກາ ແລະ ຊຸກຍູ້ບັນດາຂະແໜງການວິຊາການທີ່ມີລາຍຮັບມາມອບລາຍຮັບເຂົ້າງົບປະມານຕາມແຜນທີ່ວາງໄວ້; ສືບຕໍ່ເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 10 ຕື້ກວ່າກີບ, ໃນນັ້ນ ສ່ວຍສາອາກອນໃຫ້ໄດ້ 8,36 ຕື້ກວ່າກີບ, ລາຍຮັບຄ່າທຳນຽມທີ່ດິນ 1,6 ຕື້ກວ່າກີບ, ລາຍຮັບຊັບສິນຂອງລັດໃຫ້ໄດ້ 45 ລ້ານກີບ, ສືບຕໍ່ຄຸ້ມຄອງລາຍຈ່າຍໃຫ້ຊັດເຈນ ແລະ ຖືກຕ້ອງຕາມຂໍ້ກໍານົດ, ລະບຽບການເງິນໃຫ້ຢູ່ໃນ 17,31 ຕື້ກວ່າກີບ.

ສໍາລັບການຜະລິດສະບຽງອາຫານ, ເມືອງນ້ຳບາກ ຈະສືບຕໍ່ຕິດຕາມຊຸກຍູ້ຊາວກະສິກອນປັກດຳເຂົ້ານາປີໃນເນື້ອທີ່ 3.335,02 ຮຕ, ສູ້ຊົນຜະລິດເຂົ້າໃຫ້ໄດ້ 23.917 ກວ່າໂຕນ, ຄາດຄະເນພົນລະເມືອງໃຫ້ໄດ້ຮັບເຂົ້າກິນສະເລ່ຍ 283 ກິໂລກຣາມຕໍ່ຄົນຕໍ່ປີ, ຄາດຄະເນວ່າຈະສະໜອງຊີ້ນ, ປາ ແລະ ໄຂ່ໃຫ້ໄດ້ສະເລ່ຍ 65 ກິໂລກຣາມຕໍ່ຄົນຕໍ່ປີ; ສູ້ຊົນປູກພືດລະດູຝົນໃຫ້ໄດ້ 5.015 ຮຕ ຄາດຄະເນຜົນຜະລິດໃຫ້ໄດ້ 34.905 ໂຕນ, ປູກໝາກກ້ຽງໃຫ້ໄດ້ 7 ຮຕ ແລະ ໄມ້ໃຫ້ ໝາກຊະນິດອື່ນໆໃຫ້ໄດ້ 3 ຮຕ; ຊຸກຍູ້ໃຫ້ມີຟາມລ້ຽງໄກ່ພັນຊີ້ນໃຫ້ໄດ້ 1 ຟາມ, ຟາມໄກ່ພັນໄຂ່ໃຫ້ໄດ້ 9 ຟາມ ແລະ ຟາມລ້ຽງເປັດພັນໄຂ່ໃຫ້ມີ 3 ຟາມ, ປ່ອຍປາໃຫ້ໄດ້ 39.417 ໂຕ; ສົ່ງສັດອອກໃຫ້ໄດ້ 1.100 ໂຕ ໃນນັ້ນ ງົວໃຫ້ໄດ້ 267 ໂຕ, ຄວາຍໃຫ້ໄດ້ 180 ໂຕ, ໝູໃຫ້ໄດ້ 600 ໂຕ; ສັກຢາກັນພະຍາດສັດລ້ຽງແຕ່ລະປະເພດໃຫ້ໄດ້ 373.500 ໂຕ, ງົວໃຫ້ໄດ້ 40.682 ໂຕ, ຄວາຍໃຫ້ໄດ້ 800 ໂຕ, ໝູໃຫ້ໄດ້ 8.800 ໂຕ, ແບ້ໃຫ້ໄດ້ 3.218 ໂຕ, ສັດປີກໃຫ້ໄດ້ 320.000 ໂຕ. ຄຽງຄູ່ກັນນີ້, ເມືອງຈະຈັດຕັ້ງກຸ່ມຜູ້ນຳໃຊ້ນໍ້າຊົນລະປະທານໃຫ້ໄດ້ 7 ໂຄງການ, ສືບຕໍ່ລົງສຳຫຼວດ-ອອກແບບຊົນລະປະທານໃຫ້ໄດ້ 2 ໂຄງການ, ສືບຕໍ່ສ້າງບ້ານພົ້ນທຸກໃຫ້ໄດ້ 2 ບ້ານ ແລະ ສ້າງບ້ານພັດທະນາໃຫ້ໄດ້ 11 ບ້ານ, ສ້າງຄອບຄົວພົ້ນທຸກໃຫ້ໄດ້ 251 ຄອບຄົວ ແລະ ຄອບຄົວພັດທະນາໃຫ້ໄດ້ 722 ຄອບຄົວ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງໃນຊົນນະບົດ 1 ຈຸດ ຄື: ບ້ານປາກມອງ, ສືບຕໍ່ຈັດສັນເຕົ້າໂຮມບ້ານກິ່ວຈະລິ ໜ່ວຍລາວວາໃຫ້ມາຕັ້ງຕາມແຜນຂອງເມືອງ, ປະກາດບ້ານນໍ້າຖ້ວມໃຕ້ເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ປະກາດເມືອງນໍ້າບາກເປັນເມືອງພົ້ນທຸກ. ຂ່າວ: ຕະວິນຍານ

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ