ເມືອງເງິນ ຕັ້ງໜ້າພັດທະນາເສດຖະກິດ-ສັງຄົມ

ເມືອງເງິນ ຕັ້ງໜ້າພັດທະນາເສດຖະກິດ-ສັງຄົມ
ໂດຍ:ວັນໄຊ ຕະວິນຍານ
ໃນປີ 2023 ຜ່ານມາ,ເຖິງວ່າເມືອງເງິນ ແຂວງໄຊຍະບູລີພົບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍປະການ ທັງທາງກົງ ແລະທາງອ້ອມ ໂດຍສະເພາະຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ,ໄພທຳມະຊາດ,ນໍ້າມັນເຊື້ອໄຟ ແລະ ລາຄາສິນຄ້າເພີ່ມຂຶ້ນແຕ່ພາຍໃຕ້ການນໍາພາ ຂອງອົງຄະນະພັກ, ອົງການປົກຄອງເມືອງ ກໍສາມາດຮັກສາໄດ້ຄວາມສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ,ການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຂອງຂະແໜງການຕ່າງໆ ສ່ວນໃຫຍ່ແມ່ນບັນລຸຕາມແຜນທີ່ວາງໄວ້.
ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນໄດ້ກ່າວຕໍ່ກອງປະຊຸມສະຫຼຸບວຽກງານທີ່ພົ້ນເດັ່ນຂອງອົງການປົກຄອງເມືອງປະຈຳປີ 2023 ແລະ ທິດທາງແຜນວຽກຈຸດສຸມປີ 2024 ຫວ່າງເດືອນມັງກອນ ຜ່ານມານີ້ວ່າ:ຄະນະພັກ,ອົງການປົກຄອງທຸກຂັ້ນໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຢ່າງເປັນລະບົບຕໍ່ເນື່ອງດ້ວຍຈິດໃຈບຸກທະລຸຈຶ່ງສາມາດເຮັດໃຫ້ເສດຖະກິດຂອງເມືອງໄດ້ຂະຫຍາຍຕົວໃນລະດັບ 5,38%,ລວມຍອດຜະລິດຕະພັນພາຍໃນ ປະຕິບັດໄດ້ 539,05 ຕື້ກີບ,ສະເລ່ຍຕໍ່ຫົວຄົນ 26,7 ລ້ານກີບ/ຄົນ/ປີ,ຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 9,03 ຕື້ກີບ,ໄດ້ລື່ນແຜນ 40,85% ຂອແຜນການ,ຄຸ້ມຄອງລາຍຈ່າຍ ໄດ້ທັງໝົດ 2,56 ຕື້ກີບ ປະຕິບັດໄດ້ 99,60%ຂອງແຜນການປີ,ສາມາດເບີກຈ່າຍເງິນບໍລິຫານ ແລະອື່ນໆໄດ້ສໍາເລັດ,ອັນພົ້ນເດັ່ນແມ່ນໄດ້ນໍາໃຊ້ລະບົບທັນສະໄໝ (TaxRis) ເຂົ້າໃນການຄຸ້ມຄອງຈັດເກັບລາຍຮັບຢູ່ພາຍໃນເມືອງໄດ້ທັງໝົດ 219 ຫົວໜ່ວຍ, ສໍາຫຼວດຂໍ້ມູນຕອນດິນເພື່ອເຂົ້າລະບົບທັນສະໄໝໄດ້ 3 ບ້ານ ມີ 313 ຕອນ. 
ສໍາລັບແຫຼ່ງທຶນເພື່ອການພັດທະນາຂອງເມືອງໃນປີ 2023 ຜ່ານມາ,ການລົງທຶນທົ່ວສັງຄົມ ມີທັງໝົດ 86,67 ຕື້ກີບ ໃນນີ້:ໂຄງການສືບຕໍ່ຊຳລະໜີ້ 11 ໂຄງການ,ມູນຄ່າ 726,60 ລ້ານກີບ,ໂຄງການບ້ວງກອງທຶນພັດທະນາຊຸມຊົນຂັ້ນແຂວງ 13 ໂຄງການ ມູນຄ່າ  2,59 ຕື້ກີບ, ໂຄງການທີ່ເປັນທຶນສຸກເສີນຂັ້ນກະຊວງ 13 ໂຄງການ, ມູນຄ່າ 780 ລ້ານກີບ, ໂຄງການທີ່ເປັນທຶນຊ່ວຍເຫຼືອຈາກຕ່າງປະເທດ 3 ໂຄງການ, ມູນຄ່າ 946,27 ລ້ານກີບ,ໂຄງການທີ່ເປັນທຶນສົມທົບລັດຖະບານກັບເອກະຊົນ 1 ໂຄງການ, ມູນຄ່າ 77,58 ລ້ານກີບ, ໂຄງການທຶນກູ້ຢືມຈາກຕ່າງປະເທດ 1 ໂຄງການ, ມູນຄ່າ  766,75 ລ້ານກີບ, ໂຄງການລົງທຶນ ຂອງເອກະຊົນ,ປະຊາຊົນພາຍໃນ ແລະ ຕ່າງປະເທດ 4 ໂຄງການ,ມູນຄ່າ 80,78 ຕື້ກີບ.
ການຜະລິດທາງດ້ານກະສິກໍາ ເຫັນວ່າເປັນຂະບວນການດີ ເມືອງສາມາດຄໍ້າປະກັນສະບຽງອາຫານໄດ້ຢ່າງພຽງພໍ ມີສ່ວນແຮ່ໄວ້ ແລະ ການຜະລິດສິນຄ້າກະສິກຳສົ່ງອອກມີປະລິມານເພີ່ມຂຶ້ນ, ພື້ນຖານໂຄງລ່າງດ້ານຊົນລະປະທານໄດ້ຮັບການປັບປຸງສ້ອມແປງ,ປູກເຂົ້າໄດ້ທັງໝົດ 2.281,70 ເຮັກຕາ, ຜົນຜະລິດໄດ້ທັງໝົດ 7.388 ກວ່າໂຕນ,ການຜະລິດກະສິກໍາເປັນສິນຄ້າໃນເນື້ອທີ່ 7.978,95 ເຮັກຕາ, ຜົນຜະລິດໄດ້ 111.205 ກວ່າໂຕນ,ພືດທີ່ພົ້ນເດັ່ນແມ່ນມັນຕົ້ນມີເນື້ອທີ່ 2.866,97 ເຮັກຕາ ປັດຈຸບັນພວມເກັບກູ້ຜົນຜະລິດ,ຜະລິດພືດສະບຽງອາຫານໃນເນື້ອທີ່ 736,45 ເຮັກຕາ,ຜົນຜະລິດໄດ້ 3.072 ກວ່າໂຕນ,ການລ້ຽງສັດຂອງປະຊາຊົນແບບຕາມທໍາມະຊາດໄດ້ຫັນມາລ້ຽງໃສ່ສວນຫຍ້າແບບເປັນກຸ່ມ ຊຶ່ງມີເນື້ອທີ່ປູກຫຍ້າທັງໝົດ 130 ເຮັກຕາ,ທຽບໃສ່ປີຜ່ານມາເພີ່ມຂຶ້ນ 9 ເຮັກຕາ.ຝູງສັດລ້ຽງຂະຫຍາຍຕົວ 8,44%,ສະໜອງຊີ້ນ, ປາ ສະເລ່ຍ 54 ກິໂລ/ຄົນ/ປີ, ອັນພົ້ນເດັ່ນແມ່ນ ເມືອງໄດ້ຊຸກຍູ້ສົ່ງເສີມໃຫ້ສ້າງຕັ້ງໂຮງງານປຸງແຕ່ງຜົນຜະລິດກະສິກໍາຂັ້ນຕົ້ນເຊັ່ນ:ໂຮງອົບແຫ້ງສາລີ,ໝາກເດືອຍ ແລະອື່ນໆ.ປີ 2023 ສາມາດສົ່ງອອກ-ນໍາເຂົ້າສິນຄ້າຜ່ານດ່ານສາກົນນໍ້າເງິນ ມີມູນຄ່າທັງໝົດ 1.073 ລ້ານໂດລາ ເທົ່າກັບ 98% ຂອງແຜນການປີ,ໃນນີ້:ມູນຄ່າການສົ່ງອອກ 96,160 ໂດລາ ແລະນໍາເຂົ້າ 977 ລ້ານໂດລາ,ໄດ້ສົມທົບກັບທະນາຄານໃນການຊຸກຍູ້ການນໍາໃຊ້ສະກຸນເງິນກີບ ແລະໄດ້ຜັນຂະຫຍາຍແຈ້ງການ ຂອງທ່ານເຈົ້າແຂວງວ່າດ້ວຍການຄຸ້ມຄອງ,ຈໍາກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນເມືອງ.
ໂດຍລວມແລ້ວ, ມາຮອດປັດຈຸບັນ,ດ້ານພື້ນຖານໂຄງລ່າງໄດ້ຮັບການພັດທະນາ ແລະ ກໍ່ສ້າງ-ສ້ອມແປງເສັ້ນທາງຄົມມະນາຄົມເຊື່ອມຕໍ່ພາຍໃນເມືອງ ຫາບ້ານ, ເສັ້ນທາງຮ່ອມບັນດາບ້ານເທດສະບານ ແລະເຂດຊົນນະບົດໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ. ໄດ້ກໍ່ສ້າງຍົກລະດັບປູຢາງທາງຊອຍພາຍໃນເມືອງ ມີ 5 ບ້ານຄື:  ບ້ານຂອນ, ບ້ານແກ້ວດອນຄູນ, ບ້ານນາຍາງຄໍາ, ບ້ານນາງົວ ສໍາເລັດແລ້ວ 55% ແລະ ລົງມືກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານທອງ.ເມືອງໄດ້ສຸມໃສ່ການຄຸ້ມຄອງທີ່ດິນໃນໄລຍະໃໝ່ ໂດຍສະເພາະແມ່ນໄດ້ສ້າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດສິ່ງແວດລ້ອມແບບຮອບດ້ານ, ສໍາຫຼວດ-ວັດແທກອອກໃບຕາດິນໄດ້ທັງໝົດ 913 ຕອນ, ຈັດພິມເອກະສານໃບຕາດິນສົ່ງແຂວງໄດ້ 845 ຕອນ, ຈັດສັນທີ່ດິນຂັ້ນບ້ານໄດ້ 18 ບ້ານ,ຈົດທະບຽນນິຕິກໍາກ່ຽວກັບການເຄື່ອນໄຫວສິດນໍາໃຊ້ທີ່ດິນໄດ້ທັງໝົດ 7 ຕອນ, ເນື້ອທີ່ 11.559 ຕາແມັດ, ສຸມໃສ່ຄຸ້ມຄອງສິ່ງແວດລ້ອມ ດ້ວຍການຊຸກຍູ້, ຕິດຕາມ ແລະກວດກາໜ່ວຍບໍລິການເກັບມ້ຽນຂີ້ເຫຍື້ອພາຍໃນເມືອງ, ລົງຕິດຕາມ, ກວດກາການປະຕິບັດແຜນຄຸ້ມຄອງສິ່ງແວດລ້ອມຢູ່ບັນດາໂຮງງານ, ຫົວໜ່ວຍທຸລະກິດ ແລະການລົງທຶນ ຂອງທຸລະກິດຕ່າງປະເທດພາຍໃນເມືອງໄດ້ 15 ຄັ້ງ,ລົງເຜີຍແຜ່ນິຕິກໍາກ່ຽວກັບການສ້າງບ້ານຂຽວ, ສະອາດ, ງາມຕາ ເພື່ອສ້າງເປັນບ້ານຂຽວ, ສະອາດ, ງາມຕາໄດ້ 10 ບ້ານ.ກ່ຽວກັບການຫັນເປັນທັນສະໄໝຂອງລັດຖະບານ ເທື່ອລະກ້າວ ເປັນຕົ້ນແມ່ນການນໍາໃຊ້ລະບົບສື່ສານພາກລັດ (G-Chat), ລະບົບກອງປະຊຸມທາງໄກ (Video Conference), ລະບົບອິນເຕີເນັດຂອງພາກລັດ (G-net) ທົ່ວເມືອງມີສະຖານີທັງໝົດ 8 ສະຖານີສາມາດຕິດຕໍ່ສື່ສານທັງພາຍໃນ ແລະ ພາຍນອກຢ່າງສະດວກສະບາຍ, ສ້ອມແປງປ່ຽນຖ່າຍສາຍoptic ເຂດສາມແຍກຫ້ວຍເຜິ້ງຫາ ປາກແຄນໄລຍະສາຍຍາວ26 ກມ, ປ່ຽນລະບົບ 2G ເປັນລະບົບ 4G ໄດ້ 8 ສະຖານີ ແລະ ສ້ອມແປງ FTTH 78 user ສ້ອມແປງສາຍ 12 C ເມືອງເງິນ ຫາ ເມືອງປາກແບງ, ຕິດຕັ້ງເລັກຕີຟາຍເບດຜາແດງ, ເສີມລິງ DWDM ເມືອງເງິນ ຫາ ເມືອງຮຸນ,ເມືອງເງິນ ຫາ ປາກແບງ ແລະ ເສີມແບັດເຕີລີເບດເມືອງເງິນ ສຳເລັດ.
ຜ່ານການພັດທະນາເສດຖະກິດຂອງເມືອງເງິນ ເຮັດໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນ ປະເມີນຕາມດໍາລັດ 348/ລບ ຄອບຄົວບໍ່ພົ້ນທຸກ ຍັງ 728 ຄອບຄົວ, ເທົ່າກັບ 18,93% ຂອງຄອບຄົວທັງໝົດ, ບ້ານບໍ່ພົ້ນທຸກ 6 ບ້ານ, ກວມເອົາ 27,27%.
ທ່ານ ທ່ານ ທະວີສັກ ໄຊຍະວົງ ກ່າວຕື່ມວ່າ:ປັດຈຸບັນ ເມືອງເງິນກໍາລັງຂຸ້ນຂ້ຽວດໍາເນີນກອງປະຊຸມສາມຂັ້ນ,ການປັບປຸງໜ່ວຍພັກບ້ານສໍາເລັດເປັນສ່ວນໃຫຍ່ ແລະ ພວມກະກຽມດໍາເນີນກອງປະຊຸມໜ່ວຍພັກຢູ່ຫ້ອງການອ້ອມຂ້າງເມືອງ ແລະ ສືບຕໍ່ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກເມືອງຄັ້ງທີ VI ທີ່ຈະມາເຖິງ.

ຄໍາເຫັນ

ຂ່າວເສດຖະກິດ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເພີ່ມເຕີມ