ເມືອງປະທຸມພອນ ສຳເລັດການຝຶກອົບຮົມວຽກງານ ປກຊ-ປກສ

ເມືອງປະທຸມພອນ ສຳເລັດການຝຶກອົບຮົມວຽກງານ ປກຊ-ປກສ

ເມືອງປະທຸມພອນ ສຳເລັດການຝຶກອົບຮົມວຽກງານ ປກຊ-ປກສ
ວັນທີ 5 ສິງຫາ 2026 ທີ່ຜ່ານມາ, ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ - ຫັດແອບການເມືອງ - ການທະຫານ ໃຫ້ແກ່ກຳລັງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ (ປກຊ - ປກສ) ບ້ານ ທົ່ວເມືອງ ປະຈຳປີ 2026 ຢູ່ສະໜາມຍິງລູກປືນແທ້ປາອາວ ທ່າມກາງບັນຍາກາດອັນເຂັ້ມງວດ ແລະ ສະແດງເຖິງຜົນສຳເລັດຂອງການຍົກລະດັບຄຸນນະພາບກຳລັງ ປກຊ-ປກສ ບ້ານ ໃນການຮັກສາຄວາມສະຫງົບ.
ເມອງປະທມພອນ ສຳເລດການຝກອບຮມວຽກງານ ປກຊ-ປກສ - image 1
 

ໂດຍມີ ສະຫາຍ ສົມຈິດ ແພງສະຫວັດ ກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂັ້ນເມືອງ ພ້ອມດ້ວຍ ສະຫາຍ ພັນເອກ ຄຳເຮົ້າ ວົງພົມ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານ ແຂວງຈຳປາສັກ, ສະຫາຍ ພັອ ສີຜາ ຂຸນພົນພັກດີ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ຄະນະນຳຈາກກອງບັນຊາການ ປກຊ - ປກສ ຂັ້ນແຂວງ ແລະ ຂັ້ນເມືອງ ເຂົ້າຮ່ວມ.

ສະຫາຍ ພັນໂທ ຄຳຕັນ ສຸວັນນະໄກສອນ ຮອງເລຂາຄະນະພັກຮາກຖານ ຜູ້ບັນຊາການທະຫານ ເມືອງປະທຸມພອນ ໄດ້ລາຍງານຜົນການຈັດການຝຶກອົບຮົມ ໂດຍລະບຸວ່າ: ຊຸດອົບຮົມດັ່ງກ່າວຈັດຂຶ້ນເປັນເວລາ 15 ວັນ ນັບແຕ່ວັນທີ 20 ກໍລະກົດ ຫາ 3 ສິງຫາ 2026 ໂດຍມີຜູ້ເຂົ້າຝຶກອົບຮົມ 143 ຄົນ ແລະ ມີຜູ້ເຂົ້າຮ່ວມທັງໝົດ 216ສະຫາຍ.ການຝຶກອົບຮົມຄັ້ງນີ້ ມຸ່ງເນັ້ນການຍົກລະດັບຄວາມຮູ້ດ້ານການເມືອງ, ກົດໝາຍ, ລະບຽບວິໄນ ແລະ ວຽກງານຮັກສາຄວາມສະຫງົບ ພ້ອມທັງສ້າງຄວາມສາມາດໃນການປ້ອງກັນ, ແກ້ໄຂບັນຫາ ແລະ ປະຕິບັດໜ້າທີ່ຢູ່ຂັ້ນບ້ານໄດ້ຢ່າງມີປະສິດທິຜົນ.

ເນື້ອໃນການຝຶກຄອບຄຸມທັງພາກທິດສະດີ ແລະ ພາກປະຕິບັດ ໄດ້ແກ່ ສະພາບການເມືອງ ແລະ ຄວາມສະຫງົບ, ນະໂຍບາຍ ແລະ ກົດໝາຍທີ່ກ່ຽວຂ້ອງ, ວຽກງານປ້ອງກັນ - ປາບປາມອາຊະຍາກຳ, ວຽກງານຈະລາຈອນ, ການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ, ການຈັດຕັ້ງ ແລະ ບໍລິຫານກຳລັງ ປກຊ - ປກສ ບ້ານ, ລວມເຖິງການຝຶກລະບຽບແຖວ, ການຍິງປືນ, ການເດີນທາງທະຫານ ແລະ ຍຸດທະວິທີພື້ນຖານ.

ສຳລັບການປະເມີນຜົນ ໄດ້ດຳເນີນທັງພາກທິດສະດີ ແລະ ພາກປະຕິບັດ ໂດຍຜູ້ເຂົ້າຝຶກສ່ວນໃຫຍ່ສາມາດບັນລຸເກນມາດຕະຖານຕາມທີ່ກຳນົດ ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຮຽນຮູ້ ແລະ ຄວາມຮັບຜິດຊອບຂອງນັກຝຶກອົບຮົມ.

ການຈັດຝຶກອົບຮົມໃນຄັ້ງນີ້ ໄດ້ນຳໃຊ້ງົບປະມານລວມ 232,650,000 ກີບ ເພື່ອຮອງຮັບຄ່າອາຫານ, ນ້ຳດື່ມ, ເອກະສານ, ອຸປະກອນການຮຽນ, ຄ່າພາຫະນະ ແລະ ຄ່າໃຊ້ຈ່າຍດ້ານການບໍລິຫານອື່ນໆ.

ໃນໂອກາດດັ່ງກ່າວ, ສະຫາຍ ສົມຈິດ ແພງສະຫວັດ ໄດ້ກ່າວໂອ້ລົມ ແລະ ຊີ້ນຳວ່າ ການຝຶກອົບຮົມໃນຄັ້ງນີ້ມີຄວາມໝາຍສຳຄັນຕໍ່ການສ້າງກຳລັງຮາກຖານໃຫ້ມີຄວາມເຂັ້ມແຂງ, ເປັນກຳລັງຫຼັກໃນການສ້າງບ້ານປ້ອມໝັ້ນ ແລະ ຕາແສງສູ້ຮົບຕິດລ່ຽນ. ພ້ອມທັງເນັ້ນໜັກໃຫ້ກຳລັງ ປກຊ - ປກສ ບ້ານ ທຸກຄົນ ນຳເອົາຄວາມຮູ້, ປະສົບການ ແລະ ທັກສະທີ່ໄດ້ຮັບໄປໝູນໃຊ້ໃນການປະຕິບັດໜ້າທີ່ຕົວຈິງ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນທ້ອງຖິ່ນ, ພ້ອມທັງກຽມຄວາມພ້ອມໃນການຮັບມື ແລະ ຊ່ວຍເຫຼືອເຫດການສາທາລະນະໄພ ຫຼື ໄພພິບັດຕ່າງໆ ໃຫ້ທັນຕໍ່ສະຖານະການ.

ພ້ອມທັງເປັນອີກບາດກ້າວສຳຄັນຂອງ ເມືອງປະທຸມພອນ ໃນການສ້າງກຳລັງ ປກຊ - ປກສ ບ້ານ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ທັງດ້ານການເມືອງ, ອຸດົມການ, ລະບຽບວິໄນ ແລະ ຄວາມສາມາດທາງວິຊາຊີບ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ສ້າງທ້ອງຖິ່ນໃຫ້ມີຄວາມສະຫງົບ, ປອດໄພ ແລະ ພັດທະນາຢ່າງຍືນຍົງ.ຂ່າວ-ພາບ: ສີສົມບູນ ວົງວຽງຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພິທີເປີດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນພາກກາງ, ໂດຍການປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ມີຄະນະພັກ, ຄະນະນໍາ, ພະນັກງານຫຼັກ ແຫຼ່ງຂັ້ນກົມ, ຫ້ອງການ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາ ຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງ ເຂົ້າຮ່ວມ 40 ​ສະຫາຍ.
ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ຄະນະຈັດຕັ້ງ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025), ພ້ອມທັງວາງທິດທາງການສ້າງແຜນກຳນົດພະນັກງານໄລຍະ 5 ປີ (2026-2030), ໃນ​ວັນ​ທີ 16 ພະ​ຈິກ​ນີ້, ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະນຳຄະນະຈັດຕັ້ງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສາລະວັນ ແຂວງ​ສາ​ລະ​ວັນຮ່ວມກັບຕາແສງບຶງໄຊ ຈັດພິທີເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 – 2027, ໃນວັນທີ 13ພະຈິກຜ່ານ​ມາ, ທີ່ໂຄງການຊົນລະປະທານຝາຍນໍ້າລົ້ນ ບ້ານໜອງໜໍ້ ຕາແສງບຶງໄຊ,ໂດຍມີ ທ່ານ ສະໄໝ ໂພທິສານ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໄລຍະ 5 ປີ (2022-2026) ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໃນວັນທີ 13 ພະຈິກ 2026 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,ມີພະແນກການ-ກົມກອງອ້ອມຂ້າງແຂວງ, ບັນດາເມືອງ-ນະຄອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກອົງການກວດກາລັດ ແຂວງສາລະວັນ ດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ,ໃນວັນທີ 12ພະຈິກຜ່ານ​ມາ,ທີ່ຫ້ອງປະຊຸມຂອງຕົນໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ;ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າເຊື່ອມຄຸນນະພາບ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ ໃນ​ວັນ​ທີ 13 ພະ​ຈິກ​ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸພິດ ອິນທະໂພທອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະສະເພາະກິດຕ້ານສະກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ 2026) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (ວັນທີ 11 ພະຈິກ 2026), ພ້ອມ​ທັງ​ເປີດ​ຂະ​ບວນ​ການ​ຜະ​ລິດ​ລະ​ດູ​ແລ້ງສົກ​ປີ 2026-2027, ໃນ​ວັນ​ທີ 13 ພະ​ຈິກ​ນີ້ທີ່ ບ້ານ​ຫ້ວຍຕາ​ແສງດອນ​ໂຂງ, ໂດຍ​ມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ທົ່ວແຂວງໄຊສົມບູນ 5 ປີ (2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ປິດ​ລົງໃນວັນທີ 12 ພະຈິກຜ່ານ​ມາ, ທີ່ສະໂມສອນຂອງແຂວງ ໂດຍການເປັນທານຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 12-13 ພະຈິກນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດ ຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ແລະ ສ້າງແຜນກຳນົດພະນັກງານຊຸດໃໝ່ ໄລຍະປີ 2026-2030 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫງ່າ ພິມມະສອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີທ່ານ ສົມຫວັງ ນາມສີນາ ກຳມະການພັກແຂວງ ຮອງປະທານກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະພະແນກ, ຄະນະຮັບຜິດຊອບວຽກງານຈັດຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ວັນທີ 11 ພະຈິກຜ່ານມາ, ທີ່ ອົງການໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ພະນັກງານອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ