ານບຸນອອກພັນສາປະວໍຣະນາບຸນຊ່ວງເຮືອປະຈໍາປີ 2023 ຂອງບ້ານນ້ຳປູຍ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນວັນທີ 1 ພະຈິກ ຜ່ານມາ ທີ່ຜາມໄຊເຮືອຊ່ວງຂອງບ້ານ ໂດຍການເຂົ້າຮ່ວມໃນພິທີຂອງທ່ານ ເສີດ ແສງສຸລິນ ເຈົ້າເມືອງໆພຽງ ພ້ອມດ້ວຍປະຊາຊົນບັນດາເຜົ່າພາຍໃນເມືອງເຂົ້າຮ່ວມຊົມເຊຍຢ່າງຟົດຟື້ນ.
ໃນງານບຸນຊ່ວງເຮືອຂອງບ້ານດັ່ງກ່າວແມ່ນເຕັມໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນ ແລະ ເປັນຂະບວນການຟົດຟື້ນ ພ້ອມທັງຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງທ້ອງຖິ່ນ ແລະ ເພື່ອຕອບສະໜອງກັບຈຸດປະສົງ, ເປົ້າໝາຍສົ່ງເສີມການທ່ອງທ່ຽວຊຶ່ງພາຍໃນງານໄດ້ຈັດໃຫ້ມີຫຼາກຫຼາຍກິດຈະກຳເຊັ່ນ: ຊວງເຮືອເພດຍິງ ແລະ ເພດຊາຍ, ໄຫຼເຮືອໄຟ, ການວາງສະແດງ ແລະ ຈໍາໜ່າຍສິນຄ້າໂອດັອບ ແລະ ການແລກປ່ຽນຊື້-ຂາຍສິນຄ້າຂອງພໍ່ຄ້າຊາວຂາຍກໍຄືປະຊາຊົນບັນດາເຜົ່າ ແລະ ກິດຈະກຳອື່ນໆ ສຳລັບການເຮືອຊ່ວງໃນປີນີ້ແມ່ນໄດ້ຈັດຕາມຮິດຄອງປະເພນີທີ່ໄດ້ປະຕິບັດກັນມາ ໂດຍມີເຮືອທີ່ສົ່ງເຂົ້າຮ່ວມທັງໝົດຈໍານວນ 10 ທິມ ເຮືອເພດຍິງ 4 ທິມ ແລະ ເພດຊາຍ 6 ທີມ .ຜົນປະກົດວ່າເຮຶ່ອເພດຊາຍທີ່ໜຶ່ງ ນັກທຸລະກິດບ້ານນ້ຳປຸຍ ແລະ ປະເພດຍິງແມ່ນ ບ້ານນ້ຳປຸຍ. ພາບ-ຂ່າວ: ວົງສະຫວັນ ສຸທິໂວຫານ
ຄໍາເຫັນ