ເມືອງທຸລະຄົມແຂ່ງຂັນຖາມ-ຕອບວິທະຍາສາດຊັ້ນມັດທະຍົມ ສົກຮຽນ 2023-2024

ເມືອງທຸລະຄົມແຂ່ງຂັນຖາມ-ຕອບວິທະຍາສາດຊັ້ນມັດທະຍົມ ສົກຮຽນ 2023-2024
ອາທິດຜ່ານມານີ້, ຢູ່ສະໂມສອນວິທະຍາໄລຄູບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດການແຂ່ງຂັນຖາມ-ຕອບວິທະຍາສາດ ຂັ້ນກຸ່ມ 1 ເທສະບານເມືອງທຸລະຄົມ  ຊຶ່ງມີ 6 ໂຮງຮຽນເຂົ້າຮ່ວມຄື: ໂຮງຮຽນມັດທະຍົມສາທິດ ວິທະຍາໄລຄູບ້ານເກິນ, ມສ ບ້ານເກິນ, ມສ ໄຊປັນຍາ, ມສ ອານຸສິນ, ມໍຕົ້ນ ບ້ານບໍ່ ແລະ ມັດທະຍົມຕອນປາຍສົງ, ໂດຍມີທ່ານ ນາງ ຈັນທະມາລາ ສຸທຳມະວົງ ຜູ້ອຳນວຍການວິທະຍາໄລຄູບ້ານເກິນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ .
    ໃນພິທີ, ທ່ານ ພວງແສງ ພັນບຸດດີ ອຳນວຍການໂຮງຮຽນສາທິດ ວິທະຍາໄລຄູບ້ານເກິນ ໄດ້ບົດສະຫຼູບການຈັດຕັ້ງປະຕິບັດການຮຽນ-ການສອນໃນສົກຮຽນ 2022-2023. ໂຮງຮຽນມັດທະຍົມສາທິດວິທະຍາໄລຄູບ້ານເກິນ ມີນັກຮຽນທັງໝົດ 164 ຄົນ ຍິງ 76 ຄົນ, ໃນສົກຮຽນ 2022-2023 ໄດ້ສົ່ງນັກຮຽນເກັ່ງເຂົ້າສອບເສັງຄັດເລືອກຂັ້ນກຸ່ມ 1 ມັດທະຍົມເທສະບານເມືອງທຸລະຄົມ ຈໍານວນ 5 ນ້ອງ, ຜ່ານຂັ້ນກຸ່ມຈໍານວນ 2 ນ້ອງຄື: ວິຊາເຄມີສາດ ແລະ ພາສາອັງກິດ.
    ເພື່ອເປັນການຢັ້ງຢືນ ແລະ ທົດສອບຄວາມຮູ້ຂອງນັກຮຽນທີ່ເຂົ້າຮ່ວມແຂ່ງຂັນຖາມ-ຕອບວິທະຍາສາດ ໃນຮູບແບບປາລະໃນ, ຊຶ່ງແຕ່ລະຄໍາຖາມແມ່ນໃຊ້ເວລາ 1 ນາທີ ໃນຈໍານວນ 15 ຄໍາຖາມ ເຫັນວ່າໂຮງຮຽນທີໄດ້ທີ 1 ແລະ ທີ 2 ແມ່ນໂຮງຮຽນທິດວິທະຍາໄລຄູບ້ານເກີນ, ທີ 3 ແມ່ນໂຮງຮຽນ ມສ ໄຊປັນຍາ ແລະ ໄດ້ຮັບລາງວັນຊົມເຊີຍມີໂຮງຮຽນ ມສ ບ້ານເກິນ, ໂຮງຮຽນ ມສ ອານຸສິນ, ໂຮງຮຽນ ມຕ ບ້ານບໍ່ ແລະ ໂຮງຮຽນ ມໍປາຍສົງ.
ລາງວັນທີ 1 ແມ່ນໄດ້ ຮັບເງິນ  400,000 ກີບ, ລາງວັນທີ 2 ຮັບເງິນ  300.000 ກີບ, ລາງວັນທີ 3 ໃດ້ຮັບເງີນ 200.000 ກີບ.
(ພາບ-ຂ່າວ: ຈັນສະໝອນ ຊາມຸນຕີ).

ຄໍາເຫັນ

ຂ່າວສືກສາ-ກິລາ

ຈຳປາສັກ ແຂ່ງຂັນສິລະປະ-ວັນນະຄະດີນັກຮຽນທົ່ວແຂວງ

ຈຳປາສັກ ແຂ່ງຂັນສິລະປະ-ວັນນະຄະດີນັກຮຽນທົ່ວແຂວງ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຈຳປາສັກ ໄດ້ຈັດການແຂ່ງຂັນສິລະປະ-ວັນນະຄະດີນັກຮຽນທົ່ວແຂວງຂຶ້ນໃນວັນທີ 27 ພຶດສະພາຜ່ານມາ, ທີ່ສູນການຄ້າຕະຫຼາດສະບາຍດີ ນະຄອນປາກເຊ ເພື່ອສ້າງຂະບວນການຕ້ອນຮັບວັນເດັກນ້ອຍສາກົນ (ວັນທີ 1 ມິຖຸນາ) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໂດຍມີ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກ ສກຂ, ທ່ານ ຂຸນທຶງ ສະຫງວນພັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນປາກເຊ ພ້ອມດ້ວຍຄູ-ອາຈານ, ນັກຮຽນ-ນັກສະແດງເຂົ້າຮ່ວມ.
ນະຄອນໄກສອນ ພົມວິຫານ ມີນັກສອບເສັງ ປ5 ເກືອບ 2 ພັນຄົນ

ນະຄອນໄກສອນ ພົມວິຫານ ມີນັກສອບເສັງ ປ5 ເກືອບ 2 ພັນຄົນ

ໃນວັນທີ 26 ພຶດສະພາຜ່ານມາ, ທີ່ສູນສອບເສັງໂຮງຮຽນປະຖົມສາທິດ ນະຄອນໄກສອນ ພົມວິຫານ, ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງສະຫວັນນະເຂດ ໄດ້ມອບໝາຍໃຫ້ຄະນະຮັບຜິດຊອບຂັ້ນຂະ ແໜງການ ຂອງພະແນກ ສກຂ ແຂວງ ນຳໂດຍທ່ານ ສະຫງວນຮັກ ທົງພັກດີ ຫົວໜ້າຂະແໜງຈັດຕັ້ງ, ທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນ, ມີທ່ານ ອານຸຊາ ໄກສອນ ຮອງປະທານຄະນະກຳມະການປົກຄອງນະຄອນໄກສອນ ພົມວິຫານ, ຄະນະກຳມະການຮັບຜິດຊອບ, ຄູ-ອາຈານທີ່ເຂົ້າຮ່ວມຊຸກຍູ້, ຕິດຕາມ ແລະ ເປີດຫົວບົດສອບເສັງ ພ້ອມດ້ວຍນັກຮຽນເຂົ້າຮ່ວມ.
ທົ່ວເມືອງອຸທຸມພອນ ມີນັກສອບເສັງຈົບຊັ້ນ ປ5 1 ພັນກວ່າຄົນ

ທົ່ວເມືອງອຸທຸມພອນ ມີນັກສອບເສັງຈົບຊັ້ນ ປ5 1 ພັນກວ່າຄົນ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ເປີດຫົວບົດສອບເສັງຈົບຊັ້ນປະຖົມປີທີ 5 ທົ່ວເມືອງ ໃນວັນທີ 27 ພຶດສະພານີ້, ທີ່ສູນສອບເສັງໂຮງຮຽນມັດທະຍົມສົມບູນອຸທຸມພອນ ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດຕັດຫົວບົດສອບເສັງຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີຄູ-ອາຈານ, ນັກ ຮຽນເຂົ້າຮ່ວມ.
ໂຮງຮຽນປະຖົມສົມບູນຜານົມ ໄດ້ຮັບອາຄານຮຽນຫຼັງໃໝ່

ໂຮງຮຽນປະຖົມສົມບູນຜານົມ ໄດ້ຮັບອາຄານຮຽນຫຼັງໃໝ່

ໂຮງຮຽນປະຖົມສົມບູນຜານົມ ນະຄອນ-ຫຼວງພະບາງ ຈັດພິທີມອບ-ຮັບອາຄານຮຽນຫຼັງໃໝ່ ຂຶ້ນໃນວັນທີ 25 ພຶດສະພາຜ່ານມາ, ທີ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ນາງ ວິໄລພອນ ຖະໜອມສັກ ຮອງປະທານຄະນະກໍາມະການປົກຄອງ ນະຄອນ-ຫຼວງພະບາງ, ມີທ່ານ ອ່ອນຈັນ ແສງຄໍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ທ່ານ ນາງ ບົວເງິນ ແກ້ວສຸບັນ ອໍານວຍການມູນນິທິ ສໍ ແຫ່ງຄວາມຫວັງ, ມີທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍຄູ-ອາຈານນັກຮຽນເຂົ້າຮ່ວມ.
ມປ ທ່າແຂກ ເປີດບັ້ນແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ປະຈໍາປີ 2026

ມປ ທ່າແຂກ ເປີດບັ້ນແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ປະຈໍາປີ 2026

ພິທີເປີດບັ້ນແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ" ຕິດກັບເນື້ອໃນ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ວາງອອກຄື: “ ສອນດີ-ຮຽນເກັ່ງ, ຕ້ານປະກົດການຫຍໍ້ທໍ້ ແລະ ສ້າງສິ່ງແວດລ້ອມທີ່ດີໃນໂຮງຮຽນ ”ປະຈໍາປີ 2026 ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາຜ່ານມາທີ່ສູນໄອຊີທີ. ໂດຍການເປັນປະທານຂອງທ່ານ ຄູ ສັກປະດິດ ແກ້ວມະນີ ເລຂາໜ່ວຍພັກ, ຜູ້ອໍານວຍການໂຮງຮຽນ ມປ ທ່າແຂກ ແຂວງຄຳມ່ວນ, ມີບັນດາແຂກຖຶກເຊີນ, ພະນັກງານຄູ-ອາຈານເຂົ້າຮ່ວມ.
ເມືອງອາດສະພອນ ມີນັກຮຽນສອບເສັງຈົບຊັ້ນປະຖົມທັງໝົດ 1 ພັນກວ່າຄົນ

ເມືອງອາດສະພອນ ມີນັກຮຽນສອບເສັງຈົບຊັ້ນປະຖົມທັງໝົດ 1 ພັນກວ່າຄົນ

ຫ້ອງການສຶກສາທິການ ແລະ ກິລາເມືອງອາດສະພອນ ແຂວງສະຫວັນນະເຂດ ຈັດກອງປະຊຸມລາຍງານການກະກຽມຄວາມພ້ອມບັນດາໜ້າວຽກຕ່າງໆ ໃນບັ້ນສອບເສັງຈົບຊັ້ນປະຖົມສຶກສາ ປ5 ປະຈຳສົກຮຽນ 2025-2026 ໃນວັນທີ 25 ພຶດສະພາຜ່ານມາ, ໂດຍມີທ່ານ ກອງແລ ອ່ອນຈັນທະລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຖາວອນ ໄຊຍະເຄື່ອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍຫ້ອງການ, ໜ່ວຍງານ, ຄະນະຮັບຜິດຊອບການສອບເສັງ ແລະ ຄະນະອຳນວຍການໂຮງຮຽນປະຖົມພາຍໃນເມືອງເຂົ້າຮ່ວມ.
ປະກາດຍົກລະດັບໂຮງຮຽນ ເຕັກນິກວິຊາຊີບແຂວງບໍລິຄຳໄຊ ຂຶ້ນເປັນວິທະຍາໄລ ເຕັກນິກວິຊາຊີບ

ປະກາດຍົກລະດັບໂຮງຮຽນ ເຕັກນິກວິຊາຊີບແຂວງບໍລິຄຳໄຊ ຂຶ້ນເປັນວິທະຍາໄລ ເຕັກນິກວິຊາຊີບ

ພິທີປະກາດຍົກລະດັບໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນເປັນ ວິທະຍາໄລ ເຕັກນິກວິຊາຊີບ ໄດ້ຈັດຂຶ້ນໃນວັນທີ 22 ພືດສະພາ 2026 ນີ້ ທີ່ເດີ່ນໂຮງຮຽນແຫ່ງດັ່ງກ່າວ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງບໍລິຄຳໄຊ, ມີບັນດາຕາງໜ້າພະແນກການອ້ອມຂ້າງແຂວງ ແຂກຖືກເຊີນ ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ປະກາດໂຮງຮຽນປະຖົມສົມບູນຫຼວງພະບາງ ເປັນໂຮງຮຽນຕົວແບບ

ປະກາດໂຮງຮຽນປະຖົມສົມບູນຫຼວງພະບາງ ເປັນໂຮງຮຽນຕົວແບບ

ພິທີປະກາດໂຮງຮຽນປະຖົມສົມບູນ ຫຼວງພະບາງ ເປັນໂຮງຮຽນຕົວແບບ ຈັດຂຶ້ນໃນວັນທີ 22 ພຶດສະພາຜ່ານມາ, ມີທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງແຂວງ, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ພ້ອມດ້ວຍແຂກຖຶກເຊີນ, ຄູສອນ ແລະ ນັກຮຽນເຂົ້າຮ່ວມ.
ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ແຂວງ ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ (AFC Grassroots Football Day) ປະຈຳປີ 2026 ໄດ້ຈັດຂຶ້ນ ໃນວັນທີ 23 ພຶດສະພາ 2026 ນີ້ ທີ່ສະຫນາມກິລາແຂວງອຸດົມໄຊ ເພື່ອເປັນການສ້າງພື້ນຖານ ແລະ ຄັດເລືອກນັກກິລາເຕະບານລຸ້ນສືບທອດທີ່ມີພອນສະຫວັນ ເຂົ້າສູ່ທີມແຂວງ ແລະ ທີມຊາດໃນອະນາຄົດ.
ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ແຂວງ ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ (AFC Grassroots Football Day) ປະຈຳປີ 2026 ໄດ້ຈັດຂຶ້ນ ໃນວັນທີ 23 ພຶດສະພາ 2026 ນີ້ ທີ່ສະຫນາມກິລາແຂວງອຸດົມໄຊ ເພື່ອເປັນການສ້າງພື້ນຖານ ແລະ ຄັດເລືອກນັກກິລາເຕະບານລຸ້ນສືບທອດທີ່ມີພອນສະຫວັນ ເຂົ້າສູ່ທີມແຂວງ ແລະ ທີມຊາດໃນອະນາຄົດ.
ເພີ່ມເຕີມ