ເມືອງວຽງພູຄາປະກາດແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານນໍາພາຄຸ້ມຄອງ

ເມືອງວຽງພູຄາປະກາດແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານນໍາພາຄຸ້ມຄອງ

ເມືອງວຽງພູຄາປະກາດແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານນໍາພາຄຸ້ມຄອງ
ພິທີປະກາດແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານນໍາພາຄຸ້ມຄອງ ເມືອງວຽງພູຄາແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນວັນທີ 10 ມີຖຸນາຜ່ານມາ ທີສະໂມສອນຂອງເມືອງ ໂດຍເຂົ້າຮ່ວມເປັນປະທານ ຂອງທ່ານ ພົນຕີ ຈັນສະແຫວງ ທິບຄູນທອງ ຮອງເລຂາພັກແຂວງ ປະທານຄະນະກວດກາພັກ- ຫົວໜ້າອົງການກວດກາລັດແຂວງ.
ເມອງວຽງພຄາປະກາດແຕງຕງ ແລະ ຍກຍາຍພະນກງານນາພາຄມຄອງ - image 1
 
ເມອງວຽງພຄາປະກາດແຕງຕງ ແລະ ຍກຍາຍພະນກງານນາພາຄມຄອງ - image 2
 

ທ່ານ ບຸນຊົງ ວ່າໄຊຍີ ເລຂາພັກເຈົ້າເມືອງເຈົ້າເມືອງວຽງພູຄາ ຂຶ້ນຜ່ານບົດລາຍງານຫຍໍ້່ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ຈາກນັ້ນ, ຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ເລກທີ 445 ແລະ 497/ຈຂ ວ່າດ້ວຍການແຕ່ງຕັ້ງ ຮັກສາການເຈົ້າເມືອງ ແລະ ຮັກສາການຮອງເຈົ້າເມືອງໆວຽງພູຄາ.ໃນນັ້ນ, ໄດ້ແຕ່ງຕັ້ງທ່ານ ພູມອນ ຄຸນສີລິເຮືອງ ຮອງເລຂາພັກເມືອງ ເປັນຮັກສາການເຈົ້າເມືອງ, ທ່ານ ສຸນີ ຄູນປະເສີດ ກໍາມະການປະຈໍາພັກເມືອງ ເປັນຮັກສາການຮອງເຈົ້າເມືອງ ຊີ້ນໍາວຽກງານເສດຖະກິດ.ຈາກນັ້ນ,ກໍຜ່ານຂໍຕົກລົງຂອງທ່ານເຈົ້າເມືອງເລກທີ 150, 151, 152, 153, 154, 155,156, ແລະ 157/ຈມ ວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະຈັດຕັ້ງເມືອງ, ຫົວໜ້າໂຄສະນາອົບຮົມເມືອງ, ຫົວໜ້າຫ້ອງການຍຸຕິທໍາເມືອງ ແລະ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນເມືອງ, ຫົວໜ້າອົງການກາແດງເມືອງ, ຜູ້ຮັກສາການຫົວໜ້າຫ້ອງວ່າການເມືອງ ແລະ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ. ຈາກນັ້ນ, ກໍໄດ້ມອບ-ຮັບໜ້າທີ່ ລະຫວ່າງ ເຈົ້າເມືອງຜູ້ເກົ່າ ແລະ ຜູ້ຮັກສາການເຈົ້າເມືອງປູ້ໃໝ່ ຢ່າງເປັນທາງການ.

ເມອງວຽງພຄາປະກາດແຕງຕງ ແລະ ຍກຍາຍພະນກງານນາພາຄມຄອງ - image 3
 

(ພາບ-ຂ່າວ: ຄໍາປິງ)

ຄໍາເຫັນ

ຂ່າວການເມືອງ

ສສຊ ເຂດ 18 ສະເໜີໃຫ້ລັດຖະບານແກ້ໄຂບັນຫາແຫຼ່ງພັດທະນາພະລັງງານໄຟຟ້າຄືນ

ສສຊ ເຂດ 18 ສະເໜີໃຫ້ລັດຖະບານແກ້ໄຂບັນຫາແຫຼ່ງພັດທະນາພະລັງງານໄຟຟ້າຄືນ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄໍາເຫັນຕໍ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກໍາ, ກົນໄກຕ່າງໆໃນການພັດທະນາພະລັງງານໄຟຟ້ານໍ້າຕົກ, ລົມ ແລະ ແສງອາທິດໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 12 ມິຖຸນານີ້ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ທ່ານ ແດງ ປະທຸມທອງ ສສຊ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໄດ້ສະເໜີໃຫ້ລັດຖະບານແກ້ໄຂບັນຫາແຫຼ່ງພັດທະນາພະລັງງານໄຟຟ້າຄືນ.
ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ກວດກາຄືນບັນດາໂຄງການລົງທຶນດ້ານພະລັງງານໄຟຟ້າ

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ກວດກາຄືນບັນດາໂຄງການລົງທຶນດ້ານພະລັງງານໄຟຟ້າ

ທ່ານ ນາງ ປິ່ງຄໍາລາຊະສິມມາ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຕາງໜ້າຄະນະປະຈໍາສະພາແຫ່ງຊາດປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ,ນິຕິກຳ,ກົນໄກຕ່າງໆໃນການພັດທະນາພະລັງງານໂຟຟ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນານີ້ ພາຍໄຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ທິດທາງ ແລະ ມາດຕະການແກ້ໄຂບັນຫາ ແລະ ພັດທະນາໄຟຟ້າ

ທິດທາງ ແລະ ມາດຕະການແກ້ໄຂບັນຫາ ແລະ ພັດທະນາໄຟຟ້າ

ນັບແຕ່ເລີ່ມປະຕິບັດແນວທາງປ່ຽນແປງໃໝ່ ໂດຍເປີດຮັບການລົງທຶນຂອງເອກະຊົນ ດ້ວຍນະໂຍບາຍພິເສດຫຼາຍຢ່າງ ຊຶ່ງກໍມີອັນທີ່ເຮັດໃຫ້ປະເທດເສຍປຽບຫຼາຍ ໃນໄລຍະຜ່ານມາ; ມາຮອດປັດຈຸບັນ, ສະພາບການມີການປ່ຽນແປງລັດຖະບານຈຶ່ງມີທິດທາງສ້າງການຫັນປ່ຽນປະເທດເຮົາ ຈາກການເປັນ “ໝໍ້ໄຟໃຫ້ແກ່ກຳໄລຂອງຕ່າງປະເທດ” ມາເປັນ “ເສດຖະກິດທີ່ມີອຸດສາຫະກຳເຂັ້ມແຂງດ້ວຍພະລັງງານຕົນເອງ” ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ ເພື່ອທີ່ຈະສ້າງເສດຖະກິດທີ່້ເຂັ້ມແຂງ ບົນພື້ນຖານການມີຂະແໜງພະລັງງານເປັນແຮງຂັບເຄື່ອນໃນອະນາຄົດ.
ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ເມືອງຈັນທະບູລີ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ເມືອງຈັນທະບູລີ ຄັ້ງທີ VIII

ໃນວັນທີ 12 ມິຖຸນາ ນີ້ ທີ່ສະໂມສອນໃຫຍ່ຂອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ເມືອງຈັນທະບູລີ ຄັ້ງທີ VIII ໂດຍການເປັນປະທານຂອງ ສະຫາຍ ທອງຄູນ ສີອຸດົມ ປະທານແນວລາວສ້າງຊາດເມືອງ, ເປັນກຽດເຂົ້າຮ່ວມມີ ສະຫາຍ ຖະໜອມ ທຳທອງ ກຳມະການປະຈຳພັກ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ສະຫາຍ ແກ້ວປະເສີດ ໄຊປັນຍາ ເຈົ້າເມືອງຈັນທະບູລີ, ມີຄະນະນຳຕາງໜ້າຈາກບັນດາຫ້ອງການອ້ອມຂ້າງເມືອງ, ຄະນະກຳມະການແນວລາວສ້າງຊາດເມືອງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ຄໍາມ່ວນ ແຕ່ງຕັ້ງຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ໃໝ່

ຄໍາມ່ວນ ແຕ່ງຕັ້ງຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ໃໝ່

ວັນທີ 11 ມິຖຸນາຜ່ານມາ, ແຂວງຄໍາມ່ວນ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ ໂດຍເປັນກຽດເຂົ້າເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄຳມ່ວນ.
ສສຊ ສະເໜີຫຼາຍບັນຫາໃຫ້ລັດຖະບານພິຈາລະນາແກ້ໄຂ

ສສຊ ສະເໜີຫຼາຍບັນຫາໃຫ້ລັດຖະບານພິຈາລະນາແກ້ໄຂ

ທ່ານ ບຸນຕາ ອ່ອນນາວົງ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ປະກອບຄຳເຫັນ ຕໍ່ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ຍທຂ ສະເໜີນະໂຍບາຍຊຸກຍູ້ ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່

ຍທຂ ສະເໜີນະໂຍບາຍຊຸກຍູ້ ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານກ່ຽວກັບ ນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ສະພາ ສະເໜີໃຫ້ລັດຖະບານເອົາໃຈໃສ່ຫຼາຍບັນຫາ ຕໍ່ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່

ສະພາ ສະເໜີໃຫ້ລັດຖະບານເອົາໃຈໃສ່ຫຼາຍບັນຫາ ຕໍ່ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່

ພາຍຫຼັງ ໄດ້ຮັບຟັງບົດລາຍງານກ່ຽວກັບການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ລະ ສ້ອມແປງທາງໃນໄລຍະໃໝ່ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນານີ້ ທີ່ ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ທ່ານນາງ ປິ່ງຄໍາ ລາຊະສິມມາ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ບົດລາຍງານດັ່ງກ່າວ ໂດຍສະເໜີໃຫ້ລັດຖະບານເອົາໃຈໃສ່ຫຼາຍບັນຫາ ເພື່ອເຮັດໃຫ້ວຽກງານດັ່ງກ່າວຮັບປະກັນຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ.
ຫຼາຍ​ປັດ​ໄຈ ທີ່​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​ເພີ່ມ​ຂຶ້ນ

ຫຼາຍ​ປັດ​ໄຈ ທີ່​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​ເພີ່ມ​ຂຶ້ນ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນາຜ່ານມານີ້ ທີ່ ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ).
ສສຊ ເຂດ 6 ສະເໜີໃຫ້ເບິ່ງຄືນຫຼາຍບັນຫາຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ສສຊ ເຂດ 6 ສະເໜີໃຫ້ເບິ່ງຄືນຫຼາຍບັນຫາຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ພາຍຫຼັງໄດ້ຮັບຟັງບົດລາຍງານກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 11 ມິຖຸນານີ້ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄໍາເຫັນໃສ່ບົດລາຍງານດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນ. ທ່ານ ສົມພອນ ສີອຸດົມພັນ ສສຊ ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ໄດ້ສະເໜີໃຫ້ເບິ່ງຄືນຕື່ມ ຫຼາຍບັນຫາສໍາຄັນໃນບົດລາຍງານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X.
ເພີ່ມເຕີມ