ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI
ໃນວັນທີ 7 ພຶດສະພາຜ່ານມານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງ ຄັ້ງທີ VI ທີ່ຫ້ອງປະຊຸມຫ້ອງວ່າການເມືອງ. ໂດຍການເປັນປະທານຂອງທ່ານ ສົມບັດ ຈະເລີນມີໄຊ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ.

ໃນກອງປະຊຸມ ທ່ານ ສົມບັດ ຈະເລີນມີໄຊ ໄດ້ຂນກ່າວເປີດກອງປະຊຸມຢ່າງເປັນທາງການພ້ອມທັງຜ່ານບົດລາຍງານການເມືອງທັງ 2 ພາກ ບາງຕອນທ່ານໃຫ້ຮູ້ວ່າ: ຕະຫຼອດໄລຍະ 5 ປີ ທີ່ຜ່ານມາ ອົງການແນວລາວສ້າງຊາດເມືອງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດໃນເມື່ອກ່ອນ, ສືບຕໍ່ເຮັດໜ້າທີ່ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນຢ່າງເປັນປຶກແຜ່ນແໜ້ນໜາ, ສົມທົບກັບອົງການຈັດຕັ້ງພາຄີ, ພາກສ່ວນຕ່າງໆ ໃນສັງຄົມເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ ອະນຸລັກຮັກສາຮີດຄອງປະເພນີ ອັນດີງາມຂອງຊາດ, ຂອງເຜົ່າ ພ້ອມທັງປຸກລະດົມກໍາລັງແຮງໃນທົ່ວສັງຄົມ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂະບວນການອື່ນໆ ສາມາດຍາດໄດ້ຜົນງານຫຼາຍດ້ານ; ໄດ້ເປັນຫຼັກແຫຼ່ງແກ່ນສານທີ່ມີຄວາມຕື່ນຕົວຈິງໃຈເຂົ້າຮ່ວມກັບຄະນະພັກອົງການປົກຄອງໃນການປັບປຸງກົງຈັກການຈັດຕັ້ງ ໃຫ້ສອດຄ່ອງກັບນິຕິກຳ ຮັບປະກັນດ້ານໂຄງປະກອບ ເພດ, ເຜົ່າ, ຮຸ່ນໝຸ່ມ, ກາງ ແລະ ອາວຸໂສ ຢູ່ພາຍໃນ. ປັດຈຸບັນ ການປັບປຸງການຈັດຕັ້ງແນວລາວສ້າງຊາດຂັ້ນບ້ານສຳເລັດ 100%. ມີຄະນະກໍາມະການແນວລາວສ້າງຊາດຂັ້ນບ້ານທັງໝົດ 1,673 ທ່ານ ຍິງ 436 ທ່ານ, ກໍາມະການແນວລາວສ້າງຊາດແຂວງ ປະຈໍາຢູ່ເມືອງ 5 ທ່ານ ຍິງ 1 ທ່ານ, ກໍາມະການແນວລາວສ້າງຊາດເມືອງ 102 ທ່ານ ຍິງ 11 ທ່ານ, ພະສົງ 1 ອົງ, ພະນັກງານແນວລາວສ້າງຊາດເມືອງ ມີ 10 ທ່ານ ຍິງ 4 ທ່ານ, ອາສາສະໜັກ 1 ທ່ານ ຍິງ 1 ທ່ານ; ປັດຈຸບັນ ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ສາມາດໄດ້ຢັ້ງຢືນເປັນບ້ານຂະບວນບ້ານສາມັກຄີປອງດອງ 75 ບ້ານ ເທົ່າກັບ 96.2%, ບໍ່ໄດ້ 3 ບ້ານ ເທົ່າກັບ 3.84%, ມີຄອບຄົວສາມັກຄີປອງດອງ 14,609 ຄອບຄົວ ເທົ່າກັບ 93,25%, ປະຕິບັດບໍ່ໄດ້ 1,056 ຄອບຄົວ,ເທົ່າກັບ 6.75% ແລະ ໄດ້ເປີດເມືອງສາມັກຄີປອງດອງໃນວັນທີ 31 ມີນາ 2021, ໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າເມືອງໃຫ້ຄອບຄົວສາມັກຄີປອງດອງ ທັງໝົດ 14,609 ຄອບຄົວ, ໄດ້ມອບໃບຍ້ອງຍໍຂອງທ່ານ ເຈົ້າແຂວງໄຊຍະບູລີ ໃຫ້ບ້ານ 69 ໃບ ທີ່ຮັກສາໄດ້ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ; ຂຽນປະຫວັດເຜົ່າຄວາມເປັນມາຂອງເຜົ່າມົ້ງ ແລະ ວຽກງານອື່ນໆກໍມີຜົນສໍາເລັດ. ຈາກນັ້ນ, ທ່ານ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງ ໄດ້ມີຄຳເຫັນກ່ອນການດຳເນີນກອງປະຊຸມຄັ້ງປະຖົມມະລຶກ, ພ້ອມທັງສະເໜີລາຍຊື່ ແລະ ຜ່ານລາຍຊື່ເປົ້າໝາຍ ກຳມະການແນວລາວສ້າງຊາດເມືອງຊຸດໃໝ່ ຈຳນວນ 112 ທ່ານ ຍິງ 12 ທ່ານ. ໃນນີ້, ມີພະສົງ 2 ອົງ, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນເລືອກເອົາທ່ານ ສົມບັດ ຈະເລີນມີໄຊເປັນປະທານ ແນວລາວສ້າງຊາດເມືອງ, ທ່ານ ນາງ ຂັນທອງ ແສນສາລີ ແລະ ທ່ານ ຂັນທອງ ວິໄລສັກ ເປັນຮອງປະທານ, ຮັບຮອງເອົາທ່ານ ນາງ ຂັນທອງ ແສນສາລີ ເປັນປະທານກວດກາ, ທ່ານ ນາງ ບຸນລ່ອງ ພັນທະວົງ ເປັນຮອງປະທານກວດກາ, ທ່ານ ກົງຕຽນ ວົງພະຈັນ ເປັນຜູ້ຊ່ວຍຜູ້ກວດກາ.

(ຂ່າວ-ພາບ: ສົມພົງ ສີສະຫວັດ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ