ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວເມືອງໄຊຍະບູລີ ແຂວງໄຊຍະບູລີ ຄັ້ງທີ VII

ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນຊາວໝຸ່ມທົ່ວເມືອງຄັ້ງທີ VII

ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນຊາວໝຸ່ມທົ່ວເມືອງຄັ້ງທີ VII
ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວເມືອງໄຊຍະບູລີ ແຂວງໄຊຍະບູລີ ຄັ້ງທີ VII ໄດ້ຈັດຂຶ້ນໃນວັນທີ 12 ທັນວານີ້

ທີ່ຫ້ອງວ່າການເມືອງ ໂດຍການເປັນປະທານຂອງສະຫາຍ ນາງ ບົວວົງ ສີຕັນ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ໜູໄຊ ນໍກີຢາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ; ສະຫາຍ ເສນ ພັນລັກ ເລຂາພັກເມືອງ ວ່າການເຈົ້າເມືອງໄຊຍະບູລີ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ງພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ສະຫາຍ ນາງ ບົວວົງ ສີຕັນ ໄດ້ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງທັງ 2 ພາກ, ບາງຕອນສະຫາຍກ່າວວ່າ: ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວເມືອງໄຊຍະບູລີ ເປັນອົງການຈັດຕັ້ງມະຫາຊົນໜຶ່ງ ໃນລະບົບການເມືອງຂອງລະບອບ ປະຊາທິປະໄຕປະຊາຊົນ ຢູ່ພາຍໃຕ້ການຊນຳພາ-ຊີ້ນໍາຂອງອົງຄະນະພັກເມືອງ, ທົ່ວເມືອງມີໄວໜຸ່ມທັງໝົດ 33,685 ສະຫາຍ ຍິງ 17.120 ສະຫາຍ. ໃນນັ້ນ ເປັນສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ 3,391 ສະຫາຍ ຍິງ 2.058 ສະຫາຍ, ທົ່ວເມືອງມີ 5 ຄະນະຊາວໜຸ່ມຮາກຖານ 133 ໜ່ວຍ, 1 ຈຸຮ່ວມຊີວິດ, ມີຄະນະບໍລິຫານງານ 21 ສະຫາຍ ຍິງ 6 ສະຫາຍ. ຕະຫຼອດໄລຍະຜ່ານມາຄະນະບໍລິຫານງານຊາວໜຸ່ມເມືອງໄດ້ຖືເອົາວຽກງານສຶກສາອົບຮົບການເມືອງ - ແນວຄິດເປັນກົກ ເພື່ອແນໃສ່ເຮັດໃຫ້ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ - ໄວໜຸ່ມ, ເຍົາວະຊົນໄດ້ຮັບຮູ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ໂດຍສະເພາະ ແມ່ນມະຕິກອງປະຊຸມໃຫຍ່ຂອງຊາວໜຸ່ມຂັ້ນຕ່າງໆ ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ແລະ ຮຽນເອົາຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດຂອງທ່ານຜູ້ນຳ ໂດຍຕິດພັນກັບຂໍ້ແຂ່ງຂັນ 4 ບຸກຂອງ ຄຊປປລ, ຂໍ້ແຂ່ງຂັນ 3 ດີ 4 ຮູ້, ຄໍາສອນ 6 ຮັກ 3 ຊັງ ຂອງເຍົາວະຊົນທັນວາ; ໄດ້ເຂົ້າຮ່ວມຮັບຟັງການເລົ່າມູນເຊື້ອວັນສຳຄັນຂອງຊາດ, ຂອງພັກ ທີ່ແຂວງ ແລະ ເມືອງໄດ້ຈັດຂຶ້ນ 87 ຄັ້ງ, ມີ 12,495 ສະຫາຍ; ໄດ້ຊຸກຍູ້ນໍາພາບັນດາຄະນະຊາວໜຸ່ມຮາກຖານ ແລະ ໜ່ວຍຮາກຖານຊາວໜຸ່ມດໍາເນີນກອງປະຊຸມໃຫຍ່ຂອງຕົນສຳເລັດ 100%, ໄດ້ຊຸກຍູ້ຕິດຕາມກວດກາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃນແຕ່ລະປີເປັນປົກກະຕິ ມີຜູ້ເຂົ້າຮ່ວມປະເມີນທັງໝົດ 3,391 ເທື່ອສະຫາຍ, ຍີງ 2,058 ເທື່ອສະຫາຍ. ໃນນີ້ໄດ້ປະເພດແຂງ 2,970 ສະຫາຍ ຍິງ 1,853 ສະຫາຍ, ປະເພດກາງ 335 ສະຫາຍ ຍິງ 139 ສະຫາຍ. ຈາກນັ້ນ, ໃນກອງປະຊຸມກໍໄດ້ຮັບຟັງການປະກອບຄຳຄິດເຫັນຈາກບັນດາໜ່ວຍຊາວໜຸ່ມອ້ອມຂ້າງເມືອງ, ຕົວແບບຂອງສະມາຊິກຊາວໜຸ່ມໃນການປູກຝັງລ້ຽງສັດ; ຈາກນັ້ນ ຜູ້ແທນກອງປະຊຸມກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນໃນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ຈຳນວນ 21 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກໄດ້ເຫັນດີເປັນເອກະພາບເລືອກເອົາສະຫາຍ ນາງ ບົວວົງ ສີຕັນ ເປັນເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ສະຫາຍ ນາງ ເຂັມມະລາ ຈີນດາມະນີ ເປັນຮອງ ທັງເປັນປະທານກວດກາ, ສະຫາຍ ເກດສະໜາ ພົມສະຫວັດ ເປັນຮອງ.

(ຂ່າວ-ພາບ: ສົມພົງ ສີສະຫັວດ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ