ສໍາເລັດກອງປະຊຸມໃຫຍ່ຂອງໜ່ວຍພັກ

ເມືອງເຊບັ້ງໄຟ ສໍາເລັດກອງປະຊຸມໃຫຍ່ຂອງໜ່ວຍພັກ 106 ໜ່ວຍພັກ

ເມືອງເຊບັ້ງໄຟ ສໍາເລັດກອງປະຊຸມໃຫຍ່ຂອງໜ່ວຍພັກ 106 ໜ່ວຍພັກ
ສະຫາຍ ທອງໄຊ ມັງໜໍ່ເມກ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງເຊບັ້ງໄຟ ໄດ້ຕາງໜ້າໃຫ້ແກ່ຄະນະພັກເມືອງ ສໍພາດຕໍ່ຜູ້ສື່ຂ່າວແຂວງຄໍາມ່ວນ ເມື່ອບໍ່ດົນມານີ້ ກ່ຽວກັບການກະກຽມ

ແລະ ດຳເນີນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ, ໜ່ວຍພັກ ແລະ ປັບປຸງຄະນະອົງການປົກຄອງບ້ານໃນທົ່ວເມືອງວ່າ: ປັດຈຸບັນທົ່ວເມືອງມີ 15 ຄະນະພັກຮາກຖານ ແລະ ມີຈຳນວນໜ່ວຍພັກທັງໝົດ 109 ໜ່ວຍພັກ, ມີສະມາຊິກພັກ 1,831 ສະຫາຍ ຍິງ 529 ສະຫາຍ. ໃນທົ່ວເມືອງໄດ້ດໍາເນີນກອງປະຊຸມໃຫຍ່ຂອງໜ່ວຍພັກສຳເລັດແລ້ວຈຳນວນ 106 ໜ່ວຍພັກ ແລະ 12 ຮາກຖານ ຍັງບໍ່ທັນສຳເລັດ 3 ໜ່ວຍພັກ ແລະ 3 ຮາກຖານ.
ຜ່ານການດຳເນີນກອງປະຊຸມໃຫຍ່ຂອງຄະນະພັກຂັ້ນບ້ານ ທາງດ້ານບຸກຄະລາກອນແມ່ນເຫັນໄດ້ວ່າຄະນະພັກຄວບຕຳແໜ່ງນາຍບ້ານ ຈຳນວນ 45 ບ້ານ, ກວມເອົາ 100%, ເລຂາຄະນະໜ່ວຍພັກຈຳນວນ 80 ໜ່ວຍພັກມີທັງໝົດ 236 ສະຫາຍ ຍິງ 42 ສະຫາຍ, ເລຂາໜ່ວຍພັກມີ 80 ສະຫາຍ ຍິງ 3 ສະຫາຍ, ຮອງເລຂາໜ່ວຍພັກ 78 ສະຫາຍ ຍິງ 13 ສະຫາຍ, ຄະນະໜ່ວຍພັກ 78 ສະຫາຍ, ຍິງ 26 ສະຫາຍ. ໃນນັ້ນ ເລຂາໜ່ວຍພັກຜູ້ເກົ່າ 44 ສະຫາຍ ຍິງ 1 ສະຫາຍ, ກວມ 55%, ຮອງເລຂາໜ່ວຍພັກຜູ້ເກົ່າ 26 ສະຫາຍ ຍິງ 4 ສະຫາຍ, ກວມ 33%, ຄະນະໜ່ວຍພັກຜູ້ເກົ່າ 5 ສະຫາຍ, ກວມ 6%, ເລຂາໜ່ວຍພັກໃໝ່ 36 ສະຫາຍ ຍິງ 2 ສະຫາຍ, ກວມ 45%, ຮອງເລຂາໜ່ວຍພັກໃໝ່ 52 ສະຫາຍ ຍິງ 9 ສະຫາຍ, ກວມ 67%, ຄະນະໜ່ວຍພັກໃໝ່ 73 ສະຫາຍ ຍິງ 26 ສະຫາຍ, ກວມ 94%, ສຳລັບຜົນຂອງກອງປະຊຸມແມ່ນຮັບປະກັນ 3 ຮຸ້ນ, ເພດ, ເຜົ່າ, ຮຸ້ນໜຸ່ມມີ 85 ສະຫາຍ ຍິງ 25 ສະຫາຍ, ກວມ 36%, ຮຸ້ນກາງມີ 109 ສະຫາຍ ຍິງ 6 ສະຫາຍ, ກວມ 46%, ຮຸ້ນອາວຸໂສມີ 42 ສະຫາຍ ຍິງ 11 ສະຫາຍ, ກວມ 18%.
ສະຫາຍ ເລຂາພັກເມືອງເຊບັ້ງໄຟໄດ້ກ່າວຕື່ມວ່າ: ສຳລັບວຽກງານປັບປຸງຄະນະການປົກຄອງຂັ້ນບ້ານ. ປັດຈຸບັນນີ້ ສໍາເລັດເລັດແລ້ວ 45 ບ້ານເທົ່າກັບ 100%, ມີຄະນະນາຍບ້ານທັງໝົດ 159 ສະຫາຍ. ໃນນີ້ ມີນາຍບ້ານ 45 ສະຫາຍ ແລະ ຮອງນາຍບ້ານ 114 ສະຫາຍ, ນາຍບ້ານເປັນກໍາມະການພັກເມືອງ 1 ສະຫາຍ, ນາຍບ້ານຄວບເລຂາຄະນະພັກຮາກຖານ 8 ສະຫາຍ ແລະ ເລຂາໜ່ວຍພັກ 37 ສະຫາຍ ກວມເອົາ 100%.
ສໍາລັບອະນຸໂຄງປະກອບຂອງກອງປະຊຸມໃຫຍ່ອົງຄະນະພັກເມືອງຄັ້ງທີ VII ຄະນະຮັບຜິດຊອບໄດ້ມີແຜນແບ່ງຕົວເລກຜູ້ແທນສົມບູນ, ສຳຮອງເພື່ອໄປຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຈຳນວນຜູ້ແທນສົມບູນມີ 165 ສະຫາ, ຜູ້ແທນສຳຮອງ125 ສະຫາຍ. ໃນນັ້ນແຜນຄາດຄະເນຄະນະບໍລິຫານງານພັກເມືອງ ເຊບັ້ງໄຟສະໄໝ 7 ມີຈຳນວນ 25 ສະຫາຍ ແລະ ຄະນະປະຈຳພັກເມືອງຈຳນວນ 7 ສະຫາຍ.
(ຂ່າວ: ແດງສະຫວັດ ແສນພານິດ).

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ