ເມືອງຊຽງຮ່ອນສໍາມະນາຖອດຖອນບົດຮຽນວຽກປົກປັກຮັກສາເສັ້ນທາງແບບມີສ່ວນຮ່ວມຂອງຊຸມຊົນ

ເມືອງຊຽງຮ່ອນສໍາມະນາຖອດຖອນບົດຮຽນວຽກປົກປັກຮັກສາເສັ້ນທາງແບບມີສ່ວນຮ່ວມຂອງຊຸມຊົນ
ວັນທີ 13 ທັນວາ ນີ້ ທີ່ຫ້ອງການແຜນການ ແລະ ການລົງທຶນເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມສໍາມະນາຖອດຖອນບົດຮຽນວຽກປົກປັກຮັກສາເສັ້ນທາງແບບມີສ່ວນຮ່ວມຂອງຊຸມຊົນໂດຍການເປັນປະທານຮ່ວມ ຂອງທ່ານ ແສງອາທິດ ລາວເບຣຍຍາທໍ່ ຮອງເຈົ້າເມືອງຊຽງຮ່ອນ, ມີທ່ານເສີມຄໍາ ຈັນທະວົງ ຫົວໜ້າໂຄງການກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດ KfWມີຜູ້ປະສານງານວຽກຄຸ້ມຄອງທາງຊົນນະບົດ ຈາກກົມຂົວທາງ ກະຊວງ ຍທຂ ແລະ ມີຜູ້ຕາງໜ້າສະຖາບັນໂຍທາທິການ ແລະ ຂົນສົ່ງ ກະຊວງ ຍທຂ ແລະ ຍທຂ ບ້ານ 7 ບ້ານເປົ່າໝາຍ ເຂົ້າຮ່ວມ. 
     ໃນປີ 21013 ຜ່ານມາ ແຂວງໄຊຍະບູລີ  ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານເຢຍລະມັນ ໂດຍຜ່ານທະນາຄານເພື່ອການພັດທະນາ KfW ໃນການກໍ່ສ້າງທາງຊົນນະບົດຢູ່ 5 ເມືອງ, ສຳລັບເມືອງຊຽງຮ່ອນ  ໄດ້ມີການກໍ່ສ້າງທາງຍາວ 46 ກິໂລແມັດ. ພາຍຫຼັງການກໍ່ສ້າງທາງສໍາເລັດແລ້ວທາງໂຄງການ ຈັດການຝຶກອົບຮົມໃຫ້ນາຍບ້ານແຕ່ລະບ້ານ ແລະ ໄດ້ມອບຄວາມຮັບຜິດຊອບໃຫ້ອໍານາດການປົກຄອງບ້ານແຕ່ລະບ້ານທີ່ອາໄສແຄມທາງເປັນຜູ້ຄຸ້ມຄອງບູລະນະຮັກສາເສັ້ນທາງ ແລະ ແບ່ງຄວາມຮັບຜິດຊອບໃຫ້ກັບນາຍບ້ານແຕ່ລະບ້ານ ແລະ ໄດ້ຊື້ອຸປະກອນຈໍານວນໜຶ່ງທີ່ຈໍາເປັນ ເພື່ອມອບໃຫ້ຊາວບ້ານບູລະນະຮັກສາທາງ ແລະ ໄດ້ຕົກລົງເອກະພາບກັນແຕ່ລະບ້ານໂດຍມີການອອກແຮງງານລວມ 4 ຄັ້ງຕໍ່ປີ ສໍາລັບໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອ, ໂດຍອີງໃສ່ກົດໝາຍທາງຫຼວງ ສະບັບເລກທີ 03/ສພຊ, ລົງວັນທີ 8 ພະຈິກ 2016 (ສະບັບປັບປຸງ).
ໃນກອງປະຊຸມ ທ່ານເສີມຄໍາ ຈັນທະວົງ ໄດ້ກ່າວວ່າ: ການຊວ່ຍເຫຼືອຂອງລັດຖະບານເຢຍລະມັນໂດຍຜ່ານທະນາຄານເພື່ອການພັດທະນາ KfW ໄດ້ເລີ່ມແຕ່ ປີ 2003 ເປັນຕົ້ນມາ ໃນຂະແໜງການກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດແຂວງທີ່ໄດ້ຮັບທຶນການຊ່ວຍເຫຼືອໄລຍະຜ່ານມາ ຈາກນັ້ນກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ ແລະ ສໍາມະນາບາງເນື້ອໃນທີ່ສໍາຄັນ ໂດຍມີຫົວຂໍ້ການສໍາມະນາຄື:ບາງເນື້ອໃນທີ່ກ່ຽວຂ້ອງໃນກົດໝາຍທາງຫຼວງ (ສະບັບປັບປຸງ), ສາເຫດທີ່ພາໃຫ້ເສັ້ນທາງມີຄວາມເສຍຫາຍ ແລະ ຄວາມສໍາຄັນຂອງວຽກງານບູລະນະຮັກສາທາງແບບມີສ່ວນຮ່ວມຂອງຊຸມຊົມ, ທົບທວນຄືນບົດບາດ ແລະ ຄວາມຮັບຜິດຊອບ ຂອງພະແນກ ຍທຂ ແຂວງ,ຄະນະຄຸ້ມຄອງທາງຊົນນະບົດຂັ້ນເມືອງ ແລະ ຄະນະຄຸ້ມຄອງທາງຂັ້ນບ້ານ, ສັງລວມການຈັດຕັ້ງປະຕິບັດ ຄຸ້ມຄອງ ແລະ ບູລະນະສ້ອມແປງທາງຊົນນະບົດ ຂັ້ນເມືອງໃນໄລຍະຜ່ານມາ, ສົນທະນາແລກປ່ຽນຄໍາຄິດຄໍາເຫັນການຈັດຕັ້ງປະຕີບັດວຽກໃນໄລຍະຜ່ານມາ,ຂໍ້ຄົງຄ້າງ ແລະ ຂໍ້ສະດວກ ແລະ ສະເໜີວິທີປັບປຸງ ແລະ ການແກ້ໄຂ.
ໃນກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າກໍານົດບັນດາໜ້າວຽກຕ່າງໆ, ຂອບເຂດຄວາມຮັບຜິດຊອບ ແລະ ເວລານັດໝາຍຂອງບ້ານ. ວຽກບູລະນະສ້ອມແປງທີ່ຊາວບ້ານສາມາດປະກອບສ່ວນມີ 10 ໜ້າວຽກຄື:ອະນາໄມ ແລະ ລວງຮ່ອງລະບາຍນ້ຳ,ຍົກຍ້າຍດິນເຈື່ອນ ບໍລິມາດ< 3 ມ3 ຕໍ່ 1 ກິໂລແມັດ, ອະນາໄມ/ລວງທໍ່; ອະນາໄມຂົວ, ອະນາໄມແລວຫ້ວຍ (ບ່ອນມີຂົວ ຫຼື ທໍ່), ຍົກຍ້າຍສິ່ງກີດຂວາງ (ກ້ອນຫີນ ຫຼື ຕົ້ນໄມ້ທັບທາງ); ຖາງຫຍ້າ ແລະ ປ່າແຄມທາງ, ຖາງເປີດໂຄ້ງ; ຕາບຂຸມຮັງໄກ່ (ທາງປູແຮ່), ຂຸດຮ່ອງນ້ຳດ້ວຍແຮງງານຄົນ (ຮ່ອງນໍ້າຕັນໜັກ)ແລະ ກວດກາປົກປັກຮັກສາສິ່ງປະກອບຂອງທາງ (ປ້າຍສັນຍານ, ຫຼັກໝາຍທໍ່ ແລະ ຫຼັກກິໂລແມັດ). ສຳລັບເມືອງຊຽງຮອນ ກຳນົດປີ 1 ອອກແຮງງານ 4 ຄັ້ງ ເພື່ອໃຫ້ເສັ້ນທາງຊົນນະບົດດັ່ງກ່າວມີເຈົ້າຂອງໂດຍແມ່ນປະຊາຊົນທີ່ອາໄສລຽບຕາມແຄມທາງເປັນຜູ້ບູລະນະຮັກສາເສັ້ນທາງ ເພື່ອບໍໃຫ້ເສັ້ນທາງຊົນນະບົດເປ່ເພເສຍຫາຍ ແລະ ໃຫ້ເສັ້ນທາງມີອາຍຸການນໍາໃຊ້ໄດ້ຍາວນານຫຼຸດຜ່ອນງົບປະມານຂອງລັດສ້ອມແປງທາງດ້ວຍກົນຈັກ.
ຂ່າວ-ພາບ: ຖວທ ເມືອງຊຽງຮ່ອນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 1 ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມານີ້ ທີ່ວິທະຍາຄານນາຍທະຫານບົກກົມມະດຳ ໂດຍມີທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍບັນດາຄະນະນໍາກົມໃຫຍ່ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ມີຫຼາຍພາກ ສ່ວນລວມທັງບຸກຄົນ ໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງຈໍາໜ່າຍ. ທ່ານ ນາງ ມິດຕາວັນ ພັນວົງສາ ເຈົ້າຂອງຮ້ານສິ້ນໄໝມ້ອນຊໍາເໜືອ ເມືອງວຽງໄຊ ແຂວງຫົວພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ຕົນເອງຮູ້ສຶກຕື່ນເຕັ້ນ-ດີໃຈ ປີນີ້, ເປັນປີທໍາອິດທີ່ໄດ້ມີໂອກາດນໍາເອົາສິ້ນໄໝມ້ອນຊໍາເໜືອ ຊຶ່ງເປັນຜະລິດຕະພັນສິ້ນເອກະລັກຂອງຊໍາເໜືອແທ້ມາວາງຂາຍໃນງານບຸນພະທາດຫຼວງ ທີ່ເປັນບຸນປະເພນີລະດັບຊາດຂອງລາວເຮົາ. ປົກກະຕິຂາຍຢູ່ຕະຫຼາດວຽງໄຊ ເມືອງວຽງໄຊ ແຂວງຫົວພັນ. ສິ້ນທີ່ນໍາມາວາງສະແດງ-ຂາຍໃນປີນີ້ ມີຂາຍປະເພດຄື: ຫຼັກໆແມ່ນສິ້ນໄໝມ້ອນສົດ, ສິ້ນຝ້າຍ, ມ້ອນປົນຝ້າຍ, ລາຄາເລີ່ມຕົ້ນ 2 ແສນກີບ ຫາ 3 ລ້ານກວ່າກີບ, ສິ້ນໄໝມ້ອນຊໍາເໜືອ ຈະມີເອກະລັກສະເພາະໃນຕົວ ແລະ ມີລວດລາຍສວຍງາມ ປານີດທີ່ສຸດ ຕໍາດ້ວຍສີມືຂອງຄົນລາວຊາວຊໍາເໜືອແທ້ ປະກອບມີ: ລາຍນາກ, ລາຍຮູບດອກໄມ້, ລາຍນົກຍຸງ, ລາຍງູ, ລາຍຊ້າງ.
ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2025 ທ່ານນາງ ວັນນີ ລໍມະນີ ຄະນະຜູ້ບໍລິຫານກຸ່ມຫັດຖະກຳຕໍ່າຫູກ-ທໍໄໝລາຍເຜົ່າເມີ້ຍດັ້ງເດີມເຮືອນລໍມະນີ ເປັນຕົວແທນຜະລິດຕະພັນເຜົ່າເມີ້ຍ ເມືອງປາກຊັນ ແຂວງບໍລິຄຳໄຊ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບຂອງແຂວງ) ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 3 ພະຈິກນີ້ວ່າ: ມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງເຂົ້າຮ່ວມງານໃນຄັ້ງນີ້ ເພື່ອເຜີຍແຜ່ວັດທະນະທໍາຂອງເຜົ່າເມີ້ຍຜ່ານເຄື່ອງນຸ່ງຫົ່ມອັນຈົບງາມ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກ ແລະ ເຫັນວ່າເຜົ່າເມີ້ຍມີເອກະສະເພາະຂອງຕົນ ເພື່ອຈຳໜ່າຍສິນຄ້າ ແລະ ກະຈາຍລາຍໄດ້ໃຫ້ປະຊາຊົນພາຍໃນແຂວງ.
ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ພິທີ ມອບ-ຮັບ ໂຄງການ ກໍ່ສ້າງຮ່ອງລະບາຍນໍ້າ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ລະຫວ່າງບໍລິສັດຜູ້ຮັບເໝົາ (ບໍລິສັດ ແສງມີໄຊ ຄົບວົງຈອນ ຈໍາກັດຜູ້ດຽວ) ກັບ ເຈົ້າຂອງໂຄງການ (ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ) ເພື່ອມອບຕໍ່ໃຫ້ແກ່ ອົງການພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ ເປັນຜູ້ຄຸ້ມຄອງຊົມໃຊ້, ຊຶ່ງໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ ຢູ່ທີ່ໂຮງແຮມ ຣີເວີເຣຍ ເມືອງທ່າແຂກ ແຂວງຄໍາມ່ວນ.
ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມເປັນປະທານໃນຊຸດຝຶກອົບຮົມໃຫ້ບັນດາສະຫາຍຄະນະບໍລິຫານງານພັກເມືອງ ແລະ ນະຄອນໄກສອນພົມວິຫານ, ຊຶ່ງຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນລະຫວ່າງວັນທີ 4-8 ພະຈິກ 2025; ເຂົ້າຮ່ວມມີສະຫາຍ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສະ ຫວັນນະເຂດ ແລະ ສະຫາຍ ສາລີ ວິນລາວັນ ຄະນະປະຈຳພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງສະຫວັນນະເຂດ.
ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ, ຊຶ່ງວຽກງານດັ່ງກ່າວ ແມ່ນວຽກງານໃຫຍ່ລະດັບຊາດ ຈະໄດ້ຈັດຂຶ້ນໃນທຸກໆ 10 ປີ. ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025, ເມືອງແກ່ນທ້າວ ແຂວງໄຊຍະບູລີມີທັງໝົດ 51 ເຂດສໍາຫຼວດ ຊຶ່ງໄດ້ເລີ່ມລົງສໍາຫຼວດຢ່າງເປັນທາງການໃນວັນທີ 3 ພະຈິກ 2025 ແລະ ຈະໄດ້ດໍາເນີນໄປຮອດວັນທີ 14 ທັນວາ 2025.
ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ໃນວັນທີ 4 ພະຈິກຜ່ານມານີ້, ສະຫາຍ ເວ ຢົງຊານ ຮອງປະທານສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແຂວງກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນ ກັບ ສະຫະພັນກຳມະບານແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງວຽງຈັນ ພ້ອມດ້ວຍຄະນະ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງວຽງຈັນ.
ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ກໍາລັງສືບຕໍ່ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ພາຍໃນເມືອງຊຶ່ງມີຫຼາຍຈຸດທີ່ໜ້າສົນໃຈ ເຂດທາງເລກ 10 ໂດຍສະເພາະແຫຼ່ງທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ທີ່ຕິດພັນກັບເຫດການທາງປະຫວັດສາດ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 10-21 ພະຈິກ 2025 ນີ້, ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 10 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ເພີ່ມເຕີມ