ສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນປະຈໍາສົກສຶກສາ 2024-2025 ໃນຕົ້ນເດືອນສິງຫາ 2024

ມຊ ຈະສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນປະຈໍາສົກສຶກສາ 2024-2025 ໃນຕົ້ນເດືອນສິງຫານີ້

ມຊ ຈະສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນປະຈໍາສົກສຶກສາ 2024-2025 ໃນຕົ້ນເດືອນສິງຫານີ້
ມະຫາວິທະຍາໄລແຫ່ງຊາດ (ມຊ) ຈະສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນປະຈໍາສົກສຶກສາ 2024-2025 ໃນຕົ້ນເດືອນສິງຫາ 2024 ນີ້, ທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ ໄດ້ໃຫ້ສຳພາດກ່ຽວກັບການກະກຽມຄວາມພ້ອມໃນການຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ

 ໃນສົກສຶກສາດັ່ງກ່າວ ຕໍ່ສື່ມວນຊົນໃນວັນທີ 16 ກໍລະກົດນີ້ທີ່ ມຊ ວ່າ: ປັດຈຸບັນໂດຍລວມແລ້ວການກະກຽມຄວາມພ້ອມຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມຊໃນສົກສຶກສາດັ່ງກ່າວ ແມ່ນດໍາເນີນໄປຕາມແຜນທີ່ວາງໄວ້ ພ້ອມຂໍອະນຸມັດໂຕເລກໂກຕ້າຮັບນັກສຶກສາໃໝ່ນໍາກະຊວງສຶກສາທິການ ແລະ ກິລາ(ສສກ) ຊຶ່ງ ມຊ ໄດ້ເລີ່ມເປີດຮັບນັກສຶກສາມາລົງທະບຽນແບບປົກກະຕິແລ້ວ ເລີ່ມແຕ່ວັນທີ15 ກໍລະກົດ 2024 ເປັນຕົ້ນໄປ ແລະ ຈະຕິດລາຍຊື່ນັກສອບເສັງໃສ່ຫ້ອງສອບເສັງໃນວັນທີ9 ສິງຫາ 2024 ແລະ ຈະດໍາເນີນການສອບເສັງໃນວັນທີ 10 ສິງຫາ 2024ນີ້. ພ້ອມນັ້ນ, ໃນສົກສຶກສານີ້ມຊມີແຜນຮັບເອົານັກສຶກສາໃໝ່ເຂົ້າຮຽນຈຳນວນ5.920 ຄົນ.

ທ່ານ ເດຊານຸລາດ ແສນດວງເດດ ໃຫ້ຮູ້ຕື່ມວ່າ: ຜ່ານມາ ມຊ ມີໂຕເລກຜູ້ສະໝັກຫຼາຍກວ່າໂຕເລກທີ່ຮັບໄດ້ ພຽງແຕ່ວ່າເສັງແລ້ວບໍ່ໄດ້ຕາມຄາດໝາຍ ເພາະນັກສອບເສັງເລືອກບາງສາຂາຫຼາຍເກີນກໍານົດ ແລະ ບາງສາຂາໜ້ອຍເກີນຄາດໝາຍ. ສໍາລັບນັກຮຽນຈົບມ.7 ນອກຈາກນັກຮຽນທີໄດ້ໂກຕ້າທຶນລັດຖະບານ ສັບຊ້ອນມາແຕ່ແຂວງແລ້ວ, ທຸກຄົນສະໝັກເຂົ້າຮຽນມຊ ຕ້ອງຜ່ານການສອບເສັງ ຖ້າບໍ່ມາເສັງແມ່ນບໍ່ອະນຸຍາດໃຫ້ເຂົ້າຮຽນອີກ ເນື່ອງຈາກວ່າພວກເຮົາຕ້ອງການຮັກສາຄຸນນະພາບ ການສອບເສັງແມ່ນຂັ້ນຕອນການກັ່ນຕອງ, ຖ້າຫາກຕໍ່າກວ່າເກນມາດຕະຖານ ກໍຈະເຮັດໃຫ້ການສອນ-ການຮຽນຫຍຸ້ງຍາກ ອາດຈະບໍ່ມີຄຸນນະພາບ. ໃນນັ້ນ, ມຊ ຍັງໄດ້ເພີ່ມການເອົາໃຈໃສ່ໂຄສະນາ-ປະຊາສໍາພັນ ໃຫ້ພໍ່ແມ່ນັກຮຽນ ແລະ ນັກຮຽນຮັບຮູ້, ເຂົ້າໃຈກ່ຽວກັບວິຊານັ້ນໆ ຕົວຢ່າງ: ຮຽນຈົບແລ້ວສາມາດປະກອບສາຂາອາຊີບໃດໄດ້ແດ່.ສໍາລັບປີຕໍ່ໄປມຊຍັງມີແຜນປັບປຸງຫຼັກສູດທີ່ມີຄົນສົນໃຈສະໝັກເຂົ້າມາຮຽນໜ້ອຍຕື່ມອີກ. ສະນັ້ນ, ມຊ ຈຶ່ງມີແຜນຈະພັດທະນາຫຼັກສູດເຫຼົ່ານັ້ນໃຫ້ມີຄວາມຫຼາກຫຼາຍທັກສະໃນການປະກອບອາຊີບ (ເປັນລັດຖະກອນຂະແໜງການໃດໜຶ່ງກໍໄດ້ ຫຼື ປະກອບການເອງເປັນອາຊີບໃດໜຶ່ງກໍໄດ້). ສຳລັບຮູບແບບຈັດການສອບເສັງຄັດເລືອກເອົານັກສຶກສາສົກສຶກສາ ມຊ ປີນີ້ ຈະໄດ້ສອບເສັງໃນຮູບແບບປົກກະຕິຄືປີຜ່ານມາ ໂດຍອີງຕາມແຈ້ງການຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ). ສ່ວນການສອບເສັງແມ່ນໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ສາຍວິທະຍາສາດທໍາມະຊາດ (STEM)ສອບເສັງຕອນເຊົ້າ ເວລາ 9:00ໂມງ-11:00 ໂມງ (120 ນາທີ), ວິຊາສອບເສັງມີ: ຄະນິດສາດ A+ຟິຊິກສາດ, ຕອນບ່າຍ ເວລາ 14:00ໂມງ-15:30 ໂມງ (90ນາທີ), ວິຊາສອບເສັງມີ:ພາສາລາວ+ວັນນະຄະດີ+ເຄມີສາດ+ຊີວະສາດ+ພາສາອັງກິດ ແລະ ກຸ່ມ B ສາຍວິທະຍາສາດສັງຄົມ (Non STEM)ຕອນເຊົ້າ ເວລາ 9:00 ໂມງ-11:00 ໂມງ(120 ນາທີ) ວິຊາສອບເສັງມີ:ຄະນິດສາດB+ພາສາລາວ+ວັນນະຄະດີ, ຕອນບ່າຍ ເວລາ 14:00ໂມງ-15:30ໂມງ(90ນາທີ) ວິຊາສອບເສັງມີ: ພູມີສາດ+ປະຫວັດສາດ+ພາສາອັງກິດ. ສຳລັບກຸ່ມ A ສາຍວິທະຍາສາດທໍາມະຊາດ (STEM) ປະກອບມີ 8 ຄະນະວິຊາຄື: ຄະນະວິທະຍາສາດສັງຄົມ(ຄວທ), ຄະນະວິທະຍາສາດປ່າໄມ້(ຄປມ), ຄະນະກະເສດສາດ(ຄກສ), ຄະນະສະຖາປັດ(ຄສປ), ຄະນະວິທະຍາສິ່ງແວດລ້ອມ(ຄສວ), ຄະນະວິສະວະກຳສາດ(ຄວສ), ຄະນະຊັບພະຍາກອນນໍ້າ(ຄຊນ) ແລະຄະນະສຶກສາສາດ (ຄສສ) (ຄູສາຍທໍາມະຊາດ) ແລະ ກຸ່ມ B ສາຍວິທະຍາສາດສັງຄົມ (Non STEM) ປະກອບມີ 6 ຄະນະວິຊາຄື: ຄະນະວິທະຍາສາດສັງຄົມ (ຄສຄ), ຄະນະອັກສອນສາດ (ຄອສ), ຄະນະນິຕິສາດ ແລະ ລັດຖະສາດ (ຄນລ), ຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ), ຄະນະວິທະຍາສາດການກີລາ-ກາຍະກຳ (ຄວກ) ແລະ ຄະນະສຶກສາສາດ(ຄສສ) (ຄູສາຍສັງຄົມ).ຈາກນັ້ນ, ຄາດວ່າຈະປະກາດຜົນການສອບເສັງ ໃນວັນທີ 9 ກັນຍາ 2024 ແລະ ຈະລົງທະບຽນຮຽນ ໃນວັນທີ 10-27ກັນຍາ 2024. ສຳລັບ ມຊ ມີຫຼັກສູດການຮຽນທີ່ຫຼາກຫຼາຍຄືມີເຖິງ 244 ຫຼັກສູດ. ແນວໃດກໍຕາມໃນໄລຍະກະກຽມສອບເສັງຢາກໃຫ້ຕິດຕາມຂ່າວສານຈາກແຫຼ່ງຂໍ້ມູນຂອງ ມຊ (Facebook: ຂ່າວສາຌນ ມຊຠຆNUoL News ຫຼືhttp://entrance.nuol.edu.la).

ທ່ານ ເດຊານຸລາດ ແສນດວງເດດຍັງຮຽກຮ້ອງມາຍັງນັກຮຽນທີ່ເສັງຈົບມ7 ປີນີ້ ແລະ ປີຜ່ານໆມາທີ່ບໍ່ທັນໄດ້ເຂົ້າຮຽນໃຫ້ຕັດສິນໃຈເລືອກເຂົ້າມາສອບເສັງເພື່ອອະນາຄົດຂອງຕົນເອງ ແລະ ຮຽກຮ້ອງຜູ້ປົກຄອງຊ່ວຍແນະນໍາລູກ-ຫຼານຂອງຕົນມາສຶກສາ ໃຫ້ມີຄວາມຮູ້ກ່ອນປະກອບອາຊີບ, ມີວິຊາຕິດໂຕ ເພື່ອອະນາຄົດທີ່ດີຂອງລູກ-ຫຼານ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ