ມຊ ມີຜົນງານພົ້ນເດັ່ນຫຼາຍດ້ານໃນການພັດທະນາການສຶກສາ

ມຊ ມີຜົນງານພົ້ນເດັ່ນຫຼາຍດ້ານໃນການພັດທະນາການສຶກສາ

ມຊ ມີຜົນງານພົ້ນເດັ່ນຫຼາຍດ້ານໃນການພັດທະນາການສຶກສາ
ໂດຍ: ພູວັນ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກມະຫາວິທະຍາໄລແຫ່ງຊາດ (ມຊ) ຄັ້ງທີ VI ຈັດຂຶ້ນເມື່ອບໍ່ດົນມານີ້, ທ່ານ ພູເພັດ ກ້ຽວພິລາວົງຄະນະປະຈໍາພັກ ຮອງອະທິການບໍດີ ມຊ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາໄລຍະ 5 ປີ (2021-2025)

 

ແລະ ແຜນພັດທະນາການສຶກສາໄລຍະ5ປີ(2026-2030)ຂອງມຊ ວ່າ: ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ ຄະນະນໍາແຕ່ລະຂັ້ນ ເຮັດໃຫ້ວຽກງານການສຶກສາຂອງມຊມີຄວາມຄືບໜ້າ ແລະ ມີການພັດທະນາຊຶ່ງມີຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ.

ໃນນັ້ນການສ້າງແລະພັດທະນາບຸກຄະລາກອນ ມຊ ໄດ້ນໍາສົ່ງພະນັກງານ, ຄູ-ອາຈານໄປຍົກລະດັບໄລຍະຍາວທັງພາຍໃນແລະຕ່າງປະເທດ131ທ່ານ ຍິງ 57 ທ່ານ, ໃນນັ້ນລະດັບປະລິນຍາເອກ76ທ່ານຍິງ 35 ທ່ານ, ປະລິນຍາໂທ 55ທ່ານຍິງ 22 ທ່ານ; ພັດທະນາຄູສອນໃຫ້ໄດ້ອັດຕາສ່ວນ 2-6-2(ປ.ເອກ-ປ.ໂທ-ປ.ຕີ) ແມ່ນບັນລຸ 1:7:2; ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນພາຍໃນ-ພາຍນອກ,ຝຶກອົບຮົມໄລຍະສັ້ນໃຫ້ແກ່ພະນັກງານ, ຄູ-ອາຈານ311ທ່ານ, ຈັດກິດຈະກໍານອກຫຼັກສູດ 64ຄັ້ງ; ຊຸກຍູ້ສົ່ງເສີມຄູສອນໃຫ້ໄດ້ວິທະຍາຖານະທາງວິຊາການ278 ທ່ານຍິງ124ທ່ານ, ໃນນັ້ນ ສຈ6ທ່ານຍິງ1ທ່ານ, ຮສ 38ທ່ານຍິງ11 ທ່ານ; ພັດທະນາໃຫ້ເປັນສູນກາງການສຶກສາທີ່ມີຄຸນນະພາບໃນນັ້ນໄດ້ພັດທະນາລະບົບຖານຂໍ້ມູນທະບຽນຮັບນັກສຶກສາເຂົ້າຮຽນ ມຊ ປີທີ 1 ຫາປີສຸດທ້າຍ,ພັດທະນານິຕິກໍາທາງດ້ານວິຊາການໃຫ້ສອດຄ່ອງກັບລະບົບບໍລິຫານໃໝ່; ປັບປຸງລະບຽບຫຼັກການໆຮຽນ-ການສອນ, ສິດ ແລະ ໜ້າທີ່ຂອງຄູສອນ,ພັດທະນາລະບົບການບໍລິຫານວິຊາການ,ພາລະບົດບາດຂອງພາກວິຊາ,ຄະນະວິຊາໃຫ້ມີປະສິດທິພາບແລະມີຄວາມເປັນເອກະພາບທົ່ວ ມຊ; ສໍາເລັດການອອກປະກາສະນີຍະບັດໃຫ້ຜູ້ສໍາເລັດການສຶກສາໃນທຸກລະດັບ 22,096ຄົນຍິງ 10,574 ຄົນ; ປະເມີນ,ປັບປຸງ ແລະ ສ້າງຫຼັກສູດຕາມມາດຕະຖານແລະ ຕາມທິດຍືນຍົງດ້ວຍເຄື່ອງມືປະເມີນຫຼັກສູດເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ89 ຫຼັກສູດ;ອະນຸປະລິນຍາ 1ຫຼັກສູດ, ຕໍ່ເນື່ອງປະລິນຍາຕີ 18 ຫຼັກສູດ,ລະດັບປ.ຕີ60 ຫຼັກສູດ,ປ.ໂທ9ຫຼັກສູດ, ປ.ເອກ1ຫຼັກສູດ;ສໍາເລັດການພັດທະນາສື່ການຮຽນ-ການສອນ, ຂຽນ, ແປແລະຮຽບຮຽງຕໍາລາສອນບາງສ່ວນ ແລະ ສໍາເລັດການຈັດການຮຽນ-ການສອນວິຊາ ປກຊ-ປກສ ຕາມຫຼັກສູດທີ່ກະຊວງສຶກສາທິການແລະກິລາກໍານົດ; ພັດທະນາລະບົບການຮຽນ-ການສອນE-learningສໍາເລັດ 4 ວິຊາພື້ນຖານ;ສ້າງແລະຮັບຮອງນິຕິກໍາກ່ຽວກັບການຈັດຕັ້ງການຮຽນ-ການສອນທາງໄກ, ຈັດຝຶກອົບຮົມ ແລະຈັດກອງປະຊຸມກ່ຽວກັບ E-Learning21ຄັ້ງພ້ອມທັງສ້າງຄັງລາຍວິຊາພື້ນຖານ ແລະ ລະບົບຂໍ້ມູນລາຍວິຊາ OER/MOOCS; ສ້າງ, ປັບປຸງນິຕິກໍາ,ຈັດຝຶກອົບຮົມ ແລະ ຈັດກອງປະຊຸມ41ຄັ້ງ, ແປແລະຮຽບຮຽງປຶ້ມຄູ່ມືສຳລັບມຊຕາມມາດຕະຖານຂອງ AUN QA Hand bookພ້ອມຈັດພິມແຈກຢາຍໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງ, ພັດທະນາຄັງຂໍ້ສອບເສັງຂອງ ມຊ ໃຫ້ໄດ້ມາດຕະຖານ ແລະ ພັດທະນາຄູ່ມືແນະນຳການສອບເສັງ ມຊ ພ້ອມທັງມີການເຜີຍແຜ່ຢ່າງທົ່ວເຖິງ; ຝຶກອົບຮົມທັກສະການປັບຕົວ ແລະ ການເຄື່ອນໄຫວໄປມາຂອງຄົນພິການໄດ້ 3 ຄັ້ງ; ສໍາເລັດການຜະລິດສື່ການຮຽນ-ການສອນ ແລະ ຈັດຝຶກອົບຮົມໃຫ້ຄູສອນ ແລະ ນັກສຶກສາພິການຕາ ໂດຍໃຊ້ໂປຣແກຣມ NVDA Screen Readerແລະ ໄດ້ມີການປະເມີນໂດຍWorld UniversityRanking; ສໍາເລັດການປັບປຸງວຽກງານການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ, ມີການເກັບກໍາຂໍ້ມູນນັກຄົ້ນຄວ້າ ແລະຂໍ້ມູນສິ່ງອຳນວຍຄວາມສະດວກ; ສ້າງຖານຂໍ້ມູນເກັບກໍາຜົນການຄົ້ນຄວ້າວິທະຍາສາດ, ພັດທະນາ ແລະ ຝຶກອົບຮົມວຽກງານການຄົ້ນຄວ້າວິທະຍາສາດ ມຊໃຫ້ໄດ້ມາດຕະຖານ; ປັບປຸງ ແລະ ພັດທະນາກົນໄກຄຸ້ມຄອງການຄົ້ນຄວ້າວິທະຍາສາດແລະບໍລິການວິຊາການຈໍານວນ10 ຄັ້ງ,ການກຳນົດຫົວຂໍ້ຄົ້ນຄວ້າຕາມບຸລິມະສິດ, ຄວາມຕ້ອງການຂອງສັງຄົມ ແລະ ສະໜອງທຶນໃຫ້ນັກຄົ້ນຄວ້າໄດ້ 5 ຄັ້ງ; ຈັດກອງປະຊຸມທົບທວນ ແລະ ປັບປຸງນິຕິກຳການຄຸ້ມຄອງການຄົ້ນຄວ້າວິທະຍາສາດ 4ຄັ້ງ; ສ້າງເຄືອຂ່າຍການຄົ້ນຄວ້າວິທະຍາສາດ (LERNET/Inter-REN)ໃນລະດັບມະຫາວິທະຍາໄລທີ່ເປັນເຄືອຂ່າຍຂອງສະຖາບັນຄົ້ນຄວ້າຕ່າງໆພາຍໃນ ແລະ ຕ່າງປະເທດ,ສ້າງຫ້ອງທົດລອງຢູ່ຄະນະວິຊາ ແລະ ສ່ວນກາງໂດຍມີການເຊື່ອມໂຍງກັນ, ປັບປຸງຫ້ອງທົດລອງ ແລະ ພັດທະນາລະບົບອິນເຕີເນັດໃນການສຶກສາ; ສໍາເລັດການສ້າງສູນ ພາຍໃຕ້ວຽກງານຄົ້ນຄວ້າວິທະຍາສາດຈໍານວນ 4 ສູນຄື: ສູນຄວາມເປັນເລີດທາງຊີວະນາໆພັນ, ສູນຄະນິດສາດ, ສູນວາລະສານ ແລະ ສູນຜູ້ປະກອບການໂລຈິສຕິກ; ເຂົ້າຮ່ວມກອງປະຊຸມວິທະຍາສາດທັງພາຍໃນ ແລະ ຕ່າງປະເທດໄດ້ 6 ຄັ້ງ, ສຳເລັດການຈັດກິດຈະກຳ ແລະ ເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ,ສ້າງກອງທຶນພັດທະນາການຄົ້ນຄວ້າວິທະຍາສາດ, ເຜີຍແຜ່ການຄົ້ນຄວ້າໄດ້31 ຄັ້ງ ແລະ ຕີພິມວາລະສານວິທະຍາສາດມຊ ຫຼາຍກວ່າ400 ສະບັບ; ສໍາເລັດການເຮັດບົດຄົ້ນຄວ້າວິທະຍາສາດຈໍານວນ440ບົດ,ດ້ວຍທຶນຄົ້ນຄວ້າ14ຕື້ກວ່າກີບ ແລະ ສົ່ງເສີມການບໍລິການວິຊາການ, ແລກປ່ຽນວິຊາການກັບສາກົນຈໍານວນ 26 ຄັ້ງ; ສໍາເລັດການປັບປຸງກົງຈັກການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ-ລັດຖະກອນໃຫ້ສອດຄ່ອງ ແລະ ມີປະສິດທິພາບໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ, ປະເມີນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນທົ່ວ ມຊ ແລະ ປັບປຸງວິທີການດໍາເນີນງານຂອງພະນັກງານໃນແຕ່ລະຂັ້ນ; ສຳເລັດການປັບປຸງດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ມຊ ສະບັບເລກທີ 115/ນຍ, ລົງວັນທີ 18/1/2024, ສໍາເລັດການປັງປຸງຖານຂໍ້ມູນການຄຸ້ມຄອງພະນັກງານ, ຄູ-ອາຈານ ແລະອາສາສະໝັກຊ່ຽວຊານ, ສືບຕໍ່ກະກຽມການສ້າງສະຖາບັນເຕັກໂນໂລຊີ ແລະນະວັດຕະກໍາ;ສໍາເລັດການປັງປຸງເວັບໄຊ ມຊ ໂດຍພື້ນຖານ;ສໍາເລັດການປັບປຸງ ແລະກໍ່ສ້າງເສັ້ນທາງໃນຂອບເຂດ ມຊ (ວິທະຍາເຂດດົງໂດກ ແລະ ວິທະຍາເຂດດອນນົກຂຸ້ມ), ສ້າງຄວາມເຂັ້ມແຂງທາງດ້ານການເງິນ ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວມະຫາຊົນໃນການຊໍາລະຄ່າຮຽນຂອງນັກສຶກສາໂດຍນໍາໃຊ້ບັດນັກສຶກສາ ແລະ ບັດ ATMເປັນບັດດຽວກັນ; ຈັດກອງປະຊຸມຮ່ວມກັບຄູ່ຮ່ວມພັດທະນາມຊ ເພື່ອປຶກສາຫາລືໃນການພັດທະນາການສຶກສາ, ການລົງທຶນຂອງຄູ່ຮ່ວມພັດທະນາໃນຮູບແບບ PPP(ການຮ່ວມມືຂອງພາກລັດກັບພາກເອກະຊົນ);ສ້າງຄວາມເຂັ້ມແຂງວຽກງານພົວພັນຕ່າງປະເທດເພື່ອຫັນໄປສູ່ຄວາມເປັນສາກົນເທື່ອລະກ້າວ. ນອກຈາກນີ້ກໍຍັງມີຜົນງານພົ້ນເດັ່ນດ້ານອື່ນໆຕື່ມອີກ.

ຄໍາເຫັນ

ຂ່າວສືກສາ-ກິລາ

ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດພິທີປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກໃຫ້ພະນັກງານ ສກລ ໃນວັນທີ 29 ຕຸລາຜ່ານມາ, ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກຮອງປະທານສູນກາງສະຫະພັນກໍາມະບານລາວ, ມີບັນດາຕາງໜ້າກົມ, ຄະນະຮັບຜິດຊອບ ແລະ ນັກຝຶກອົບຮົມທັງໝົດ 46 ສະຫາຍ ຍິງ 28 ສະຫາຍເຂົ້າຮ່ວມ.
ເຍົາວະຊົນ ເບ ສະຫວັນ ຕັ້ງເປົ້າໝາຍ ຫວັງຄອງແຊັມລາຍການສິງກາຄັບ 2026 ທີ່ປະເທດສິງກະໂປ

ເຍົາວະຊົນ ເບ ສະຫວັນ ຕັ້ງເປົ້າໝາຍ ຫວັງຄອງແຊັມລາຍການສິງກາຄັບ 2026 ທີ່ປະເທດສິງກະໂປ

ທີມບານເຕະຫຼານນ້ອຍເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສະໂມສອນ ເບ ສະຫວັນ ເອັບຊີ ຊຸດກຽມເດີນທາງໄປປະເທດສິງກະໂປ ຮ່ວມແຂ່ງຂັນບານເຕະເຍົາວະຊົນນານາຊາດລາຍການສິງກາ ຄັບ 2026 ຫຼື Singa Cup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ຊຶ່ງລາຍການດັ່ງກ່າວມີ 36 ທີມແຈ້ງເຈດຈຳນົງເຂົ້າຮ່ວມຊີງໄຊ.
ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ຄູມີບົດບາດສຳຄັນຫຼາຍຕໍ່ການຮຽນຮູ້ຂອງເດັກ ແລະ ຕໍ່ອະນາຄົດຂອງປະ​ເທດ,ເຂົາເຈົ້າເປັນຫົວໃຈຫຼັກຂອງລະບົບການສຶກສາ.ເຖິງຢ່າງໃດກໍຕາມ, ຄູຫຼາຍທ່ານໄດ້ປະຕິບັດໜ້າທີ່ຢູ່ເຂດຫ່າງໄກ ແລະ ພົບສິ່ງທ້າຍໃນວຽກງານ,ຄູຈຳນວນໜຶ່ງຕ້ອງສອນນັກຮຽນທີ່ຢູ່ໃນລະດັບຂັ້ນຮຽນຕ່າງກັນໃນຫ້ອງຮຽນດຽວກັນ, ໃນຂະນະທີ່ບາງຄົນຕ້ອງສອນເດັກທີ່ເວົ້າພາສາເຜົ່າຕ່າງກັນຢູ່ໃນຄອບຄົວ ແລະ ອາດຈະຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ ເຊິ່ງເປັນພາສາຫຼັກທີ່ໃຊ້ໃນການຮຽນ-ການສອນ.ດັ່ງນັ້ນ, ຄູຈຶ່ງຕ້ອງການການສະໜັບສະໜູນທີ່ສາມາດນຳໄປປະຕິບັດໄດ້ຈິງ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນສາມາດມີສ່ວນຮ່ວມ ແລະ ໄດ້ຮຽນຮູ້ຢ່າງທົ່ວເຖິງ.
ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສະຫະພັນກິລາບານສົ່ງແຂວງຈໍາປາສັກ​ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ​​ ໃນງານບຸນອອກພັນສາປະວໍຣະນາ ແລະ​ ຊ່ວງເຮືອປະຈຳປີ 2026​ ທີ່​ນະຄອນປາກເຊ​ ຈັດຂຶ້ນໃນລະຫວ່າງວັນທີ 23​ - 26 ຕຸລາຜ່ານມາ,​ ໃຫ້ກຽດມອບລາງວັນໃນຄັ້ງນີ້ໂດຍ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸຂີໂຕ ຫົງວັນທອງ ຄະນະສະຫະພັນກິລາບານສົ່ງແຂວງ, ມີທີມນັກກິລາ, ມີຜູ້ຊົມ-ເຊຍ, ແຂກຖືກເຊີນເຂົ້າຮ່ວມ.
ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

​ ສະຫະພັນກິລາບານສົ່ງແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມ (ປະເພດທີມຊາຍ) ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ ເພື່ອສະເຫຼີມສະຫຼອງງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງຈໍາປາສັກ ຊຶ່ງ​ການແຂ່ງຂັນໃນຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-26 ຕຸລາ 2026 ໂດຍມີທັງໝົດ 14 ທີມເຂົ້າຮ່ວມແຂ່ງຂັນ ປະກອບມີ: ທີມຈາກ​ນະຄອນຫຼວງວຽງຈັນ 1 ທີມ, ​ແຂວງເຊກອງ 1 ທີມ ແລະ ​ສະໂມສອນພາຍໃນແຂວງຈຳປາສັກຈຳນວນ 12 ທີມ.
ຜົນສໍາເລັດງານສັບປະດາດີຈີຕອນລາວ ປະຈຳປີ 2026

ຜົນສໍາເລັດງານສັບປະດາດີຈີຕອນລາວ ປະຈຳປີ 2026

ໃນວັນທີ 25 ຕຸລານີ້ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ໄດ້ຈັດພີທີປິດງານສັບປະດາດີຈີຕອນລາວ (Lao Digital Week) ປະຈຳປີ 2026. ໂດຍການເຂົ້າຮ່ວມເປັນປະທານກ່າວປິດຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີທ່ານຮອງລັດຖະມົນຕີ, ບັນດາຄະນະກົມ/ທຽບເທົ່າອອ້ມຂ້າງກະຊວງ, ຄະນະຜູ້ອຳນວຍການ, ຜູ້ຕາງໜ້າບັນດາບໍລິສັດ ແລະ ຜູ້ປະກອບການທີ່ໃຫ້ການຜູ້ສະໜັບສະໜູນເຂົ້າຮ່ວມວາງສະແດງ, ນັກວິທະຍາກອນ, ແຂກຖືກເຊີນ, ນັກຮຽນນັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມຫຼາຍກວ່າ 300 ຄົນ.
ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຈັດພິທີມອບ-ຮັບ ໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ປະຈຳສົກສຶກສາ 2025-2026 ໃນວັນທີ 23 ຕຸລານີ້, ທີ່ສະຖາບັນດັ່ງກ່າວ, ເປັນກຽດເຂົ້າຮ່ວມມີທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ຄະນະຄູຝຶກ ແລະ ນັກກິລາທີມຊາລາວ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ອອກເດີນທາງໄປປະເທດອາແຊັກໄບຊານ (AZERBAIJAN) ເມື່ອວັນທີ 20 ຕຸລາຜ່ານມາ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນໂລກ 2026 ຫຼື FIFA U15 World Cup & Festival 2026.
ຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

​ ສະຫະພັນກິລາກະຕໍ້ ແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາກະຕໍ້ 2 ລາຍການ ຊີງຂັນປະທານຄະນະກຳມະການປົກຄອງແຂວງ ປະຈຳປີ 2026 ໃນລະຫວ່າງວັນທີ 21-22 ຕຸລານີ້ ທີ່ສະໜາມກິລາແຂວງ (ຫຼັກ 2) ນະຄອນປາກເຊ ແຂວງຈຳປາສັກ ໃຫ້ກຽດເຂົ້າຮ່ວມໃນພິທີເປີດມີທ່ານ ນອງໃສ ສຸລິວົງຈັກ ປະທານທີ່ປຶກສາ ສະຫະພັນກິລາກະຕໍ້ແຂວງ, ທ່ານ ບົວທອງ ສຸວັນນະສານ ອະດີດຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພັນເອກ ວິໄລພອນ ສີລິວົງ ຫົວໜ້າວິທະຍາໄລສັນຕິບານປະຊາຊົນ ເລກ 2 ແຂວງ, ທ່ານ ໂອດານ ໄຊຍະລາດ ຮອງປະທານສະຫະພັນກິລາກະຕໍ້ແຂວງ ທັງເປັນເຈົ້າຂອງຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ແລະ ທ່ານ ອິນທະວົງ ແດງປະເສີດ ຮັກສາການ ຫົວໜ້າຂະແໜງກິລາ-ກາຍຍະກຳແຂວງ ພ້ອມດ້ວຍກຳມະການຕັດສິນ, ຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2  ຢ່າງເປັນທາງການ

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ໃນວັນທີ 21 ຕຸລານີ້, ໄດ້ຈັດພິທີເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ ຢູ່ທີ່ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ (ນວ), ໂດຍເປັນກຽດເຂົ້າຮ່ວມ ແລະ ເປີດປ້າຍຂອງທ່ານ ສາຍສະໝອນ ງາມສີ ວ່າການແທນ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີຄະນະອໍານວຍການ, ຜູ້ອໍານວຍການວິທະຍາໄລເຕັກນິກກະສິກໍາ, ວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງວຽງຈັນ ພ້ອມດ້ວຍພະນັກງານວິຊາການ ແລະ ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ.
ເພີ່ມເຕີມ