ໃນໄລຍະພັກບຸນກຸດຈີນການທ່ອງທ່ຽວພາຍໃນປະເທດຈີນເພີ່ມຂຶ້ນ 34,3%

ໃນໄລຍະພັກບຸນກຸດຈີນການທ່ອງທ່ຽວພາຍໃນປະເທດຈີນເພີ່ມຂຶ້ນ 34,3%
ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້, ສູນຂໍ້ມູນຂອງກະຊວງວັດທະນະທຳ ແລະ ການທ່ອງທ່ຽວຈີນແຈ້ງໃຫ້ຮູ້ວ່າ: ໃນໄລຍະເວລາ 8 ວັນ ຊຶ່ງເປັນຍາມພັກບຸນກຸດຈີນ, ນັກທ່ອງທ່ຽວຈີນທີ່ທ່ຽວຢູ່ພາຍໃນປະເທດບັນລຸເຖິງ 474 ລ້ານເທື່ອຄົນ, ເພີ່ມຂຶ້ນ 34,3% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນ 19,0% ເມື່ອທຽບກັບໄລຍະດຽວກັນຂອງປີ 2019. ສ່ວນຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວຈີນທັງໝົດບັນລຸເຖິງ 632 ຕື້ 687 ລ້ານຢວນ, ເພີ່ມຂຶ້ນ 47,3% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນ7,7% ເມື່ອທຽບກັບໄລຍະດຽວກັນປີ 2019.
ພາຍໃຕ້ນະໂຍບາຍທີ່ມີຜົນດີເຊັ່ນ: ການຍົກເລີກວີຊາຊຶ່ງກັນແລະກັນ,ການຜ່ານດ່ານສະດວກກວ່າເກົ່າ,ການຟື້ນຟູຖ້ຽວບິນ ແລະອື່ນໆ, ນັກທ່ອງທ່ຽວຈີນໄປທ່ຽວຢູ່ຕ່າງປະເທດ ແລະ ນັກທ່ອງທ່ຽວຕ່າງປະເທດມາທ່ຽວຢູ່ຈີນກໍໄດ້ຮັບການຟື້ນຟູ ແລະ ພັດທະນາຢ່າງວ່ອງໄວ. ການທ່ອງທ່ຽວເຂົ້າເມືອງ ແລະ ອອກເມືອງມີປະມານ 6.830.000 ເທື່ອຄົນ, ໃນນັ້ນ, ການທ່ອງທ່ຽວອອກເມືອງມີປະມານ 3.600.000 ເທື່ອຄົນ, ຕົ້ນຕໍແມ່ນ “ການທ່ອງທ່ຽວຂ້າມຊາດໄລຍະທາງສັ້ນ” ຊຶ່ງໄປທ່ຽວເຂດຮົງກົງ, ມາກາວ, ຍີ່ປຸ່ນແລະສເກົາຫຼີ ພ້ອມທັງອາຊີຕາເວັນອອກສ່ຽງໃຕ້, ການທ່ອງທ່ຽວສິງກະໂປ, ມາເລເຊຍ ແລະ ໄທທີ່ຈັດຕັ້ງປະຕິບັດໂດຍຜ່ານບໍລິສັດການທ່ອງທ່ຽວຈຳນວນໜຶ່ງໄດ້ຟື້ນຟູຮອດລະດັບໄລຍະດຽວກັນຂອງປີ 2019 ໃນຂັ້ນພື້ນຖານ.

ຄໍາເຫັນ

ຂ່າວຕ່າງປະເທດ

ຜູ້ຊ່ຽວຊານເຕືອນ ອາຫານປຸງແຕ່ງສູງ ສາມາດກິນໄດ້ໃນລະດັບປານກາງ

ຜູ້ຊ່ຽວຊານເຕືອນ ອາຫານປຸງແຕ່ງສູງ ສາມາດກິນໄດ້ໃນລະດັບປານກາງ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້; ໜັງສືພິມ Washington Post ລາຍງານວ່າ: ເຖິງແມ່ນວ່າການຄົ້ນຄວ້າຫຼາຍໆຄັ້ງຈະພົບວ່າ ການບໍລິໂພກອາຫານທີ່ປຸງແຕ່ງສູງ (ultra-processed food) ຫຼື ອາຫານທີ່ຜ່ານການປຸງແຕ່ງຫຼາຍເປັນພິເສດເຊັ່ນ: ພິດຊາແຊ່ແຂງ ໃນປະລິມານຫຼາຍ ກ່ຽວຂ້ອງກັບຄວາມສ່ຽງທີ່ເພີ່ມຂຶ້ນຂອງພະຍາດຊໍາເຮື້ອ. ແຕ່ຜູ້ຊ່ຽວຊານດ້ານສຸຂະພາບແນະນໍາວ່າບໍ່ຄວນຫຼີກລ່ຽງອາຫານເຫຼົ່ານີ້ທັງໝົດ, ແຕ່ຄວນຈໍາກັດປະລິມານການບໍລິໂພກ.
ມຽນມາ ກຽມຈັດກອງປະຊຸມຟື້ນຟູເສດຖະກິດຫຼັງແຜ່ນດິນໄຫວ

ມຽນມາ ກຽມຈັດກອງປະຊຸມຟື້ນຟູເສດຖະກິດຫຼັງແຜ່ນດິນໄຫວ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ກະຊວງຖະແຫຼງຂ່າວມຽນມາ ເປີດເຜີຍວ່າ: ມຽນມາ ກະກຽມຈັດກອງປະຊຸມກ່ຽວກັບການຟື້ນຟູເສດຖະກິດຫຼັງແຜ່ນດິນໄຫວ ທີ່ນະຄອນຫຼວງເນປີດໍ ລະຫວ່າງວັນທີ 30 ຫາ 31 ພຶດສະພານີ້.
ລາຄານຳເຂົ້າ ສ ເກົາຫຼີ ຫຼຸດລົງ 3 ເດືອນຕິດຕໍ່ກັນ

ລາຄານຳເຂົ້າ ສ ເກົາຫຼີ ຫຼຸດລົງ 3 ເດືອນຕິດຕໍ່ກັນ

ຂ່າວຕ່າງປະເທດລາຍງານ; ທະນາຄານກາງ ສ ເກົາຫຼີ ໄດ້ເປີດເຜີຍຂໍ້ມູນໃນທ້າຍອາທິດຜ່ານມານີ້ວ່າ: ດັດຊະນີລາຄານຳເຂົ້າໃນເດືອນເມສາ ຫຼຸດລົງ 1.9% ຈາກເດືອນກ່ອນ. ສືບຕໍ່ຈາກການຫຼຸດລົງ 0.4% ໃນເດືອນມີນາ.
ກອງປະຊຸມຄະນະກຳມະການໃຫ້ຄຳປຶກສາການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”

ກອງປະຊຸມຄະນະກຳມະການໃຫ້ຄຳປຶກສາການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ກອງປະຊຸມປະຈຳປີ 2025 ຂອງຄະນະກຳມະການໃຫ້ຄຳປຶກສາເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຈັດຂຶ້ນຢູ່ນະຄອນນິງໂປ ແຂວງເຈີ້ຈ່ຽງປະເທດຈີນ. ບັນດາສະມາຊິກຄະນະກຳມະການດັ່ງກ່າວທີ່ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືໂດຍປິ່ນອ້ອມຫົວຂໍ້ຕົ້ນຕໍຄື “ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ສ້າງໂລກທີ່ເປີດກວ້າງ, ກວມລວມ, ເຊື່ອມໂຍງເຊື່ອມຈອດ ແລະ ພັດທະນາຮ່ວມກັນ”, ໂດຍໄດ້ລົງເລິກປຶກສາຫາລືກ່ຽວກັບ ການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”, ການເປີດເສລີ ແລະ ການອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ການຮ່ວມມືດ້ານເສດຖະກິດດີຈີ ຕອນກັບປັນຍາປະດິດ ແລະ ຫົວຂໍ້ອື່ນໆ.
ມະຕິຍຸດທະສາດ 4 ສະບັບ ນຳປະເທດຫວຽດນາມບືນຕົວຂຶ້ນ

ມະຕິຍຸດທະສາດ 4 ສະບັບ ນຳປະເທດຫວຽດນາມບືນຕົວຂຶ້ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ກົມການເມືອງ, ຄະນະເລຂາ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດເຊື່ອມຊຶມ, ຜັນຂະຫຍາຍປະຕິບັດມະຕິເລກທີ 66 ຂອງກົມການເມືອງກ່ຽວກັບການປ່ຽນແປງໃໝ່ວຽກງານກໍ່ສ້າງ ແລະ ປະຕິບັດກົດໝາຍຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດໃນຍຸກສະໄໝໃໝ່ ແລະ ມະຕິເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ. ໂດຍການເຂົ້າຮ່ວມຂອງທ່ານ ໂຕເລິມ ເລຂາທິການໃຫຍ່.
ສະໜາມບິນສາກົນພະນົມເປັນ ຈະປິດບໍລິການໃນວັນທີ 9 ກໍລະກົດປີນີ້

ສະໜາມບິນສາກົນພະນົມເປັນ ຈະປິດບໍລິການໃນວັນທີ 9 ກໍລະກົດປີນີ້

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ເຈົ້າໜ້າທີ່ກະຊວງທີ່ປຶກສາແຫ່ງລັດດ້ານການບິນພົນລະເຮືອນກຳປູເຈຍເປີດເຜີຍໃຫ້ຮູ້ວ່າ, ສະໜາມບິນສາກົນ Techo ຂອງກຳປູເຈຍຄາດວ່າຈະເປີດບໍລິການຢ່າງເປັນທາງການໃນວັນທີ 10 ກໍລະກົດ ຈະມາເຖິງນີ້, ຮອດເວລານັ້ນສະໜາມບິນສາກົນພະນົມເປັນຈະປິດບໍລິການຢ່າງຮອບດ້ານ ແລະວຽກງານທັງໝົດຈະຍ້າຍໄປສະໜາມບິນສາກົນ Techo ທີ່ສ້າງສຳເລັດໃໝ່.
ອາເມຣິກາ ແລະ ຊາອຸດິດ ອາຣັບບີ ລົງນາມໃນຂໍ້ຕົກລົງ ມູນຄ່າ 142 ຕື້ກວ່າໂດລາ

ອາເມຣິກາ ແລະ ຊາອຸດິດ ອາຣັບບີ ລົງນາມໃນຂໍ້ຕົກລົງ ມູນຄ່າ 142 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ເດີນທາງຮອດ ນະຄອນຫຼວງຣີຢາດ ປະເທດຊາອຸດິດ ອາຣັບບີ ຊຶ່ງເປັນປະເທດທຳອິດໃນການຢ້ຽມຢາມ 3 ປະເທດເຂດອ່າວ ເປີເຊີຍ ລວມມີ: ຊາອຸດິດ ອາຣັບບີ, ກາຕາ ແລະ ສະຫະລັດ ອາຣັບ ເອມີເລດ (UAE). ຕິດຕາມທ່ານປະທານາທິບໍດີ ອາເມຣິກາ ໃນການຢ້ຽມຢາມຄັ້ງນີ້ ມີການນຳວິສາຫະກິດແຖວໜ້າຂອງ ສະຫະລັດ ອາເມຣິກາ, ໃນນັ້ນມີ ທ່ານ ອີລອນ ມາກ.
ທ່ານ ສີຈິ້ນຜິງ ພົບປະກັບປະທານາທິບໍດີຊີເລ

ທ່ານ ສີຈິ້ນຜິງ ພົບປະກັບປະທານາທິບໍດີຊີເລ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 14 ພຶດສະພາ ຜ່ານມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ກາເບຣລ ໂບຣິກ ປະທານາທິບໍດີຊີເລ ທີ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ ຂອງຈີນ.
ນາຍົກຫວຽດນາມ ສະເຫນີ World Bank ໜູນຊ່ວຍໂຄງການພື້ນຖານໂຄງລ່າງທີ່ມີຂອບຂະໜາດໃຫຍ່

ນາຍົກຫວຽດນາມ ສະເຫນີ World Bank ໜູນຊ່ວຍໂຄງການພື້ນຖານໂຄງລ່າງທີ່ມີຂອບຂະໜາດໃຫຍ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 15 ພຶດສະພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ໃນການຕ້ອນຮັບທ່ານນາງ ມາຮຽມ ເຊີແມນ (Mariam J. Sherman) ຜູ້ອຳນວຍການແຫ່ງຊາດ ຂອງຫ້ອງການ World Bank ຢູ່ ພາກພື້ນ ຫວຽດນາມ, ລາວ ແລະ ກຳປູເຈຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ສະເໜີ World Bank ປະຕິຮູບບັນດາລະບຽບການ, ເງື່ອນໄຂກູ້ຢຶມທຶນ, ໃຫ້ຄຳປຶກສານະໂຍບາຍ ແລະ ຫນູນຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍຍຸດທະສາດ ເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງທີ່ມີຂອບຂະໜາດໃຫຍ່.
KDI ຫຼຸດການຄາດຄະເນການເຕີບໂຕເສດຖະກິດ ສ ເກົາຫຼີ ລົງເປັນ 0.8% ໃນປີນີ້

KDI ຫຼຸດການຄາດຄະເນການເຕີບໂຕເສດຖະກິດ ສ ເກົາຫຼີ ລົງເປັນ 0.8% ໃນປີນີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ພຶດສະພານີ້ ວ່າ: ສະຖາບັນການພັດທະນາເກົາຫຼີ (KDI) ຊຶ່ງເປັນອົງການຂອງລັດຖະບານ ສ ເກົາຫຼີ ໄດ້ຫຼຸດການຄາດຄະເນການເຕີບໂຕຂອງເສດຖະກິດ ສ ເກົາຫຼີ ໃນປີ 2025 ລົງເຖິງ 50% ເຫຼືອພຽງ 0.8% ຈາກໂຕເລກການຄາດຄະເນທີ່ຜ່ານມາ 1.6%, ໂດຍລະບຸວ່າການຄ້າໃນທົ່ວໂລກມີຄວາມບໍ່ແນ່ນອນຫຼາຍຂຶ້ນ ແລະ ການສົ່ງອອກຊ້າລົງ.
ເພີ່ມເຕີມ