ນູຊັນຕາຣາຢູ່ແຂວງກາລິມັນຕັນຕາເວັນອອກ ໄລຍະທີ 1 ແມ່ນສຳເລັດ 93%.
ການກໍ່ສ້າງໄລຍະທີ1 ປະກອບດ້ວຍອາຄານລັດຖະບານ, ບ້ານພັກຂອງລັດຖະມົນຕີ ແລະບ່ອນຢູ່ອາໄສຂອງເຈົ້າໜ້າທີ່ພົນລະເຮືອນ, ໂດຍທ່ານສຸມາດິລາກາ ເນັ້ນໜັກວ່າ: ການກໍ່ສ້າງເຮືອນພັກລັດຖະມົນຕີສຳເລັດແລ້ວ 20 ຫຼັງ ແລະ ຍັງຢູ່ໃນໄລຍະກໍ່ສ້າງອີກ 14 ຫຼັງ, ໂດຍຄະນະປະຕິບັດງານຕັ້ງເປົ້າໝາຍກໍ່ສ້າງໃຫ້ສຳເລັດ 28 ຫຼັງພາຍໃນເດືອນຕຸລານີ້.
ທ່ານສຸມາດິລາກາ ກ່າວຕື່ມວ່າ: ຕຶກອາຄານສຳຄັນຫຼາຍຫຼັງໃນເຂດລັດຖະບານກາງ (KIPP) ໄດ້ແກ່ຕຶກກະຊວງປະສານງານ 1, 2 ແລະ 4 ມີກຳນົດເປີດໃຫ້ເຮັດວຽກໃນເດືອນຕຸລານີ້.
ທ່ານ ຊູຮາໂຊ ໂມນົວຟາ ລັດຖະມົນຕີກະຊວງການວາງແຜນພັດທະນາແຫ່ງຊາດອິນໂດເນເຊຍ ໄດ້ເປີດເຜີຍວ່າ: ການກໍ່ສ້າງໄລຍະທີ 2 ຈະສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງສາທາລະນະເຊັ່ນ: ສູນການຄ້າ, ໂຮງໝໍ, ໂຮງຮຽນ ແລະ ສະຖານທີ່ທາງສາສະໜາ.
ຄໍາເຫັນ