ຍີ່ປຸ່ນມີແຜນທີ່ຈະເລີ່ມທົດລອງລົດເມຂັບອັດຕະໂນມັດ

ນະຄອນຫຼວງໂຕກຽວ ຈະທົດລອງລົດເມອັດຕະໂນມັດ

ນະຄອນຫຼວງໂຕກຽວ ຈະທົດລອງລົດເມອັດຕະໂນມັດ
ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ພະຈິກ ຜ່ານມາວ່າ: ອຳນາດການປົກຄອງ ນະຄອນຫຼວງໂຕກຽວປະເທດຍີ່ປຸ່ນມີແຜນທີ່ຈະເລີ່ມທົດລອງລົດເມຂັບອັດຕະໂນມັດໃນ

3 ທ້ອງຖິ່ນ. ເພື່ອຮັບມືກັບບັນຫາການຂາດແຄນຄົນຂັບລົດເມ, ແຕ່ຍັງກຳນົດໃຫ້ມີຜູ້ຄວບຄຸມພວງມະໄລ ແລະ ເບກ ໃນກໍລະນີຈຳເປັນ.

ການທົດສອບຈະຈັດຂຶ້ນທີ່ສະຖານີໂອກິຄຸໂບະ ໃນເຂດສຸກິນາມິ ສະຖານີທາມະ ເຊັນເຕີ ໃນເມືອງທາມະ ແລະສະຖານີຮາໂກເນາະງາຊາກິ ໃນເມືອງມິຊູໂຮ ໃນເວລາທີ່ແຕກຕ່າງກັນ ລະຫວ່າງເດືອນພະຈິກ 2024 ຫາເດືອນກຸມພາ 2025

ສະຖານີແຕ່ລະແຫ່ງຈະໃຊ້ລົດໄຟຟ້າ(EV)ທີ່ອອກແບບຕາມຄວາມຕ້ອງການສະເພາະ. ໂດຍສະຖານີໂອກິຄຸໂບະ ຈະໃຊ້ລົດໄຟຟ້າຂະໜາດນ້ອຍທີ່ມີຄວາມໄວຕ່ຳທີ່ສາມາດຮອງຮັບຜູ້ໂດຍສານໄດ້ 7 ຄົນ, ສ່ວນສະຖານີທາມະ ເຊັນເຕີ ແລະ ຮາໂກເນາະງາຊາກິ ຈະນຳໃຊ້ລົດເມໄຟຟ້າຂະໜາດກະທັດຮັດທີ່ສາມາດບັນຈຸຄົນໄດ້ 13 ຄົນ.

ລັດຖະບານຈະເຮັດການສຳຫຼວດກຸ່ມຜູ້ໂດຍສານໃນລະຫວ່າງການທົດລອງແລ່ນລົດດັ່ງກ່າວ. ເພື່ອສໍາຫຼວດຄວາມພໍໃຈຂອງປະຊາຊົນ ແລະ ຮວບຮວມຂໍ້ມູນສໍາລັບການປັບປຸງໃນອະນາຄົດ.

ຄໍາເຫັນ

ຂ່າວຕ່າງປະເທດ

UNESCO ມີຄວາມວິຕົກກັງວົນຕໍ່ຄວາມເສຍຫາຍຂອງປູສະນີຍະສະຖານປະຫວັດສາດ ອີຣານ

UNESCO ມີຄວາມວິຕົກກັງວົນຕໍ່ຄວາມເສຍຫາຍຂອງປູສະນີຍະສະຖານປະຫວັດສາດ ອີຣານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ມີນາ ຜ່ານມາ, ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບຊາຕະກຳຂອງບັນດາມໍລະດົກໂລກຢູ່ ອີຣານ ແລະ ພາກພື້ນ, ພາຍຫຼັງວັງໂກເລສຕັນ ຢູ່ນະຄອນຫຼວງເຕເຮຣານ, ພ້ອມກັບໂບດອິສລາມ ແລະ ວັງປະຫວັດສາດຢູ່ນະຄອນອິສຟາຮານ ຖືກເປ່ເພຍ້ອນການປະທະກັນ.
IEA ປ່ອຍນ້ຳມັນອອກ 400 ລ້ານຖັງ ເພື່ອສະກັດກັ້ນວິກິດການ

IEA ປ່ອຍນ້ຳມັນອອກ 400 ລ້ານຖັງ ເພື່ອສະກັດກັ້ນວິກິດການ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ມີນາ ຜ່ານມາ, ອົງການພະລັງງານສາກົນ (IEA) ໃຫ້ຮູ້ວ່າ, ບັນດາປະເທດສະມາຊິກຂອງອົງການ IEA ຈະປ່ອຍນ້ຳມັນທີ່ເກັບສຳຮອງໄວ້ຈຳນວນ 400 ລ້ານຖັງ ເພື່ອຫຼຸດຜ່ອນຜົນກະທົບຂອງການປະທະກັນຢູ່ ຕາເວັນອອກກາງ ແລະ ແມ່ນການປ່ອຍນ້ຳມັນອອກຄັ້ງໃຫຍ່ທີ່ສຸດຂອງ IEA.
ການາດາ ຈະມີການຮ່ວມມື ກັບຈີນຫຼາຍຂຶ້ນ ໃນອະນາຄົດ

ການາດາ ຈະມີການຮ່ວມມື ກັບຈີນຫຼາຍຂຶ້ນ ໃນອະນາຄົດ

“ພວກເຮົາແນມເບິ່ງໂລກຕາມຄວາມເປັນຈິງ ບໍ່ແມ່ນຕາມສິ່ງທີ່ພວກເຮົາຢາກໃຫ້ເປັນ.” ນີ້ແມ່ນຄຳອະທິບາຍຂອງ ມາກຄາເນ (Mark Carney )ນາຍົກລັດຖະມົນຕີຂອງການາດາ ກ່ຽວກັບແນວທາງການຈັດການຄວາມສຳພັນກັບ ສປ ຈີນ. ທ່ານໄດ້ກ່າວຕໍ່ນັກຂ່າວວ່າ “ໂລກໄດ້ມີການປ່ຽນໄປແລ້ວ” ແລະ ການປັບປຸງຄວາມສຳພັນກັບຈີນຈະຊ່ວຍໃຫ້ ການາດາ ມີຈຸດຢືນທີ່ດີໃນ “ລະບຽບໂລກໃໝ່”. ຄຳເຫັນດັ່ງກ່າວຖືກກ່າວຂຶ້ນເມື່ອທ່ານໃນລະຫວ່າງການເດີນທາງຢ້ຽມຢາມ ສປ ຈີນໃນເດືອນມັງກອນທີ່ຜ່ານມາ.
ຜູ້​ນຳ​ພັກ ແລະ ລັດ​ຈີນ​ ເຂົ້າ​ຮ່ວມ​ພິ​ທີ​ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14

ຜູ້​ນຳ​ພັກ ແລະ ລັດ​ຈີນ​ ເຂົ້າ​ຮ່ວມ​ພິ​ທີ​ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14

ຂ່າວສານຊີອາໄອລາຍງານວ່າ ໃນວັນ​ທີ 12 ມີ​ນາ​ ຜ່ານມາ, ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ​ຈີ​ນ​ຊຸດ​ທີ 14 ໄດ້ປິດ​ລົງ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ໂດຍ​ມີ​ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການທະ​ຫານ​ສູນ​ກາງ​ຈີນ ​ພ້ອມ​ດ້ວຍ​ຜູ້​ນຳ​ພັກ ແລະ ລັດ​​ເຂົ້າ​ຮ່ວມ.
ທ່ານ ໂຕເລິມ ຮຽກຮ້ອງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງຢ່າງມີປະສິດທິຜົນ

ທ່ານ ໂຕເລິມ ຮຽກຮ້ອງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງຢ່າງມີປະສິດທິຜົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ:​ ໃນວັນທີ 12 ມີນາ ຜ່ານມາ, ຢູ່ສຳນັກງານສູນກາງພັກ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຄັ້ງທີ 1 ປີ 2026 ຂອງຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ເຂົ້າຮ່ວມວາລະປະຊຸມມີ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ແລະ ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ຍ້ອນ​ຫຍັງ​ປະ​ມວນກົດ​ໝາຍ​​ສະ​ບັບ​ທີ 2 ຂອງ​ຈີນ​ຈຶ່ງ​ສຸມ​ໃສ່​ສິ່ງ​ແວດ​ລ້ອມ​ນິ​ເວດ

ຍ້ອນ​ຫຍັງ​ປະ​ມວນກົດ​ໝາຍ​​ສະ​ບັບ​ທີ 2 ຂອງ​ຈີນ​ຈຶ່ງ​ສຸມ​ໃສ່​ສິ່ງ​ແວດ​ລ້ອມ​ນິ​ເວດ

ຫຼັງ​ຈາກ​​ປະ​ມວນກົດ​ໝາຍ​ແພ່ງ​ແລ້ວ, ​ປະ​ມວນກົດ​ໝາຍ​ສະ​ບັບ​ທີ 2 ຂອງ​ຈີນຄື “ຮ່າງປະ​ມວນກົດ​ໝາຍ​ວ່າ​ດ້ວຍ​ສິ່ງ​ແວດ​ລ້ອມ​ນິ​ເວດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ” ຖືກ​ຈັດ​ເຂົ້າ​ໃນ​ວາ​ລະ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ. ການ​ຖື​ເອົາ​ສິ່ງ​ແວດ​ລ້ອມ​ນິ​ເວດ​ເປັນ​ຫົວ​ຂໍ້​ຫຼັກ​ຂອງ​ປະ​ມວນກົດ​ໝາຍ​​ສະ​ບັບ​ທີ 2, ດ້ານ​ໜຶ່ງ​​ແມ່ນ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ໃນ​ການ​ຄຸ້ມ​ຄອງສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ຈີນ, ອີກ​ດ້ານ​ໜຶ່ງ​ກໍ​ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຍຸກ​ສະ​ໄໝ​ແຫ່ງ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ຍິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ອັນ​ດີ​ງາມ​ທີ່​ມະ​ນຸດ ແລະ ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ.
EU ຈັດສັນເງິນ 100 ລ້ານເອີໂຣ ຊ່ວຍເຫຼືອລີບັງ

EU ຈັດສັນເງິນ 100 ລ້ານເອີໂຣ ຊ່ວຍເຫຼືອລີບັງ

ຂ່າວຕ່າງປະເທດລາຍງານໃນວັນທີ 12 ມີນາ ນີ້ວ່າ: ສະຫະພາບເອີຣົບ (EU) ກຳລັງໃຫ້ການຊ່ວຍເຫຼືອມູນຄ່າ 100 ລ້ານເອີໂຣ ແກ່ລີບັງ ຫຼັງຈາກການໂຈມຕີຢ່າງໜັກໜ່ວງຂອງອິສຣາແອນ, ໂດຍລ້າສຸດມີຈຳນວນຜູ້ອົບພະຍົບຢ່າງເປັນທາງການເພີ່ມຂຶ້ນເປັນ 800,000 ຄົນ.
ການສົ່ງອອກ ຂອງ ສ ເກົາຫຼີ ເພີ່ມຂຶ້ນ 55.6% ໃນ 10 ມື້ທຳອິດຂອງເດືອນມີນາ

ການສົ່ງອອກ ຂອງ ສ ເກົາຫຼີ ເພີ່ມຂຶ້ນ 55.6% ໃນ 10 ມື້ທຳອິດຂອງເດືອນມີນາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານພາສີຂອງ ສ ເກົາຫຼີ (KCS) ໄດ້ເປີດເຜີຍໃນວັນທີ 11 ມີນາ ຜ່ານມາວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນ 10 ມື້ທໍາອິດຂອງເດືອນມີນາ ໄດ້ເພີ່ມຂຶ້ນ 55.6% ເມື່ອທຽບໃສ່ປີກ່ອນ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງຂອງຊິບເຊມິຄອນດັກເຕີຈາກຕ່າງປະເທດ.
ຍີ່ປຸ່ນ ກຽມປ່ອຍນ້ຳມັນສຳຮອງ ເພື່ອຮັບມືກັບລາຄານ້ຳມັນທີ່ເພີ່ມຂຶ້ນ

ຍີ່ປຸ່ນ ກຽມປ່ອຍນ້ຳມັນສຳຮອງ ເພື່ອຮັບມືກັບລາຄານ້ຳມັນທີ່ເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ມີນາ ຜ່ານມາວ່າ: ທ່ານນາງ ທານາເອະ ທາຄາອິຈິ ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ປະກາດວ່າ: ຍີ່ປຸ່ນຈະເລີ່ມປ່ອຍນ້ຳມັນຈາກຄັງສຳຮອງແຫ່ງຊາດຂອງຕົນໃນວັນ 16 ມີນາ ຈະມາເຖິງນີ້, ເພື່ອຮັບມືກັບການເພີ່ມຂຶ້ນຂອງລາຄານ້ຳມັນແອັດຊັງ ແລະ ຜະລິດຕະພັນນ້ຳມັນອື່ນໆ ທ່າມກາງສະຖານະການຄວາມຂັດແຍ້ງທີ່ເພີ່ມຂຶ້ນໃນຕາເວັນອອກກາງ.
ວິກິດການຂົນສົ່ງທາງທະເລໃນຊ່ອງແຄບຮໍມຸສ ສ່ຽງກະທົບຕ່ອງໂສ້ການສະໜອງທົ່ວໂລກ

ວິກິດການຂົນສົ່ງທາງທະເລໃນຊ່ອງແຄບຮໍມຸສ ສ່ຽງກະທົບຕ່ອງໂສ້ການສະໜອງທົ່ວໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ມີນາ ຜ່ານມາວ່າ: ກອງປະຊຸມສະຫະປະຊາຊາດ ວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ໄດ້ເປີດເຜີຍໃນວັນທີ 10 ມີນາ ຜ່ານມາວ່າ: ການສັນຈອນທາງທະເລທີ່ຢຸດສະງັກໃນບໍລິເວນຊ່ອງແຄບຮໍມຸສ ເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ເກີດຄວາມກັງວົນກ່ຽວກັບຜົນກະທົບຢ່າງກວ້າງຂວາງຕໍ່ຕະຫຼາດພະລັງງານ, ການຂົນສົ່ງທາງເຮືອ ແລະ ລະບົບຕ່ອງໂສ້ການສະໜອງທົ່ວໂລກ.
ເພີ່ມເຕີມ