ນັກກິລາກະຕໍ້ທີມຊາດລາວ ສາມາດຍາດໄດ້ 2 ຫຼຽນຄຳ 1 ຫຼຽນເງິນ ແລະ 1 ຫຼຽນທອງ

ນັກກິລາກະຕໍ້ທີມຊາດລາວ ສາມາດຍາດໄດ້ 2 ຫຼຽນຄຳ 1 ຫຼຽນເງິນ ແລະ 1 ຫຼຽນທອງ

ນັກກິລາກະຕໍ້ທີມຊາດລາວ ສາມາດຍາດໄດ້ 2 ຫຼຽນຄຳ 1 ຫຼຽນເງິນ ແລະ 1 ຫຼຽນທອງ
ໃນວັນທີ 3 ຕຸລາ ຜ່ານມາ, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຕ້ອນຮັບຄະນະນຳ, ຄູຝຶກ ແລະ ນັກກິລາກະຕໍ້ທີມຊາດລາວ ນຳໂດຍ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນປະທານສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ, ມີທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພາຍຫຼັງສໍາເລັດການເຂົ້າຮ່ວມແຂ່ງຂັນ ລາຍການ "THE 2025 CHINA SEPAKTAKRAW OPEN OF LANCANG-MEKONG COOPERATION" ທີ່ເມືອງໜານໜິງ ແຂວງກວາງຊີ ສປ ຈີນ ລະຫວ່າງວັນທີ 26-30 ກັນຍາ 2025 ຊຶ່ງສາມາດຍາດມາໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ.

 

ໂອກາດນີ້, ທ່ານ ສັນຕິສຸກ ສິມມາລາວົງ ໄດ້ລາຍງານຜົນສຳເລັດຂອງເຂົ້າຮ່ວມການແຂ່ງຂັນໃຫ້ຮູ້ວ່າ: ການແຂ່ງຂັນລາຍການນີ້ ມີທັງໝົດ 5 ປະເທດ ແລະ 6 ພາກສ່ວນ ຄື: ສປປ ລາວ, ຫວຽດນາມ, ໄທ, ກຳປູເຈຍ, ສປ ຈີນ ແລະ ທີມນັກກິລາແຂວງກວາງຊີ ເຈົ້າພາບ ມີການແຂ່ງຂັນທັງໝົດ 4 ລາຍການ ຄື: ທີມດ່ຽວຊາຍ, ທີມດ່ຽວຍິງ, ທີມສີ່ຄົນຊາຍ ແລະ ທີມສີ່ຄົນຍິງ, ປະເທດ ສປປ ລາວ ໄດ້ສົ່ງຄະນະ, ຄູຝຶກ, ກຳມະການ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 16 ຄົນ ຍິງ 6 ຄົນ. ຜ່ານການການແຂ່ງຂັນຕົວຈິງ ນັກກິລາທີມຊາດລາວ ສາມາດຍາດມາໄດ້ 2 ຫຼຽນຄຳຈາກທີມດ່ຽວຊາຍ ແລະ ທີມສີ່ຄົນຊາຍ, 1 ຫຼຽນເງິນ ຈາກທີມດ່ຽວຍິງ ແລະ 1 ຫຼຽນທອງ ຈາກທີມ 4 ຄົນຍິງ. ໄດ້ຮັບຂັນລາງວັນ ຈຳນວນ 4 ໜ່ວຍ ແລະ ເງິນລາງວັນລວມ ຈໍານວນ 21,600 ຢວນ (ສະກຸນເງິນຈີນ).

ແນວໃດກໍຕາມ, ຜົນສຳເລັດດັ່ງກ່າວ ກໍຍ້ອນໄດ້ຮັບການນຳພາ-ຊີ້ນຳຈາກຂັ້ນເທິງ ແລະ ໃຫ້ການຊ່ວຍເຫຼືອ ທາງດ້ານງົບປະມານເງິນແຮບຸກຄົນ ແລະ ອຳນວຍຄວາມສະດວກຈາກກະຊວງສຶກສາທິການ ແລະ ກິລາ, ຍ້ອນມີມິດຕະພາບອັນດີ ແລະ ການປະສານງານກັນຢ່າງກົມກຽວ ກັບປະເທດເຈົ້າພາບ (ສປ ຈີນ) ເຮັດໃຫ້ໄດ້ຮັບການຊ່ວຍເຫຼືອທາງດ້ານງົບປະມານເຂົ້າຮ່ວມການແຂ່ງຂັນ ໂດຍສະເພາະການເດີນທາງໄປ-ກັບລະຫວ່າງປະເທດ ຊຶ່ງເປັນຂໍ້ສະດວກອັນສຳຄັນໃນການເຂົ້າຮ່ວມການແຂ່ງຂັນ ແລະ ໄດ້ຮັບການນຳພາ ແລະ ໃຫ້ທິດຊີ້ນໍາຂອງຄະນະບໍລິຫານງານສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດ ສ້າງຈິດໃຈຊາດ ແລະ ຄວາມສູ້ຊົນ ເຮັດໃຫ້ນັກກິລາໄດ້ສະແດງອອກຄວາມສາມາດ ແລະປະສົບຜົນສຳເລັດ ໃນເວທີລະດັບພາກພື້ນ ແລະ ສາກົນ ເຮັດໃຫ້ເອກອ້າງຄວາມເປັນຊາດ ແລະ ສ້າງກຽດຊື່ສຽງມາສູ່ປະເທດຊາດ.

ໂອກາດດຽວກັນ, ທ່ານລັດຖະມົນຕີ ກະຊວງ ສສກ ກໍໄດ້ຕີລາຄາສູງຕໍ່ຜົນງານດັ່ງກ່າວ ຊຶ່ງເປັນກຽດສັກສີ ແລະ ຊື່ສຽງມາສູ່ປະເທດຊາດ. ສະນັ້ນ, ຂໍໃຫ້ຄະນະບໍລິຫານງານສະຫະພັນ ຈົ່ງສືບຕໍ່ຮັກສາມູນເຊື້ອ ພ້ອມກັນເສີມຂະຫຍາຍສ້າງຜົນງານໃຫ້ປະເທດຊາດຢ່າງຕໍ່ເນື່ອງ ແລະ ໃນຕໍ່ໜ້ານີ້ ຈົ່ງພະຍາຍາມສືບຕໍ່ສົ່ງເສີມກິລາມວນຊົນ ແລະ ກິລາ ທີ່ປັນປາຍແຫຼມຂອງລາວ ເຕີບໃຫຍ່ເຂັ້ມແຂງ ສາມາດໄປແຂ່ງຂັນໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຢ່າງມີຜົນສຳເລັດຕາມຈຸດປະສົງທີ່ວາງໄວ້.

(ພາບ-ຂ່າວ: ບຸນທະວີ ນະວົງສາ)

ຄໍາເຫັນ

ຂ່າວສືກສາ-ກິລາ

ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາຄະນະສະຖາປັດຕະຍະກຳສາດ (ຄສປ) ຊະນະເລີດການແຂ່ງຂັນຖາມ-ຕອບວິທະຍາສາດ ຂອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ (ມຊ) ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 29 ປີ (5 ພະຈິກ 2025 - 5 ພະຈິກ 1996). ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ພະຈິກນີ້ ທີ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີພະນັກງານ, ຄູ-ອາຈານ, ນັກສຶກສາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ ແຂວງຫຼວງພະບາງ ມີຄວາມພ້ອມ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ຈະມາເຖິງນີ້,ນັກກິລາດອກປີກໄກ່ແຂວງຫຼວງພະບາງ ໄດ້ສຸມໃສ່ການຝຶກຊ້ອມດ້ານເຕັກນິກ ແລະກໍາລັງ, ແນໃສ່ເຮັດໃຫ້ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍທີ່ຕັ້ງໄວ້.
ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ວັນທີ 5 ພະຈິກນີ້, ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ, ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະມາຄົມກິລາ - ກາຍຍະກໍາ ແຂວງຫຼວງພະບາງ ໄດ້ໂອ້ລົມທັບນັກກິລາຈາກດິນແດນ ເມືອງມໍຣະດົກໂລກ ທີ່ຈະເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025.
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນປາງໃຫຍ່ທີ່ສຳຄັນ ຊຶ່ງເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ, ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນສິນກິນທານ, ນອກຈາກມີກິດຈະກໍາທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ໄດ້ສຶບທອດກັນມາເປັນເວລາຫຼາຍຮ້ອຍປີ ຊຶ່ງແມ່ນມໍລະດົກທາງວັດທະນະທໍາ ອັນລໍ້າຄ່າຂອງຊາດລາວນັັ້ນກໍຄື: ການຕີຄີ ຊຶ່ງແມ່ນສັນຍາລັກຄວາມສາມັກຄີ ຖືວ່າເປັນກິດຈະກໍາທີ່ສະແດງເຖິງຄວາມປອງດອງ, ຄວາມຜູກພັນ ແລະ ຄວາມເປັນເອກະພາບຂອງຄົນໃນຊາດ ແລະ ຍັງເປັນການທວາຍຊາຕາຕາມຄວາມເຊື່ອ, ຜົນການແຂ່ງຂັນແມ່ນໃຊ້ເພື່ອພະຍາກອນຄວາມອຸດົມສົມບູນ ແລະ ຄວາມເປັນໄປຂອງບ້ານເມືອງໃນປີຕໍ່ໄປອີກດ້ວຍ.
ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າກໍາມະການໂຄສະນາ-ຂ່າວສານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 5 ພະຈິກນີ້ ທີ່ ຄອສພ ວ່າ: ຂະແໜງສື່ມວນຊົນ ໄດ້ເຮັດໜ້າທີ່ເປັນກະບອກສຽງໂຄສະນາໃນການກະກຽມໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຊຶ່ງສຸມໃສ່ປະສານງານ ແລະ ພົວພັນກັບບັນດາສະຫະພັນກິລາປະເພດຕ່າງໆ ທັງຂັ້ນສູນກາງ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອຕິດຕໍ່ສໍາພາດຜ່ານທາງໂທລະສັບ ແລະ ລົງໄປສໍາພາດຢູ່ສະຖານທີ່ຕົວຈິງ ກ່ຽວກັບການກະກຽມຄວາມພ້ອມທຸກດ້ານ ລວມທັງການສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ (ນວ) ຈະເປັນເຈົ້າພາບ ຫຼື ນວ ເກມ 2025 ລະຫວ່າງວັນທີ 15-25 ພະຈິກ 2025. ຄຽງຄູ່ກັນນັ້ນ, ໄດ້ໂຄສະນາການພັດທະນາພື້ນຖານໂຄງລາງຂອງຕົວເມືອງ ນວ ເປັນຕົ້ນຖະໜົນ, ປັບປຸງສະໜາມກິລາແຫ່ງຊາດ ແລະ ບາງສະໜາມກິລາທີ່ຈະໃຊ້ແຂ່ງຂັນ ເພື່ອຜະລິດເປັນຂ່າວອອກຜ່ານຊ່ອງທາງຕ່າງໆຄື: ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ສື່ອອນລາຍ.
ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2024-2025 ໃນວັນທີ 4 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມເມືອງ,ພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງ ການສຶກສາທິການ ແລະ ກິລາເມືອງ.
ນວ ມີຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະຈັດຂຶ້ນ 9-11 ພະຈິກນີ້

ນວ ມີຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະຈັດຂຶ້ນ 9-11 ພະຈິກນີ້

ຊາວໜຸ່ມ-ເຍົາວະຊົນ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບດ້ານຈັດຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ໂອກາດງານແຂ່ງຂັນກິລາມະຫະກຳແຫ່ງຊາດຄັ້ງທີ XII ຊຶ່ງກິດຈະກໍາດັ່ງກ່າວ ຈະໄດ້ຈັດຂຶ້ນວັນທີ 9-11 ພະຈິກ 2025 ທີ່ສະໜາມກິລາຫຼັກ 16.
ສາລະວັນ ຈັດພິທີປ້ອງກັນບົດທິດສະດີການເມືອງ ຂັ້ນກາງ

ສາລະວັນ ຈັດພິທີປ້ອງກັນບົດທິດສະດີການເມືອງ ຂັ້ນກາງ

ວັນທີ 4 ພະຈິກຜ່ານມານີ້, ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງສາລະວັນ ໄດ້ຈັດພິທີປ້ອງກັນບົດຂັ້ນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແຂວງສາລະວັນ ປະຈໍາປີ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ. ພິທີປ້ອງກັນບົດຄັ້ງນີ້, ໄດ້ແບ່ງອອກເປັນ 3 ຫ້ອງ ປະກອບມີ: ຫ້ອງສາຍການເມືອງ, ຫ້ອງສາຍປົກຄອງ ແລະ ຫ້ອງສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດ, ຊຶ່ງເປັນປະທານສາຍການເມືອງໂດຍ ທ່ານ ຈັນທະວອນ ສີຫາຈັກ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກ ຄອງແຂວງ; ສາຍປົກຄອງໂດຍ ທ່ານ ນາງ ຄໍາພໍ ສີລິພະຈັນ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ; ສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດໂດຍ ທ່ານ ກົງຕາ ສີປະເສີດ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ.
ພິທີແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ ມາຮອດເມືອງປາກງື່ມ

ພິທີແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ ມາຮອດເມືອງປາກງື່ມ

ຂະບວນແຫ່ ແລະ ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 3 ພະຈິກ 2025 ຢູ່ເມືອງປາກງື່ມ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄະນະກໍາມະການລະດັບຊາດ ຮອງປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII; ທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະພັກແຂວງບໍ່ແກ້ວ, ທ່ານ ບຸນຫຼາຍ ບຸດທີ ເລຂາຄະນະພັກແຂວງເຊກອງ ພ້ອມດ້ວຍອົງການປົກຄອງເມືອງ, ພະນັກງານ, ທະຫານ ຕໍາຫຼວດ, ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.

ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.

ພິທີຕັ້ງເສົາເອກ ຂອງໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ ໄດ້ຈັດຂຶ້ນໃນວັນທີ 3 ພະຈິກນີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດນິກສັນພັດທະນາບໍ່ແຮ່ຈຳກັດ,ມີທ່ານຫົວໜ້າພະແນກການກ່ຽວຂ້ອງຂັ້ນແຂວງ, ຫົວໜ້າຫ້ອງການຂັ້ນເມືອງ, ອໍານວຍການໂຮງຮຽນ ພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.
ເພີ່ມເຕີມ