ເຫດການອຸທົກກະໄພຈາກນ້ຳປ່າໄຫຼຫຼາກ ແລະ ຝົນຕົກໜັກ ທີ່ເລີ່ມຕົ້ນໃນວັນທີ 20ສິງຫາ ຜ່ານມາ ແລະກະຈາຍຕົວລົງສູ່ຫຼາຍແຂວງເຊັ່ນ: ເຟນິ, ຄູມິລລາ, ຈິດຕະກອງ ແລະໂນອາຄາລີ ໃນພາກຕາເວັນອອກສ່ຽງໃຕ້ ຂອງບັງກາລາເທດ ສົ່ງຜົນກະທົບຕໍ່ເນື້ອທີ່ດິນລວມ 3,72 ແສນເຮັກຕາ.
ທ່ານ ໂມຮຳໝັດ ຊາຄີ ຮອສເຊນເຈົ້າໜ້າທີ່ອາວຸໂສດ້ານຂໍ້ມູນ ຂອງກະຊວງກະສິກຳບັງກາລາເທດ ກ່າວວ່າ: ມີຊາວກະສິກອນໄດ້ຮັບຜົນກະທົບຈາກອຸທົກກະໄພຫຼາຍກວ່າ 1,4 ລ້ານກໍລະນີ ແລະ ກະຊວງດັ່ງກ່າວວາງແຜນໂຄງການຟື້ນຟູເພື່ອຊ່ວຍເຫຼືອຊາວກະສິກອນທີ່ໄດ້ຮັບຜົນກະທົບ.
ກະຊວງຄຸ້ມຄອງ ແລະ ບັນເທົາທຸກໄພພິບັດຂອງບັງລາເທດ ລະບຸວ່າ:ຈຳນວນຜູ້ເສຍຊີວິດຈາກເຫດອຸທົກກະໄພໃນ 11 ເຂດ ເພີ່ມຂຶ້ນເປັນ 71ຄົນ ໂດຍສະເພາະແຂວງເຟນິພຽງແຂວງດຽວມີ 29ຄົນ, ຂະນະດຽວກັນມີປະຊາຊົນໄດ້ຮັບຜົນກະທົບຫຼາຍກວ່າ5 ລ້ານຄົນ.
ຄໍາເຫັນ