ສະຖານະການນໍ້າຖ້ວມຄັ້ງຮ້າຍແຮງທີ່ສຸດຢູ່ເອີຣົບກາງໃນຮອບຫຼາຍທົດສະວັດ

ນໍ້າຖ້ວມເອີຣົບ ເຮັດໃຫ້ມີຜູ້ຊີວິດເພີ່ມຂຶ້ນເປັນ 17 ຄົນ

ນໍ້າຖ້ວມເອີຣົບ ເຮັດໃຫ້ມີຜູ້ຊີວິດເພີ່ມຂຶ້ນເປັນ 17 ຄົນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກັນຍາ ນີ້ວ່າ: ສະຖານະການນໍ້າຖ້ວມຄັ້ງຮ້າຍແຮງທີ່ສຸດຢູ່ເອີຣົບກາງໃນຮອບຫຼາຍທົດສະວັດຍັງບໍ່ຜ່ອນຄາຍລົງ ລ້າສຸດຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ17 ຄົນ. ຂ່າວລະບຸວ່າ: ປະເທດໂອຕຣິດ,

ໂປໂລຍ, ສາທາລະນະລັດເຊັກ ແລະ ຮົງກາລີ ລ້ວນແຕ່ໄດ້ຮັບຜົນະທົບຈາກຝົນຕົກແຮງ, ໂດຍລັດຖະບານ ໂປໂລຍໄດ້ປະກາດພາວະສຸກເສີນ ຫຼັງຈາກຝົນຕົກແຮງ ແລະ ເຮັດໃຫ້ພື້ນທີ່ສ່ວນຫຼາຍທາງຕາເວັນຕົກສ່ຽງໃຕ້ຂອງປະເທດເກີດນໍ້າຖ້ວມ.ທັງນີ້, ທ່ານ ໂດນັລ ທັສ ນາຍົກລັດຖະມົນຕີໂປໂລຍ ໄດ້ປະກາດມອບເງິນ ຈຳນວນ260 ລ້ານໂດລາ ເພື່ອຊ່ວຍເຫຼືອສຸກເສີນສໍາລັບພາກພື້ນທີ່ໄດ້ຮັບກະທົບໜັກທີ່ສຸດ ໃນວັນທີ 16 ກັນຍາ ຜ່ານມາ.
ສ່ວນຢູ່ ສາທາລະນະລັດ ເຊັກ ປະຊາຊົນຈຳນວນຫຼາຍຍັງຄົງລໍຖ້າຄວາມຊ່ວຍເຫຼືອ ແລະ ຕ້ອງຢູ່ຢ່າງລຳບາກໂດຍບໍ່ມີນ້ຳຮ້ອນ ແລະ ໄຟຟ້າໃຊ້ຫຼັງຈາກໂຮງງານເຮັດຄວາມຮ້ອນໃນເມືອງອອສຕຣາວາ ທີ່ຢູ່ຫ່າງຈາກຊາຍແດນໂປໂລຍ 15 ກິໂລແມັດ ຖືກປິດຊົ່ວຄາວ ເນື່ອງຈາກປະສົບກັບໄພນໍ້າຖ້ວມ ຊຶ່ງສົ່ງຜົນເຮັດໃຫ້ຜູ້ທີ່ອາໄສຢູ່ໃນເມືອງ ປະມານ280.000 ຄົນປະສົບບັນຫາບໍ່ມີນໍ້າຮ້ອນໃຊ້.
ທັງນີ້, ໃນໄລຍະບໍ່ເທົ່າໃດວັນຜ່ານມານີ້ ພົບຜູ້ເສຍຊີວິດຈາກສະຖານນະການນໍ້າຖ້ວມໃນເອີຣົບກາງ ທັງປະໝົດປະມານ 17 ຄົນ ແລະ ພື້ນທີ່ຕ່າງໆຍັງຄົງຢູ່ໃນຄວາມເຄັ່ງຕຶງ ເນື່ອງຈາກສະຖານະການນໍ້າຖ້ວມຍັງວິກິດ.

ຄໍາເຫັນ

ຂ່າວຕ່າງປະເທດ

ປະຊາກອນເສືອມາເລ ເລີ່ມຟື້ນຕົວຫຼັງຈາກມາເລເຊຍເພີ່ມຄວາມພະຍາຍາມອະນຸລັກ

ປະຊາກອນເສືອມາເລ ເລີ່ມຟື້ນຕົວຫຼັງຈາກມາເລເຊຍເພີ່ມຄວາມພະຍາຍາມອະນຸລັກ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງຊັບພະຍາກອນທຳມະຊາດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມຂອງມາເລເຊຍ ໄດ້ເປີດເຜີຍວ່າ, ໂຄງການອະນຸລັກຟື້ນຟູປະຊາກອນເສືອມາເລໄດ້ບັນລຸຜົນໃນທາງບວກ ຫຼັງຈາກມາເລເຊຍດຳເນີນມາດຕະການຫຼາຍຢ່າງຕັ້ງແຕ່ປີ 2021 ເຊັ່ນ: ການຍົກລະດັບການບັງຄັບໃຊ້ກົດໝາຍເພື່ອປາບປາມການຄ້າຂາຍສັດປ່າ, ພ້ອມທັງການຕິດຕາມກວດກາ ແລະ ຟື້ນຟູປະຊາກອນເສືອ ແລະ ສັດປ່າ.
ປະຊາກອນຍີ່ປຸ່ນ ຫຼຸດລົງ 2.5% ລະຫວ່າງປີ 2020 - 2025

ປະຊາກອນຍີ່ປຸ່ນ ຫຼຸດລົງ 2.5% ລະຫວ່າງປີ 2020 - 2025

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນໄດ້ເປີດເຜີຍຜົນຂອງການສຳຫຼວດສຳມະໂນຄົວປີ 2025 ຊຶ່ງຊີ້ໃຫ້ເຫັນວ່າປະຊາກອນທັງໝົດຂອງຍີ່ປຸ່ນ, ລວມທັງຊາວຕ່າງປະເທດ, ມີປະມານ 122.97 ລ້ານຄົນ ເມື່ອນັບມາຮອດວັນທີ 1 ຕຸລາ 2025, ຫຼຸດລົງປະມານ 3.17 ລ້ານຄົນ ຫຼື 2.5%, ຈາກປີ 2020.
ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢູ່​ອັນ​ດັບ 10 ຂອງ​ໂລກ

ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢູ່​ອັນ​ດັບ 10 ຂອງ​ໂລກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 1 ຕຸລາ ຜ່ານມາວ່າ: ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ທົ່ວ​ໂລກ 2026” ສະ​ແດງ​ໃຫ້​ເຫັນ​ວ່າ, ໂຕ​ເລກ​ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢູ່​ອັນ​ດັບ​ທີ 10 ຂອງ​ໂລກ ຊຶ່ງ​ເທົ່າ​ທຽມ​ກັບ​ປີ 2025.
ເດືອນກັນຍາ ອຸດສາຫະກຳເຕັກໂນໂລຊີດີຈີຕອນຫວຽດນາມ ເຕີບໂຕ 36%

ເດືອນກັນຍາ ອຸດສາຫະກຳເຕັກໂນໂລຊີດີຈີຕອນຫວຽດນາມ ເຕີບໂຕ 36%

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ເດືອນກັນຍາ ປີ 2026, ລາຍຮັບ​ຈາກອຸດສາຫະກຳເຕັກໂນໂລຊີດີຈີຕອນ ເພີ່ມຂຶ້ນ 36% ເມື່ອທຽບກັບໄລຍະດຽວກັນໃນປີ 2025. ນີ້​ແມ່ນຂໍ້ມູນ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດ​ນາມ ຍົກ​ອອກ​ມາ​ໃນກອງ​ປະ​ຊຸມຖະ​ແຫຼງ​ຂ່າວປະຈຳເດືອນກັນຍາ 2026 ທີ່ຈັດຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
ໄພ​ນ້ຳ​ຖ້ວມ​ຢູ່​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ

ໄພ​ນ້ຳ​ຖ້ວມ​ຢູ່​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ຝົນ​ຕົກ​ໜັກ​ຢ່າງ​ຕໍ່​ເນື່ອງ​ເຮັດໃຫ້​ເກີດ​ໄພ​ນ້ຳ​ຖ້ວມ​ຢູ່​ປະ​ເທດ​ໄທ, ໃນວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ກົມ​ປະ​ຊາ​ສຳ​ພັນ ສຳ​ນັກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ອອກ​ຂ່າວ​ໂດຍ​ລະ​ບຸ​ວ່າ, ໄພ​ນ້ຳ​ຖ້ວມ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ, ຫຼາຍ​ລ້ານ​ຄົນ​ປະ​ສົບ​ໄພ, ກະ​ທົບ​ເຖິງ​ນະ​ຄອນຫຼວງ​ບາງກອກ ແລະ ອີກ 31 ແຂວງ.
ສະຫະພາບເອີຣົບ ວາງແຜນຈະເພີ່ມທະວີການຄວບຄຸມຊາຍແດນ ເພື່ອປ້ອງກັນການເຂົ້າເມືອງຜິດກົດໝາຍ

ສະຫະພາບເອີຣົບ ວາງແຜນຈະເພີ່ມທະວີການຄວບຄຸມຊາຍແດນ ເພື່ອປ້ອງກັນການເຂົ້າເມືອງຜິດກົດໝາຍ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 29 ກັນ​ຍາ​ ຜ່ານມາ, ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ ​ໄດ້​ສະ​ເໜີ​ແຜນ​ການ​ທີ່ຈະ​ຄວບ​ຄຸມ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ຢູ່​ຊາຍ​ແດນ​ທາງນອກ​ຂອງ​ສະ​ຫະ​ພ​າບ​ເອີ​ຣົບ, ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ຮັບ​ມື​ກັບ​ເຫດ​ການ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ຂະ​ໜາດ​ໃຫຍ່​ທີ່​ອາດ​ເກີດ​ຂຶ້ນ. ອີງ​ຕາມ​ແຜນ​ການ​ດັ່ງ​ກ່າວ, ສະ​ຫະ​ພາບ​ເອີ​ຣົບ​ຈະ​​ດຳ​ເນີນ​ການ​ໃນ 5 ດ້ານ ຄື: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ ແລະ ການ​ຄວບ​ຄຸມ​ຊາຍ​ແດນ​ທາງນອກ, ປັບ​ປຸງ​ກົນ​ໄກ​ຕິດ​ຕາມກວດກາ ແລະ ເຕືອ​ນ​ໄພ​ລ່ວງ​ໜ້າ, ລຶບ​ລ້າງ​ເຄືອ​ຂ່າຍ​​ການ​ຄ້າ​ມະ​ນຸດ ແລະ ການ​ລັກ​ລອບ​ຂົນສົ່ງ​ຄົນ ແລະ ເພີ່ມ​ທະ​ວີ​ການ​ສົ່ງ​ຜູ້​ເຂົ້າ​ເມືອງ​​ຜິດ​ກົດ​ໝາຍກັບ​ຄືນ​ປະ​ເທດ.
ກຳປູເຈຍ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ ສຳລັບກຳມະກອນອຸດສາຫະກຳຕັດຫຍິບ

ກຳປູເຈຍ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ ສຳລັບກຳມະກອນອຸດສາຫະກຳຕັດຫຍິບ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ທ່ານ ຮຸນມາແນດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ປະກາດວ່າ: ກຳປູເຈຍໄດ້ກຳນົດຄ່າແຮງງານຂັ້ນຕ່ຳປະຈຳເດືອນໃໝ່ສຳລັບອຸດສາຫະກຳຕັດຫຍິບ, ເກີບ ແລະ ສິນຄ້າເພື່ອການເດີນທາງຂອງປະເທດ, ໂດຍເພີ່ມຂຶ້ນເປັນ 212 ໂດລາ ໃນປີ 2027, ເພີ່ມຂຶ້ນ 2 ໂດລາ ຈາກ 210 ໂດລາ.
ທ່ານ ສີ​ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ ສປ ​ຈີນ​ ຄົບ​ຮອບ 77 ປີ​

ທ່ານ ສີ​ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ ສປ ​ຈີນ​ ຄົບ​ຮອບ 77 ປີ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ພິ​ທີສະ​ເຫຼີມ​ສະ​ຫຼອງວັນ​ສະ​ຖາ​ປະ​ນາ​ ສາ​ທາ​ລະ​ນະລັດ ​ປະ​ຊ​າ​ຊົນ​ຈີນ ຄົບ​ຮອບ 77 ປີ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ກັນ​ຍາ ຜ່ານມາ ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້​ເຂົ້າ​ຮ່ວມ​ ແລະ ​ກ່າວ​ຄຳ​ປາ​ໄສ​.
ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ

ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 30 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລ​ມິງ​ຮຶງ ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດອາຊຽນ ທີ່ເຂົ້າຮ່ວມກອງປະຊຸມການນຳ​ບັນ​​ດ​າ​ອົງ​ການປະຕິບັດກົດໝາຍ ອາຊຽນ ກ່ຽວກັບການຮ່ວມມືຕໍ່​ສູ້, ຕ້ານອາຊະຍາກຳຫຼົບໜີ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ຢືນຢັນວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະກອບສ່ວນຢ່າງ​ຕັ້ງ​ໜ້າ, ມີຄວາມຮັບຜິດຊອບເຂົ້າໃນການ​ຮັກ​ສາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ; ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ພ້ອມ​ກັບບັນດາປະເທດສະມາຊິກປັບ​ປຸງຄວາມສາມັກຄີ, ​ເຄົາ​ລົບກົດໝາຍ, ສົນທະນາ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ຢ່າງແທ້ຈິງ.
ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 11​ ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​

ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 11​ ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ​ ຜ່ານມາ, ກອ​ງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 11 ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຫຼື AIIB ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ໂດ​ຮາ ​ປະ​ເທດ​ກາ​ຕາ. ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ, ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສຂອງ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ, ຄູ່​ຮ່ວມ​ມື ແລະ ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ໄດ້​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວາ​ລະ​ຕ່າງໆ ຊຶ່ງ​ລວມ​ທັງການ​ພັດ​ທະ​ນາ ແລະ ການ​ຮ່ວມ​ມື​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ ແລະ ​ອື່ນໆ.
ເພີ່ມເຕີມ