ໜັງສືພິມກອງທັບ ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ

ໜັງສືພິມກອງທັບ ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ

ໜັງສືພິມກອງທັບ ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ
ທ່ານ ພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າບັນນາທິການ ໜັງສືພິມກອງທັບ ໄດ້ໃຫ້ສຳພາດເນື່ອງໃນໂອກາດລະນຶກວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 76 ປີ (ວັນທີ 13 ສິງຫາ 1950- ວັນທີ 13 ສິງຫາ 2026) ວ່າ: ສື່ມວນຊົນ ແມ່ນເຄື່ອງມືອັນສໍາຄັນທາງດ້ານການເມືອງແນວຄິດ, ເປັນກະບອກສຽງອັນແຫຼມຄົມໃຫ້ແກ່ພັກ-ລັດ, ເປັນເຄື່ອງມືໃນການໂຄສະນາ, ປຸກລະດົມ, ສຶກສາອົບຮົມ, ຂົນຂວາຍ ແລະ ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ, ປະກອບສ່ວນເຂົ້າໃນໄຊຊະນະລວມຂອງການປະຕິວັດ. ໃນໄລຍະຜ່ານມາ ກໍຄືປັດຈຸບັນ, ພັກ-ລັດຖະບານ ໄດ້ຖືເອົາສື່ມວນຊົນ ເປັນເຄື່ອງມືອັນສັກສິດໃນການນໍາເອົາແນວຄິດ, ທິດສະດີປະຕິວັດ, ແນວທາງນະໂຍບາຍຂອງພັກໄປສູ່ປະຊາຊົນ ແລະ ນໍາເອົາຄວາມຄິດ, ຄວາມມຸ້ງມາດປາຖະໜາຂອງປະຊາຊົນມາສ່ອງແສງໃຫ້ພັກ-ລັດຮັບຊາບ ອັນໄດ້ເຮັດໃຫ້ສາຍພົວພັນລະຫວ່າງ ພັກ-ລັດ ກັບປະຊາຊົນບໍ່ສາມາດຕັດແຍກອອກຈາກກັນໄດ້.
ໜງສພມກອງທບ ເຕບໃຫຍເຂມແຂງ ແລະ ທນສະໄໝ - image 1
 

 

 

ປັດຈຸບັນ, ໜັງສືພິມກອງທັບ ເປັນກອງເອກະລາດ ແລະ ເປັນກອງວິຊາສະເພາະເຮັດໜ້າທີ່ສື່ມວນຊົນ, ຜະລິດສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ ທີ່ຢູ່ພາຍໃຕ້ການຊີ້ນໍາໂດຍກົງຮອບດ້ານ ຂອງກົມໃຫຍ່ການເມືອງກອງທັບ ແລະ ຊີ້ນໍາດ້ານເນື້ອໃນທິດທາງການໂຄສະນາຈາກກົມໂຄສະນາອົບຮົມ, ມີພາລະບົດບາດໜ້າທີ່ເປັນກະບອກສຽງຂອງຄະນະພັກກະຊວງປ້ອງກັນປະເທດ ໃນການເຄື່ອນໄຫວວຽກງານແນວຄິດ-ວັດທະນະທໍາຢູ່ໃນກອງທັບ ດ້ວຍການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ, ສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າມີແນວຄິດ ແລະ ການກະທໍາທີ່ຖືກຕ້ອງຕາມແນວທາງຂອງພັກ, ສ່ອງແສງຄວາມມຸ່ງມາດປາຖະໜາຂອງມະຫາຊົນ, ການພັດທະນາເສດຖະກິດ-ສັງຄົມ, ສ່ອງແສງວຽກດີຄົນເດັ່ນວຽກຈິງຄົນແທ້, ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ,ຕອບໂຕ້ການໂຄສະນາບິດເບືອນໃສ່ຮ້າຍປ້າຍສີຂອງພວກອິດທິກໍາລັງປໍລະປັກ. ນອກນີ້, ຍັງເປັນເວທີໃຫ້ແກ່ມະຫາຊົນໃນການສະແດງອອກເຖິງວິໄສທັດອັນກວ້າງໄກຂອງພັກ ຕໍ່ອະນາຄົດອັນໃສແຈ້ງຂອງປະເທດຊາດ, ເປັນແຫຼ່ງຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ຄວາມບັນເທີງ. ຍ້ອນແນວນັ້ນ, ໃນໄລຍະຜ່ານມາ ກໍຄືປັດຈຸບັນ ໜັງສືພິມກອງທັບປະຊາຊົນລາວ ໄດ້ເອົາໃຈໃສ່ພັດທະນາຕົນເອງຢູ່ສະເໝີ ດ້ວຍການປັບປຸງຮູບແບບການໂຄສະນາໃຫ້ມີຫຼາຍຊ່ອງທາງ, ໄດ້ປັບປຸງບັນດາຄໍລໍາໃຫ້ແທດເໝາະກັບສະພາບການ, ດ້ານເນື້ອໃນສັ້ນ-ກະທັດຮັດ ມີຂໍ້ມູນຄົບຖ້ວນ ແລະ ເລິກເຊິ່ງ ສ່ອງແສງໄດ້ຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບຕາມທິດສ້າງກອງທັບໃຫ້ມີລະບຽບແບບແຜນ ແລະ ທັນສະໄໝ ໂດຍເລັ່ງໃສ່ຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການສ້າງກົມກອງວັດທະນະທໍາ-ນັກຮົບວັດທະນະທໍາ, ຂະບວນການຮໍ່າຮຽນການເມືອງ, ຝຶກແອບການທະຫານ, ຂະບວນການປັບປຸງກໍ່ສ້າງກົມກອງໃນການທໍາການຜະລິດແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ຂະບວນການອື່ນໆ ທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ ຊຶ່ງໃນປີຜ່ານມາສາມາດສະໜອງຂ່າວພາຍໃນໄດ້ 8,768 ຂ່າວ, ຂ່າວຕ່າງປະເທດ 2,215 ຂ່າວ, ບົດ 1,863 ບົດ, ຮູບພາບ 15,270 ຮູບ ແລະ ເຄື່ອນໄຫວວຽກງານອື່ນໆ.

ໜງສພມກອງທບ ເຕບໃຫຍເຂມແຂງ ແລະ ທນສະໄໝ - image 2
 

ທ່ານ ພັນໂທ ຄອນສະຫວັນ ໄຊຍະລາດ ໄດ້ກ່າວຕື່ມວ່າ: ເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງຕົນໃນຕໍ່ໜ້ານີ້, ໜັງສືພິມກອງທັບ ຈະສືບຕໍ່ເອົາໃຈໃສ່ບໍາລຸງ ແລະ ກໍ່ສ້າງບຸກຄະລາກອນສື່ມວນຊົນຂອງຕົນໃຫ້ມີຄວາມຮູ້, ຄວາມສາມາດ, ມີລະດັບວິຊາສະເພາະທີ່ດີເດັ່ນ, ມີຄວາມຮູ້ທາງດ້ານທິດສະດີການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ ແລະ ມີຄວາມເສຍສະຫຼະ. ປັບປຸງທາງດ້ານເນື້ອໃນໃຫ້ມີຄວາມອຸດົມສົມບູນ ໂດຍນໍາສະເໜີບັນຫາທີ່ສັງຄົມໃຫ້ຄວາມສົນໃຈເພີ່ມຂຶ້ນ, ຮັບປະກັນຄວາມຖືກຕ້ອງຊັດເຈນ, ບໍ່ຜິດພາດທາງດ້ານການເມືອງ, ສະເໜີຂ່າວໃຫ້ວ່ອງໄວທັນເວລາ, ປັບປຸງວີທີການນໍາສະເໜີຂ່າວ, ຮູບແບບໂຄງສ້າງຂ່າວທີ່ກະທັດຮັດກົງກັບປະເດັນ, ຫຼາກຫຼາຍ, ປະດິດສ້າງ ແລະ ຊວນອ່ານ; ສ້າງນັກຂ່າວຢູ່ບັນດາກົມກອງທ້ອງຖິ່ນໃຫ້ມີລະດັບການຂຽນໃຫ້ດີຂຶ້ນເລື້ອຍໆ ແລະ ສົ່ງຂ່າວປ້ອນໜັງສືພິມກອງທັບໃຫ້ຫຼາຍຂຶ້ນ; ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ ວັດຖຸເຕັກນິກດ້ານສື່ມວນຊົນໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ໂດຍສະເພາະແມ່ນສື່ເອເລັກໂຕຣນິກ.

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ, ຕາງໜ້າຄະນະບັນນາທິການ ແລະ ພະນັກງານ-ນັກຂ່າວ ໜັງສືພິມກອງທັບປະຊາຊົນລາວ ຂໍອວຍພອນອັນປະເສີດແດ່ຜູ້ນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ ແລະ ປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ນໍາພາ-ຊີ້ນໍາ ແລະ ພັດທະນາສື່ມວນຊົນລາວໃຫ້ກ້າວຂຶ້ນ, ສື່ມວນຊົນກອງທັບປະຊາຊົນລາວ ຈະສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສະຫງົບສຸກ, ເສດຖະກິດຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງ, ວັດທະນະທຳ-ສັງຄົມ ໄດ້ຮັບການອະນຸລັກຮັກສາ ແລະ ຊີວິດຄວາມເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເປັນກ້າວໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ