ກ່າວຄຳເຫັນໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມຖືວ່າທຸກກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການ, ຫົວໜ່ວຍ, ສ່ວນບຸກຄົນຕ້ອງສ້າງຖານຂໍ້ມູນ. ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10% ໃຫ້ປະກົດຜົນເປັນຈິງ ແລະ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ ຄືເສດຖະກິດດີຈີຕອນ, ເສດຖະ ກິດສີຂຽວ, ເສດຖະກິດໝູນວຽນ.
ທ່ານໃຫ້ຮູ້ວ່າ: ບຸກທະລຸກ່ຽວກັບລະບອບຂໍ້ມູນ, ບຸກທະລຸກ່ຽວກັບພື້ນຖານໂຄງລ່າງຂໍ້ມູນຕິດພັນກັບປັນຍາປະດິດເປັນເຈົ້າຕົນເອງ, ບຸກທະລຸກ່ຽວກັບຊັບພະຍາກອນມະນຸດຂໍ້ມູນ, ບຸກທະລຸກ່ຽວກັບການພັດທະນາຖານຂໍ້ມູນແຫ່ງຊາດ, ວິຊາການ, ບຸກທະລຸກ່ຽວກັບການພັດທະນາລະບົບນິເວດຂໍ້ມູນ ແລະ ເສດຖະກິດຂໍ້ມູນ.
ຄໍາເຫັນ