ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ 

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ 
ໃນຕອນບ່າຍຂອງວັນທີ 3 ຕຸລາ 2023, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ທີ່ ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ, ໃນໂອກາດທີ່ເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ໃນວັນທີ 2-4 ຕຸລາ 2023.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ ສົມເດັດ ຊຸນຕານ ທີ່ໄດ້ສະຫຼະເວລາຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ພ້ອມທັງສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ໃນຄັ້ງນີ້ ຊຶ່ງຈະເປັນຂີດໝາຍປະຫວັດສາດອັນສໍາຄັນອີກບາດກ້າວໜຶ່ງ ໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ບຣູໄນ ໃຫ້ສະໜິດແໜ້ນຍິ່ງໆຂຶ້ນ, ໂດຍສະເພາະການຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມຍຸດທະສາດ ໃນທ່າມກາງບັນຍາກາດທີ່ສອງປະເທດພວມສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ທັງຍັງເປັນການຢືນຢັນຄືນເຖິງຄວາມໝຸ້ງໝັ້ນຂອງສອງປະເທດ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.  
ພ້ອມດຽວກັນນີ້, ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນໃນດ້ານຕ່າງໆ, ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດໄລຍະ 30 ປີຜ່ານມາ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດຫຼາຍກິດຈະກໍາຢ່າງເປັນຮູບປະທໍາ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ, ລວມທັງມີການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ຢ່າງເປັນປົກກະຕິ. ສອງຝ່າຍ ເຫັນດີຈະສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືໃນດ້ານຕ່າງໆທີ່ສອງປະເທດມີທ່າແຮງອີກຕື່ມ ເປັນຕົ້ນ: ການບໍລິການ, ຂົນສົ່ງ, ກະສິກໍາສະອາດ, ພະລັງງານ, ສາທາລະນະສຸກ ແລະ ການທ່ອງທ່ຽວສີຂຽວ. 
ພະນະທ່ານ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດອັນຈົບງາມຂອງການພົບປະສອງຝ່າຍ ລະຫວ່າງ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ແລະ ພະນະທ່ານ ທອງລຸນ ສີສຸລິດ  ໄດ້ສະແດງຄວາມຊົມເຊີຍຕໍ່ ສົມເດັດ ຊຸນຕານ ທີ່ໄດ້ຮັບການປະດັບ “ຫຼຽນຄໍາແຫ່ງຊາດ” ຈາກລັດຖະບານ ແຫ່ງ ສປປ ລາວ ໃນໂອກາດມາຢ້ຽມຢາມຄັ້ງນີ້ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ຜົນງານອັນໂດດເດັ່ນ ແລະ ການປະກອບສ່ວນຂອງ ສົມເດັດ ຊຸນຕານ ໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ບຣູໄນ ໃຫ້ມີບາດກ້າວໃໝ່ ແລະ ກວ້າງຂວາງກວ່າເກົ່າ; ພ້ອມທັງຕີລາຄາສູງ ແລະ ສະແດງຄວາມຂອບໃຈ ມາຍັງລັດຖະບານ ກໍຄື ປະຊາຊົນບຣູໄນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ໂດຍສະເພາະແມ່ນຂະແໜງການພັດທະນາຊັບພະຍາກອນມະນຸດ, ລວມເຖິງການຈະສືບຕໍ່ສະໜັບສະໜູນການເປັນປະທານອາຊຽນໃນຮອບວຽນທີ 3 ຂອງ ສປປ ລາວ ໃນປີ 2024 ໃຫ້ມີຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ (ASEAN: Enhancing Connectivity and Resilience)”. ພ້ອມນັ້ນ, ກໍ່ໄດ້ຮຽນເຊີນ ສົມເດັດ ຊຸນຕານ ແລະ ປະຊາຊົນ ບຣູໄນ ເດີນທາງມາຢ້ຽມຢາມ ສປປ ລາວ ໃນໂອກາດປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງນີ້.
ໃນຂະນະດຽວກັນ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ກໍໄດ້ສະແດງຄວາມຍິນດີ ທີ່ໄດ້ພົບປະກັບ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຮັບການປະດັບຫຼຽນຄໍາແຫ່ງຊາດ ຈາກ ລັດຖະບານ ແຫ່ງ ສປປ ລາວ ຊຶ່ງເປັນຫຼຽນທີ່ມີຄຸນຄ່າສູງສຸດຂອງ ສປປ ລາວ. ສົມເດັດ ຊຸນຕານ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນແບບຄູ່ຮ່ວມຍຸດທະສາດ ບຣູໄນ-ລາວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງຈະສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ໃຜ້ມີຜົນສໍາເລັດຢ່າງຈົບງາມ.
ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວເດັ່ນ

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຄຣິດສຕອບເຟີ ລັກຊອນ(Christopher LUXON) ນາຍົກລັດຖະມົນຕີ ແຫ່ງ ນິວຊີແລນ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສຕາ (António Costa) ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນວັນທີ 26-28ຕຸລາ 2025.
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ໃນວັນທີ 27 ຕຸລານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.
ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບພະນະທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນວັນທີ 26-87 ຕຸລາ 2025.
ນາຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ

ນາຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ

ໃນວັນທີ 26 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ຄາລອດສ ຟິລິບເປ ຈາຣາມິໂລ (Carlors Felipe Jaramillo) ຮອງປະທານທະນາຄານໂລກ (WB) ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ເພີ່ມເຕີມ