ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ
ໃນຕອນເຊົ້າຂອງວັນທີ 11 ກໍລະກົດ ນີ້ ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ, ໃນໂອກາດເດີນທາງມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ໃນວັນທີ 11-12 ກໍລະກົດ 2024.

ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ທີ່ ສະຫາຍ ໂຕ ເລິມ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນທ້າຍເດືອນພຶດສະພາທີ່ຜ່ານມາ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ຜົນງານການປະກອບສ່ວນຢ່າງຕັ້ງໜ້າ ແລະ ໃຫຍ່ຫຼວງຂອງ ສະຫາຍ ໂຕ ເລິມ ຕະຫຼອດໄລຍະຜ່ານມາ. ສະຫາຍ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຂອງ ສະຫາຍ ປະທານປະເທດ ຫວຽດນາມ ແລະ ຄະນະ ໃນຄັ້ງນີ້ ຊຶ່ງເປັນປະເທດທໍາອິດ ໃນການເຄື່ອນໄຫວຕ່າງປະເທດຂອງ ສະຫາຍ ໂຕ ເລິມ ໃນຕໍາແໜ່ງປະທານປະເທດ, ອັນໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ. ສະຫາຍ ສອນໄຊ ສີພັນດອນ ໄດ້ຝາກຄໍາຢື້ຢາມຖາມຂ່າວ ໄປຍັງບັນດາສະຫາຍການນໍາພັກ ແລະ ລັດຖະບານຫວຽດນາມ ໂດຍສະເພາະ ສະຫາຍ ຟ້າມ ມິງຈິງ ນາຍົກລັດຖະມົນຕີ ສສ ຫວຽດນາມ ພ້ອມທັງໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈຕໍ່ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ຕະຫຼອດມາ ໂດຍສະເພາະໃນສະພາບການທີ່ ສປປ ລາວ ກໍາລັງປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ກໍຄືການຊ່ວຍເຫຼືອທາງດ້ານທຶນຮອນ, ບົດຮຽນ, ປະສົບການ, ອຸປະກອນ ແລະ ພາຫະນະຮັບໃຊ້ໃຫ້ແກ່ກອງປະຊຸມ ໃນໂອກາດທີ່ ສປປ ລາວ ເປັນປະທານໝູນວຽນອາຊຽນ ປີ 2024 ນີ້ ຊຶ່ງໃນນີ້ໄດ້ມອບລົດໄຟຟ້າຍີ່ຫໍ້ Vinfast ຈໍານວນ 20 ຄັນ.

ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄືຜົນຂອງກອງປະຊຸມ ຄັ້ງທີ 46 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຊຶ່ງເຫັນວ່າມີຫຼາຍໂຄງການຮ່ວມມື ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ໃນໂອກາດດຽວກັນ, ສະຫາຍ ໂຕ ເລິມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງຜົນການພົບປະຢ່າງເປັນທາງການກັບ ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຊຶ່ງເຫັນວ່າໄດ້ມີການປຶກສາຫາລືຢ່າງກົງໄປກົງມາໃນຫຼາຍບັນຫາທີ່ເຕັມໄປດ້ວຍບັນຍາກາດໄມຕີຈິດຖານສະຫາຍອ້າຍ

ນ້ອງໃນຄອບຄົວດຽວກັນ, ພ້ອມທັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ຂ່າວ: ກຕທ, ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ