ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ
ໃນວັນທີ 18 ພະຈິກ 2025, ທີ່ ສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນໂອກາດສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17-21 ພະຈິກ 2025.
ນາຍກລດຖະມນຕ ແຫງ ສປປ ລາວ ຕອນຮບການເຂາຢຽມຂານບຂອງ ສມເດດ ເຈາຍງ ໄອໂກະ ແຫງ ປະເທດຍປນ - image 1
 

ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສົມເດັດ ເຈົ້າຍິງ ໄອໂກະ ໃນຄັ້ງນີ້, ເຊິ່ງເປັນຂີດໝາຍອັນສໍາຄັນທາງປະຫວັດສາດຂອງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ກໍຄືການຈັດຕັ້ງຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ທີ່ສອງນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ໄດ້ເຫັນດີເປັນເອກະພາບໃນເດືອນມັງກອນ 2025 ຜ່ານມາ ໃຫ້ເປັນຮູບປະທໍາເທື່ອລະກ້າວ ແລະ ການຢ້ຽມຢາມຄັ້ງນີ້ແມ່ນມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ພວມສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດນໍາກັນ ຄົບຮອບ 70 ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ເລີ່ມແຕ່ປີ 1965 ເປັນຕົ້ນມາ, ລວມທັງການກະກຽມສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ພ້ອມນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ຢືນຢັນວ່າ ການນຳຂອງລາວທຸກຂັ້ນ ກໍຄືປະຊາຊົນລາວ ແມ່ນມີຄວາມປຶ້ມປິຕິຍິນດີ ທີ່ໄດ້ຕ້ອນຮັບ ສົມເດັດ ເຈົ້າຍິງ ໄອໂກະ ທີ່ເປັນຕົວແທນໃຫ້ແກ່ ສົມເດັດ ເຈົ້າຈັກກະພັດ ແລະ ພະບໍລົມສານຸວົງ ຂອງປະເທດຍີ່ປຸ່ນ ຢ້ຽມຢາມ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ສົມເດັດ ເຈົ້າຍິງ ໄອໂກະ ຈະມີຄວາມປະທັບໃຈທີ່ໄດ້ຢ້ຽມຢາມບັນດາສະຖານທີ່ຕ່າງໆທີ່ມີຄວາມສຳຄັນທາງດ້ານປະຫວັດສາດ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງລາວ ທີ່ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ.

ໃນໂອກາດດຽວກັນນີ້, ສອງຝ່າຍ ກໍ່ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ເປັນຕົ້ນແມ່ນ ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການພັດທະນາໂຄງລ່າງພື້ນຖານ, ວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO), ການສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ແລະ ອື່ນໆ, ລວມທັງການແລກປ່ຽນວັດທະນະທຳອັນດີງາມ ເຊິ່ງກັນ ແລະ ກັນຂອງສອງປະເທດ ລາວ-ຍີ່ປຸ່ນ ອີກດ້ວຍ. ນອກຈາກນັ້ນ, ພະນະທ່ານ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຫວັງວ່າ ການໄປມາຫາສູ່ຂອງປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການຊຸກຍູ້ສົ່ງເສີມຍິ່ງໆຂຶ້ນ ເພື່ອຜັນຂະຫຍາຍສົນທິສັນຍາທາງອາກາດສອງຝ່າຍທີ່ໄດ້ຮັບການລົງນາມໃນປີ 2015 ໃຫ້ເປັນຮູບປະທໍາໂດຍໄວ.

ນາຍກລດຖະມນຕ ແຫງ ສປປ ລາວ ຕອນຮບການເຂາຢຽມຂານບຂອງ ສມເດດ ເຈາຍງ ໄອໂກະ ແຫງ ປະເທດຍປນ - image 2
 

ໃນຂະນະດຽວກັນ, ສົມເດັດ ເຈົ້າຍິງ ໄອໂກະ ກໍ່ໄດ້ສະແດງຄວາມປະທັບໃຈ ແລະ ຂອບໃຈຢ່າງຈິງໃຈ ຕໍ່ ພະນະທ່ານ ສອນໄຊ ສີພັນດອນ, ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້. ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ສະແດງຄວາມນັບຖືເປັນຢ່າງສູງ ມາຍັງ ພະນະທ່ານ ສອນໄຊ ສີພັນດອນ ທີ່ໄດ້ຮັບການປະດັບ ຫຼຽນກຽດຕິຄຸນອາທິດອຸໄທ ຊັ້ນ 1 ຈາກ ລັດຖະບານຍີ່ປຸ່ນ ໃນເດືອນກໍລະກົດ 2025 ທີ່ຜ່ານມາ, ເຊິ່ງແມ່ນຫຼຽນຂັ້ນສູງສຸດທີ່ລັດຖະບານຍີ່ປຸ່ນມອບໃຫ້ການນໍາຂັ້ນສູງຂອງຕ່າງປະເທດ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນສາໍຄັນໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃນໄລຍະຜ່ານມາ. ພິເສດແມ່ນການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງອາສາສະໝັຍີ່ປຸ່ນທີ່ກໍາລັງປະຕິບັດໜ້າທີ່ ຢູ່ ສປປ ລາວ ທຸກໆປີ, ອັນໄດ້ເປັນການໃຫ້ກໍາລັງໃຈທີ່ສໍາຄັນໃຫ້ແກ່ບັນດາອາສາສະໝັກຍີ່ປຸ່ນດັ່ງກ່າວ. ສົມເດັດ ເຈົ້າຍິງ ໄອໂກະ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຈາກ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແລະ ສົມເດັດ ພະມະເຫສີ ມາຊາໂກະ ມາຍັງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ສົມເດັດ ເຈົ້າຍິງ ໄອໂກະ ຍັງໄດ້ສະແດງຄວາມປະທັບໃຈ ແລະ ຮູ້ສຶກເປັນກຽດທີ່ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ໄດ້ພົບປະກັບ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ, ລວມທັງສະແດງຄວາມປະທັບໃຈທີ່ໄດ້ຢ້ຽມຢາມປະຕູໄຊ ແລະ ພະທາດຫຼວງວຽງຈັນ. ສົມເດັດ ເຈົ້າຍິງ ໄອໂກະ ຍັງໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການສະໜັບສະໜຸນ ແລະ ກໍາລັງໃຈອັນສໍາຄັນໃນເວລາທີ່ຍີ່ປຸ່ນປະສົບກັບໄພພິບັດທາງທໍາມະຊາດ ແລະ ເຫດການແຜ່ນດິນໄຫວຢ່າງໜັກໜ່ວງໃນຊຸມປີຜ່ານມາ, ພ້ອມທັງສະແດງຄວາມຫວັງວ່າ ການພົວພັນຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຂຶ້ນໃນຊຸມປີຕໍ່ໜ້າ ກໍຄືການຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ຍີ່ປຸ່ນ-ລາວ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ.

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດແຫ່ງສປປລາວຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສົມເດັດເຈົ້າຍິງໄອໂກະແຫ່ງປະເທດຍີ່ປຸ່ນ

ປະທານປະເທດແຫ່ງສປປລາວຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສົມເດັດເຈົ້າຍິງໄອໂກະແຫ່ງປະເທດຍີ່ປຸ່ນ

ໃນວັນທີ 18 ພະຈິກ 2025, ທີ່ ທໍານຽບປະທານປະເທດ,ພະນະທ່ານ ທອງລຸນ ສີສຸລິດ,ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນໃນໂອກາດສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17-21 ພະຈິກ 2025, ເຊິ່ງການຢ້ຽມຢາມດັ່ງກ່າວໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ພວມສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດນໍາກັນ ຄົບຮອບ 70 ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ເລີ່ມແຕ່ປີ 1965 ເປັນຕົ້ນມາ.
ບໍລິສັດ ASFC ຈຳກັດ ໃຫ້ການອຸປະຖໍາເຄື່ອງສາກໄຟຟ້າ ເພື່ອນໍາໃຊ້ເຂົ້າໃນວຽກງານ ຂອງກຳລັງປ້ອງກັນຊາດ

ບໍລິສັດ ASFC ຈຳກັດ ໃຫ້ການອຸປະຖໍາເຄື່ອງສາກໄຟຟ້າ ເພື່ອນໍາໃຊ້ເຂົ້າໃນວຽກງານ ຂອງກຳລັງປ້ອງກັນຊາດ

ໃນຕອນເຊົ້າ ວັນທີ 17 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮ່ວມທຶນດ້ານພະລັງງານສະອາດໃນລາວ ຈຳກັດ (ບໍລິສັດ ASFC ຈຳກັດ) ໄດ້ມອບການອຸປະຖໍາເຄື່ອງສາກໄຟຟ້າດ້ວຍພະລັງງານແສງຕາເວັນແບບພົກພາ ໃຫ້ແກ່ກະຊວງປ້ອງກັນປະເທດ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂິພິຍານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ກ່າວມອບໂດຍທ່ານ ນາງ ມິລິນດາ ວິໄລສຸກ, ຜູ້ອຳນວຍການໃຫຍ່ ບໍລິສັດ ASFCຈໍາກັດ ແລະ ກ່າວຮັບໂດຍທ່ານ ພົນຕີ ວັນທອງ ບຸດຕະວົງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ກະຊວງປ້ອງກັນປະເທດ, ມີທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ໃນວັນທີ 13 ພະຈິກນີ້, ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາ ມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ສະຫາຍ ໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ລັດຖະບານຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

ລັດຖະບານຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

ລັດຖະບານ ຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາກະແສໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ທີ່ກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ປະຊາຊົນບັນດາເຜົ່າເປັນວຽກບູລິມະສິດໃນວຽກຈຸດສຸມ.
ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ໃນວັນທີ 12 ພະຈິກ 2025 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ໄດ້ພົບປະໂອ້ລົມຫຼານນ້ອຍເຍົາວະຊົນທັນວາທົ່ວປະເທດ ໃນໂອກາດທີ່ເຂົ້າຮ່ວມງານພົບປະຕັ້ງຄ້າຍເຍົາວະຊົນທັນວາທົ່ວປະເທດ ຄັ້ງທີ VI, ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ
ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ໃນຕອນບ່າຍຂອງວັນທີ 12 ພະຈິກ 2025, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ,ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສະຫາຍ ເລຂາທິການ​ໃຫຍ່ ຕ້ອນຮັບ ຫົວໜ້າ​ຄະນະ​ໂຄສະນາ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ສະຫາຍ ເລຂາທິການ​ໃຫຍ່ ຕ້ອນຮັບ ຫົວໜ້າ​ຄະນະ​ໂຄສະນາ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະເທດ ແຫ່ງ ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ຂອງ ສະຫາຍ ຫຼີ ຊູ ເລີຍ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ຄະນະ​ເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໃນ​ວັນ​ທີ 11 ພະຈິກ​ນີ້ ທີ່ຫ້ອງ​ວ່າການ​ສູນ​ກາງ​ພັກ, ໃນ​ໂອກາດ​ທີ່​ຄະນະ​ດັ່ງກ່າວ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ສອງ​ພັກ ລາວ - ຈີນ ຄັ້ງ​ທີ XIII ໃນ​ລະຫວ່າງ​ວັນ​ທີ 10-11 ພະຈິກ​ນີ້.
5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ປະຈໍາປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030) ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີ 2026 ລັດຖະບານຈະສຸມໃສ່ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຊຸກຍູ້ການຫັນປ່ຽນສູ່ໂຄງປະກອບເສດຖະກິດທີ່ມີມູນຄ່າເພີ່ມສູງ,ໃນຂະນະດຽວກັນຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDPຕາມທິດ ສອຈ ໂດຍຈະສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ ແລະ ຍູ້ການຫັນເປັນທັນສະໄໝໃນການເກັບລາຍຮັບ ຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ແຂງແຮງກວ່າເກົ່າ.
5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

ໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວຕາມແຜນການ 5 ປີ ທີ່ກໍານົດໄວ້ ສະເລ່ຍ 4.24% ຕໍ່ປີ. ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%.
ເພີ່ມເຕີມ