ພາຍຫຼັງສໍາເລັດການເຄື່ອນໄຫວ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຢູ່ແຂວງຫຼວງພະບາງ

ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ວຽກງານ ຢູ່ແຂວງໄຊຍະບູລີ

ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ວຽກງານ ຢູ່ແຂວງໄຊຍະບູລີ
ພາຍຫຼັງສໍາເລັດການເຄື່ອນໄຫວ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຢູ່ແຂວງຫຼວງພະບາງ ໃນວັນທີ 6 ສິງຫາ ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

 ຢູ່ແຂວງໄຊຍະບູລີ ໂດຍມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍການນຳແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.

ການຢ້ຽມຢາມແຂວງໄຊຍະບູລີຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມພື້ນທີ່ການຜະລິດຂອງປະຊາຊົນ ຢູ່ເມືອງໄຊຍະບູລີ ເປັນຕົ້ນ ຟາມລ້ຽງໄກ່ພັນໄຂ່ ໂລລິ່ນ ທີ່ບ້ານລ້ອງປໍ ແລະ ການປູກເຂົ້ານາປີ ທີ່ບ້ານດອນເງິນ. ຫຼັງຈາກນັ້ນ ກໍໄດ້ພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງຂອງແຂວງ ທີ່ຫ້ອງວ່າການແຂວງໄຊຍະບູລີ. ກ່ອນອື່ນ ແມ່ນໄດ້ຟັງການລາຍງານ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດ ບັນດາມາດຕະການ ກໍຄື ນິຕິກຳ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ໄລຍະ 6 ເດືອນຕົ້ນປີ 2024 ເຫັນວ່າ ໃນສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ ຊຶ່ງໄດ້ສົ່ງຜົນກະທົບໂດຍທາງກົງ ແລະ ທາງອ້ອມ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ໂດຍສະເພາະໄພເງິນເຟີ້, ລາຄານໍ້າມັນເຊື້ອໄຟ ແລະ ສິນຄ້າແພງ, ຄ່າຄອງຊີບສູງ,ບວກກັບໄພທຳມະຊາດ, ການລະບາດພະຍາດຄົນ-ສັດ ແລະ ປະກົດການຫຍໍ້ທໍ້ດ້ານຕ່າງໆ. ແຕ່ພາຍໃຕ້ການນຳພາ-ຊີ້ນໍາຢ່າງຕັ້ງໜ້າ ຂອງຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ ບວກກັບຄວາມຮັບຜິດຊອບເປັນເຈົ້າການສູງ ຂອງປະຊາຊົນບັນດາເຜົ່າ ແລະ ຜູ້ປະກອບການພາຍໃນແຂວງ ເຮັດໃຫ້ທົ່ວແຂວງ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດຂະຫຍາຍຕົວໃນລະດັບ 5,5%,ລວມຍອດຜະລິດຕະພັນພາຍໃນ 15.762 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 36,93ລ້ານກີບ, ການຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ທັງໝົດ 1.668,48 ຕື້ກີບ, ເທົ່າກັບ 79,74% ຂອງແຜນການ, ການຈັດຕັ້ງປະຕິບັດແຜນລາຍຈ່າຍ ໄດ້416,51ຕື້ກີບ, ເທົ່າກັບ71,11%ຂອງແຜນການປີ;ສາມາດສົ່ງອອກສິນຄ້າທັງໝົດ ມີມູນຄ່າ 57,47 ລ້ານໂດລາ, ເທົ່າກັບ 60,32% ຂອງແຜນປີ ຊຶ່ງສ່ວນຫຼາຍແມ່ນພືດກະສິກໍາ; ການລະດົມແຫຼ່ງທຶນ ເພື່ອການພັດທະນາ; ມີການລົງທຶນທົ່ວສັງຄົມ ມີທັງໝົດ 2.296,34 ຕື້ກີບ ເທົ່າກັບ 53,95% ຂອງແຜນການ; ການຜະລິດພາຍໃນ ແລະ ການລ້ຽງສັດແບບເປັນກຸ່ມເປັນຟາມ ມີທ່າອ່ຽງເພີ່ມຂຶ້ນ; ສາມາດຈຳກັດການນຳເຂົ້າສິນຄ້າ ທີ່ພາຍໃນສາມາດຜະລິດໄດ້ ຫຼາຍສົມຄວນ; ອັນພົ້ນເດັ່ນ ສາມາດຊຸກຍູ້ໃຫ້ມີການສ້າງຕັ້ງໂຮງງານປຸງແຕ່ງ ຄື: ໂຮງງານແປ້ງມັນຕົ້ນ, ໂຮງງານປຸງແຕ່ງຂັ້ນຕົ້ນຢາງພາລາ, ໂຮງງານເສັ້ນໝີ່-ເສັ້ນເຝີ, ໂຮງງານອົບຜົນຜະລິດກະສິກຳ ແລະໂຮງງານຂ້າສັດ ເພີ່ມຂຶ້ນຈຳນວນໜຶ່ງ; ສໍາລັບດ້ານວັດທະນະທຳ-ສັງຄົມ ກໍໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນຢ່າງຕໍ່ເນື່ອງ.

ໃນໂອກາດນີ້,ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນພົບປະໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງຂອງການເຄື່ອນໄຫວເຮັດວຽກຢູ່ແຂວງໄຊຍະບູລີ ໃນຄັ້ງນີ້, ພ້ອມທັງ ສະເໜີຂະແໜງການກ່ຽວຂ້ອງຂອງແຂວງ ປະກອບຄຳເຫັນຕື່ມ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ທີ່ຕິດພັນກັບຂະແໜງການຂອງຕົນ; ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະບັນດາປັດໄຈທີ່ສົ່ງຜົນກະທົບຕໍ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພົບກັບຄວາມຫຍຸ້ງຍາກ, ລວມທັງ ຄວາມພະຍາຍາມ ແລະ ເອົາໃຈໃສ່ ແກ້ໄຂບັນຫາຄົງຄ້າງ, ຫຍຸ້ງຍາກຕ່າງໆ ຂອງສູນກາງພັກ ແລະ ລັດຖະບານ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ: ສືບຕໍ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ; ແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ຕາມມາດຕະການທີ່ກຳນົດໄວ້ ໃຫ້ເຂັ້ມງວດ, ເດັດຂາດ ແລະ ຫຼຸດໜ້ອຍຖອຍລົງເປັນກ້າວໆ; ເຄັ່ງຄັດແກ້ໄຂບັນຫາສິນຄ້າ ແລະ ພາຫະນະ ທີ່ນຳເຂົ້າບໍ່ຖືກຕ້ອງ; ນຳໃຊ້ຄວາມສາມາດ ແລະ ທ່າແຮງບົ່ມຊ້ອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ເກີດປະໂຫຍດສູງສຸດ ບົນພື້ນຖານສອດຄ່ອງກັບແນວທາງຂອງພັກ ແລະ ນະໂຍບາຍຂອງລັດ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງພັກ ກໍຄື ມະຕິຕົກລົງ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມມະຕິ 05/ລບ ໃຫ້ປະກົດຜົນເປັນຮູບປະທຳຕົວຈິງ; ເອົາໃຈໃສ່ປັບປຸງສະພາບແວດລ້ອມ ໃນການດຳເນີນທຸລະກິດ ແລະ ການລົງທຶນ ໃຫ້ດີຂຶ້ນກວ່າເກົ່າ, ທັງຄຸ້ມຄອງບັນດາໂຄງການຂະໜາດໃຫຍ່ ໃຫ້ມີປະສິດທິຜົນ ແລະ ແກ້ໄຂໂຄງການທີ່ມີບັນຫາຄົງຄ້າງໃຫ້ສຳເລັດໂດຍໄວ; ເອົາໃຈໃສ່ຜັນຂະຫຍາຍນິຕິກຳຂອງຄະນະສະເພາະກິດ 19/ກມສພ ກໍຄືລັດຖະບານ ໂດຍສະເພາະ ບັນດາວຽກຈຸດສຸມ ໃຫ້ມີການຫັນປ່ຽນ ໃນທ່ວງທ່າດີຂຶ້ນກວ່າເກົ່າ; ສືບຕໍ່ກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 (70 ປີ ວັນສ້າງຕັ້ງພັກ, 50 ປີ ວັນສະຖາປະນາ ສປປ ລາວ ແລະ 105 ປີ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ) ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ; ສຸມໃສ່ປະຕິບັດບັນດາໜ້າວຽກຈຸດສຸມ ໃນ 6 ເດືອນທ້າຍປີ 2024 ທີ່ກໍານົດໄວ້ ໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ແລະ ຄວາມຮັບຜິດຊອບຂອງແຂວງ ທີ່ກໍານົດໄວ້ ໃນມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ Iປະຈຳປີ 2024; ເອົາໃຈໃສ່ແກ້ໄຂບັນຫາຄູອາສາສະໝັກ, ການຂາດເຂີນຄູສອນ ແລະ ການຂາດຮຽນຂອງນັກຮຽນ ໂດຍການປະຕິບັດນະໂຍບາຍ ຕາມມະຕິ ເລກທີ 09/ລບ ໃຫ້ມີປະສິດທິຜົນຕົວຈິງຫຼາຍຂຶ້ນ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ