ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນລຸກຊໍາບວກ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນລຸກຊໍາບວກ
ໃນຕອນບ່າຍ ວັນທີ 8 ກຸມພາຜ່ານມາທີ່ສໍານັກງານນາຍົກລັດຖະມົນຕີ,ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຊາວີເອ ເບັດແຕນລ໌ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າສາກົນ,ທັງເປັນລັດຖະມົນຕີການຮ່ວມມື ເພື່ອການພັດທະນາ ແລະ ວຽກງານມະນຸດສະທໍາ ແຫ່ງ ຣາຊະອານາຈັກລຸກຊໍາບວກ,ໃນໂອກາດນໍາພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 5-9 ກຸມພາ 2024.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ທ່ານ ຊາວີເອ ເບັດແຕນລ໌ ແລະ ຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ຊຶ່ງເປັນໂອກາດທີ່ມີຄວາມໝາຍສໍາຄັນຫຼາຍ ເປັນປີຄົບຮອບ 27 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ ແລະ ລຸກຊໍາບວກ, ທັງເປັນການສືບຕໍ່ແລກປ່ຽນການຢ້ຽມຢາມ ລະຫວ່າງ ຄະນະຜູ້ແທນຂອງສອງປະເທດ ຢ່າງເປັນປົກກະຕິ ພາຍຫຼັງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ສົມເດັດ ຄຣັງ ດຸກ ແຫ່ງ ລຸກຊໍາບວກ ໃນເດືອນທັນວາ 2022 ຜ່ານມາ. ພ້ອມນັ້ນ, ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ຊາວີເອ ເບັດແຕນລ໌ ໃນຄັ້ງນີ້ ຍັງເປັນໂອກາດອັນດີໃນການແລກປ່ຽນບົດຮຽນ, ປະສົບການຮ່ວມກັນ ແລະ ພ້ອມກັນພັດທະນາການຮ່ວມມືໃນຂະແໜງການຕ່າງໆ ຕາມທ່າແຮງຂອງສອງປະເທດ ທີ່ມີຄ້າຍຄືກັນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄື ສອງປະເທດ ໃຫ້ນັບມື້ນັບມີໝາກຜົນຍິ່ງໆຂຶ້ນ. ພ້ອມນີ້,ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ຊຶ່ງໄລຍະ 27 ປີຜ່ານມາ ການຮ່ວມມືຂອງສອງປະເທດ ໄດ້ມີບາດກ້າວທີ່ດີ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ;ການຊ່ວຍເຫຼືອຂອງລັດຖະບານລຸກຊຳບວກ ແກ່ ສປປ ລາວ ແມ່ນກວມເອົາຫຼາຍຂະແໜງການ ເປັນຕົ້ນ ສາທາລະນະສຸກ,ການສຶກສາ,ການສົ່ງເສີມການສ້າງລັດແຫ່ງກົດໝາຍ,ການຊ່ວຍເຫຼືອໃນການພັດທະນາທ້ອງຖິ່ນ,ການບໍລິການດ້ານການທ່ອງທ່ຽວ ແລະ ອື່ນໆ. ໃນຕໍ່ໜ້າ ເຫັນວ່າ ລຸກຊຳບວກ ຈະສືບຕໍ່ໃຫ້ການສະໜັບສະໜູນວຽກງານສະຖິຕິ ເພື່ອປະກອບສ່ວນເຂົ້າໃນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ຂອງ ສປປ ລາວຊຶ່ງຕາງໜ້າໃຫ້ລັດຖະບານ ກໍຄື ປະຊາຊົນລາວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ລຸກຊໍາບວກ ທີ່ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາຊຶ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນມີປະສິດທິພາບ ແລະ ປະສິດທິຜົນດີ, ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະການພັດທະນາຊົນນະບົດ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຊຸມປີຕໍ່ໜ້າ, ທັງປະກອບສ່ວນສຳຄັນໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການ ສປຊ ໃນປີ 2030. ນອກນັ້ນ, ຍັງໄດ້ແຈ້ງໃຫ້ ຝ່າຍລຸກຊໍາບວກຊາບໂດຍຫຍໍ້ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ, ລວມເຖິງການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ.
ໃນໂອກາດດຽວກັນ,ທ່ານ ຊາວີເອ ເບັດແຕນລ໌ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ໄດ້ສະແດງຄວາມເຫັນດີຕໍ່ການຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງປະເທດ ທີ່ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນໄປແລ້ວ. ພ້ອມນີ້, ກໍໄດ້ແຈ້ງໃຫ້ຊາບເຖິງຜົນສໍາເລັດຂອງການປຶກສາຫາລືພົບປະສອງຝ່າຍກັບທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ລວມທັງ ການໄປຢ້ຽມຢາມບັນດາໂຄງການທີ່ລຸກຊໍາບວກໃຫ້ການຊ່ວຍເຫຼືອ ເປັນຕົ້ນຢູ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ ຊຶ່ງໄດ້ມີໂອກາດພົບປະການນໍາ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງດັ່ງກ່າວ, ທັງໄດ້ທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາຂອງແຂວງເຫຼົ່ານັ້ນ. ພ້ອມນັ້ນ, ກໍໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການສະໜັບສະໜູນ ລຸກຊໍາບວກ ໃນຂອບຫຼາຍຝ່າຍ ໃນໄລຍະຜ່ານມາ; ໄດ້ສະແດງຄວາມໝາຍໝັ້ນ ຈະສືບຕໍ່ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອ ແກ່ ສປປ ລາວ ໃນຂະແໜງການຈຳນວນໜຶ່ງ ຕື່ມອີກໃນອະນາຄົດ.
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19 ພຶດສະພາ ນີ້ ທີ່ສຳນັກງານສູນກາງພັກໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ.
ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ກຳປູເຈຍ

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ກຳປູເຈຍ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ດິດ ທີນ່າ ລັດຖະມົນຕີ ກະຊວງ ກະສິກໍາ, ປ່າໄມ້ ແລະ ການປະມົງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 2 ພຶດສະພານີ້ ທີ່ ສຳນັກງານນາຍົກລັດຖະມົນຕີ, ເນື່ອງໃນໂອກາດ ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກງານຢູ່ ສປປ ລາວ ໃນລະຫວ່າງ ວັນທີ 30 ເມສາ ຫາ 3 ພຶດສະພານີ້.
ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ພົບປະ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ພົບປະ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ຕອນບ່າຍຂອງວັນທີ 29 ເມສານີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ເດີນທາງໄປຍັງ ນະຄອນໂຮ່ຈິມິນ ເພີ່ມກຽມເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນໃນວັນທີ 30 ເມສາ 2025 ນີ້, ໂອກາດດັ່ງກ່າວ ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະກັບສະຫາຍ ໂຕ ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີເປີດການນໍາໃຊ້ ທ່າທຽບເຮືອເລກ 3 ທີ່ ສສ ຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີເປີດການນໍາໃຊ້ ທ່າທຽບເຮືອເລກ 3 ທີ່ ສສ ຫວຽດນາມ

ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຄື່ອນໄຫວຢູ່ ແຂວງຮ່າຕິ້ງ ສສ ຫວຽດນາມ ເພື່ອຮ່ວມກັບ ສະຫາຍ ເລືອງເກືອງ ກໍາມະການກົມການເມືອງສູນກາງພັກ ປະທານປະເທດ ແຫ່ງ ສສ ຫວຽດນາມ
ການຮ່ວມມື ທີ່ເປັນຮູບປະທໍາ ລາວ-ຈີນ ນັບມື້ນໍາຜົນປະໂຫຍດມາສູ່ສອງຊາດ  (ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ)

ການຮ່ວມມື ທີ່ເປັນຮູບປະທໍາ ລາວ-ຈີນ ນັບມື້ນໍາຜົນປະໂຫຍດມາສູ່ສອງຊາດ (ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ)

ສາຍພົວພັນທີ່ເປັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຈີນ ແມ່ນມີມາແຕ່ບູຮານນະການ ຍ້ອນສອງປະເທດເຮົາ ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ມີຊາຍແດນ, ສາຍພູ ແລະ ສາຍນ້ຳຕິດຈອດກັນ. ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນນິດຈີນ ໄດ້ສ້າງຕັ້ງສາຍພົວພັນໂດຍກົງນໍາກັນ ໃນປີ 1959, ຕໍ່ມາສອງປະເທດລາວ ແລະ ຈີນ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ແຕ່ວັນທີ 24-25 ເມສາ 2025
ໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງ ຄຊປປລ ຄົບຮອບ 70 ປີ

ໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງ ຄຊປປລ ຄົບຮອບ 70 ປີ

ພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ)ຄົບຮອບ 70 ປີ (14 ເມສາ 1955-14 ເມສາ 2025) ໄດ້ຈັດຂຶ້ນໃນວັນທີ 22 ເມສານີ້ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ,
ສະຫາຍສອນໄຊສີພັນດອນພົບປະກັບສະຫາຍ ຟ້າມ ມິງ ຈິງ

ສະຫາຍສອນໄຊສີພັນດອນພົບປະກັບສະຫາຍ ຟ້າມ ມິງ ຈິງ

ເນື່ອງໃນໂອກາດ, ສະຫາຍ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G)ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 15 – 17 ເມສາ 2025,
ການນໍາຂັ້ນສູງພັກ-ລັດຮ່ວມ​ພິ​ທີໃສ່​ບາດອຸທິດບຸນກຸສົນໃຫ້ ສະຫາຍພົນເອກ ຄໍາໄຕ ສີພັນດອນ

ການນໍາຂັ້ນສູງພັກ-ລັດຮ່ວມ​ພິ​ທີໃສ່​ບາດອຸທິດບຸນກຸສົນໃຫ້ ສະຫາຍພົນເອກ ຄໍາໄຕ ສີພັນດອນ

ໃນ​ຕອນ​ເຊົ້າ​ຂອງວັນ​ທີ 10ເມ​ສານີ້ ທີ່​ເຮືອນ​ພັກ​ຂອງ​ ສະ​ຫາຍຄໍ​າໄຕສີ​ພັນ​ດອນ ທີ່ບ້ານສະພານທອງເໜືອເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ; ການນໍາຂັ້ນສູງພັກ-ລັດ, ນໍາໂດຍສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ,
ເພີ່ມເຕີມ