ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເລຂາທິການໃຫຍ່ອາຊຽນ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເລຂາທິການໃຫຍ່ອາຊຽນ
ໃນວັນທີ 29 ພະຈິກ ນີ້ ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກາວ ຄິມ ຮຸນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 28-30 ພະຈິກ ນີ້.
ໃນໂອກາດດັ່ງກ່າວ, ທ່ານສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ກາວ ຄິມ ຮຸນ ທີ່ໄດ້ນຳພາຄະນະ ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການຢ້ຳຄືນຄວາມກຽມພ້ອມຂອງກອງເລຂາອາຊຽນ ເພື່ອສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ 2024 ທີ່ຈະມາເຖິງນີ້. ທ່ານນາຍົກລັດຖະມົນຕີ ຍັງໄດ້ຢ້ຳຄືນຄວາມໝາຍໝັ້ນຂອງສປປ ລາວ ຕໍ່ວຽກງານອາຊຽນ ແລະ ຜ່ານມາໄດ້ປະກອບສ່ວນເຂົ້າໃນວຽກງານອາຊຽນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບສູງ, ປະຕິບັດໜ້າທີ່ ແລະພັນທະຂອງຕົນຢ່າງດີ ແລະ ໄດ້ຮັບການຮ່ວມມືແລະການສະໜັບສະໜູນຊ່ວຍເຫຼືອຈາກກອງເລຂາອາຊຽນມາໂດຍຕະຫຼອດ, ເປັນຕົ້ນແມ່ນການເປັນປະທານອາຊຽນຂອງ ສປປ ລາວ 2 ຄັ້ງຜ່ານມາ ໃນສົກປີ 2004-2005 ແລະ ປີ 2016 ຢ່າງມີຜົນສຳເລັດອັນຈົບງາມ. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ຢ້ຳຄວາມກຽມພ້ອມຂອງ ສປປ ລາວ ທີ່ຈະເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານເລຂາທິການໃຫຍ່ອາຊຽນ ກໍຄື ກອງເລຂາອາຊຽນ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າກອງເລຂາອາຊຽນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະ ການຮ່ວມມື ແລະ ການປະສານງານດ້ານຕ່າງໆ ເພື່ອຈັດຕັ້ງປະຕິບັດຂົງເຂດບູລິມະສິດ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃຫ້ປະສົບຜົນສຳເລັດ ແລະ ປະກອບສ່ວນເຂົ້າໃນການເສີມສ້າງປະຊາຄົມອາຊຽນ ໃຫ້ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ເຂັ້ມແຂງຫຼາຍຂຶ້ນໃນປີ 2024. ທ່ານນາຍົກລັດຖະມົນຕີ ຍັງໄດ້ຢ້ຳວ່າ ສປປ ລາວ ພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດກັບ ກອງເລຂາອາຊຽນ, ປະເທດສະມາຊິກຄອບຄົວອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເພື່ອຜົນສຳເລັດຂອງອາຊຽນ ກໍຄື ຜົນສຳເລັດຂອງ ສປປ ລາວ ໃນການເປັນປະທານອາຊຽນ.
ໃນຂະນະດຽວກັນ, ທ່ານ ກາວ ຄິມ ຮຸນ ໄດ້ສະແດງຄວາມຍິນດີຕໍ່ຄວາມກຽມພ້ອມຂອງ ສປປ ລາວ ທີ່ຈະເຮັດໜ້າທີ່ປະທານອາຊຽນ ແລະ ໄດ້ຢ້ຳວ່າກອງເລຂາອາຊຽນ ພ້ອມທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະໃຫ້ການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຢ່າງເຕັມທີ່ໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ກໍໄດ້ແຈ້ງອີກວ່າ ປີ 2024 ເປັນປີທ່ອງທ່ຽວລາວ ແລະ ໄດ້ເຊີນຊວນ ພະນັກງານກອງເລຂາອາຊຽນ ມາທ່ຽວສະຖານທີ່ຕ່າງໆໃນ ສປປ ລາວ ໃນໂອກາດມາຮ່ວມກອງປະຊຸມຕ່າງໆຢູ່ ສປປ ລາວ ແລະ ຊ່ວຍໂຄສະນາ “ປີທ່ອງທ່ຽວລາວ2024” ໃຫ້ນັກທ່ອງທ່ຽວຈາກປະເທດສະມາຊິກອາຊຽນ ແລະ ຈາກພາຍນອກ.
(ຂ່າວ:ກະຊວງການຕ່າງປະເທດ; ພາບ: ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ສານຂອງທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ  ແລະ ວັນສິ່ງແວດລ້ອມແຫ່ງຊາດ

ສານຂອງທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ; ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດ ລ້ອມແຫ່ງຊາດໝູນວຽນມາຄົບຮອບອີກວາລະໜຶ່ງ ຊຶ່ງປີນີ້ວັນສິ່ງແວດລ້ອມໂລກແມ່ນຄົບຮອບ 52 ປີ ແລະວັນສິ່ງແວດລ້ອມແຫ່ງຊາດແມ່ນຄົບຮອບ 26 ປີ. ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວເພື່ອເປັນການປູກຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນລາວທຸກຄົນເຫັນຄວາມສຳຄັນຂອງສິ່ງແວດລ້ອມ
ປະທານປະເທດ ພົບປະກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ

ປະທານປະເທດ ພົບປະກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ ທ່ານ ອິຊິບະ ຊິເງະຣຸ (Mr. ISHIBA Shigeru) ນາຍົກລັກຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ​ໃນ​ວັນ​ທີ 29 ພຶດ​ສະ​ພານີ້ ທີ່​ປະ​ເທດ​ຍີ່​ປຸ່ນ. ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ​ຕໍ່ ທ່ານ ອິຊິບະ ຊິເງະຣຸ ທີ່ໄດ້ໃຫ້​ການຕ້ອນຮັບຄະນະຜູ້ແທນ ສ​ປ​ປ ລາວ ຢ່າງອົບອຸ່ນໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 30 ທີ່ຈັດໂດຍສຳນັກໜັງສືພິມ ນິເກອິ ປະເທດຍີ່ປຸ່ນ.
ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ  ເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2025

ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2025

­ ບັນດາທ່ານ ທີ່ນັບຖື, ­ ຫຼານນ້ອຍເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ, ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2025 ໄດ້ໝູນວຽນມາ ຄົບຮອບອີກວາລະໜຶ່ງ ຊຶ່ງປຽບດັ່ງປາງບຸນໃຫຍ່ຂອງເດັກໃນທົ່ວໂລກ ທີ່ບັນດາປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນດັ່ງກ່າວ ໃຫ້ກັບເດັກໃນປະເທດຂອງຕົນຢ່າງເປັນຂະບວນຟົດຟື້ນດ້ວຍຫຼາຍຮູບການ. ການສະເຫຼີມສະຫຼອງວັນເດັກ ກໍເພື່ອສົ່ງເສີມສິດ ແລະ ສະພາບແວດລ້ອມທີ່ດີໃຫ້ແກ່ເດັກ. ສຳລັບ ສປປ ລາວ, ພວກເຮົາ ຍັງໄດ້ກຳນົດວັນທີ 1 ມິຖຸນາ
ລັດຖະບານ ພິຈາລະນາ 7 ຫົວຂໍ້ສຳຄັນ ໃນກອງປະຊຸມປະຈໍາເດືອນນີ້

ລັດຖະບານ ພິຈາລະນາ 7 ຫົວຂໍ້ສຳຄັນ ໃນກອງປະຊຸມປະຈໍາເດືອນນີ້

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນພຶດສະພາ2025ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ29 ພຶດສະພານີ້ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງແລະນະຄອນຫຼວງວຽງຈັນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນພຶດສະພາແລະທິດທາງແຜນວຽກຈຸດສຸມປະຈຳເດືອນມິຖຸນາ2025.
ນາຍົກລັດຖະມົນຕີລາວ - ຫວຽດນາມ ພົບປະປຶກສາຫາລື ແລະ ຊຸກຍູ້ການພົວພັນຮ່ວມມື

ນາຍົກລັດຖະມົນຕີລາວ - ຫວຽດນາມ ພົບປະປຶກສາຫາລື ແລະ ຊຸກຍູ້ການພົວພັນຮ່ວມມື

ໃນຕອນບ່າຍຂອງວັນທີ 26 ພຶດສະພາ ຜ່ານມາ ທີ່ ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ; ສະຫາຍສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບສະຫາຍ ຟ້າມມິງຈິງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ - ຫວຽດນາມ
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບຫົວໜ້າອົງການໄອຍະການສູງສຸດ ສ ຣັດເຊຍ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບຫົວໜ້າອົງການໄອຍະການສູງສຸດ ສ ຣັດເຊຍ

ໃນຕອນເຊົ້າວັນທີ 28 ພຶດສະພາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສະຫະພັນ ຣັດເຊຍ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ລະຫວ່າງວັນທີ 27 ຫາ 29 ພຶດສະພາ 2025.
ທ່ານປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຫົວໜ້າອົງການໄອຍະການສູງສຸດ ສ ຣັດເຊຍ

ທ່ານປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຫົວໜ້າອົງການໄອຍະການສູງສຸດ ສ ຣັດເຊຍ

ໃນຕອນເຊົ້າວັນທີ 28 ພຶດສະພາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ຫົວໜ້າອົງການໄອຍະການສູງສູດ ສ ຣັດເຊຍ ເຂົ້າຢ້ຽມຂໍ່ານັບ ເນື່ອງໃນໂອກາດທີ່ທ່ານພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລະຫວ່າງວັນທີ 27-29 ພຶດສະພາ 2025.
ນາຍົກລັດຖະມົນຕີ ພົບປະກັບ ປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ

ນາຍົກລັດຖະມົນຕີ ພົບປະກັບ ປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ

ໃນວັນທີ 26 ພຶດສະພາ ຜ່ານມາ ທີ່ ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ໃນໂອກາດເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງໃນລະຫວ່າງວັນທີ 25-27 ພຶດສະພາ 2025.
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ໃນໂອກາດເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 46 ທີ່ ກົວລາລໍາເປີ ປະເທດມາເລເຊຍ; ໃນວັນທີ 27 ພຶດສະພານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ຊຶ່ງມີກອງປະຊຸມສຸດຍອດອາຊຽນ-ສະພາການຮ່ວມມືເຂດອ່າວ (ຈີຊີຊີ) ຄັ້ງທີ 2 ແລະ ກອງປະຊຸມສຸດຍອດອາຊຽນ-ຈີຊີຊີ-ຈີນ.
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ອົງມົງກຸດຣາຊະກຸມມານ ແຫ່ງ ລັດກູເວດ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ອົງມົງກຸດຣາຊະກຸມມານ ແຫ່ງ ລັດກູເວດ

ໃນວັນທີ 26 ພຶດສະພາ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ; ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ເຊກຄ໌ ຊາບາສ ຄາລິດ ອາລ ຮາມັດ ອາລ ຊາບາສ ອົງມົງກຸດຣາຊະກຸມມານ ແຫ່ງ ລັດກູເວດ ເພື່ອປຶກສາຫາລື ແລະ ຊຸກຍູ້ການຮ່ວມມືສອງຝ່າຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ໃນວັນທີ 26-27 ພຶດສະພາ 2025.
ເພີ່ມເຕີມ