ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ກຳປູເຈຍ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ກຳປູເຈຍ
ໃນຕອນແລງວັນທີ28 ມັງກອນນີ້ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຈາມ ນິມົນລັດຖະມົນຕີກະຊວງການຄ້າແຫ່ງ ຣາຊະອານາຈັກກຳປູເຈຍ

 

ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມດ້ານການຄ້າ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ ຄັ້ງທີ 2 ຢູ່ນະຄອນຫຼວງວຽງຈັນ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານລັດຖະມົນຕີ ກະຊວງການຄ້າ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຄະນະ ທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມຢູ່ ສປປ ລາວ ໃນຄັ້ງນີ້ຊຶ່ງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍເວົ້າລວມ, ເວົ້າສະເພາະ ລະຫວ່າງ ກະຊວງການຄ້າ ຂອງ ສປປ ລາວ ແລະ ກະຊວງການຄ້າ ແຫ່ງ ຣາຊະອານາຈັກກຳປູເຈຍ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ; ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງຂອງລັດຖະບານ ແລະ ປະຊາຊົນ ກຳປູເຈຍ ທີ່ຍາດມາໄດ້ໃນຊຸມປີຜ່ານມາ; ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ຂອງສອງປະເທດ ໃນໄລຍະຜ່ານມາ ຊຶ່ງການນຳຂັ້ນຕ່າງໆ ໄດ້ມີການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ຢ່າງເປັນປົກກະຕິ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບຜົນສຳເລັດຂອງການໄປຢ້ຽມຢາມທາງການ ແລະ ພົບປະກັບສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດນາຍົກລັດຖະມົນຕີກຳປູເຈຍ ທີ່ຣາຊະອານາຈັກ ກຳປູເຈຍ ໃນເດືອນທັນວາ ປີ 2024; ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ ສອງກະຊວງການຄ້າລາວ ແລະ ກຳປູເຈຍ ທີ່ໄດ້ຈັດກອງປະຊຸມດັ່ງກ່າວນີ້ຂຶ້ນ ເພື່ອຄວາມເປັນເອກະພາບ ໃນການຜັນຂະຫຍາຍ ຜົນຂອງການພົບປະລະຫວ່າງສອງນາຍົກລັດຖະມົນຕີລາວ-ກຳປູເຈຍ ໄດ້ຮັບໝາກຜົນເປັນຮູບປະທຳຕົວຈິງ; ໄດ້ສະເໜີເຊີນຊວນບັນດານັກທຸລະກິດກຳປູເຈຍ ເຂົ້າມາລົງທຶນຢູ່ ສປປ ລາວ ໃນຂົງເຂດທີ່ ສປປ ລາວ ມີທ່າແຮງ ເປັນຕົ້ນດ້ານພະລັງງານສະອາດ, ກະສິກຳ, ອຸດສາຫະກຳປຸງແຕ່ງ, ວັດທະນະທຳ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆທີ່ສອງຝ່າຍມີຄວາມສົນໃຈ; ໄດ້ສະເໜີໃຫ້ສອງກະຊວງການຄ້າລາວ ແລະ ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມືໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ ໂດຍສະເພາະຮ່ວມກັນຈັດຕັ້ງປະຕິບັດຜົນຂອງກອງປະຊຸມ ຄະນະກຳມະການຮ່ວມດ້ານການຄ້າ ລາວ-ກຳປູເຈຍ ຄັ້ງທີ 2 ໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ໃນໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງການຄ້າ ແຫ່ງຣາຊະອານາຈັກກຳປູເຈຍກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ລວມທັງຜົນສຳເລັດໃນການພົວພັນຮ່ວມມື ຂອງສອງກະຊວງການຄ້າ ກຳປູເຈຍ ແລະ ລາວ ໃນໄລຍະຜ່ານມາ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບຜົນສຳເລັດອັນພົ້ນເດັ່ນ ທີ່ຂະແໜງການຄ້າກຳປູເຈຍ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນ; ໄດ້ສະເໜີທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ໃຫ້ການຊີ້ນຳ ແລະ ສະໜັບສະໜູນ ການພົວພັນຮ່ວມມືວຽກງານການຄ້າ ລະຫວ່າງ ລາວ ແລະ ກຳປູເຈຍ ໃຫ້ນັບມື້ໄດ້ຮັບໝາກຜົນໃໝ່ໃຫຍ່ຫຼວງຂຶ້ນເປັນກ້າວໆ.

(ຂ່າວ: ກົມປະຊາສຳພັນ ຫສນຍ; ພາບ: ແສງຈັນ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ