ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 18

ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ  ສສ ຫວຽດນາມ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທ່ານ ພົນເອກ ຟານວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ

 

 ພ້ອມຄະນະ ໃນວັນທີ 19 ພະຈິກ ນີ້ທີ່ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 18 ແລະ ອາຊຽນບວກ ຄັ້ງທີ 11 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 19-22 ພະຈິກ ນີ້.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ຊົມເຊີຍ ແລະຕີລາຄາສູງຕໍ່ທ່ານ ພົນເອກ ຟານວັນ ຢາງ ພ້ອມດ້ວຍຄະນະ ທີ່ເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີ ຮັດແໜ້ນສາຍພົວພັນຮ່ວມມື ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ທ່ານ ພົນເອກ ຟານວັນ ຢາງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້ ພ້ອມທັງຖືໂອກາດແຈ້ງໃຫ້ຊາບ ກ່ຽວກັບການເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 18 ແລະ ອາຊຽນບວກ ຄັ້ງທີ 11 ໃນຄັ້ງນີ້ດ້ວຍ.

(ຂ່າວ: ສົມຫວັງ; ພາບ: ເກດສະໜາ)

ຄໍາເຫັນ

ຂ່າວເດັ່ນ

ອົງການກວດສອບແຫ່ງລັດ ຈະສູ້ຊົນດໍາເນີນການກວດສອບໃຫ້ບັນລຸ 620 ເທື່ອເປົ້າໝາຍ

ອົງການກວດສອບແຫ່ງລັດ ຈະສູ້ຊົນດໍາເນີນການກວດສອບໃຫ້ບັນລຸ 620 ເທື່ອເປົ້າໝາຍ

ອົງການກວດສອບແຫ່ງລັດ ຈະສູ້ຊົນດໍາເນີນການກວດສອບໃຫ້ບັນລຸ 620 ເທື່ອເປົ້າໝາຍ, ໃນຂະນະດຽວກັນລົງເຄື່ອນໄຫວຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບໃຫ້ກວມເອົາ 80% ຂອງຈໍານວນເປົ້າໝາຍ.
ອົງການກວດກາແຫ່ງລັດ ຈະສ້າງພະນັກງານໃຫ້ມີຄວາມເປັນມືອາຊີບ

ອົງການກວດກາແຫ່ງລັດ ຈະສ້າງພະນັກງານໃຫ້ມີຄວາມເປັນມືອາຊີບ

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນານີ້ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ. ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາແຫ່ງລັດ.
5 ປີຕໍ່ໜ້າ ສປສສ ຈະສູ້ຊົນແກ້ໄຂຫຼາຍບັນຫາຄົງຄ້າງໃຫ້ດີຂຶ້ນ

5 ປີຕໍ່ໜ້າ ສປສສ ຈະສູ້ຊົນແກ້ໄຂຫຼາຍບັນຫາຄົງຄ້າງໃຫ້ດີຂຶ້ນ

ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ (ສປສສ) ໄດ້ຊີ້ແຈງຕໍ່ຄຳເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນານີ້ ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ອອປສ ຈະສ້າງພະນັກງານໄອຍະການກ້າວເປັນມືອາຊີບ

ອອປສ ຈະສ້າງພະນັກງານໄອຍະການກ້າວເປັນມືອາຊີບ

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈະສ້າງຄວາມເຂັ້ມແຂງໃຫ້ພະນັກງານໄອຍະການປະຊາ ຊົນແຕ່ລະຂັ້ນໃຫ້ມີທັກສະ ແລະ ມີຄວາມຊໍານິຊໍານານ ໃນການຕິດຕາມກວດກາ ການດໍາເນີນຄະດີ, ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ. ໃນຂະນະດຽວກັນ ຈະສ້າງພະນັກງານໄອຍະການໃຫ້ເປັນຜູ້ຊໍານານງານ ແລະ ກ້າວເປັນມືອາຊີບ.
ບັນດາແຂວງຕ່າງໆ ມອບເງິນຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ

ບັນດາແຂວງຕ່າງໆ ມອບເງິນຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ

ພິທີມອບ-ຮັບເງິນຊ່ວຍເຫຼືອໃຫ້ຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບໄດ້ຈັດຂຶ້ນໃນວັນທີ 25 ມີນານີ້ ທີ່ສະພາແຫ່ງຊາດ ເປັນກຽດມອບໂດຍທ່ານ ສອນທະນູ ທໍາມະວົງ ເລຂາຄະນະບໍລິຫານງານພັກແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ,
ສສຊ ເຂດ 4 ແຂວງອຸດົມໄຊ ສະເໜີ 2 ອົງການເພີ່ມທະວີການໂຄສະນາຜ່ານສື່ໃຫ້ຫຼາຍຂຶ້ນ

ສສຊ ເຂດ 4 ແຂວງອຸດົມໄຊ ສະເໜີ 2 ອົງການເພີ່ມທະວີການໂຄສະນາຜ່ານສື່ໃຫ້ຫຼາຍຂຶ້ນ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການໄອຍະການປະຊາ ຊົນສູງສຸດ (ອອປສ) ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນານີ້ ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ແຂວງຈຳປາສັກ ສຸມໃສ່ປະກອບຄຳເຫັນເພື່ອໃຫ້ການດຳເນີນຄະດີມີຜົນສັກສິດ

ສສຊ ແຂວງຈຳປາສັກ ສຸມໃສ່ປະກອບຄຳເຫັນເພື່ອໃຫ້ການດຳເນີນຄະດີມີຜົນສັກສິດ

ທ່ານນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026 – 2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໃນກອງປະ ຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ມາດຕະຖານເລືອກຕັ້ງເປັນສະມາຊິກສະພາຜູ້ພິພາກສາຂອງ ສປສສ

ມາດຕະຖານເລືອກຕັ້ງເປັນສະມາຊິກສະພາຜູ້ພິພາກສາຂອງ ສປສສ

ໃນວາລະກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນານີ້, ພາຍໃຕ້ການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ. ທ່ານນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ອ່ານໜັງສືສະເໜີຂອງສານປະຊາຊົນສູງສຸດ (ສປສສ) ກ່ຽວກັບມາດຕະຖານເງື່ອນໄຂ ແລະ ເປົ້າໝາຍທີ່ຈະເລືອກຕັ້ງເປັນສະມາ ຊິກສະພາຜູ້ພິພາກສາຂອງ ສປສສ.
5 ປີຜ່ານມາ ການດໍາເນີນຄະດີຂອງ ສປສສ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ

5 ປີຜ່ານມາ ການດໍາເນີນຄະດີຂອງ ສປສສ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ

ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ (ສປສສ) ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງ ສປສສ ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນານີ້, ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ອອ​ປ​ສ ຈະສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸ 95% ຂອງ​ການ​ຄົ້ນ​ຄວ້າ​ແກ້​ໄຂ​ຄະ​ດີ

ອອ​ປ​ສ ຈະສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸ 95% ຂອງ​ການ​ຄົ້ນ​ຄວ້າ​ແກ້​ໄຂ​ຄະ​ດີ

ໃນແຜນການເຄື່ອນໄຫວວຽກງານ 5 ປີ ຂອງອົງການໄອຍະການ ປະຊາຊົນສູງສຸດ (ອອ​ປ​ສ) ຈະສືບຕໍ່ຫັນວຽກງານໄອຍະການປະຊາຊົນລົງສູ່ຮາກຖານ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຕາມທິດກ້າວໜ້າ ແລະ ທັນສະໄໝເທື່ອລະກ້າວ, ແນໃສ່ພັດທະນາວຽກງານໄອຍະການປະຊາຊົນ ໃຫ້ເຕີບໃຫຍ່ເຂັ້ມແຂງ. ໃນຂະນະດຽວກັນ ຈະຍົກສູງຄຸນນະພາບການຕິດຕາມກວດກາ ການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸ 95% ຂຶ້ນໄປ ຂອງການຄົ້ນຄ້ວາແກ້ໄຂຄະດີ ແລະ ໃຫ້ບັນລຸ 95% ທີ່ສານຕັດສິນເອົາຕາມຄໍາຖະແຫຼງຂອງໄອຍະການ.
ເພີ່ມເຕີມ