ນາຍົກລັດຖະມົນຕີ ຊີ້ນຳວຽກງານ ຢູ່ຕາແສງຕຸ້ມລານ

ນາຍົກລັດຖະມົນຕີ ຊີ້ນຳວຽກງານ ຢູ່ຕາແສງຕຸ້ມລານ

ນາຍົກລັດຖະມົນຕີ ຊີ້ນຳວຽກງານ ຢູ່ຕາແສງຕຸ້ມລານ
ໃນວັນທີ 22 ກໍລະກົດຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຕຸ້ມລານ ເມືອງຕຸ້ມລານ ແຂວງສາລະວັນ; ມີທ່ານ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຕຸ້ມລານ ແລະ ປະຊາຊົນພາຍໃນເມືອງ ໃຫ້ການຕ້ອນຮັບ.

 

ນາຍກລດຖະມນຕ ຊນຳວຽກງານ ຢຕາແສງຕມລານ - image 1
 

ຕາແສງຕຸ້ມລານ ເປັນ 1 ໃນ 4 ຕາແສງ ທີ່ຂຶ້ນກັບເມືອງຕຸ້ມລານ ມີເນື້ອທີ່ທັງໝົດ 180 ກິໂລຕາແມັດ, ປະກອບມີ 12 ບ້ານ, 2,953 ຄອບຄົວ, ພົນລະເມືອງທັງໝົດ 12,312 ຄົນ, ໃນນັ້ນ ມີເຜົ່າກະຕາງ ກວມ 98% ແລະ ເຜົ່າລາວ ກວມ 2%; ປະຊາຊົນ 90% ແມ່ນຍຶດຖືການຜະລິດກະສິກໍາ ເປັນອາຊີບຕົ້ນຕໍ; ສະພາບພູມສັນຖານສ່ວນໃຫຍ່ເປັນທົ່ງພຽງ ກວມ 85%, ມີທ່າແຮງດ້ານການທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳ ເປັນຕົ້ນແມ່ນ ນ້ຳຕົກຕາດຫ້ວຍປູນ, ວັດປ່າຫາງນົກຍຸງ ແລະ ເຮືອນຍາວບູຮານເຜົ່າກະຕາງ. ປັດຈຸບັນ ພາຍໃນຕາແສງ ແມ່ນສຳເລັດ ການປະກອບບຸກຄະລາກອນ ເຂົ້າໃນຄະນະກຳມະການປົກຄອງ ຊຶ່ງມີທັງໝົດ 10 ທ່ານ ໄດ້ເຂົ້າປະຈໍາການ ແລະ ເຄື່ອນໄຫວວຽກງານຢ່າງເປັນປົກກະຕິ. ພ້ອມກັນນັ້ນ, ດ້ານໂຄງລ່າງພື້ນຖານຕາແສງ ແມ່ນສຳເລັດການປັບປຸງອາຄານສຳນັກງານ, ຕິດຕັ້ງປ້າຍຫ້ອງການ ແລະ ສະໜອງອຸປະກອນຮັບໃຊ້ ການບໍລິການຜ່ານປະຕູດຽວ ເພື່ອຮັບປະກັນໃຫ້ການບໍລິການປະຊາຊົນ ແລະ ການຄຸ້ມຄອງບໍລິຫານວຽກງານ ມີຄວາມສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງ.

ນາຍກລດຖະມນຕ ຊນຳວຽກງານ ຢຕາແສງຕມລານ - image 2
 

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດໃນການປະກາດສ້າງຕັ້ງຕາແສງຕຸ້ມລານ ຢ່າງເປັນທາງການ, ພ້ອມທັງ ເນັ້ນໜັກໃຫ້ເອົາໃຈໃສ່ ຕໍ່ວຽກງານຈຸດສຸມຈຳນວນໜຶ່ງ ເປັນຕົ້ນ ເພີ່ມທະວີສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ເອົາໃຈໃສ່ໂຄສະນາສຶກສາອົບຮົມປະຊາຊົນ ໃຫ້ມີສະຕິລະວັງຕົວ ຕໍ່ກົນອຸບາຍຕ່າງໆຂອງກຸ່ມຄົນບໍ່ດີ; ເຂັ້ມງວດສະກັດກັ້ນການລັກລອບຕັດໄມ້, ທຳລາຍປ່າ ແລະ ການລັກລອບຂຸດຄົ້ນແຮ່ທາດຜິດກົດໝາຍ; ຕິດຕາມສະພາບດິນຟ້າອາກາດ, ເຝົ້າລະວັງ ໄພທຳມະຊາດ ທີ່ອາດເກີດຂຶ້ນ ຢ່າງໃກ້ຊິດ ໂດຍໃຫ້ມີການກະກຽມຄວາມພ້ອມ ຊ່ວຍເຫຼືອປະຊາຊົນ ໃນກໍລະນີເກີດເຫດ ຢ່າງທັນການ; ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນຂອງເດັກນ້ອຍ, ຈັດສັນຄູສອນໃຫ້ພຽງພໍ,

ນາຍກລດຖະມນຕ ຊນຳວຽກງານ ຢຕາແສງຕມລານ - image 3
 

ລະດົມເດັກໃນເກນອາຍຸ ໄດ້ເຂົ້າຮຽນຢ່າງທົ່ວເຖິງ, ທັງຍົກລະດັບການບໍລິການດ້ານສາທາລະນະສຸກ ໃຫ້ນັບມື້ດີຂຶ້ນ; ຕິດຕັ້ງລະບົບໂທລະໂຄ່ງປະຈຳຕາແສງ ໃຫ້ສາມາດນຳໃຊ້ໂຄສະນາ-ປະຊາສຳພັນ ຢ່າງມີປະສິດທິພາບ; ສຸມໃສ່ຊຸກຍູ້ສົ່ງເສີມການປູກຝັງ-ລ້ຽງສັດ ຕາມທ່າແຮງຂອງທ້ອງຖິ່ນ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ຫຼຸດລົງເປັນກ້າວໆ,

ນາຍກລດຖະມນຕ ຊນຳວຽກງານ ຢຕາແສງຕມລານ - image 4
 

ພ້ອມທັງ ຈັດສັນທີ່ຢູ່ອາໄສຂອງປະຊາຊົນ ໃຫ້ເປັນລະບຽບຮຽບຮ້ອຍ, ລວມກັນຢູ່ເປັນກຸ່ມ ເພື່ອສະດວກຕໍ່ການພັດທະນາໂຄງລ່າງພື້ນຖານຕ່າງໆ; ຮັດແໜ້ນ ຄວາມສາມັກຄີພາຍໃນ ແລະ ຝຶກອົບຮົມຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ບຸກຄະລາກອນຕາແສງ. ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບທຶນ ຈຳນວນໜຶ່ງ ໃຫ້ແກ່ເມືອງ ແລະ ຕາແສງ ດັ່ງກ່າວ.

ນາຍກລດຖະມນຕ ຊນຳວຽກງານ ຢຕາແສງຕມລານ - image 5
 

ຫຼັງຈາກນັ້ນ, ໄດ້ສືບຕໍ່ເດີນທາງຢ້ຽມຢາມກຸ່ມຫັດຖະກຳຕ່ຳແຜ່ນແພ ຂອງເຜົ່າກະຕາງ ແລະ ໄປຕິດຕາມກວດກາເບິ່ງເສັ້ນທາງ-ຂົວ ສຸພານຸວົງ ຊຶ່ງເປັນເສັ້ນທາງຍຸດທະສາດຂອງເມືອງຕຸ້ມລານ ຫາ ເທດສະບານແຂວງສາລະວັນ.

ນາຍກລດຖະມນຕ ຊນຳວຽກງານ ຢຕາແສງຕມລານ - image 6
 

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ