ອຸນຫະພູມໂລກປະຈຳເດືອນ

NASA ຢືນຢັນ ປີ 2024 ເປັນປີທີ່ອາກາດຮ້ອນທີ່ສຸດ

NASA ຢືນຢັນ ປີ 2024 ເປັນປີທີ່ອາກາດຮ້ອນທີ່ສຸດ
ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້, ນັກວິທະຍາສາດອົງການ NASA ເປີດເຜີຍວ່າ: ປີ 2024 ເປັນປີທີ່ມີອຸນຫະພູມສະເລ່ຍທົ່ວໂລກສູງທີ່ສຸດແບບບໍ່ເຄີຍມີມາກ່ອນ. ໂດຍອຸນຫະພູມໂລກໃນປີ 2024

 ສູງເກີນຂອບເຂດພື້ນຖານຂອງສະຕະວັດທີ 20 (1951-1980) ຂອງອົງການ NASA ປະມານ 1.28 ອົງສາ.

ບົດລາຍງານລະບຸວ່າ: ສະຖິຕິໃໝ່ນີ້ເກີດຂຶ້ນຫຼັງຈາກອຸນຫະພູມໂລກປະຈຳເດືອນສູງແບບບໍ່ເຄີຍມີມາກ່ອນ ຕິດຕໍ່ກັນ 15 ເດືອນ (ມິຖຸນາ 2023-ສິງຫາ 2024) ຊຶ່ງເປັນປະກົດການຄວາມຮ້ອນທີ່ບໍ່ເຄີຍມີມາກ່ອນ.

ອຸນຫະພູມໂລກໃນປີ 2024 ສູງກວ່າຄ່າສະເລ່ຍໃນໄລຍະກາງສະຕະວັດທີ 19 (1850-1900) ປະມານ 1.47 ອົງສາ ແລະ ອຸນຫະພູມສະເລ່ຍຂອງໄລຍະເວລາຫຼາຍກວ່າເຄິ່ງໜຶ່ງຂອງປີ 2024 ສູງເກີນຄ່າພື້ນຖານຫຼາຍກວ່າ 1.5 ອົງສາ, ລວມທັງອຸນຫະພູມສະເລ່ຍໝົດປີ 2024 ອາດສູງກວ່າຄ່າສະເລ່ຍເປັນຄັ້ງທໍາອິດ.

ທ່ານ ບິລ ເນລສັນ ຜູ້ບໍລິຫານຂອງອົງການ NASA ກ່າວວ່າ: ປີ 2024 ກາຍເປັນປີທີ່ຮ້ອນທີ່ສຸດນັບຕັ້ງແຕ່ເລີ່ມຕົ້ນບັນທຶກຂໍ້ມູນໃນປີ 1880. ໂດຍຄະນະນັກວິທະຍາສາດໃຫ້ເຫດຜົນວ່າພາວະໂລກຮ້ອນໃນສອງສາມທົດສະວັດທີ່ຜ່ານມາແມ່ນເປັນການເພີ່ມຂຶ້ນຂອງກາກບອນໄດອອກໄຊ, ມີເທນ ແລະ ອາຍແກັສເຮືອນແກ້ວອື່ນໆ ທີ່ກັກເກັບຄວາມຮ້ອນ.

ຜົນການວິເຄາະລະດັບສາກົນເມື່ອບໍ່ດົນມານີ້ໄດ້ຊີ້ໃຫ້ເຫັນວ່າ: ການປ່ອຍກາກບອນໄດອອກໄຊຈາກເຊື້ອໄຟຟອດຊີິລໃນທົ່ວໂລກເພີ່ມຂຶ້ນສູງທີ່ສຸດໃນປີ 2022-2023, ໂດຍຄວາມເຂັ້ມຂຸ້ນຂອງກາກບອນໄດອອກໄຊໃນຊັ້ນບັນຍາກາດເພີ່ມຂຶ້ນຈາກລະດັບກ່ອນຍຸກອຸດສາຫະກຳໃນສະຕະວັດທີ 18 ຊຶ່ງຢູ່ທີ່ປະມານ 278 ສ່ວນຕໍ່ລ້ານສ່ວນ ເປັນປະມານ 420 ສ່ວນຕໍ່ລ້ານສ່ວນ.

ຄໍາເຫັນ

ຂ່າວຕ່າງປະເທດ

PPI ຂອງ ສ ເກົາຫຼີ ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດໃນຮອບ 18 ເດືອນ

PPI ຂອງ ສ ເກົາຫຼີ ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດໃນຮອບ 18 ເດືອນ

ຂ່າວຕ່າງປະເທດລາຍງານ; ທະນາຄານກາງ ສ ເກົາຫຼີ (BOK) ໄດ້ເປີດເຜີຍຂໍ້ມູນເບື້ອງຕົ້ນ ໃນວັນທີ 20 ມິຖຸນາ ຜ່ານມາວ່າ: ດັດສະນີລາຄາຜູ້ຜະລິດ (PPI) ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດໃນຮອບ 18 ເດືອນ ໃນເດືອນພຶດສະພາ ຜ່ານມາ. ໂດຍໄດ້ຮັບແຮງກົດດັນຈາກລາຄາສິນຄ້າກະເສດ ແລະ ນ້ຳມັນທີ່ຫຼຸດລົງ ຊຶ່ງອາດເປັນສັນຍານໃນທາງບວກສຳລັບທ່າອ່ຽງຂອງອັດຕາເງິນເຟີ້ຂອງຜູ້ບໍລິໂພກໃນອະນາຄົດ.
Qatar Airways ອັນດັບ 1 ສາຍການບິນທີ່ດີທີ່ສຸດໃນໂລກ

Qatar Airways ອັນດັບ 1 ສາຍການບິນທີ່ດີທີ່ສຸດໃນໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ມິຖຸນາ ຜ່ານມາວ່າ: Skytrax ປະກາດຜົນການຈັດອັນດັບສາຍການບິນທີ່ດີທີ່ສຸດໃນໂລກ ປະຈຳປີ 2025 ປະກົດວ່າ ສາຍການບິນອາຊີ ແລະ ຕາເວັນອອກກາງ ຕິດໃນ 10 ອັນດັບ ຊຶ່ງນຳໂດຍ Qatar Airways ທີ່ຍັງຄອງອັນດັບໜຶ່ງອີກຄັ້ງ, ຕາມດ້ວຍສາຍການບິນ Singapore Airlines ແລະ Cathay Pacific ຢູ່ອັນດັບ 2 ແລະ 3 ຕາມລໍາດັບ.
ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ສ້າງໂອກາດແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ສ້າງໂອກາດແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

ຂ່າວສານຊີອາໄອລາຍງານວ່າ: ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 9 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ ແຂວງຢຸນນານ ຂອງຈີນ ໃນວັນທີ 19 ມິຖຸນາ ຜ່ານມາ ແລະ ດຳເນີນໄປເປັນເວລາ 6 ວັນ. ຜູ້ນຳຫຼາຍປະເທດທີ່ເຂົ້າຮ່ວມພິທີເປີດງານໄດ້ກ່າວຄຳປາໄສໂດຍຊີ້ອອກວ່າ: ພາຍໃຕ້ສະຖານະການສາກົນທີ່ສັບສົນໃນປັດຈຸບັນນີ້, ຈີນຈັດກິດຈະກຳຕ່າງໆເຊັ່ນ: ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ແລະ ອື່ນໆ, ໄດ້ສ້າງໂອກາດໃໝ່ໃຫ້ແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບມີຜົນປະໂຫຍດ ແລະ ການພັດທະນາທີ່ຈະເລີນຮຸ່ງເຮືອງໃນພາກພື້ນ, ຈະຊຸກຍູ້ການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງປະເທດຕ່າງໆໃນພາກພື້ນຢ່າງແຂງແຮງ ແລະ ສ້າງຄວາມສຸກໃຫ້ແກ່ປະຊາຊົນບັນດາປະເທດ.
ຫວຽດນາມ ຢູ່ອັນດັບທີ 2 ຂອງໂລກ ກ່ຽວກັບປະລິມານໝາກລິນຈີ່

ຫວຽດນາມ ຢູ່ອັນດັບທີ 2 ຂອງໂລກ ກ່ຽວກັບປະລິມານໝາກລິນຈີ່

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ຕາມບົດລາຍງານ “ໄຈ້ແຍກຂອບຂະໜາດ ແລະ ອັດຕາສ່ວນກວມຕະຫຼາດໝາກລິນຈີ່ - ທ່າອ່ຽງການເຕີບໂຕ ແລະ ການຄາດຄະເນໄລຍະ 2023 - 2028” ຂອງ Research and Markets, ຫວຽດນາມ ຢູ່ອັນດັບທີ 2 ຂອງໂລກ ກ່ຽວກັບປະລິມານໝາກລິນຈີ່, ຖັດຈາກ ຈີນ. ຄາດວ່າ, ປະລິມານໝາກລິນຈີ່ຂອງ ຫວຽດນາມ ໃນປີນີ້ຈະບັນລຸ 303,000 ລ້ານໂຕນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີ 2024. ປັດຈຸບັນ, ຫວຽດນາມ ພວມປັບປຸງທີ່ຕັ້ງຢູ່ຕະຫຼາດໝາກລິນຈີ່ທົ່ວໂລກຢ່າງບໍ່ຢຸດຢັ້ງ, ໂ
ມາເລເຊຍ ຂຶ້ນແຜນຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Halal

ມາເລເຊຍ ຂຶ້ນແຜນຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Halal

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ສະຫະສະມາຄົມນັກຮົບເກົ່າ ມາເລເຊຍ (PVATM) ມີແຜນການຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Hala ຊຶ່ງແມ່ນສູນລົງເລິກກ່ຽວກັບມາດຕະຖານອາຫານທີ່ສະຫງວນໃຫ້ແກ່ຊາວມຸດສະລິມ ແລະ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍ ກໍຄືເປີດກວ້າງຂອບເຂດການຮ່ວມມືດ້ານການຄ້າຂອງ ມາເລເຊຍ ໃນທົ່ວໂລກ.
ອົສຕຣາລີ ອອກຄຳເຕືອນ ເຫັດພິດຮ້າຍແຮງ ເຮັດໃຫ້ເສຍຊີວິດ

ອົສຕຣາລີ ອອກຄຳເຕືອນ ເຫັດພິດຮ້າຍແຮງ ເຮັດໃຫ້ເສຍຊີວິດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ມິຖຸນາ ຜ່ານມາວ່າ: ພະແນກສາທາລະນະສຸກຂອງລັດ New South Wales ປະເທດອົສຕຣາລີ ໄດ້ອອກຄໍາເຕືອນກ່ຽວກັບອັນຕະລາຍຈາກການກິນເຫັດ “ໝວກມໍລະນະ” ຊຶ່ງເປັນເຫັດພິດຮ້າຍແຮງ ທີ່ພົບເຫັນໃນປ່າທຳມະຊາດຂອງນະຄອນຊິດນີ ແລະ ບໍລິເວນອ້ອມຂ້າງ ເມື່ອບໍ່ດົນມານີ້.
ສະວິດ ຫຼຸດການຄາດຄະເນເສດຖະກິດປີ 2025-2026

ສະວິດ ຫຼຸດການຄາດຄະເນເສດຖະກິດປີ 2025-2026

ຂ່າວຕ່າງປະເທດລາຍ ຫວ່າງບໍ່ດົນມານີ້ວ່າ: ຫ້ອງການເສດຖະກິດ (SECO) ຂອງປະເທດສະວິດ ປະກາດຫຼຸດການຄາດຄະເນການເຕີບໂຕທາງດ້ານເສດຖະກິດສໍາລັບປີ 2025 ແລະ 2026 ເນື່ອງຈາກຄວາມບໍ່ແນ່ນອນກ່ຽວກັບນະໂຍບາຍການຄ້າ ແລະ ເສດຖະກິດລະຫວ່າງປະເທດຍັງຄົງສູງ ແລະ ສົ່ງຜົນຕໍ່ທ່າອ່ຽງຂອງເສດຖະກິດທົ່ວໂລກ ແລະ ເສດຖະກິດ ສະວິດ.
ສະຫະລັດ ອາເມຣິກາ - ອັງກິດ ລົງນາມຂໍ້ຕົກລົງການຄ້າສອງຝ່າຍ

ສະຫະລັດ ອາເມຣິກາ - ອັງກິດ ລົງນາມຂໍ້ຕົກລົງການຄ້າສອງຝ່າຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ມິຖຸນາ ຜ່ານມາວ່າ: ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ແລະ ທ່ານ ເຄຍ ສະຕາຣເມີ ນາຍົກລັດຖະມົນຕີອັງກິດ ໄດ້ລົງນາມໃນຂໍ້ຕົກລົງການຄ້າລະຫວ່າງກອງປະຊຸມສຸດຍອດ G7 ທີ່ການາດາ, ທ່ານ ສະຕາຣເມີ ກ່າວວ່າ: ຂໍ້ຕົກລົງນີ້ຈະປະຕິບັດຕາມຂໍ້ຕົກລົງສອງຝ່າຍກ່ຽວກັບອັດຕາພາສີລົດຍົນ ແລະ ການບິນອາວະກາດ.
ສິງກະໂປ ສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ ຫຼຸດລົງ 3.5%

ສິງກະໂປ ສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ ຫຼຸດລົງ 3.5%

ຂ່າວຕ່າງປະເທດລາຍງານວ່າ: ອົງການວິສາຫະກິດຂອງສິງກະໂປ (Enterprise Singapore) ເປີດເຜີຍໃນວັນທີ 17 ມິຖຸນາ ຜ່ານມາວ່າ: ການສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ (NODX) ຫຼຸດລົງ 3.5% ໃນເດືອນພຶດສະພາ ເມື່ອປຽບທຽບປີຕໍ່ປີ, ຈາກທີ່ເຄີຍຂະຫຍາຍຕົວເຖິງ 12.4% ໃນເດືອນເມສາ ແລະ ກົງກັນຂ້າມກັບນັກນັກວິເຄາະຄາດຄະເນວ່າຈະຂະຫຍາຍຕົວ 8%.
ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ຈີນ-ອາ​ຊີ​ກາງ​ ຄັ້ງ​ທີ 2

ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ຈີນ-ອາ​ຊີ​ກາງ​ ຄັ້ງ​ທີ 2

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ບ່າຍ​ວັນ​ທີ 17 ມິ​ຖຸ​ນາ​ ຜ່ານມາ (​ຕາມ​ເວ​ລາ​ທ້ອງ​ຖິ່ນ), ກອງ​ປະ​ຊຸມ​ສຸດຍອດ ຈີນ-ອາ​ຊີ​ກາງ ​ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ເອ​ກະ​ລາດ ​ທີ່​ນະ​ຄອນ​ຫຼວງ​ອັ​ສ​ຕາ​ນາ ປະເທດ​ກາ​ຊັກ​ສະ​ຖານ. ທ່ານ ຄາ​ຊິມ ໂຈ​ມັດ ໂ​ຕ​ຄາ​ເຢັ​ຟ ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ. ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ພ້ອມ​ດ້ວຍ​ປະ​ມຸກ​ລັດ​​ຈາກປະ​ເທ​ດ​ຕ່າງໆ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.
ເພີ່ມເຕີມ