ແນວຄິດ ໄກສອນ ພົມວິຫານ ຕໍ່ກັບວຽກງານຂົນຂວາຍແມ່ຍິງ

ແນວຄິດ ໄກສອນ ພົມວິຫານ ຕໍ່ກັບວຽກງານຂົນຂວາຍແມ່ຍິງ

ແນວຄິດ ໄກສອນ ພົມວິຫານ ຕໍ່ກັບວຽກງານຂົນຂວາຍແມ່ຍິງ
ວຽກງານຂົນຂວາຍແມ່ຍິງ, ປະທານ ໄກສອນ ພົມວິຫານ ຖືວ່າການຂົນຂວາຍແມ່ຍິງ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົ່ວພັກ ປະທານມີຄໍາເຫັນວ່າ: “ເອື້ອຍນ້ອງແມ່ຍິງຖືກກົດຂີ່ຂູດຮີດໜັກໜ່ວງ ໃນຂະບວນການຕໍ່ສູ້ປົດປ່ອຍຊາດຈົນມາເຖິງປັດຈຸບັນ. ເອື້ອຍນ້ອງແມ່ຍິງໄດ້ໄປຕາມພັກ ເພື່ອເຮັດການປະຕິວັດ, ມີການປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງໜ້າປະຫວັດສາດອັນສະຫງ່າລາສີຂອງຊາດ.

 

ປະທານ ໄກສອນ ພົມວິຫານ ຫວັງວ່າ: ເອື້ອຍນ້ອງແມ່ຍິງເຮົາຈະແກ້ໄຂແນວຄິດຫຍໍ້ທໍ້ງໍ້ງ່ຽງ, ຖືແມ່ຍິງເປັນເພດອ່ອນແອ ບໍ່ມີຄວາມສາມາດໃນການເຮັດວຽກ ແລະ ຮໍ່າຮຽນເໝືອນເພດຊາຍ. ຄວາມພະຍາມຍາມບືນຕົວຂຶ້ນຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງເອື້ອຍນ້ອງໄດ້ປະກອບສ່ວນເຂົ້າໃນວຽກງານຂອງສັງຄົມ, ທັງເປັນການປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ, ທັງເປັນການປົດປ່ອຍແມ່ຍິງເທື່ອລະກ້າວ. ການຕີລາຄາຂອງທ່ານປະທານຄືດັ່ງກ່າວນັ້ນເປັນການປຸກລະດົມອັນໃຫຍ່ຫຼວງ ຕໍ່ເອື້ອຍນ້ອງໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ໄດ້ໃຫ້ຄວາມສໍາຄັນທີ່ສຸດຕໍ່ການປົດປ່ອຍຈິນຕະນາການ ຊຶ່ງເປັນວຽກຈໍາເປັນທໍາອິດຕ້ອງໄດ້ເຮັດ ເນື່ອງຈາກວ່າທຸກພາລະກິດ, ໜ້າທີ່ວຽກງານຫາກຍັງມີແນວຄິດບໍ່ໂລ່ງ ບໍ່ມີຄວາມເຂົ້າໃຈ ກໍບໍ່ສາມາດຈະປະຕິບັດໄດ້ຢ່າງມີໝາກຜົນ, ປະທານໄດ້ເນັ້ນວ່າ: “ຍົກສູງຄວາມຕື່ນຕົວທາງດ້ານຊົນຊັ້ນ, ຄວາມຕື່ນຕົວກ່ຽວກັບສັງຄົມນິຍົມ, ເສີມຂະຫຍາຍນໍ້າໃຈຮັກຊາດ ແລະ ມູນເຊື້ອຂອງແມ່ຍິງໃຫ້ໄປຕາມເສັ້ນທາງສັງຄົມນິຍົມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຍາດເອົາໄຊຊະນະອັນຕັດສິນມາໃຫ້ໜ້າທີ່ດັດສ້າງ ແລະ ກໍ່ສ້າງສັງຄົມນິຍົມ. ດັ່ງນັ້ນ, ຕ້ອງສຶກສາອົບຮົມແມ່ຍິງເຮົາ ໃຫ້ເຊື່ອມຊຶມກຳແໜ້ນບັນດາທັດສະນະໃຫຍ່ຂອງພັກ, ຕ້ອງເຊີດຊູສະຕິລະວັງຕົວປະຕິວັດ ໃຫ້ສູງຢູ່ສະເໝີເດັດດ່ຽວທັບມ້າງທຸກກົນອຸບາຍເລ່ລ່ຽມອັນເລິກແລບໂຫດຫ້ຽມຂອງສັດຕູເປັນຕົ້ນແມ່ນສົງຄາມຈິດຕະສາດ, ການຜັນປ່ຽນໂດຍສັນຕິ, ເຂົ້າຮ່ວມຢ່າງຕັ້ງໜ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງສັງຄົມ. ໃນການສຶກສາອົບຮົມນັ້ນຕ້ອງເອົາໃຈໃສ່ເຖິງຈຸດພິເສດສະເພາະຂອງແມ່ຍິງ ເພື່ອຈະມີເນື້ອໃນຮູບການ ແລະ ວິທີການທີ່ສອດຄ່ອງ, ເຮັດແນວໃດໃຫ້ແຜນນະໂຍບາຍ, ນະໂຍບາຍຂອງພັກເຊື່ອມຊຶມເຂົ້າໃນຂະບວນການແມ່ຍິງນັບທັງແມ່ຍິງທີ່ກ້າວໜ້າຊ້າ ຫຼື ຫຼ້າຫຼັງກວ່າເພິ່ນ ໂດຍຜ່ານການເຄື່ອນໄຫວທາງດ້ານເສດຖະກິດ, ວັດທະນະທຳ ແລະ ສັງຄົມ ເພື່ອເຮັດໃຫ້ເນື້ອໃນສຶກສາອົບຮົມການເມືອງເຂົ້າສູ່ມະຫາຊົນຢ່າງງ່າຍດາຍ ແລະ ມີຜົນຕົວຈິງ”.

ປະທານ ໄກສອນ ພົມວິຫານ ໄດ້ມີຄໍາເຫັນສືບຕໍ່ພາລະກິດປົດປ່ອຍແມ່ຍິງທາງດ້ານຈິນຕະນາ ການ ໃນກອງປະຊຸມໃຫຍ່ຄັ້ງທີ II ຜູ້ແທນແມ່ຍິງລາວທົ່ວປະເທດ ປີ 1988 ວ່າ: “ຕ້ອງປ່ຽນແປງໃໝ່ກ່ຽວກັບຈິນຕະນາການໃນວຽກງານຂົນຂວາຍແມ່ຍິງ, ປ່ຽນແປງໃໝ່ກ່ຽວກັບເນື້ອໃນ ແລະ ແບບວິທີການເຄື່ອນໄຫວຂອງສະຫະພັນແມ່ຍິງ. ໝາຍຄວາມວ່າວຽກງານຂົນຂວາຍແມ່ຍິງ ເປັນຄວາມຮັບຜິດ ຊອບຂອງທົ່ວພັກ ແລະ ທົ່ວປວງຊົນ, ແຕ່ຫາກບໍ່ແມ່ນຂອງສະຫະພັນແມ່ຍິງຜູ້ດຽວ, ຈິງຢູ່ວ່າສະຫະ ພັນແມ່ຍິງເປັນອົງການຈັດຕັ້ງທີ່ພັກມອບໝາຍໃຫ້ເປັນທັງເສນາທິການ, ເປັນທັງອົງການຮັບຜິດຊອບການປຸກລະດົມ ແລະ ຈັດຕັ້ງຂະບວນການແມ່ຍິງ, ຕິດຕາມ ແລະ ກວດກາການປະຕິບັດທຸກແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດກ່ຽວກັບແມ່ຍິງ” ອັນນີ້ເປັນຄວາມເລັ່ງທວງອັນຮີບດ່ວນສໍາລັບຊຸກຍູ້ຂະບວນການແມ່ຍິງໄປສູ່ຄຸນນະພາບໃໝ່. ກ່ອນອື່ນຕ້ອງເຂົ້າໃຈແຈ້ງວ່າວຽກງານຂົນຂວາຍແມ່ຍິງເປັນໜ້າທີ່ປະຕິວັດອັນຍາວນານອັນໜຶ່ງ, ມັນບໍ່ພຽງແຕ່ກ່ຽວພັນເຖິງເພດຍິງທີ່ກວມກວ່າເຄິ່ງໜຶ່ງຂອງປະຊາກອນເທົ່ານັ້ນ, ແຕ່ຍັງກ່ຽວພັນເຖິງໝົດທັງສັງຄົມເວົ້າລວມ ແລະ ແຕ່ລະຄອບຄົວ ເວົ້າສະເພາະ, ທັງຕິດພັນຢ່າງສະໜິດແໜ້ນເຖິງການປົກປັນຮັກສາ ແລະ ການຂະຫຍາຍເຊື້ອພັນຂອງຊາດອີກດ້ວຍ. ດັ່ງນັ້ນ, ວຽກງານຂົນຂວາຍແມ່ຍິງຈຶ່ງຕ້ອງກວມໝົດທຸກຂົງເຂດເຊັ່ນ: ການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ ແລະເຜົ່າຊົນ.

(ຂໍ້ມູນ: ສສຍລ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ