ແນວຄວາມຄິດຊີ້ນຳ ຂອງ ປະທານ ຄຳໄຕ ສີພັນດອນ ຕໍ່ກັບວຽກງານພັດທະນາເສດຖະກິດ-ການເງິນ

ແນວຄວາມຄິດຊີ້ນຳ ຂອງ ປະທານ ຄຳໄຕ ສີພັນດອນ ຕໍ່ກັບວຽກງານພັດທະນາເສດຖະກິດ-ການເງິນ
ໂດຍ: ບຸນຕອມ
    ທ່ານ ອູສະຫວັນ ທ່ຽງເທບວົງສາ  ຫົວໜ້າຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດໄດ້ສະເໜີກ່ຽວກັບແນວຄວາມຄິດຊີ້ນຳ ຂອງ ປະທານ ຄຳໄຕ ສີພັນດອນ ຕໍ່ວຽກງານພັດທະນາເສດຖະກິດ-ການເງິນ ຕໍ່ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ໃນໂອກາດລະນຶກ ວັນເກີດຂອງ ປະທານ ຄຳໄຕ ສີພັນດອນ ຄົບຮອດ 100 ປີ ທີ່ແຂວງຫົວພັນ ເມື່ອບໍ່ດົນມານີ້.
ທ່ານ ອູສະຫວັນ ທ່ຽງເທບວົງສາ  ໄດ້ເວົ້າວ່າ: ແນວຄວາມຄິດຊີ້ນຳ ຂອງ ປະທານ ຄຳໄຕ ສີພັນດອນ ຕໍ່ວຽກງານພັດທະນາເສດຖະກິດ-ການເງິນ ໄລຍະດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປີ 1991-1996 ທ່ານໄດ້ຊີ້ນຳກ່ຽວກັບວຽກງານ ພັດທະນາເສດຖະກິດ-ສັງຄົມ ວ່າ: ລັດບໍ່ເຮັດທຸລະກິດ ແລະ ການຜະລິດໂດຍກົງ ແຕ່ຈະສຸມໃສ່ເຮັດພາລະບົດບາດ ດັດສົມມະຫາພາກແລະ ຕ້ອງຫັນປ່ຽນຈາກເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດ ໄປສູ່ເສດຖະກິດສິນຄ້າ, ສ້າງໂຄງປະກອບເສດຖະກິດສິນຄ້າ ທີ່ມີຫຼາຍກໍາມະສິດ, ຫຼາຍຮູບການຈັດຕັ້ງເສດຖະກິດດ້ວຍຫຼາຍລະດັບ ແລະ ຫຼາຍຂະໜາດທີ່ແຕກຕ່າງກັນ, ສືບຕໍ່ປ່ຽນແປງໃໝ່ກົນໄກຄຸ້ມຄອງເສດຖະກິດ, ລຶບລ້າງສິ່ງເສດເຫຼືອຂອງກົນໄກລວມສູນ ອາດຍາສິດ ບໍລິຫານເກື້ອກູນ, ປ່ຽນແປງໃໝ່ ແລະ ເພີ່ມທະວີຄວາມສັກສິດ ແຫ່ງການຄຸ້ມຄອງລັດໃນຂົງເຂດເສດຖະກິດ.ທ່ານປະທານ ຄຳໄຕ ສີພັນດອນ ໄດ້ຕີຄວາມໝາຍຂອງການພັດທະນາວ່າ: ແມ່ນຂະບວນການວິວັດ ທີ່ເປັນໄປຕາມຂັ້ນຕອນ ແລະ ບາດກ້າວອັນແນ່ນອນ ໂດຍສອດຄ່ອງກັບຈຸດພິເສດ, ທ່າແຮງບົ່ມຊ້ອນຕ່າງໆ ແລະລະດັບຂອງປະຊາຊົນ ໃນແຕ່ລະປະເທດ ຊຶ່ງການພັດທະນາຕ້ອງມີຈຸດປະສົງ ແລະ ຄາດໝາຍທີ່ຈະແຈ້ງ,ເປັນຕົ້ນແມ່ນຕ້ອງເລັ່ງໃສ່ເຮັດໃຫ້ຄົນສ່ວນໃຫຍ່ມີຢູ່ມີກິນ ແລະ ຮັ່ງຂຶ້ນ, ຫາກບໍ່ແມ່ນແຕ່ພຽງຄົນ ຈຳນວນໜຶ່ງຫຼື ກຸ່ມຄົນໃດໜຶ່ງເທົ່ານັ້ນ. ພ້ອມນີ້ ຕ້ອງເຮັດໃຫ້ປະເທດຊາດມີຄວາມເຂັ້ມແຂງ ແລະ ໝັ້ນຄົງ, ການພັດທະນາແຕ່ລະໄລຍະຕ້ອງແນໃສ່ສ້າງພື້ນຖານຄວາມຍືນຍົງ ໃຫ້ແກ່ການພັດທະນາໃນບາດກ້າວຕໍ່ໆໄປ. ການພັດທະນາເສດຖະກິດ ຕ້ອງໄປຄຽງຄູ່ກັບການພັດທະນາວັດທະນາທຳ-ສັງຄົມ, ການສ້າງຄວາມຈະເລີນທາງດ້ານວັດຖຸ ຕ້ອງໄປຄຽງຄູ່ກັບຄວາມສີວິໄລທາງດ້ານຈິດໃຈ.ປະທານ ຄຳໄຕ ສີພັນຕອນ ໄດ້ເອົາໃຈໃສ່ພັດທະນາຂະແໜງການເງິນ, ໂດຍໄດ້ປະກາດໃຊ້ ດໍາລັດຫຼາຍສະບັບ ເຊັ່ນ: 1ດໍາລັດວ່າດ້ວຍ ຫຼັກການພື້ນຖານໃນການລວມສູນການເງິນ, ງົບປະມານ ແລະ ຄັງເງິນແຫ່ງລັດ,2ດໍາລັດວ່າດ້ວຍ ການຄຸ້ມຄອງການລົງທຶນກໍ່ສ້າງພື້ນຖານ, 3ດໍາລັດວ່າດ້ວຍ ການຄຸ້ມຄອງກອງທຶນຊ່ວຍເຫຼືອ, 4ດໍາລັດວ່າດ້ວຍ ການຄຸ້ມຄອງທຶນກູ້ຢືມ ຈາກຕ່າງປະເທດ ເປັນຕົ້ນ. ພ້ອມກັນນັ້ນ, ກໍໄດ້ປັບປຸງນະໂຍບາຍດ້ານພາສີ-ອາກອນ ໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະຂຶ້ນກວ່າເກົ່າ. ຜ່ານການປະຕິບັດບັນດາດຳລັດດັ່ງກ່າວເຮັດໃຫ້ລະບົບການຈໍລະຈອນທາງດ້ານການເງິນ-ການທະນາຄານ ເຂົ້າສູ່ຄວາມເປັນລະບຽບແບບແຜນ, ເຮັດໃຫ້ການບໍລິຫານ ແລະ ການນຳໃຊ້ທຶນ ຂອງລັດມີຈຸດສຸມ, ຄຸ້ມຄອງໄດ້ ແລະ ທັງເປັນການຫຼຸດຜ່ອນປະກົດການຍໍ້ທໍ້, ສໍ້ລາດບາງຫຼວງ ໃຫ້ຫຼຸດລົງ. ການເກັບລາຍຮັບງົບປະມານ, ພາສີ-ອາກອນ ໃນປີ 1991 ເພີ່ມຂຶ້ນ34% ທຽບໃສ່ປີ 1990. ສາມາດແກ້ໄຂ ການຄ້າງຈ່າຍເງິນເດືອນ ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະໜີ້ສິນສາທາລະນະ ໄດ້ໂດຍພື້ນຖານ. ໃນນັ້ນ, ຜົນງານພົ້ນເດັ່ນແມ່ນສາມາດປັບປຸງ ລະບົບການບໍລິຫານ, ກົນໄກການປະສານງານ ແລະ ການຄຸ້ມຄອງມະຫາພາກ ຂອງ 4 ຂະແໜງການໃຫຍ່ ໃນລະບົບເສດຖະກິດໃຫ້ດີຂຶ້ນເຊັ່ນ: ຂະແໜງການເງິນ, ການທະນາຄານ, ການຄ້າ ແລະ ການລົງທຶນ ເຮັດໃຫ້ການຄຸ້ມຄອງ ເສດຖະກິດ-ການເງິນມີຄວາມຮັດກຸມ, ນິຕິກໍາບັງຄັບໃຊ້ ມີຄວາມສັກສິດຂຶ້ນຕື່ມ ສົ່ງຜົນເຮັດໃຫ້ ການເງິນ-ເງິນຕາ ແລະ ລາຄາສິນຄ້າ ມີຄວາມໝັ້ນທ່ຽງໂດຍພື້ນຖານ.ແນວຄວາມຄິດຊີ້ນຳ ຂອງ ປະທານ ຄຳໄຕ ສີພັນດອນ ໃນຂົງເຂດວຽກງານພັດທະນາເສດຖະກິດ-ການເງິນ ໄລຍະດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສປປ ລາວ ປີ 1996-2006ຊຶ່ງທ່ານໄດ້ເວົ້າວ່າ: ຜົນງານປະຫວັດສາດອັນສຳຄັນນັ້ນ, ຢັ້ງຢືນຢ່າງຈະແຈ້ງວ່າ ພັກເຮົາ ໄດ້ມີຄວາມສະດຸ້ງໄວ, ມີຄວາມກ້າຫານປະດິດສ້າງ, ມີຄວາມສະຫຼາດສ່ອງໃສ ແລະ ມີຄວາມຮັບຜິດຊອບຢ່າງເຕັມປ່ຽມ ໃນການນໍາພາປະເທດຊາດ ໂດຍເນັ້ນໜັກໜ້າທີ່ພື້ນຖານຄື: 1.ຫັນຈາກເສດຖະກິດທຳມະຊາດ ໄປສູ່ເສດຖະກິດສິນຄ້າ ດ້ວຍວິທີສຸມໃສ່ການຂະຫຍາຍກະສິກຳຮອບດ້ານ, ສູ້ຊົນເອົາອຸດສາຫະກຳ ແລະ ການບໍລິການກະທົບເຂົ້າໃສ່ກະສິກຳ, 2.ປະຕິບັດນະໂຍບາຍເສດຖະກິດຫຼາຍພາກສ່ວນຢ່າງສະເໝີຕົ້ນສະເໝີປາຍ, ໂດຍກໍານົດຈະແຈ້ງ ບົດບາດ ຂອງແຕ່ລະພາກສ່ວນເສດຖະກິດ ແລະ ຮັບປະກັນຄວາມສະເໝີພາບຂອງແຕ່ລະພາກສ່ວນເສດຖະກິດ ຕໍ່ໜ້າກົດໝາຍ,3ຊຸກຍູ້ການປ່ຽນແປງ ໃນການຄຸ້ມຄອງລັດ, ໂດຍການແບ່ງຂັ້ນຄຸ້ມຄອງໃຫ້ຈະແຈ້ງ ລະຫວ່າງສູນກາງແລະ ທ້ອງຖິ່ນ, ປ່ຽນແປງໃໝ່ບັນດານະໂຍບາຍເສດຖະກິດມະຫາພາກ ໄປພ້ອມກັບການສ້າງ ແລະ ປັບປຸງລະບົບກົດໝາຍ ໃຫ້ສົມບູນ,4ເປີດກວ້າງການຮ່ວມມື ເສດຖະກິດກັບຕ່າງປະເທດ, ໂດຍຊຸກຍູ້ການຜະລິດສົ່ງອອກ ແລະ ດຶງດູດການລົງທຶນ ໂດຍກົງຈາກຕ່າງປະເທດ. ພ້ອມດຽວກັນນີ້, ປະທານ ຄຳໄຕ ສີພັນດອນ ໄດ້ກຳນົດວິໄສທັດ ໃຫ້ ສປປ ລາວ ຕ້ອງຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນປີ 2020ແລະ ວິໄສທັດດັ່ງກ່າວກໍໄດ້ຖືກຮັບຮອງຈາກກອງປະຊຸມໃຫຍ່ ຄັ້ງທີ VI ຂອງສູນກາງພັກ ໃນປີ 1996 ຢ່າງເປັນທາງການ.ແນວຄວາມຄິດຊີ້ນຳ ຕໍ່ວຽກງານພັດທະນາເສດຖະກິດ-ການເງິນ ປີ 2001-2005ຕະຫຼອດໄລຍະການດຳລົງຕຳແໜ່ງສູງສຸດ ຂອງພັກ ແລະລັດ ຂອງ ທ່ານ ປະທານ ຄຳໄຕ ສີພັນດອນໄດ້ເຮັດໃຫ້ປະເທດເຮົາ ສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ; ເສດຖະກິດ ແຕ່ປີ 1991-2006ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຖິງວ່າຈະໄດ້ຮັບຜົນສະທ້ອນ ຈາກວິກິດການເສດຖະກິດ-ການເງິນ ຢູ່ອາຊີ ໃນປີ1997-2000 ກໍຕາມ, ອັດຕາການເຕີບໂຕ ທາງເສດຖະກິດ ສະເລ່ຍ ບໍ່ຫຼຸດ 6%, ລາຍຮັບງົບປະມານສາມາດຄໍ້າປະກັນແຜນລາຍຈ່າຍ ແລະ ຍັງມີສ່ວນສະສົມ; ການພັດທະນາສ້າງສາ ເວົ້າໂດຍທົ່ວໄປ ດຳເນີນເປັນປົກກະຕິ,ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ວັດທະນະທຳ ຂອງປະຊາຊົນໄດ້ຍົກລະດັບຂຶ້ນ; ການພົວພັນຮ່ວມມື ກັບປະເທດເພື່ອນມິດຍຸດທະສາດ, ປະເທດໄກ້ຄຽງ ແລະ ປະເທດອື່ນໆ ກໍໄດ້ປະຕິບັດຕາມແນວທາງການຕ່າງປະເທດທີ່ພັກເຮົາວາງອອກ, ເຮັດໃຫ້ປະເທດເຮົາ ໄດ້ຮັບຄວາມເຊື່ອຖື ແລະ ໄວ້ວາງໃຈ ເປັນຢ່າງດີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ