ໃນວັນທີ 8 ກັນຍາ 2026 ນີ້, ຢູ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ, ທ່ານ ນາງ ຄໍາຜິວ ພັນທະວົງ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VII ແລະ ບັນດານິຕິກໍາກ່ຽວກັບວຽກງານເຜົ່າ-ສາສະໜາ. ໂດຍມີ ທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ, ມີບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ກໍາມະການແນວລາວສ້າງຊາດແຂວງປະຈໍາເມືອງ, ກໍາມະການແນວລາວສ້າງຊາດເມືອງ ພ້ອມດ້ວຍຄະນະກໍາມະການແນວລາວສ້າງຊາດບ້ານ ເຂົ້າຮ່ວມ.
ການເຜີຍແຜ່ໃນຄັ້ງນີ້, ເພື່ອຜັນຂະຫຍາຍ ແລະ ເຊື່ອມຊຶມເນື້ອໃນຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VII ໃຫ້ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ,ທັງເປັນບ່ອນອີງໃຫ້ແກ່ຄະນະກຳມະການແນວລາວສ້າງຊາດຂັ້ນເມືອງ ແລະ ບ້ານ ນໍາໄປຜັນຂະຫຍາຍໃຫ້ປະກົດຜົນເປັນຮູບປະທໍາ. ພ້ອມດຽວກັນນັ້ນ, ກໍເພື່ອໃຫ້ຄະນະນໍາ, ພະນັກງານ-ລັດຖະກອນ, ຜູ້ຊົງຄຸນວຸດທິ ແລະ ປະຊາຊົນບັນດາເຜົ່າ ກໍາໄດ້ທິດທາງວຽກງານຈຸດສຸມໃນຕໍ່ໜ້າ ແນ່ໃສ່ພ້ອມກັນຈັດຕັ້ງປະຕິບັດໃຫ້ບັນລຸຕາມເປົ້າ
ໝາຍ.ຂ່າວ: ຄະນະໂຄສະນາອົບຮົມເມືອງ-ພາບ: ແນວລາວສ້າງຊາດເມືອງ
ຄໍາເຫັນ