ຂ່າວລະບຸວ່າ: ຄ່າທຳນຽມໃບອະນຸຍາດສຳລັບຂຶ້ນພູເຂົາເອເວີເຣສ ຊຶ່ງເປັນພູທີ່ສູງທີ່ສຸດຂອງໂລກ ໃນລະດູການທ່ອງທ່ຽວຈະເພີ່ມຂຶ້ນເປັນ 15,000 ໂດລາ ນັບແຕ່ເດືອນກັນຍາ ເປັນຕົ້ນໄປ ຊຶ່ງຖືເປັນການເພີ່ມຂຶ້ນຄັ້ງທຳອິດໃນຮອບເກືອບໜຶ່ງທົດສະວັດ.
ອົງການການທ່ອງທ່ຽວເນປານກ່າວວ່າ: ຫວັງວ່າຂໍ້ລິເລີ່ມດັ່ງກ່າວຈະຊີ້ໃຫ້ເຫັນເຖິງ "ຜະລິດຕະພັນ ແລະ ຈຸດ ໝາຍປາຍທາງດ້ານການທ່ອງທ່ຽວທີ່ຍັງບໍ່ທັນໄດ້ສໍາຫຼວດ" ຂອງປະເທດ.
ການປີນພູສ້າງລາຍຮັບຢ່າງຫຼວງຫຼາຍໃຫ້ກັບເນປານ ຊຶ່ງເປັນທີ່ຕັ້ງຂອງພູເຂົາທີ່ສູງທີ່ສຸດໃນໂລກ 10 ໜ່ວຍ. ໃນປີຜ່ານມາ, ຄ່າທຳນຽມການປີນພູສ້າງລາຍຮັບໄດ້ 5.9 ລ້ານໂດລາ, ໂດຍພູເຂົາເອເວີເຣສສ້າງສ້າງລາຍຮັບໄດ້ຫຼາຍກວ່າສາມສ່ວນສີ່ຂອງຈຳນວນທັງໝົດນີ້.
ພູທີ່ໄດ້ຮັບການຍົກເວັ້ນຄ່າທຳນຽມແມ່ນຕັ້ງຢູ່ໃນແຂວງກາຣນາລີ ແລະ ສຸດູຣປາຊິມ ຂອງເນປານ ຊຶ່ງມີຄວາມສູງລະຫວ່າງ 5,970 ແມັດ ຫາ 7,132 ແມັດ. ທັງສອງແຂວງດັ່ງກ່າວຕັ້ງຢູ່ພາກຕາເວັນຕົກສຽງເໜືອຂອງເນປານ ຖືວ່າເປັນແຂວງທີ່ທຸກຍາກ ແລະ ດ້ອຍພັດທະນາ.
ທ່ານ ຫິມາລ ເກົາຕຳ ຜູ້ອໍານວຍການອົງການທ່ອງທ່ຽວເນປານກ່າວວ່າ: ເຖິງວ່າຈະມີຄວາມສວຍງາມ ແຕ່ຈໍານວນນັກທ່ອງທ່ຽວ ແລະ ນັກປີນພູຢູ່ທີ່ນີ້ແມ່ນໜ້ອຍຫຼາຍ. ເນື່ອງຈາກຄວາມຫຍຸ້ງຍາກໃນການເຂົ້າເຖິງພື້ນທີ່ດັ່ງກ່າວ, ຂ້າພະເຈົ້າຫວັງວ່າມາດຕະການໃໝ່ນີ້ຈະມີຜົນປະໂຫຍດ, ສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ເສີມຂະຫຍາຍເສດຖະກິດທ້ອງຖິ່ນໄດ້.
ຄໍາເຫັນ