![]() |
ໃນໂອກາດຖະແຫຼງຂ່າວ ກ່ຽວກັບການກະກຽມບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026. ທ່ານ ແສງສາທິດ ພິມເມືອງ ໄດ້ກ່າວຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ວ່າ: ປັດຈຸບັນການກະກຽມຈັດງານບຸນດັ່ງກ່າວ ໄດ້ມີຄວາມພ້ອມຮອບດ້ານໃນດ້ານຕ່າງໆ ໂດຍສະເພາະ ກິດຈະກໍາວຽກງານການອະນາໄມທໍາຄວາມສະອາດ ໄດ້ຊຸກຍູ້ຂະບວນການອອກແຮງງານອະນາໄມສະຖານທີ່ຈັດງານ ແລະ ຂອບເຂດພາຍນອກຈຳນວນໜຶ່ງໃຫ້ມີຄວາມສະອາດ ແລະ ສວຍງາມ. ພ້ອມນັ້ນ, ຍັງໄດ້ຊຸກຍູ້, ແນະນໍາທຸກພາກສ່ວນທີ່ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າຢູ່ໃນງານບຸນຕ້ອງມີຖົງຢາງດໍາ ເພື່ອໃສ່ຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ, ເວລາເລີກງານແຕ່ລະຄືນຕ້ອງເຮັດອະນາ ໄມບໍລິເວນຮ້ານຂອງຕົນເອງ ແລ້ວເອົາຖົງຢາງໃສ່ປະໄວ້ຂ້າງຮ້ານ ເພື່ອໃຫ້ພາກສ່ວນອະນາໄມມາເກັບເອົາໄປຖິ້ມ. ພາຍຫຼັງເລີກງານບຸນໃນເວລາ 23:00 ໂມງ ແມ່ນເຂົ້າອະນາໄມ ແລະ ໃຫ້ສໍາເລັດພາຍໃນ 5:00 ໂມງ (ຕອນເຊົ້າ). ພ້ອມນັ້ນ, ຜູ້ມາທ່ຽວງານບຸນ ຈົ່ງເກັບມ້ຽນເສດອາຫານຂອງຕົນໃຫ້ເປັນລະບຽບຮຽບຮ້ອຍ ຖິ້ມໃສ່ຖັງຂີ້ເຫຍື້ອ, ຖົງຢາງຂີ້ເຫຍື້ອ ຫຼື ຈຸດຖິ້ມຂີ້ເຫຍື້ອ ຢ່າຖິ້ມຂີ້ເຫຍື້ອຊະຊາຍ ເພື່ອສະດວກຕໍ່ຜູ້ເກັບມ້ຽນໄປຖິ້ມ ແລະ ເພື່ອຄວາມສະອາດງາມຕາ ແລະ ສວຍງາມຂອງງານບຸນຕໍ່ແຂກຄົນມາພົບເຫັນ.
![]() |
ປະທານຄະນະກໍາມະການປົກຄອງ ເມືອງຈັນທະບູລີ ໃຫ້ຮູ້ຕື່ມວ່າ: ສໍາລັບກິດຈະກໍາວຽກງານຮັກສາສຸຂະພາບ ໄດ້ມີບັນດາແພດໝໍປະຈຳການຢູ່ຜາມຄະນະກຳມະການທຸກວັນ ຕະຫຼອດໄລຍະງານບຸນ ເພື່ອບໍລິການແກ້ໄຂບັນຫາສຸກເສີນແຂກຄົນທີ່ມາທ່ຽວງານບຸນທີ່ບໍ່ສະບາຍ ໂດຍສະເພາະ ເປັນວິນ, ເກີດອຸບັດເຫດ ແລະ ອື່ນໆ. ພ້ອມນີ້, ໄດ້ລົງກວດກາປະເພດອາຫານ ແລະ ເຄື່ອງດື່ມ ໃຫ້ຮັກສາໄດ້ທາງຄຸນນະພາບ, ຮັກ ສາໄດ້ຄວາມສະອາດ, ສິນຄ້າບໍ່ໝົດອາຍຸ. ໃນນັ້ນ, ວຽກງານປະຊາສໍາພັນ ໄດ້ມີໂທລະໂຄ່ງປະຈຳງານບຸນນັບແຕ່ມື້ຈັດງານຈົນເຖິງມື້ປິດງານ ເພື່ອຮັບໃຊ້ວຽກງານປະຊາສຳພັນຕ່າງໆ ຊຶ່ງໄດ້ຕິດຕັ້ງໂທລະໂຄ່ງມີ 15 ຈຸດ.
ຢ່າງໃດກໍຕາມ ຂໍໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນທ່ຽວງານບຸນດັ່ງກ່າວຢ່າງເບີກບານມ່ວນຊື່ນ, ມີສະຕິລະວັງຕົວຕໍ່ປະກົດການຫຍໍ້ທໍ້ຕ່າງໆ, ເປັນເຈົ້າການໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍ, ຮັກສາອະນາໄມຄວາມສະອາດຊ່ວຍກັນ ເພື່ອເຮັດໃຫ້ງານບຸນມີຄວາມສະອາດງາມຕາ ແລະ ສວຍງາມ.
(ຂ່າວ-ພາບ: ວັນເພັງ)


ຄໍາເຫັນ