ງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ22 ຈະມີຫົວໜ່ວຍທຸລະກິດເຂົ້າຮ່ວມ 200 ກວ່າຮ້ານ

ງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ22 ຈະມີຫົວໜ່ວຍທຸລະກິດເຂົ້າຮ່ວມ 200 ກວ່າຮ້ານ
ພິທີຖະແຫຼງຂ່າວງານມະຫະກໍາສືມືຫັດຖະກໍາລາວ ຄັ້ງທີ 22 ປີ 2023 ໄດ້ຈັດຂຶ້ນໃນວັນທີ 5 ຕຸລານີ້ ທີ່ ສູນການຄ້າ ລາວ-ໄອເຕັກ ຊຶ່ງມີ ທ່ານ ຄໍານ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳແລະຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
   ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ ທັງເປັນ ປະທານຄະນະກະກຽມງານ ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 22 ປະຈໍາປີ 2023 ກ່າວວ່າ: ງານມະຫະກຳສີມືຫັດຖະກຳລາວ ຊຶ່ງແມ່ນງານປະເພນີບຸນປາງໃຫຍ່ຂອງຊາວຊ່າງຫັດຖະກຳລາວໄດ້ໝູນວຽນມາຮອດອີກວາລະໜຶ່ງຊຶ່ງງານມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 22 ປະຈໍາປີ 2023 ຈັດຂຶ້ນພາຍໃຕ້ຄໍາຂວັນ: ສືໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ “ຕໍານານສີລະປະລາຍນາກລາວ”  ທ່ານກ່າວຕື່ມວ່າ: ຈຸດປະສົງຫຼັກ ຂອງການຈັດງານແມ່ນເພື່ອສະເຫຼີມສະຫຼອງ “ວັນຫັດຖະກໍາລາວ ວັນທີ 1 ພະຈິກ” ຄົບຮອບ 16 ປີ (ວັນທີ 1 ພະຈິກ 2007 - ວັນທີ 1 ພະຈິກ 2023), ເພື່ອສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົົມ ທ່ຽວຊື້ໄດ້ພົບ-ໄດ້ເຫັນຄວາມຫຼາກຫຼາຍຂອງເຄື່ອງຫັດຖະກໍາລາວ, ສ້າງຄວາມປະທັບໃຈ ແລະ ຫຼົງໄຫຼ ໃນຄວາມມະຫັດສະຈັນຂອງສີໄມ້ລາຍມືຂອງນາຍຊ່າງຫັດຖະກໍາລາວເຮົາ, ເພື່ອໃຫ້ບັນດາຊາວຊ່າງຫັດຖະກໍາທຸກທ້ອງຖິ່ນໃນທົ່ວປະເທດ ແລະ ຜູ້ປະກອບການດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງການຕະຫຼາດ ຫຼື ມີບ່ອນຂາຍຜະລິດຕະພັນຫັດຖະກໍາຂອງຕົນພ້ອມທັງໄດ້ມີໂອກາດພົບປະແລກປ່ຽນບົດຮຽນ,ປະສົບການທາງດ້ານການຜະລິດ, ການວາງສະແດງ ແລະ ການຂາຍສິນຄ້າເປັນການປະກອບສ່ວນສ້າງເປັນສະຖານທີ່ທ່ອງທ່ຽວດ້ານຫັດຖະກໍາ ດັ່ງຄໍາຂັວນ ທີ່ວ່າ: “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ” ເພື່ອກະກຽມຕ້ອນຮັບ ແລະ ກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບຂອງ ສປປ ລາວ ໃນກອງປະຊຸມສໍາມະນາຜ້າແພພື້ນເມືອງອາຊຽນ ຄັ້ງທີ 9 ຊິ່ງຈະຈັດຂຶ້ນ ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໃນປີ 2024 ນີ້ (9th ASEAN TRADITIONAL TEXTILES SYMPOSIUM 2024)
ງານດັ່ງກ່າວຈະໄດ້ຈັດຂຶ້ນທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ຊຶ່ງຈະໃຊ້ໄລຍະເວລາ 9 ວັນ, ເລີ່ມແຕ່ວັນທີ 4-12/11/2023 ໂດຍຈະມີຫຼາຍພາກສ່ວນຫັດຖະກໍາ ເຂົ້າຮ່ວມເປັນຕົ້ນແມ່ນ:ພາກສ່ວນ ແຜ່ນແພ (ຜ້າໄໝ ຜ້າຝ້າຍ), ພາກສ່ວນ ເຄື່ອງປະດັບ (ເງິນ ຄໍາ ແກ້ວປະເສີດ), ພາກສ່ວນ ເຄື່ອງຈັກສານ (ຫວາຍ-ໄມ້ປ່ອງ);
ພາກສ່ວນຜະລິດຕະພັນວັດທະນະທໍາ (ເຄື່ອງປັ້ນດິນເຜົາ, ໄມ້ແກະສະຫຼັກ, ເຄື່ອງດົນຕີພື້ນເມືອງ ແລະ ອື່ນໆ), ພາກສ່ວນ ເຟີນີເຈີ, ພາກສ່ວນອາຫານສໍາເລັດຮູບພື້ນເມືອງ, ສະໝູນໄພ ແລະ ອຶ່ນໆ
ລວມທັງໝົດ ປະມານ 213 ຮ້ານ 
 ໃນນັ້ນພາຍໃນງານຍັງມີກິດຈະກໍາຕ່າງໆ  ເປັນຕົ້ນແມ່ນ:ການ ສໍາມະນາ ທີ່ເປັນໜ້າສົນໃຈ ຫຼາຍຫົວຂໍ້ ເປັນຕົ້ນແມ່ນຕໍານານສີລະປະລາຍນາກລາວ, ມາດຕະຖານສິນຄ້າຫັດຖະກຳເພື່ອສົ່ງອອກປະເທດ “ຍີ່ປຸ່ນ”, ຫັດຖະກຳກັບການທ່ອງທ່ຽວ, ກິດຈະກໍາ ປະກວດ ການແຂ່ງຂັນຜະລິດຕະພັນດີເດັ່ນ: “ເຄື່ອງທີ່ລະນືກ” ກິດຈະກໍາສາທິດ ຂັ້ນຕອນການຜະລິດຕົວຈິງ, ກິດຈະກຳປະຈໍາວັນ (ສະແດງສິລະປະ: ເດີນແບບ ແລະ ອຶ່ນໆ), ງານເດີນແບບອາພອນລາວ ເພື່ອການກຸສົນ ພາຍໃຕ້ໂຄງການ “ຫ່ວງໄຍໄປເຖິງ”.
(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ສູນລວມຄຣິສຕະຈັກຂ່າວປະເສີດແຫ່ງສປປລາວ (ຄຂລ) ໄດ້ຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026 ແລະສະຫຼຸບຜົນງານການເຄື່ອນໄຫວປະຈໍາປີ 2025 ຂຶ້ນໃນວັນທີ 31 ທັນວາຜ່ານມາທີ່ສູນລວມຄຣິສຕະຈັກຂ່າວປະເສີດບ້ານນາໄຊເມືອງໄຊເສດຖານະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານຄໍາຜອຍວັນນະສານຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານຄໍາແດງກຸນທະປັນຍາປະທານບໍລິຫານສູນລວມຄຂລ, ມີບັນດາຄຂລອານຸ, ນາຄໍາ, ນວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ໃນວັນທີ 31 ທັນວາ 2025 ນີ້, ຢູ່ທີ່ສະໂມສອນຂອງແຂວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການແຂວງ, ພະແນການ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ພາຍໃນແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ.
ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະໄດ້ເດີນທາງເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 31 ທັນວາ 2025, ເພື່ອຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ (ເຂດບ້ານບົວລະພາ-ບ້ານຕານປ່ຽວ) ເມືອງຄົງເຊໂດນ, ໂດຍການຕ້ອນຮັບ ແລະ ນໍາພາຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍຄະນະ.
ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ພິທີ ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025 ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ1 ຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກ, ປັບປຸງລະບົບການຈັດຕັ້ງ, ການບໍລິຫານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ,ບໍາລຸງສ້າງຜູ້ພິພາກສາ-ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີຄວາມຊໍານານງານ, ເຄື່ອນໄຫວປະຕິບັດໜ້າວຽກງານຢ່າງແຂງແຮງ ໂດຍສະເພາະການແກ້ໄຂຄະດີໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ.
ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ເມືອງພຽງ ແຂວງໄຊຍະບລີ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸຂື້ນໃນວັນທີ 29-30 ທັນວາ 2025 ຢູ່ທີ່ບ້ານດັ່ງກ່າວໂດຍການເຂົ້າຮ່ວມທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນເຂົ້າຮ່ວມ.
ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເພີ່ມເຕີມ