ງານມະຫະກໍາສີມືຫັດຖະກໍາລາວ ເປັນບຸນປາງໃຫຍ່ຂອງຊາວຊ່າງຫັດຖະກຳລາວ

ງານມະຫະກໍາສີມືຫັດຖະກໍາລາວ ເປັນບຸນປາງໃຫຍ່ຂອງຊາວຊ່າງຫັດຖະກຳລາວ
ໂດຍ: ສຳນານ ພົມພັກດີ
ງານມະຫະກໍາສີມືຫັດຖະກໍາລາວຖືເປັນງານປະເພນີບຸນປາງໃຫຍ່ຂອງຊາວຊ່າງຫັດຖະກຳລາວ, ໃນຂະນະດຽວກັນການຈັດງານງານມະຫະກໍາສີມືຫັດຖະກໍາລາວຄັ້ງທີ 22 ປະຈໍາປີ 2023 ໄດ້ຈັດຂຶ້ນພາຍໃຕ້ຄໍາຂວັນ :ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ “ຕໍານານສິນລະປະລາຍນາກລາວ” ຊຶ່ງພາຍໃນງານມີຫຼາກຫຼາຍກິດຈະກຳທີ່ໜ້າສົນໃຈທີ່ສຳຄັນຈະມີການສໍາມະນາ ຫຼາຍຫົວຂໍ້ ເປັນຕົ້ນແມ່ນຕໍານານສິນລະປະລາຍນາກລາວ, ມາດຕະຖານສິນຄ້າຫັດຖະກຳເພື່ອສົ່ງອອກປະເທດ ແລະ ອື່ນໆທີ່ເປັນຜະລິດຕະພັນພາຍໃນປະເທດ.
ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວໃຫ້ຮູ້ວ່າ: ງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 22 ປະຈໍາປີ 2023 ປີນີ້ໂດຍແມ່ນກົມສົ່ງເສີມການຄ້າ, ກົມອຸດສາຫະກໍາ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສູນວາງສະແດງສິນຄ້າລາວ-ໄອເຕັກ ຮ່ວມກັນຈັດຂຶ້ນ ຊຶ່ງການຈັດງານມະຫາກຳສີມືຫັດຖະກຳລາວຂຶ້ນໃນແຕ່ລະປີແມ່ນຖືເປັນງານປະເພນີບຸນປາງໃຫຍ່ຂອງຊາວຊ່າງຫັດຖະກຳລາວ. ສຳລັບງານມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 22 ປະຈໍາປີ 2023 ຈັດຂຶ້ນປີນີ້ພາຍໃຕ້ຄໍາຂວັນສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ “ຕໍານານສິນລະປະລາຍນາກລາວ” ຊຶ່ງຈຸດປະສົງຫຼັກຂອງການຈັດງານປີນີ້ ແມ່ນເພື່ອສະເຫຼີມສະຫຼອງ “ວັນຫັດຖະກໍາລາວ ວັນທີ 1 ພະຈິກ” ຄົບຮອບ 16 ປີ (ວັນທີ 1 ພະຈິກ 2007 - ວັນທີ 1 ພະຈິກ 2023), ເພື່ອສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົົມ ທ່ຽວຊື້ ໄດ້ພົບໄດ້ເຫັນຄວາມຫຼາກຫຼາຍຂອງເຄື່ອງຫັດຖະກໍາລາວ, ສ້າງຄວາມປະທັບໃຈ ແລະ ຫຼົງໄຫຼ ໃນຄວາມມະຫັດສະຈັນຂອງສີໄມ້ລາຍມືຂອງນາຍຊ່າງຫັດຖະກໍາລາວເຮົາ, ເພື່ອໃຫ້ບັນດາຊາວຊ່າງຫັດຖະກໍາທຸກທ້ອງຖິ່ນໃນທົ່ວປະເທດ ແລະ ຜູ້ປະກອບການ ດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງການຕະຫຼາດ (ຫຼື ມີບ່ອນຂາຍ) ຜະລິດຕະພັນຫັດຖະກໍາຂອງຕົນ ພ້ອມທັງໄດ້ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດ,ການວາງ ສະແດງ ແລະ ການຂາຍ, ເພື່ອປະກອບສ່ວນສ້າງເປັນສະຖານທີ່ທ່ອງທ່ຽວດ້ານຫັດຖະກໍາດັ່ງຄໍາຂັວນ ທີ່ວ່າ: “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ”, ເພື່ອກະກຽມຕ້ອນຮັບ ແລະ ກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບຂອງ ສປປ ລາວ ໃນກອງປະຊຸມສໍາມະນາຜ້າແພພື້ນເມືອງອາຊຽນ ຄັ້ງທີ 9 ຊື່ງຈະຈັດຂຶ້ນ ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໃນປີ 2024 ນີ້ (9th ASEAN TRADITIONAL TEXTILES SYMPOSIUM 2024).
ທ່ານ ນາງ ສຸວິຕາ ປະເສີດ ໃຫ້ຮູ້ຕື່ມວ່າ: ງານມະຫະກໍາສີມືຫັດຖະກໍາລາວປີນີ້ຈະໄດ້ຈັດຂຶ້ນທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ເປັນເວລາ 9 ວັນ, ເລີ່ມແຕ່ວັນທີ 4-12/11/2023 ໂດຍການເຂົ້າຮ່ວມວາງສະແດງ-ຂາຍສິນຄ້າຫັດຖະກຳຂອງຫຼາຍພາກສ່ວນຫັດຖະກໍາ ເປັນຕົ້ນແມ່ນ :ພາກສ່ວນແຜ່ນແພ (ຜ້າໄໝ, ຜ້າຝ້າຍ), ພາກສ່ວນເຄື່ອງປະດັບ (ເງິນ, ຄໍາ, ແກ້ວປະເສີດ), ພາກສ່ວນເຄື່ອງຈັກສານ (ຫວາຍ-ໄມ້ ປ່ອງ), ພາກສ່ວນຜະລິດຕະພັນວັດທະນະທໍາ (ເຄື່ອງປັ້ນດິນເຜົາ, ໄມ້ແກະສະຫຼັກ, ເຄື່ອງດົນຕີພື້ນເມືອງ, ພາກສ່ວນເຟີນີເຈີ,ພາກສ່ວນອາຫານສໍາເລັດຮູບພື້ນເມືອງ, ສະໝຸນໄພ ແລະ ອື່ນໆລວມທັງໝົດ 200 ກວ່າຮ້ານ.
ສະນັ້ນມວນຊົນ ທີ່ເຂົ້າມາທ່ຽວຊົມທ່ຽວຊື້ໃນງານ “ມະຫະກໍາສີມືຫັດຖະກໍາລາວ” ຄັ້ງນີ້ ນອກຈາກຈະໄດ້ຊົມການຈັດວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາຕ່າງໆ ຍັງຈະໄດ້ຊົມກິດຈະກໍາຕ່າງໆຕື່ມອີກ ເປັນຕົ້ນແມ່ນການ ສໍາມະນາ ທີ່ເປັນໜ້າສົນໃຈ ຫຼາຍຫົວຂໍ້ ເປັນຕົ້ນແມ່ນຕໍານານສິນລະປະລາຍນາກລາວ, ມາດຕະຖານສິນຄ້າຫັດຖະ ກຳເພື່ອສົ່ງອອກປະເທດ “ຍີ່ປຸ່ນ”, ຫັດຖະກຳກັບການທ່ອງທ່ຽວ, ກິດຈະກໍາ ປະກວດການແຂ່ງຂັນຜະລິດຕະພັນດີເດັ່ນ: “ເຄື່ອງທີ່ລະນຶກ”, ກິດຈະກໍາສາທິດ ຂັ້ນຕອນການຜະລິດຕົວຈິງ, ກິດຈະກຳປະຈໍາວັນ (ສະແດງສີລະປະເດີນແບບ ແລະ ອື່ນໆ), ສໍາລັບງານເດີນແບບອາພອນລາວ ເພື່ອການກຸສົນ ພາຍໃຕ້ໂຄງການ “ຫ່ວງໃຍໄປເຖິງ” ຊຶ່ງການເຄື່ອນໄຫວກິດຈະກຳຕ່າງໆໃນງານມະຫາກຳ ສີມືຫັດຖະກຳລາວຄັ້ງນີ້ແມ່ນໄດ້ຮັບການອຸ້ມຊູຊ່ວຍເຫຼືອ, ການສະໜັບສະໜູນ ຈາກຫຼາຍພາກສ່ວນ ນັບທັງພາກລັດ, ອົງການຈັດຕັ້ງສາກົນ ປະຈໍາລາວ, ຫົວໜ່ວຍທຸລະກິດ ແລະ ຈາກບຸກຄົນທົ່ວໄປ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ສູນລວມຄຣິສຕະຈັກຂ່າວປະເສີດແຫ່ງສປປລາວ (ຄຂລ) ໄດ້ຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026 ແລະສະຫຼຸບຜົນງານການເຄື່ອນໄຫວປະຈໍາປີ 2025 ຂຶ້ນໃນວັນທີ 31 ທັນວາຜ່ານມາທີ່ສູນລວມຄຣິສຕະຈັກຂ່າວປະເສີດບ້ານນາໄຊເມືອງໄຊເສດຖານະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານຄໍາຜອຍວັນນະສານຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານຄໍາແດງກຸນທະປັນຍາປະທານບໍລິຫານສູນລວມຄຂລ, ມີບັນດາຄຂລອານຸ, ນາຄໍາ, ນວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ໃນວັນທີ 31 ທັນວາ 2025 ນີ້, ຢູ່ທີ່ສະໂມສອນຂອງແຂວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການແຂວງ, ພະແນການ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ພາຍໃນແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ.
ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະໄດ້ເດີນທາງເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 31 ທັນວາ 2025, ເພື່ອຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ (ເຂດບ້ານບົວລະພາ-ບ້ານຕານປ່ຽວ) ເມືອງຄົງເຊໂດນ, ໂດຍການຕ້ອນຮັບ ແລະ ນໍາພາຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍຄະນະ.
ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ພິທີ ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025 ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ1 ຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກ, ປັບປຸງລະບົບການຈັດຕັ້ງ, ການບໍລິຫານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ,ບໍາລຸງສ້າງຜູ້ພິພາກສາ-ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີຄວາມຊໍານານງານ, ເຄື່ອນໄຫວປະຕິບັດໜ້າວຽກງານຢ່າງແຂງແຮງ ໂດຍສະເພາະການແກ້ໄຂຄະດີໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ.
ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ເມືອງພຽງ ແຂວງໄຊຍະບລີ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸຂື້ນໃນວັນທີ 29-30 ທັນວາ 2025 ຢູ່ທີ່ບ້ານດັ່ງກ່າວໂດຍການເຂົ້າຮ່ວມທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນເຂົ້າຮ່ວມ.
ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເພີ່ມເຕີມ