ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 3 ກຸມພາຜ່ານມາ, ງານວາງສະແດງການບິນສິງກະໂປຄັ້ງທີ 10 ໄດ້ເປີດຂຶ້ນຢູ່ສູນວາງສະແດງຊາງງີ ຂອງສິງກະໂປ. ທິມສະແດງການບິນ “ປາອີ່” ຂອງກອງທັບອາກາດຈີນໄດ້ຮັບການເຊື້ອເຊີນ ແລະ ດຳເນີນການສະແດງການບິນ. ນີ້ແມ່ນການກັບມາເຂົ້າຮ່ວມງານວາງສະແດງການບິນສາກົນອີກຄັ້ງຂອງທີມສະແດງການບິນປາອີ່ ຫຼັງຈາກເຄີຍໄດ້ເຂົ້າຮ່ວມງານວາງສະແດງການບິນສິງກະໂປຄັ້ງທີ 7 ໃນເດືອນກຸມພາປີ 2020 .
ກາງສະແດງການບິນໃນງານວາງສະແດງການບິນຄັ້ງນີ້ມີ 8 ທີມຈາກ 6 ປະເທດເຂົ້າຮ່ວມ ຄື: ທີມສະແດງການບິນຂອງກອງທັບອາກາດຈີນ, ສິງກະໂປ, ມາເລເຊຍ, ອົສຕຣາລີ, ອິນເດຍ ແລະ ອິນໂດເນເຊຍ, ພ້ອມດ້ວຍບໍລິສັດຜະລິດເຮືອບິນການຄ້າສອງແຫ່ງ ຄື: COMAC ຂອງຈີນ ແລະ Airbus ຂອງເອີຣົບ. ໃນນີ້ COMAC ໄດ້ສະແດງການບິນດ້ວຍເຮືອບິນໂດຍສານ C919 ລໍາດຽວ.
ຄໍາເຫັນ