ງານສັບປະດາດີຈີຕອນລາວ ຈະຈັດຂຶ້ນ 21-25 ຕຸລາ 2026 ທີ່ສູນການຄ້າ ລາວ-ໄອເຕັກ

ງານສັບປະດາດີຈີຕອນລາວ ຈະຈັດຂຶ້ນ 21-25 ຕຸລາ 2026 ທີ່ສູນການຄ້າ ລາວ-ໄອເຕັກ

ງານສັບປະດາດີຈີຕອນລາວ ຈະຈັດຂຶ້ນ 21-25 ຕຸລາ 2026 ທີ່ສູນການຄ້າ ລາວ-ໄອເຕັກ
ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະມາຄົມ ໄອຊີທີ ແລະ ດີຈີຕອນລາວ(Lao ICT and Digital Association) ຫຼື LIDA ໄດ້ຈັດພິທີຖະແຫຼງຂ່າວການຈັດງານສັບປະດາດີຈີຕອນລາວ (Lao Digital Week) ປະຈໍາປີ 2026 ໃນວັນທີ 13 ສິງຫານີ້ ທີ່ຫ້ອງປະຊຸມໃຫຍ່ ຕຶກສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໃຫ້ກຽດເປັນປະທານໂດຍ ທ່ານ ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາຫົວໜ້າກົມ, ສູນພາຍໃນກະຊວງ, ແຂກຖືກເຊີນຈາກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍບັນດາບໍລິສັດ, ຫ້າງຮ້ານ, ຫົວໜ່ວຍທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມຈຳນວນ 300 ທ່ານ.

 

ງານສບປະດາດຈຕອນລາວ ຈະຈດຂນ 21-25 ຕລາ 2026 ທສນການຄາ ລາວ-ໄອເຕກ - image 1
 

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີໄດ້ກ່າວວ່າ: ປັດຈຸບັນ, ໂລກພວມກ້າວເຂົ້າສູ່ຍຸກທີ່ຂໍ້ມູນ, ປັນຍາປະດິດ (AI), ລະບົບຄລາວຄອມພິ້ວຕິງ, ເຕັກໂນໂລຊີການເຊື່ອມໂຍງ, ຄວາມປອດໄພທາງໄຊເບີ, ແພລັດຟອມດີຈີຕອນ ແລະ ນະວັດຕະກຳດີຈີຕອນ ໄດ້ກາຍເປັນປັດໄຈພື້ນຖານຂອງການແຂ່ງຂັນ ແລະ ການພັດທະນາ ໃນທຸກຂະແໜງວຽກງານ. ເຕັກໂນໂລຊີກຳລັງປ່ຽນແປງວິທີການຜະລິດ, ການບໍລິຫານ, ການຄ້າ, ການສຶກສາ, ສາທາລະນະສຸກ, ການສື່ສານ ແລະ ວິຖີຊີວິດຂອງປະຊາຊົນຢ່າງວ່ອງໄວ. ສຳລັບ ສປປ ລາວ, ການຫັນເປັນດີຈີຕອນ ບໍ່ພຽງແຕ່ແມ່ນການນຳເອົາອຸປະກອນໃໝ່ມາໃຊ້ແຕ່ແມ່ນການປ່ຽນວິທີຄິດ, ວິທີບໍລິຫານ ແລະ ວິທີໃຫ້ບໍລິການ. ຈຸດໝາຍສູງສຸດແມ່ນເພື່ອຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ມີປະສິດທິພາບ, ຊ່ວຍໃຫ້ທຸລະກິດຫຼຸດຕົ້ນທຶນ ແລະ ເຂົ້າເຖິງຕະຫຼາດ ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງໂອກາດ ແລະ ການບໍລິການຢ່າງທົ່ວເຖິງ. ໂດຍສະເພາະການຫຼຸດຜ່ອນຊ່ອງຫວ່າງດີຈີຕອນລະຫວ່າງຕົວເມືອງກັບຊົນນະບົດ, ການຍົກສູງຄຸນນະພາບ ແລະ ລາຄາທີ່ສາມາດເຂົ້າເຖິງໄດ້, ການພັດທະນາທັກສະ ແລະ ການສ້າງຄວາມເຊື່ອໝັ້ນໃນລະບົບດີຈີຕອນ ຂອງ ສປປ ລາວ.

ການຈັດງານສັບປະດາດີຈີຕອນລາວ (Lao Digital Week) ປະຈຳປີ 2026 ມີຈຸດປະສົງ ຄື: (1) ເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກ ໃຫ້ທົ່ວສັງຄົມ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການຫັນເປັນອຸດສະຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດ ແລະ ສັງຄົມ ດີຈີຕອນ ຂອງ ສປປ ລາວ, (2) ເພື່ອຊຸກຍູ້ສົ່ງເສີມການນໍາໃຊ້ນະວັດຕະກຳ ທາງດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ ແລະ ດີຈີຕອນທີ່ທັນສະໄໝ ເຂົ້າໃນທຸກຂະແໜງການເພື່ອພັດທະນາເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ, ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິການ ໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫຼາກຫຼາຍສ້າງມູນຄ່າເພີ່ມ, ສາມາດແຂ່ງຂັນ ໃນຕະຫຼາດພາຍໃນ ແລະ ຕ່າງປະເທດ, (3) ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນ ກໍຄື ຍຸດທະສາດການພັດທະນາເສດຖະກິດດີຈີຕອນ ໃຫ້ປະກົດຜົນເປັນຈິງ, (4) ເພື່ອສົ່ງເສີມ ແລະ ຊຸກຍູ້ນັກຮຽນ-ນັກສຶກສາ, ປະຊາຊົນຜູ້ທີ່ມີຄວາມຮູ້ຄວາມສາມາດເຂົ້າເຖິງໂອກາດທາງດ້ານການແຂ່ງຂັນດ້ານເຕັກໂນໂລຊີນະວັດຕະກຳ, ຄວາມປອດໄພທາງດ້ານໄຊເບີ ໃນລະດັບຊາດ ເພື່ອສົ່ງຕໍ່ໂອກາດໃນການແຂ່ງຂັນລະດັບພາກພື້ນ ແລະ ສາກົນ.

ງານສັບປະດາດີຈີຕອນ ຈະຈັດຂຶ້ນລະຫວ່າງ ວັນທີ 21-25 ຕຸລາ 2026, ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ນະຄອນຫຼວງງວຽງຈັນ ສປປ ລາວ. ພາຍໃຕ້ ຄໍາຂວັນ: “ຍູ້ແຮງການຫັນເປັນລັດຖະບານດີຈີຕອນ, ສ້າງແຮງງານດີຈີຕອນ, ຂັບເຄື່ອນນະວັດຕະກຳ ກ້າວສູ່ຍຸກປັນຍາປະດິດ”. (Accelerating Digital Governance, Cultivating a Digital Workforce, and Driving Innovation in to the AI Era).

ງານໃນຄັ້ງນີ້ ເປັນງານມະຫະກຳເຕັກໂນໂລຊີ ໄອຊີທີ ແລະ ນະວັດຕະກຳດີຈີຕອນ ຊຶ່ງຈະປະກອບມີ ຫຼາຍກິດຈະກໍາ ຈັດຂຶ້ນພ້ອມກັນຢ່າງເປັນຂະບວນຟົດຟື້ນ ເຊັ່ນ: (1) ກອງປະຊຸມລະດັບສູງວ່າດ້ວຍການຫັນເປັນດີຈີຕອນ (Lao Digital Forum) ທີ່ໄດ້ເຊີນບັນດາການນໍາຂອງບັນດາປະເທດອາຊຽນ, ຄະນະນຳຂອງແຕ່ລະກະຊວງ ແລະ ທ້ອງຖິ່ນ ເພື່ອເຂົ້າຮ່ວມແລກປ່ຽນບົດຮຽນໃນການຫັນແຕ່ລະຂະແໜງການເປັນທັນສະໄໝ ແລະ ເພື່ອປຶກສາຫາລື ແນວທາງການເຊື່ອມໂຍງ ແລະ ການເຮັດວຽກຮ່ວມກັນ ເພື່ອສ້າງລະບົບທັນສະໄໝຂອງແຕ່ລະຂະແໜງການ, (2) ກອງປະຊຸມສຳມະນາວິຊາການ ກ່ຽວກັບການຫັນເປັນລັດຖະບານດີຈີຕອນ, ການນໍາໃຊ້ເຕັກໂນໂລຊີ ເຂົ້າໃນການສ້າງເສດຖະກິດດີຈີຕອນ, ສໍາມະນາອຸດສາຫະກໍາ 4.0 ແລະ ເຕັກໂນໂລຊີອັດສະລິຍະ, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ຖານຂໍ້ມູນຂະ ໜາດໃຫຍ່ (Big Data), ການປະມວນຜົນຜ່ານລະບົບຄລາວ (Cloud Computing), ປັນຍາປະດິດ (AI), ອິນເຕີເນັດຊັບພະສິ່ງ (IoT), ການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບຕະຫຼາດແຮງງານໃນຍຸກດີຈີຕອນ ແລະ ອື່ນໆ. (3) ງານວາງສະແດງ ແລະ ການສາທິດ ຜົນສໍາເລັດ ເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ການສື່ສານ ແລະ ນະວັດຕະກຳ ທີ່ເປັນຜົນງານການຄົ້ນຄວ້າ ແລະ ປະດິດສ້າງຂອງທຸລະກິດ startup ຈາກພາຍໃນ ແລະ ຕ່າງປະເທດ ຈໍານວນ 200 ກວ່າຮ້ານວາງສະແດງ (booth), (4) ເວທີການພົບປະ (Networking), ສົນທະນາ, ປຶກສາຫາລື ແລະ ແລກປ່ຽນຄໍາເຫັນກ່ຽວກັບການຄົ້ນຄວ້າ ແລະ ການລົງທຶນທາງດ້ານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງພາກລັດ, ເອກະຊົນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ນັກພັດທະນາ, ນັກຊ່ຽວຊານ ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ, (5) ກິດຈະກໍາການແຂ່ງຂັນເຕັກໂນໂລຊີນະວັດຕະກໍາ, E-sport, ການແຂ່ງຂັນຄວາມປອດໄພທາງໄຊເບີ, ການແຂ່ງຂັນຮຸ່ນຍົນ ROBOT competition, ການນໍາສະເໜີແນວຄວາມຄິດຂອງຜູ້ປະກອບການ Start-up ແລະ ອື່ນໆ.

ຕອນທ້າຍ, ທ່ານຍັງໄດ້ເຊື້ອເຊີນບັນດາກະຊວງ, ຂະແໜງການພາກລັດ, ສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ມະຫາວິທະຍາໄລ, ພາກທຸລະກິດເອກະຊົນ ແລະ ຜູ້ປະກອບການດ້ານໄອຊີທີ ແລະ ດີຈີຕອນທັງພາຍໃນ ແລະ ຕ່າງປະເທດ ແລະ ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມໃນງານດັ່ງກ່າວ ເພື່ອໂຄສະນາເຜີຍແຜ່, ວາງສະແດງຜົນງານ, ທ່ຽວຊົມຜະລິດຕະພັນ ແລະ ເຂົ້າມາມີສ່ວນຮ່ວມໃນງານຄັ້ງນີ້ຢ່າງເປັນຂະບວນຟົດຟື້ນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພິທີເປີດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນພາກກາງ, ໂດຍການປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ມີຄະນະພັກ, ຄະນະນໍາ, ພະນັກງານຫຼັກ ແຫຼ່ງຂັ້ນກົມ, ຫ້ອງການ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາ ຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງ ເຂົ້າຮ່ວມ 40 ​ສະຫາຍ.
ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ຄະນະຈັດຕັ້ງ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025), ພ້ອມທັງວາງທິດທາງການສ້າງແຜນກຳນົດພະນັກງານໄລຍະ 5 ປີ (2026-2030), ໃນ​ວັນ​ທີ 16 ພະ​ຈິກ​ນີ້, ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະນຳຄະນະຈັດຕັ້ງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສາລະວັນ ແຂວງ​ສາ​ລະ​ວັນຮ່ວມກັບຕາແສງບຶງໄຊ ຈັດພິທີເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 – 2027, ໃນວັນທີ 13ພະຈິກຜ່ານ​ມາ, ທີ່ໂຄງການຊົນລະປະທານຝາຍນໍ້າລົ້ນ ບ້ານໜອງໜໍ້ ຕາແສງບຶງໄຊ,ໂດຍມີ ທ່ານ ສະໄໝ ໂພທິສານ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໄລຍະ 5 ປີ (2022-2026) ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໃນວັນທີ 13 ພະຈິກ 2026 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,ມີພະແນກການ-ກົມກອງອ້ອມຂ້າງແຂວງ, ບັນດາເມືອງ-ນະຄອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກອົງການກວດກາລັດ ແຂວງສາລະວັນ ດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ,ໃນວັນທີ 12ພະຈິກຜ່ານ​ມາ,ທີ່ຫ້ອງປະຊຸມຂອງຕົນໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ;ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າເຊື່ອມຄຸນນະພາບ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ ໃນ​ວັນ​ທີ 13 ພະ​ຈິກ​ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸພິດ ອິນທະໂພທອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະສະເພາະກິດຕ້ານສະກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ 2026) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (ວັນທີ 11 ພະຈິກ 2026), ພ້ອມ​ທັງ​ເປີດ​ຂະ​ບວນ​ການ​ຜະ​ລິດ​ລະ​ດູ​ແລ້ງສົກ​ປີ 2026-2027, ໃນ​ວັນ​ທີ 13 ພະ​ຈິກ​ນີ້ທີ່ ບ້ານ​ຫ້ວຍຕາ​ແສງດອນ​ໂຂງ, ໂດຍ​ມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ທົ່ວແຂວງໄຊສົມບູນ 5 ປີ (2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ປິດ​ລົງໃນວັນທີ 12 ພະຈິກຜ່ານ​ມາ, ທີ່ສະໂມສອນຂອງແຂວງ ໂດຍການເປັນທານຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 12-13 ພະຈິກນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດ ຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ແລະ ສ້າງແຜນກຳນົດພະນັກງານຊຸດໃໝ່ ໄລຍະປີ 2026-2030 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫງ່າ ພິມມະສອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີທ່ານ ສົມຫວັງ ນາມສີນາ ກຳມະການພັກແຂວງ ຮອງປະທານກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະພະແນກ, ຄະນະຮັບຜິດຊອບວຽກງານຈັດຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ວັນທີ 11 ພະຈິກຜ່ານມາ, ທີ່ ອົງການໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ພະນັກງານອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ