ນວ ກຳນົດເອົາ 34 ປະເພດກິລາ ແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ປີ 2025 

ນວ ກຳນົດເອົາ 34 ປະເພດກິລາ ແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ປີ 2025 
ນະຄອນຫຼວງວຽງຈັນ ຫຼື ນວ ຈະກຳນົດເອົາ 34 ປະເພດກິລາ ແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ໄດ້ຮັບກຽດເປັນເຈົ້າພາບ ໃນປີ 2025 ຊຶ່ງໃນນັ້ນລວມເຖິງກິລາອີ-ສະປອດ ແລະ ກິລາເພາະກາຍ ທີ່ຖືກບັນຈຸແຂ່ງຂັນເປັນຄັ້ງທຳອິດໃນງານມະຫະກຳກິລາແຫ່ງຊາດ ພ້ອມນັ້ນຍັງເຫັນດີໃຫ້ກຳນົດເອົານົກຍຸງ 2 ໂຕ (ຜູ້ ແລະ ແມ່) ເປັນສັດນຳໂຊກ ແລະ ກຳນົດເອົາຮູບປະຕູໄຊ ເປັນສັນຍາລັກ (ໂລໂກ້) ຕື່ມອີກ.
   ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ລາຍງານການກຽມຄວາມພ້ອມ ໃນການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ກຽມເປັນເຈົ້າພາບ ໃນປີ 2025 ຕໍ່ກອງປະຊຸມວຽກງານກິລາລະດັບສູງທົ່ວປະເທດ ປະຈຳປີ 2023 ແລະ ແຜນວຽກຈຸດສຸມ ປີ 2024 ເມື່ອບໍ່ດົນມານີ້ ວ່າ: ນະຄອນຫຼວງວຽງຈັນ ກໍຄືພະແນກສຶກສາທິການ ແລະ ກິລາ ນວ ໄດ້ປະຕິບັດຕາມໜັງສືຈາກ ກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການສະເໜີໃຫ້ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແທນແຂວງໄຊຍະບູລີ ສະບັບເລກທີ 1334/ສສກ, ລົງວັນທີ 6/9/2019, ຄະນະປະຈຳພັກນະຄອນຫຼວງວຽງຈັນ ໄດ້ຕົກລົງເຫັນດີຮັບເອົາການເປັນເຈົ້າພາບຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ໃນກອງປະຊຸມ ຄັ້ງທີ 79 ສະໄໝທີ VI ຄັ້ງວັນທີ 9/10/2019, ໄດ້ອອກໜັງສືທາງລັດຖະການ ສະບັບເລກທີ 2456/ຫວນວ, ລົງວັນທີ 21 ທັນວາ 2022 ວ່າດ້ວຍການຜ່ານແບບມາດສະຄອດ (ສັດນຳໂຊກ) ແລະ ໂລໂກ້ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII; ພາຍຫຼັງໄດ້ຮັບທຸງເຈົ້າພາບ ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 22/12/2022 ທີ່ແຂວງຊຽງຂວາງ; ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກໜັງສືທາງລັດຖະການ ສະບັບເລກທີ 01/ຈນວ, ລົງວັນທີ 17/7/2023 ເພື່ອຕອບຮັບການເປັນເຈົ້າພາບ ຢ່າງເປັນທາງການ ແລະ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 845/ຈນວ,ລົງວັນທີ 17/8/2023 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຊີ້ນຳ ລະດັບນະຄອນຫຼວງວຽງຈັນ ເພື່ອກະກຽມ ແລະ ດຳເນີນການເປັນເຈົ້າພາບ ຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ປີ 2025; ໄດ້ເປີດກອງປະຊຸມຮ່ວມກັບ ກົມກິລາລະດັບສູງ ແລະ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ເພື່ອປຶກສາຫາລືການກະກຽມຄວາມພ້ອມ ເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV. ໃນເບື້ອງຕົ້ນເອກະພາບເອົາວັນທີ 13-22/12/2025 ເປັນມື້ດໍາເນີນການຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ວັນທີ 6-13/2/2026 ເປັນມື້ດຳເນີນການຈັດງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ເພື່ອສະເໜີລັດຖະບານອະນຸມັດ. ສະນັ້ນ, ໂດຍພື້ນຖານແມ່ນມີຄວາມພ້ອມ ຍ້ອນບັນດາສະຫະພັນແຫ່ງຊາດ ຕັ້ງຢູ່ນະຄອນຫຼວງວຽງຈັນ, ຝ່າຍຈັດການແຂ່ງຂັນ, ຝ່າຍກະກຽມສະຖານທີ່ແຂ່ງຂັນ, ສະຖານທີ່ພັກເຊົ່າຂອງນັກກິລາ ແລະ ການວາງແຜນງົບປະມານ, ການຈັດວາງແຜນບຸກຄະລາກອນຕ່າງໆ ສໍາລັບການເປັນເຈົ້າພາບໃນການແຂ່ງຂັນລາຍລະອຽດຕ່າງໆດັ່ງນີ້: ດ້ານສະຖານທີ່ສະໜາມແຂ່ງຂັນ ຈະນຳໃຊ້ສະໜາມກິລາແຫ່ງຊາດ (ຫຼັກ 16) ເປັນບ່ອນແຂ່ງຂັນ ແລະ ຈັດພິທີເປີດ-ປິດ, ສ່ວນສະໜາມອື່ນໆເຊັ່ນ: ສະໜາມກິລາເຈົ້າອານຸວົງ, ສະໜາມກິລາຂອງມະຫາວິທະຍາໄລແຫ່ງຊາດ, ສະໜາມກິລາສະຖາບັນການສຶກສາທັງພາກລັດ-ເອກະຊົນ ແລະ ສະໜາມກິລາຂອງຜູ້ປະກອບການຫົວໜ່ວຍທຸລະກິດກິລາຈຳນວນໜຶ່ງ ໂດຍລວມແລ້ວມີຄວາມພ້ອມດ້ານພື້ນຖານໂຄງລ່າງ; ດ້ານການປັບປຸງສະໜາມແຂ່ງຂັນ ພາຍຫຼັງ, ຄະນະຮັບຜິດຊອບລະດັບຊາດ ໄດ້ຮັບການແຕ່ງຕັ້ງຈາກລັດຖະບານແລ້ວ ຈະໄດ້ເປີດກອງປະຊຸມຄະນະດັ່ງກ່າວ ຄົ້ນຄວ້າ ແລະ ປຶກສາຫາລືການກະກຽມລົງກວດກາສະຖານທີ່ ເພື່ອປະເມີນມູນຄ່າຂອງການບູລະນະສ້ອມແປງ; ດ້ານທີ່ພັກການນໍາ ແລະ ທີ່ພັກນັກກິລາ ນະຄອນຫຼວງວຽງຈັນ ມີບ່ອນພັກເຊົ່າຫຼາຍແຫ່ງທີ່ມີຄວາມສະດວກສະບາຍ ໄວ້ຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ. ສ່ວນກ້ອນກຳລັງກິລາທີ່ມາຈາກແຂວງ ຄະນະຮັບຜິດຊອບແມ່ນໄດ້ຈັດສັນໃຫ້ພັກເຊົ່າຕາມໂຮງຮຽນໃນຂອບເຂດນະຄອນຫຼວງວຽງຈັນ ທີ່ມີຫ້ອງນ້ຳສະອາດ ແລະ ມີສະຖານທີ່ສາມາດຝຶກຊ້ອມ ແລະ ໃກ້ສະຖານທີ່ແຂ່ງຂັນ ເພື່ອໃຫ້ມີຄວາມສະດວກໃນການເດີນທາງໄປແຂ່ງຂັນ ແລະ ຄາດຄະເນປະເພດກິລາ ທີ່ຈະສະເໜີໃຫ້ບັນຈຸເຂົ້າໃສ່ການແຂ່ງຂັນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແມ່ນຈະມີທັງໝົດ 34 ປະເພດກິລາ ປະກອບມີ: ລອຍນໍ້າ, ແລ່ນ-ລານ, ບານບ້ວງ, ຍິງທະນູ, ໜ້າເກັກ, ໝາກຂ່າງ, ບານສົ່ງໃນຮົ່ມ-ຫາດຊາຍ, ເທັນນິດ-ຊັອບເທັນນິດ, ບານເຕະຍິງ-ຊາຍ-ຟຸດຊໍ, ມວຍສາກົນ, ມວຍລາວ, ດອກປີກໄກ່, ຢູໂດ, ຄາຣາເຕໂດ, ເທຄວັນໂດ, ປັນຈັກສີລັດ, ມວຍປ້ຳ, ມວຍວູຊູ, ເປຕັງ, ກະຕໍ້-ຊິນລອນ, ເຮືອຊ່ວງ, ປິ່ງປ່ອງ, ໂບລິ້ງ, ລົດຖີບ, ສະນຸກເກີ, ໝາກເສິກ, ຍິງປືນ, ກັອບ, ຣັກບີ້, ໝາກແລ້, ອີ-ສະປອດ, ເພາະກາຍ, ຍົກນ້ຳໜັກ, ດຶງເຊືອກ ແລະ ເບັດບອນ.
  ພ້ອມກັນນັ້ນ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ເຫັນດີໃຫ້ກຳນົດເອົາໂຕນົກຍູງ 2 ໂຕ (ຜູ້ ແລະ ແມ່) ເປັນສັດນຳໂຊກ ແລະ ໂລໂກ້ ກຳນົດເອົາຮູບປະຕູໄຊ ເປັນສັນຍາລັກໃນງານ. ສ່ວນດ້ານແຜນງົບປະມານ ພະແນກສຶກສາທິການ ແລະ ກິລາ ໄດ້ສະເໜີງົບປະມານເບື້ອງຕົ້ນ ຈຳນວນ 56 ຕື້ກີບ ເພື່ອຮັບໃຊ້ວຽກງານຂອງນະຄອນຫຼວງວຽງຈັນເປັນເຈົ້າພາບ ປີ 2025 (ຕາມແຜນພັດທະນາຂອງຂະແໜງການສຶກສາ ແລະ ກິວລາ ກຳນົດເຂົ້າໃນແຜນ 2021-2025). ນອກຈາກນີ້ ຂໍໃຫ້ກະຊວງສຶກສາທິການ ແລະ ກິລາ ໄດ້ຄົ້ນຄວ້າງົບປະມານເພີ່ມເຕີມຈາກລັດຖະບານ ແລະ ສະພາແຫ່ງຊາດ ຕາມລະບຽບການທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ເພື່ອສະໜັບສະໜູນການເປັນເຈົ້າພາບ ຈັດງານກິລາແຫ່ງຊາດຂອງນະຄອນຫຼວງວຽງຈັນ ປີ 2025.
ຂ່າວ: ລູກນ້ຳເຊ ອິນທະດາລິນ

ຄໍາເຫັນ

ຂ່າວສືກສາ-ກິລາ

ສປປ ລາວສົ່ງ 39 ປະເພດກິລາ ຮ່ວມ ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ

ສປປ ລາວສົ່ງ 39 ປະເພດກິລາ ຮ່ວມ ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ

ວັນທີ 5 ທັນວາ 2025 ທີ່ຫ້ອງປະຊຸມຄະນະກໍາການໂອແລມປີກແຫ່ງຊາດລາວ (ຄອລ) ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານ ຄອລ, ໄດ້ໂອ້ລົມທີມນັກກິລາລາວທີ່ ເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບຈັດຂຶ້ນລະຫວ່າງ 9-20 ທັນວາ 2025ຊຶ່ງມີຮອງປະທານ ແລະ ເລຂາທິການ ຄອລ, ຄະນະນຳກົມກິລາລະດັບສູງ ພ້ອມດ້ວຍຄະນະ, ຄູຝຶກ-ນັກກິລາ ແລະ ຜູ້ໃຫ້ການສະໜັບສະໜູນ ເຂົ້າຮ່ວມ.
ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນຂົງຈືໂລກ ຄົບຮອບ 11 ປີ ແລະ ວັນສ້າງຕັ້ງ ສຂຈ ມຊ ຄົບຮອບ 15 ປີ ຂຶ້ນໃນວັນທີ 4 ທັນວານີ້ທີ່ ສຂຈ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີຜູ້ຕາງໜ້າຈາກມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ, ມີບັນດາຮອງຜູ້ອຳນວຍການໃຫຍ່ ມຊ, ຜູ້ອຳນວຍການ ສຂຈ ຝ່າຍລາວ-ຝ່າຍຈີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແລະ ອົງການຈັດຕັ້ງມະຫາຊົນເມືອງສິງ ແຂວງຫຼວງນໍ້າທາ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານໄກ່ສອນພົມວິຫານໃນໂອກາດວັນສ້າງຕັ້ງເຍົາວະຊົນທັນວາ ໄດ້ໝູນວຽນຄົບຮອບ 70 ປີ (14 ເມສາ 1955 - 14 ເມສາ 2025) ພ້ອມນີ້ຍັງໄດ້ຈັດພິທີປະຖະກະຖາວັນດັ່ງກ່າວຂຶ້ນຢູ່ສະໂມສອນຂອງເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສຂັ້ນເມືອງ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມທຸກພາກສ່ວນໄດ້ຮັບຊົມການສະແດງຂອງນ້ອງໆເຍົາວະຊົນ ດ້ວຍບັນຍາກາດຟົດຟື້ນແລະມ່ວນຊື່ນ. ຈາກນັ້ນ, ນ້ອງໆເຍົາວະຊົນທັນວາ ໄດ້ຂຶ້ນມັດແພແດງໃຫ້ກັບການນຳຂອງເມືອງຕື່ມອີກ
ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ວັນຊາດທີ 2 ທັນວາ ແຕ່ລະປີແມ່ນວັນລະນຶກເຫດການປະຫວັດສາດທີ່ປະຊາຊົນລາວທັງຊາດມີຄວາມພາກພູມໃຈ, ເອກອ້າງທະນົງໃຈທີ່ສຸດ ຍ້ອນປະຊາຊົນໄດ້ມີຄວາມເປັນເອກະລາດ ປະຊາທິປະໄຕ ເອກະພາບ ເປັນເຈົ້າຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນຜູ້ກໍານົດຊະຕາກໍາຂອງຕົນເອງ ໂດຍສະເພາະປີນີ້ໄດ້ໝູນວຽນມາຄົບຮອບ 50 ປີຂອງການສະຖາປະນາ ສປປລາວ ຍິ່ງມີຄວາມໝາຍຄວາມສໍາຄັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງການພັດທະນາຂອງປະເທດຊາດຕະຫຼອດໄລຍະ 50 ປີ ໃນທ່າມກາງຄວາມຫຍຸ້ງຍາກທີ່ເຕັມໄປດ້ວຍສິ່ງທ້າທາຍທົດສອບທັງພາຍໃນ ແລະ ການຜັນແປຂອງສາກົນທີ່ຄາດເດົາໄດ້ຍາກ. ແຕ່ພັກ ແລະ ລັດຖະບານຍັງສາມາດຮັກສາຄວາມສະຖຽນລະພາບດ້ານການເມືອງຢ່າງໝັ້ນຄົງ, ສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສີວິໄລ ສາມາດເຂົ້າເຖິງລະບົບສາທາລະນະສຸກ ແລະ ການສຶກສາໄດ້ຢ່າງເທົ່າທຽມກັນ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.
2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

ຢູ່ທີ່ອະນຸສອນສະຖານປະ ທານໄກສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 30 ພະ ຈິກ 2025ນີ້, ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ໄດ້ຈັດພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະ ອະນຸຊົນທັນວາ ຈໍານວນ 2,671 ນ້ອງ. ໃນນັ້ນ, ມີມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມທັງໝົດ 825 ນ້ອງຍິງ 431 ນ້ອງ,ມະຫາຊົນກ້າວໜ້າ ເຂົ້າເປັນເຍົາວະຊົນ 922 ນ້ອງຍິງ 454 ນ້ອງ ແລະ ອະນຸຊົນ 924 ນ້ອງຍິງ 514 ນ້ອງທີ່ມາຈາກ 31 ໂຮງຮຽນພາຍ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໃຫ້ ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ຄູ-ອາຈານ ແລະພໍ່ແມ່ຜູ້ປົກຄອງນັກຮຽນເຂົ້າຮ່ວມ.
ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ໃນວັນທີ 27 ພະຈິກ 2025ນີ້ ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານຮ່ອງຄູ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານຮຽນໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ຄອບຄົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໃນວັນທີ 26 ພະຈິກນີ້ຢູ່ທີ່ໂຮງຮຽນມັດທະຍົມສົມບູນແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ວຽກງານຂຽວສະອາດງາມຕາ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງສິ່ງເສດເຫຼືອຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພູນສະຫວັນ ແຈ້ງສະຫວ່າງ ຫົວໜ້າຂະແໜງສິ່ງແວດລ້ອມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ.
50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ . ທ່ານ ວິລະພັນ ຊາພູວົງ ເລຂາໜ່ວຍພັກ ຮາກຖານ ຜູ້ອໍານວຍການວິທະຍາໄລ ສິລະປະແຫ່ງຊາດ (ວສຊ) ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ)ໄດ້ ໃຫ້ສໍາພາດ ຕໍ່ນັກຂ່າວໜັງສື ພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ 2 ທັນວາ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນ ວັນທີ່ປະ ຊາຊົນ ລາວ ທັງຊາດຫວນຄືນ ແລະ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນ ຢ່າງພິລະ ອາດຫານຂອງບັນພະບູລຸດລາວຜູ້ອົງອາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການຫວນຄືນ ໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດລາວ ໂດຍພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ເພີ່ມເຕີມ