ນວ ສຳເລັດການຄັດເລືອກຕົວແທນນັກຮຽນເກັ່ງເຂົ້າຮ່ວມແຂ່ງຂັນລະດັບຊາດ

ນວ ສຳເລັດການຄັດເລືອກຕົວແທນນັກຮຽນເກັ່ງເຂົ້າຮ່ວມແຂ່ງຂັນລະດັບຊາດ
ຂປລ. ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ສຳເລັດການຄັດເລືອກຕົວແທນນັກຮຽນເກັ່ງ ເຂົ້າຮ່ວມການສອບເສັງລະດັບຊາດ ໃນເດືອນເມສາ 2024. ໃນນັ້ນ, ຊັ້ນ ປ.5 ວິຊາ ຄະນິດສາດ ໄດ້ອັນດັບທີ 1 ຈໍານວນ 2 ຄົນ ຄື: ທ້າວ ສອນມີໄຊ ແສງຄຳຢອງ ຈາກໂຮງຮຽນປະຖົມສິນໄຊ ແລະ ທ້າວ ໄຊຍະພອນ ຄົດສຸດີ ຈາກໂຮງຮຽນປະຖົມປາຖະໜາ; ວິຊາພາສາລາວ ອັນດັບ 1 ນາງ ຫົງທອງ ອິນສິຊຽງລາຍ ຈາກໂຮງຮຽນປະຖົມຊະນະພົນ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ອັນດັບ 1 ນາງ ວານິດາ ອິນທະວົງ ຈາກໂຮງຮຽນປະຖົມປາຖະໜາ. ສ່ວນຊັ້ນ ມ.4 ວິຊາ ພາສາລາວ-ວັນນະຄະດີ ໄດ້ອັນດັບທີ 1 ນາງ ປາຢົງ ທ່າວເຈີດຈິງ, ວິຊາຄະນິດສາດ ແມ່ນນາງ ປາວີນາ ໄຊຍະເດດ ທັງສອງມາຈາກໂຮງຮຽນ ມ.ສ ປາຖະໜາ, ວິຊາ ຟີຊິກສາດ ແມ່ນ ນາງ ສຸພະພອນ ສີສົມຫວັງ ຈາກ ມ.ສ ວຽງຈັນ ແລະ ວິຊາ ເຄມີສາດ ນາງ ທິດາວັນ ໄຊຍະສຸກ ຈາກ ມ.ສ ພອນສະຫວັນ ຊົນເຜົ່າ ແລະ ຊັ້ນ ມ.7 ວິຊາ ພາສາລາວ-ວັນນະຄະດີ ໄດ້ອັນດັບທີ 1 ທ້າວ ທະວີຊັບ ຈັນທະສັກ  ຈາກ ມ.ສ ພອນສະຫວັນ-ຊົນເຜົ່າ, ວິຊາຄະນິດສາດ  ທ້າວ ລັດຕະນະໄຕສັນ ແກ້ວດາລາ ແລະ ວິຊາ ຟີຊິກສາດ ທ້າວ ໂພພິທັກ ໄພສານ ທັງສອງມາຈາກ ມ.ສ ວຽງຈັນ ແລະ ວິຊາເຄມີສາດ ທ້າວ ອານຸພາບ ລາດຊະວົງ ຈາກ ມ.ສ ພອນສະຫວັນ.
ພິທີສະຫຼຸບການສອບເສັງແຂ່ງຂັນນັກຮຽນເກັ່ງ ຂັ້ນນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 29 ມີນາຜ່ານມາ ໂດຍມີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ມີຄະນະຜູ້ບໍລິຫານການສຶກສາ, ຜູ້ອຳນວຍໂຮງຮຽນ, ພ້ອມດ້ວຍຄູ-ອາຈານ ພໍ່ແມ່ຜູ້ປົກຄອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ທ່ານ ຂັນໄຊ ແສງສຸນີ ຫົວໜ້າຂະແໜງສາມັນ ພະແນກສຶກສາທິການ ແລະ ກິລາ ນວ ໄດ້ລາຍງານຜົນການສອບເສັງນັກຮຽນເກັ່ງລະດັບ ນວ ສົກຮຽນ 2023-2024 ວ່າ: ການແຂ່ງຂັນໄດ້ກໍານົດວິທີການ ແລະ ຂັ້ນຕອນເປັນ 3 ຂັ້ນ ແຂ່ງຂັນລະດັບໂຮງຮຽນໄດ້ເລີ່ມແຂ່ງຂັນນັບແຕ່ເດືອນທັນວາ 2023, ລະດັບເມືອງ ໄດ້ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ເປັນຜູ້ຈັດຕັ້ງສອບເສັງຫົວບົດສອບເສັງ ຊັ້ນ ປ.5, ມ.4 ແລະ ມ.7 ແມ່ນພະແນກສຶກສາທິການ ແລະ ກິລາ ນວ ສອບເສັງເອກະພາບກັນທົ່ວ ນວ ສຳເລັດໃນວັນທີ 9 ກຸມພາ 2024. ພາຍຫຼັງສອບເສັງຄັດເລືອກຂັ້ນເມືອງແລ້ວ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ ໄດ້ຄັດເລືອກນັກຮຽນ ເພື່ອເປັນຕົວແທນເຂົ້າຮ່ວມການສອບເສັງຂັ້ນ ນວ ວິຊາລະ 5 ຄົນ ໂດຍອີງຕາມສະພາບຄວາມເປັນຈິງຂອງແຕ່ລະເມືອງ ແຂ່ງຂັນລະດັບ ນວ (ຮອບຊີງຊະນະເລີດ) ໄດ້ຈັດການສອບເສັງຂຶ້ນ ໂດຍມີນັກຮຽນສອບເສັງທັງໝົດ 665 ຄົນຍິງ 357 ຄົນ, ຈັດເປັນ 26 ຫ້ອງ, ສອບເສັງໃນວັນທີ 1 ມີນາ 2024 ທີ່ ໂຮງຮຽນ ມ.ປາຍ ມິດຕະພາບວຽງຈັນ-ໂຮ່ຈິມິນ.

ຄໍາເຫັນ

ຂ່າວສືກສາ-ກິລາ

ແຕ່ງຕັ້ງຄະນະອຳນວຍການ-ຄະນະຫ້ອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

ແຕ່ງຕັ້ງຄະນະອຳນວຍການ-ຄະນະຫ້ອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດພິທີປະກາດການຈັດຕັ້ງຂັ້ນຄະນະອຳນວຍການໂຮງຮຽນ ແລະ ຄະນະຫ້ອງຂຶ້ນ‎ໃນວັນທີ 4 ມີນາຜ່ານມາ ໂດຍການເປັນປະທານຂອງສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ, ພະນັກງານ, ຄູ-ອາຈານກ່ຽວຂ້ອງເຂົ້າຮ່ວມ.
2026 ສະມາຄົມນັກທຸລະກິດຮ້ານອາຮ້ານລາວ ຈະຈັດກິດຈະກຳແຂ່ງຂັນກິລາຫຼາຍປະເພດ

2026 ສະມາຄົມນັກທຸລະກິດຮ້ານອາຮ້ານລາວ ຈະຈັດກິດຈະກຳແຂ່ງຂັນກິລາຫຼາຍປະເພດ

ວັນທີ 4 ມີນາ ນີ້ ທີ່ຮ້ານອາຫານປ່າພ້າວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີກອງປະຊຸມໃຫຍ່ຄັ້ງທີ XIII ຂອງສະມາຄົມນັກທຸລະກິດຮ້ານອາຫານລາວ (ສນຮລ) ຮ່ວມກັບ ບໍລິສັດ ເບຍລາວ ຈຳກັດ, ໂດຍເປັນປະທານຂອງທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ, ມີຮອງປະທານ, ຄະນະບໍລິຫານງານ, ຕາງໜ້າຝ່າຍສົ່ງເສີມການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ແລະ ສະມາຊິກຮ້ານອາຫານ ເຂົ້າຮ່ວມ.
ວຕກ ແລະ ວິທະຍາໄລລາວ-ເຢຍລະມັນ ຮ່ວມມືທາງວິຊາການ

ວຕກ ແລະ ວິທະຍາໄລລາວ-ເຢຍລະມັນ ຮ່ວມມືທາງວິຊາການ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືທາງວິຊາການ ລະຫວ່າງວິທະຍາຄານເຕັກນິກການທະ ຫານ (ວຕກ) ແລະ ວິທະຍາໄລເຕັກນິກລາວ-ເຢຍລະມັນ ຈັດຂຶ້ນໃນວັນທີ 3 ມີນາຜ່ານມາ ທີ່ ວຕກ ໂດຍມີ ສະຫາຍ ພົນຈັດຕະວາ ຟອງສະໝຸດ ພົນທິລາດ ອຳນວຍການ ຫົວໜ້າການທະຫານ ວຕກ, ມີສະຫາຍ ສຸລິຍາ ປ່າໄຊ ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີຄະນະພັກ-ຄະນະອຳນວຍການ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງສືກສາທິການ ແລະ ກິລາ ເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນ

ຮອງລັດຖະມົນຕີກະຊວງສືກສາທິການ ແລະ ກິລາ ເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນ

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສືກສາ ແລະ ກິລາ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກສືກສາທິການ ແລະ ກິລາ ແຂວງສາລະວັນ, ໃນວັນທີ 2 ມີນາຜ່ານມາ,ໃຫ້ກຽດຕ້ອນຮັບຂອງ ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສືກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄະນະ.
ແຂ່ງຂັນບານເຕະຍິງ-ຊາຍ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ອົງຄະນະພັກ ສສກ

ແຂ່ງຂັນບານເຕະຍິງ-ຊາຍ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ອົງຄະນະພັກ ສສກ

ກົມຄຸ້ມຄອງວິທະຍາສາດ ຮ່ວມກັບກົມອາຊີວະສຶກສາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ຫ້ອງການກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກິດຈະກຳແຂ່ງຂັນກິລາບານເຕະຍິງ-ຊາຍ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະພັກກະຊວງ ສສກ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກປະຊາຊົນ ປະຕິວັດລາວ ພ້ອມທັງເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນຍິ່ງຂຶ້ນ.
ຍາມໃດ! ລັດຖະບານກໍ່ຖືເອົາວຽກງານການສຶກສາໄປກ່ອນວຽກງານອື່ນບາດກ້າວໜຶ່ງ

ຍາມໃດ! ລັດຖະບານກໍ່ຖືເອົາວຽກງານການສຶກສາໄປກ່ອນວຽກງານອື່ນບາດກ້າວໜຶ່ງ

ທ່ານ ນາງ ສຸກຂະເສີດ ສິດທິເດດ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ປະຈໍາແຂວງຄໍາມ່ວນ ໄດ້ກ່າວຕໍ່ສື່ມວນຊົນທ້ອງຖິ່ນເມື່ອບໍ່ດົນມາ ກ່ຽວກັບການນໍາເອົາເນື້ອໃນຈິດໃຈຂອງແຜນພັດທະນາການສຶກສາ ແລະ ກິລາໄປຈັດຕັ້ງປະຕິບັດໃນສົກຮຽນ 2024 – 2025 ຜ່ານມາ.
ສິງກະໂປ ຈະປະເມີນການຄາດຄະເນ GDP ຄືນໃໝ່ ຍ້ອນວິກິດການອີຣ່ານ

ສິງກະໂປ ຈະປະເມີນການຄາດຄະເນ GDP ຄືນໃໝ່ ຍ້ອນວິກິດການອີຣ່ານ

ຂ່າວຕ່າງປະເທດລາຍງານວ່າ: ທ່ານ ຫງັນ ກິມ ຢົງ ຮອງນາຍົກລັດຖະມົນຕີສິງກະໂປ ໄດ້ຖະແຫຼງຕໍ່ລັດຖະສະພາໃນວັນທີ 2 ມີນາ ຜ່ານມາວ່າ: ລັດຖະບານສິງກະໂປຈະທົບທວນຄືນການຄາດຄະເນທ່າອ່ຽງເສດຖະກິດຂອງຕົນ ຖ້າເຫັນວ່າມີຄວາມຈຳເປັນ ເນື່ອງຈາກວິກິດການໃນຕາເວັນອອກກາງອາດຈະເຮັດໃຫ້ລາຄາພະລັງງານທົ່ວໂລກສູງຂຶ້ນ.
ການແຂ່ງຂັນສິລະປະນັກຮຽນທົ່ວເມືອງຫາດຊາຍຟອງ

ການແຂ່ງຂັນສິລະປະນັກຮຽນທົ່ວເມືອງຫາດຊາຍຟອງ

ການຈັດງານພົບປະແຂ່ງຂັນສິລະປະ-ວັນນະຄະດີ ຂອງນັກຮຽນສາຍສາມັນຊັ້ນ ປ5, ມ4 ແລະ ມ7 ທັງພາກລັດ-ເອກະຊົນທົ່ວເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ປະຈໍາສົກຮຽນ 2025-2026 ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສວນທ່ອງທ່ຽວວັດທະນະທໍາຊຽງຄວນ ໂດຍມີທ່ານ ຄໍາແກ້ວ ມະຫາໄຊ ຮອງປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ມີທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານບໍລິສັດ ສວນທ່ອງທ່ຽວວັດທະນະທໍາຊຽງຄວນ ຜູ້ໃຫ້ການສະໜັບໜູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມວສ ສະຫຼຸບຜົນງານສົກສຶກສາ 2024-2025 ແລະ ແຜນການສຶກສາສົກ 2025-2026

ມວສ ສະຫຼຸບຜົນງານສົກສຶກສາ 2024-2025 ແລະ ແຜນການສຶກສາສົກ 2025-2026

ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ໄດ້ຈັດກອງປະຊຸມສະຫຼຸບຜົນງານສົກສຶກສາ 2024-2025 ແລະ ຜ່ານແຜນການສຶກສາສົກ 2025-2026 ຂຶ້ນໃນວັນທີ 23 ກຸມພານີ້ ທີ່ ມະຫາວິທະຍາໄລວິທະຍາສາດສຸຂະພາບ ວິທະຍາເຂດດົງໂພສີ, ພາຍໃຕ້ການເປັນປະທານ ຂອງ ທ່ານ ມາຍຟອງ ມາຍຊາຍ ຄະນະປະຈຳພັກກະຊວງ ເລຂາຄະນະພັກຮາກຖານ ມວສ ອະທິການບໍດີ ມວສ, ໂດຍມີທ່ານຮອງອະທິການບໍດີ, ບັນດາທ່ານຄະນະຫ້ອງການ, ຄະນະສະຖາບັນ, ຄະນະບໍດີ, ຄະນະພາກວິຊາ, ຄະນະພະແນກ ການ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ມວສ, ນອກນັ້ນຍັງມີພະນັກງານອາວຸໂສບຳນານ, ແຂກທີ່ຖືກເຊີນຈາກບັນດາກົມມະຫາພາກ, ໂຮງໝໍ, ໂຮງ ງານ, ສູນ, ສະຖາບັນອ້ອມຂ້າງກະຊວງສາທາລະນະສຸກເຂົ້າຮ່ວມ.
ຄຳມ່ວນ ທົບທວນຄືນເພື່ອປັບປຸງໂຄງການກອງທືນຮ່ວມມືສາກົນເພື່ອການສຶກສາໄລຍະIII

ຄຳມ່ວນ ທົບທວນຄືນເພື່ອປັບປຸງໂຄງການກອງທືນຮ່ວມມືສາກົນເພື່ອການສຶກສາໄລຍະIII

ກອງປະຊຸມຖອດຖອນບົດຮຽນເພື່ອປັບປຸງການຈັດຕັ້ງປະຕິບັດໂຄງການ ກອງທືນຮ່ວມມືສາກົນເພື່ອການສຶກສາໄລຍະIII (ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ GPE III :LEAP) 6 ແຂວງພາກກາງ ຄື: ນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ບໍລິຄຳໄຊ, ໄຊສົມບູນ, ວຽງຈັນ ແລະ ແຂວງຊຽງຂວາງຈັດຂື້ນໃນວັນທີ 17 ກຸມພາຜ່ານມາ ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄຳມ່ວນ, ໂດຍການເປັນປະທານຮ່ວມຂອງທ່ານ ອານຸແພງ ແກ້ວວົງສາ ຫົວໜ້າກົມແຜນການ, ຫົວໜ້າຄະນະຮັບຜິດຊອບໂຄງການກອງທືນຮ່ວມມືສາກົນເພື່ອການສຶກສາໄລຍະIIIກະຊວງສຶກສາທິການ ແລະ ກິລາ,ທ່ານ ດວງມາລາ ພົມມະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ,ບັນດາທ່ານທີ່ມາຈາກພະແນກສຶກສາທິການ ແລະ ກິລາ 6 ແຂວງ, ເມືອງເປົ້າໝາຍເຂົ້າຮ່ວມ.
ເພີ່ມເຕີມ