ໜ່ວຍກຳມະບານ ໜ່ວຍຄະນະໂຄສະນາອົບຮົມ ເມືອງປະທຸມພອນ ປະເມີນ 5 ເປັນເຈົ້າ

ໜ່ວຍກຳມະບານ ໜ່ວຍຄະນະໂຄສະນາອົບຮົມ ເມືອງປະທຸມພອນ ປະເມີນ 5 ເປັນເຈົ້າ

ໜ່ວຍກຳມະບານ ໜ່ວຍຄະນະໂຄສະນາອົບຮົມ ເມືອງປະທຸມພອນ ປະເມີນ 5 ເປັນເຈົ້າ
ວັນທີ 15 ກັນຍາ 2026, ໜ່ວຍກຳມະບານ ໜ່ວຍຄະນະໂຄສະນາອົບຮົມ ເມືອງປະທຸມພອນ ແຂວງ ຈຳປາສັກ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງ-ປະຕິບັດຂໍ້ແຂ່ງຂັນ “5 ເປັນເຈົ້າ” ປະຈຳປີ 2026 ພ້ອມທັງກຳນົດທິດທາງ, ແຜນການ ແລະ ແນວທາງການດຳເນີນງານໃນປີ 2027 ຂຶ້ນທີ່ຫ້ອງປະຊຸມຂອງຫ້ອງການ.

ກອງປະຊຸມຄັ້ງນີ້ ໄດ້ຮັບກຽດເປັນປະທານຮ່ວມໂດຍ ສະຫາຍ ແຂກແກ້ວ ວົງປະເສີດ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ສະຫາຍ ນາງ ພອນດາວັນ ອາສາພູທອນ ຮອງປະທານສະຫະພັນກຳມະບານເມືອງພ້ອມດ້ວຍບັນດາຫົວໜ້າໜ່ວຍງານ,ພະນັກງານ-ວິຊາການ ແລະ ສະມາຊິກກຳມະບານພາຍໃນໜ່ວຍເຂົ້າຮ່ວມ.

ສະຫາຍ ສີກາ ລ້ວນມະນີວົງ ປະທານໜ່ວຍກຳມະບານ ຫົວໜ້າໜ່ວຍງານອົບຮົມ ໄດ້ສະເໜີບົດສະຫຼຸບ ແລະ ຕີລາຄາຄືນການຈັດຕັ້ງ-ປະຕິບັດຂໍ້ແຂ່ງຂັນ “5 ເປັນເຈົ້າ” ປະຈຳປີ 2026, ເຊິ່ງເປັນການທົບທວນຜົນງານຕົວຈິງຂອງໜ່ວຍໃນໄລຍະ 1 ປີຜ່ານມາ.

ເນື້ອໃນການປະເມີນ ໄດ້ສຸມໃສ່ການຈັດຕັ້ງ-ປະຕິບັດຂໍ້ແຂ່ງຂັນ “5 ເປັນເຈົ້າ” ຕາມແນວທາງ ແລະ ແຜນການທີ່ວາງໄວ້, ພ້ອມທັງທົບທວນຈຸດເດັ່ນ, ຈຸດອ່ອນ, ບັນຫາ-ຂໍ້ຫຍຸ້ງຍາກ ແລະ ບົດຮຽນຈາກການດຳເນີນງານ ເພື່ອນຳໄປປັບປຸງວຽກງານໃນໄລຍະຕໍ່ໄປ.

ການປະເມີນຍັງເນັ້ນໃສ່ການຍົກສູງວຽກງານກຳມະບານໃຫ້ມີແຜນງານຊັດເຈນ, ການມອບໝາຍໜ້າທີ່ຮັບຜິດຊອບໃຫ້ແຕ່ລະສະມາຊິກ, ການຕິດຕາມ-ກວດກາວຽກງານ ແລະ ການສະຫຼຸບປະເມີນຜົນໃຫ້ເປັນໄປຢ່າງສະເໝີຕົ້ນສະເໝີປາຍ.ພ້ອມນີ້,ບັນດາສະມາຊິກກຳມະ

ບານໄດ້ຮ່ວມກັນສົນທະນາ ແລະ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ, ທັງສະເໜີຈຸດດີທີ່ຄວນຮັກສາ, ຈຸດອ່ອນທີ່ຄວນແກ້ໄຂ ແລະ ບັນຫາ-ຂໍ້ຫຍຸ້ງຍາກທີ່ຍັງຄົງຄ້າງ.ໄດ້ເນັ້ນໃຫ້ມີການປັບປຸງວິທີການຈັດຕັ້ງວຽກ, ການປະສານງານ, ການແບ່ງວຽກ ແລະ ການຕິດຕາມວຽກງານໃຫ້ມີຄວາມຄ່ອງຕົວ, ເປັນລະບຽບ, ຮັດກຸມ ແລະ ສາມາດບັນລຸຜົນຕາມແຜນການ.

ພ້ອມກັນນີ້, ຍັງໄດ້ເນັ້ນໃສ່ການຍົກສູງວຽກງານສຶກສາ-ອົບຮົມ, ການຄົ້ນຄວ້າກຳແໜ້ນມະຕິ, ຄຳສັ່ງ ແລະ ແນວທາງຕ່າງໆຂອງສູນກາງ, ແຂວງ ແລະ ເມືອງ, ພ້ອມທັງປະສານສາຍຕັ້ງ ແລະ ສາຍຂວາງໃຫ້ກົມກຽວ ເພື່ອໃຫ້ວຽກງານສາມາດດຳເນີນໄປຕາມກຳນົດເວລາ ແລະ ບັນລຸເປົ້າໝາຍ.

ໂອກາດດັ່ງກ່າວ, ສະຫາຍ ນາງ ພອນດາວັນ ອາສາພູທອນ ໄດ້ມີຄຳເຫັນຕໍ່ວຽກງານກຳມະບານ ໂດຍເນັ້ນໃຫ້ໜ່ວຍກຳມະບານສືບຕໍ່ເອົາໃຈໃສ່ການຈັດຕັ້ງ-ປະຕິບັດຂໍ້ແຂ່ງຂັນ “5 ເປັນເຈົ້າ” ໃຫ້ເປັນຮູບປະທຳ, ມີຜົນງານສາມາດກວດສອບ ແລະ ປະເມີນຜົນໄດ້.

ພ້ອມທັງໃຫ້ຍົກສູງຈິດສຳນຶກ, ຄວາມສາມັກຄີ, ມີວິໄນ ແລະ ຄວາມຮັບຜິດຊອບຂອງສະມາຊິກ, ສ້າງບັນຍາກາດໃຫ້ການເຄື່ອນໄຫວກຳມະບານມີຄວາມຄຶກຄື້ນ, ມີຄວາມສາມັກຄີ ແລະ ສາມາດສ້າງຜົນງານໃໝ່ໆໃຫ້ແກ່ໜ່ວຍງານ.

ຈາກນັ້ນຕອນທ້າຍ, ສະຫາຍ ແຂກແກ້ວ ວົງປະເສີດ ໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໃຫ້ບັນດາສະມາຊິກກຳມະບານທຸກສະຫາຍ ເອົາໃຈໃສ່ສູງຕໍ່ການຈັດຕັ້ງ-ປະຕິບັດ “5 ເປັນເຈົ້າ” ໃຫ້ມີແຜນງານຊັດເຈນ, ມີການມອບໝາຍໜ້າທີ່, ມີການຕິດຕາມ ແລະ ມີການປະເມີນຜົນຢ່າງເປັນລະບົບ.ຂ່າວ-ພາບ: ສີສົມບູນ ວົງວຽງຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ເພີ່ມເຕີມ