ພິທີມອບ-ຮັບໃບຢັ້ງຢືນ ໜ່ວຍພັກສະຫະພັນນັກຮົບເກົ່າ

ໜ່ວຍພັກນັກຮົບເກົ່າແຂວງວຽງຈັນ ຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2023

ໜ່ວຍພັກນັກຮົບເກົ່າແຂວງວຽງຈັນ ຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2023
ໃນທ້າຍອາທິດ, ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງວຽງຈັນ ໄດ້ມີພິທີມອບ-ຮັບໃບຢັ້ງຢືນ ໜ່ວຍພັກສະຫະພັນນັກຮົບເກົ່າ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2023, ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ,

ມີສະຫາຍ ພັນເອກ ບຸນຍົງ ວົງສີຈັນ ເລຂາໜ່ວຍພັກ ປະທານສະຫະພັນນັກຮົບເກົ່າແຂວງ, ມີເລຂາ, ຮອງເລຂາໜ່ວຍພັກອ້ອມຂ້າງ, ພ້ອມດ້ວຍສະມາຊິກພາຍໃນໜ່ວຍເຂົ້າຮ່ວມ.

ສະຫາຍ ພັນໂທ ຄຳພອນ ຈະເລີນສັກ ຮອງເລຂາໜ່ວຍພັກ ຮອງປະທານສະຫະພັນນັກຮົບເກົ່າແຂວງ ກ່າວບາງຕອນວ່າ: ໄລຍະຜ່ານມາຄະນະພັກ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກພັກ-ພະນັກງານຂອງຕົນໃນການປະຕິບັດໜ້າທີ່ວຽກງານ ຕາມ 5 ມາດຖານ, ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກດ້ວຍການນຳເອົາບັນດາແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງຄະນະບໍລິຫານງານສູນກາງພັກ, ຄັ້ງທີ VI ຂອງອົງຄະນະພັກແຂວງ, ມະຕິຄັ້ງທີ IV ຂອງໜ່ວຍພັກສະຫະພັນນັກຮົບເກົ່າແຂວງ ແລະ ມະຕິ, ຄຳສັ່ງ, ກົດລະບຽບພັກ, ກົດໝາຍຂອງລັດ ມາເຊື່ອມຊຶມໃຫ້ສະມາຊິກພັກ-ພະນັກງານ ເປັນແຕ່ລະໄລຍະຢ່າງເປັນປົກກະຕິ. ຢຶດໝັ້ນ 5 ຫຼັກການ, 3 ທິດນໍາ ໃນການສ້າງພັກ, ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ. ສັງລວມຜົນຂອງການຕີລາຄາປະເມີນຜົນ ຂອງສະມາຊິກພັກ ມີສະມາຊິກພັກ ປະເພດແຂງ ທັງໝົດ 15 ສະຫາຍ ຍິງ 5 ສະຫາຍ ກວມເອົາ 93,75%, ສະມາຊິກພັກກາງ 1 ສະຫາຍ, ກວມເອົາ 6,25%. ສາມາດຈັດປະເພດໜ່ວຍພັກເປັນໜ່ວຍພັກ ແຂງ. ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງນີ້ ໂດຍສະຫາຍ ນາງ ຈັນທະບູນ ໂພສະລາດ ແລະ ຮັບໂດຍ ສະຫາຍ ພັນເອກ ບຸນຍົງ ວົງສີຈັນ .

(ພາບ+ຂ່າວ: ແກ້ວອຸດົມ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມໃຫ່ຍຜູ້ແທນຄັ້ງທີ X ຂອງຜູ້ແທນແນວລາວສ້າງຊາດ ເມືອງຫຼວງນໍ້າທາ

ກອງປະຊຸມໃຫ່ຍຜູ້ແທນຄັ້ງທີ X ຂອງຜູ້ແທນແນວລາວສ້າງຊາດ ເມືອງຫຼວງນໍ້າທາ

ວັນທີ 25 ເມສາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນໍ້າທາ ໄດ້ເປີດກອງປະຊຸມໃຫຍ່ ຜູ້ແທນແນວລາວ ສ້າງຊາດ ຄັ້ງທີ X ຂຶ້ນໂດຍການເປັນປະທານຂອງທ່ານ ຄໍາພຸດ ໂພທິລາດ ກໍາມະການປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ.
ລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີ XII ຂອງພັກ ຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ

ລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີ XII ຂອງພັກ ຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ

ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XIIຂອງພັກ ໄດ້ຈັດກອງ​ປະຊຸມ​ສໍາມະນາລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີ XII ຂອງພັກ (ຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ)​ຂຶ້ນໃນ​ວັນ​ທີ 25 ເມ​ສານີ້
ກອງປະຊຸມສ່ອງແສງລາຍງານວຽກງານ ປກສ-ປກຊ

ກອງປະຊຸມສ່ອງແສງລາຍງານວຽກງານ ປກສ-ປກຊ

ຄະນະພັກເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ສ່ອງແສງລາຍງານວຽກງານ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຂຶ້ນໃນວັນທີ 24 ເມສາຜ່ານມາ ທີ່ຫໍປະຊຸມຫ້ອງວ່າການປົກຄອງເມືອງໂດຍ ການເປັນປະທານຂອງ ທ່ານ ບຸນພະລັງ ວິໄລສັກ
ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວນະຄອນຫຼວງວຽງຈັນຄັ້ງທີ IX ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 23 ເມສາ ນີ້ ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ,
ລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີXII ຂອງພັກ  ໃນຂົງເຂດແນວລາວສ້າງຊາດ, ນັກຮົບເກົ່າ ແລະ ມະຫາຊົນ

ລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີXII ຂອງພັກ ໃນຂົງເຂດແນວລາວສ້າງຊາດ, ນັກຮົບເກົ່າ ແລະ ມະຫາຊົນ

ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XIIຂອງພັກ ໄດ້ຈັດກອງ​ປະຊຸມ​ສໍາມະນາລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີ XIIຂອງພັກ (ຂົງເຂດແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຂອງພັກ) ຂຶ້ນໃນຕອນເຊົ້າວັນທີ 24 ເມສານີ້
ປະກາດການຈັດຕັ້ງພາຍໃນອົງການກວດສອບປະຈຳພາກກາງ 2

ປະກາດການຈັດຕັ້ງພາຍໃນອົງການກວດສອບປະຈຳພາກກາງ 2

ພິທີປະກາດການຈັດຕັ້ງພາຍໃນອົງການກວດສອບ ປະຈຳພາກກາງ 2 ໄດ້ຈັດຂຶ້ນໃນວັນທີ 24 ເມສານີ້ ທີ່ຫ້ອງປະຊຸມຂອງສ່ວຍສາອາກອນແຂວງສະຫວັນນະເຂດ, ເຊິ່ງພິທີຄັ້ງນີ້ແມ່ນການປະກາດການແຕ່ງຕັ້ງຜູ້ຊ່ວຍປະທານອົງການກວດສອບ ປະຈຳພາກກາງ 2 ໂດຍການເປັນປະທານຂອງ ທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ,

ຊຽງຂວາງເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັງທີ XI

ຊຽງຂວາງເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັງທີ XI

ແຂວງຊຽງຂວາງ ເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XI ແລະ ນິຕິກຳຂອງພັກ, ລັດຖະບານ ແລະ ຂອງແຂວງ ຂຶ້ນໃນວັນທີ 24 ເມສານີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ.
ບໍ່ແຕນ ເຊື່ອມຊືມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ

ບໍ່ແຕນ ເຊື່ອມຊືມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ

ວັນທີ 23 ເມສາຜ່ານມານີ້, ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຊື່ອມຊຶມ ມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຂຶ້ນຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍໃຫ້ກຽດເຜີຍແຜ່ຂອງສະຫາຍ ຄຳສີ ແພງສະຫວັນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນຳເມືອງບໍ່ແຕນ.
ສາລະວັນ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງ 18 ສະໄໝທີ IX

ສາລະວັນ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງ 18 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ຄັ້ງທີ 18 ສະໄໝທີ IX ໄດ້ໄຂຂຶ້ນໃນວັນທີ 23 ເມສານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສາລະວັນ,
ເພີ່ມເຕີມ