ຂ່າວລະບຸວ່າ: ໃນເດືອນເມສາຜ່ານມາ ລັດຖະບານນູແວນເຊລັງ ໄດ້ຜ່ອນຄາຍກົດລະບຽບຂອງວີຊາເຂົ້າເມືອງໃຫ້ນັກລົງທຶນຕ່າງປະເທດ ຊຶ່ງລວມມີການຫຼຸດວົງເງິນຂັ້ນຕໍ່າສໍາລັບປະເພດການລົງທຶນທີ່ມີຄວາມສ່ຽງສູງຈາກ 15 ລ້ານໂດລານິວຊີແລນ ເປັນ 5 ລ້ານໂດລານິວຊີແລນ ແລະ ຍົກເລີກຂໍ້ກໍານົດດ້ານພາສາອັງກິດ.
ຢ່າງໃດກໍຕາມ, ຜູ້ຖືວີຊາທີ່ບໍ່ໄດ້ອາໄສຢູ່ໃນນູແວນເຊລັງເປັນເວລາ 6 ເດືອນຕໍ່ປີ ແມ່ນຍັງບໍ່ສາມາດຊື້ອະສັງຫາລິມະຊັບໄດ້. ທ່ານ ລັກຊອນ ໃຫ້ຮູ້ວ່າ: ການປ່ຽນແປງການອະນຸຍາດໃຫ້ຜູ້ຖືວີຊາສາມາດຊື້ ຫຼື ປຸກສ້າງເຮືອນໄດ້ ຖືເປັນຈຸດຮ່ວມຂອງຜູ້ທີ່ບໍ່ຕ້ອງການໃຫ້ຕ່າງປະເທດເປັນເຈົ້າຂອງກຳມະສິດ ແລະ ຄວາມຕ້ອງການໃນການດຶງດູດນັກລົງທຶນທີ່ມີຊັບສິນສຸດທິສູງ ຜ່ານການເສີມສ້າງສາຍພົວພັນລະຫວ່າງປະເທດກັບບຸກຄົນເຫຼົ່ານັ້ນ ເພື່ອເຮັດໃຫ້ເກີດການກະຕຸ້ນເສດຖະກິດ.
ຄໍາເຫັນ