ນູແວນເຊລັງ ວາງແຜນເກັບຄ່າທຳນຽມສະຖານທີ່ທ່ອງທ່ຽວທີ່ນິຍົມ

ນູແວນເຊລັງ ວາງແຜນເກັບຄ່າທຳນຽມສະຖານທີ່ທ່ອງທ່ຽວທີ່ນິຍົມ

ນູແວນເຊລັງ ວາງແຜນເກັບຄ່າທຳນຽມສະຖານທີ່ທ່ອງທ່ຽວທີ່ນິຍົມ
ຂ່າວຕ່າງປະເທດລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ນູແວນເຊລັງ (ນິວຊີແລນ) ກຽມເກັບຄ່າທຳນຽມຈາກນັກທ່ອງທ່ຽວຕ່າງປະເທດສູງເຖິງ 40 ໂດລານິວຊີແລນ (24 ໂດລາ) ສຳລັບການເຂົ້າຊົມສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງເຊັ່ນ: Milford Track ແລະ Mount Cook ເພື່ອສະໜັບສະໜູນການເຕີບໂຕທາງດ້ານເສດຖະກິດຂອງປະເທດ.

 

ທ່ານ ຄຣິສໂຕເຟີ ລັກຊອນ ນາຍົກລັດຖະມົນຕີນູແວນເຊລັງ ກ່າວວ່າ: ອຸທິຍານແຫ່ງຊາດທີ່ມີຊື່ສຽງ ແລະ ເສັ້ນທາງຍ່າງປ່າທີ່ມີຄວາມນິຍົມ ຖືເປັນຊັບສົມບັດພິເສດສຳລັບຊາວນູແວນເຊລັງ, ໃນຂະນະທີ່ນັກທ່ອງທ່ຽວຕ່າງປະເທດຄວນມີສ່ວນຮ່ວມຈ່າຍຄ່າທຳນຽມໃນສະຖານທີ່ທີ່ມີຄົນແອອັດ. ໂດຍລາຍຮັບປີລະ 62 ລ້ານໂດລານິວຊີແລນ ຈາກການເກັບຄ່າທໍານຽມນີ້ຈະຖືກນໍາໄປລົງທຶນພັດທະນາສະຖານທີ່ທ່ອງທ່ຽວເຫຼົ່ານີ້.

ທ່ານຍັງໄດ້ກ່າວອີກວ່າ: ໄດ້ຍິນເພື່ອນມິດນາໆຊາດກ່າວຫຼາຍຄັ້ງວ່າ ພວກເຂົາເຈົ້າຮູ້ສຶກແປກໃຈທີ່ສາມາດໄປທ່ຽວຊົມສະຖານທີ່ທີ່ສວຍງາມທີ່ສຸດແຫ່ງໜຶ່ງຂອງໂລກໄດ້ໂດຍບໍ່ເສຍຄ່າ ຈຶ່ງເປັນເລື່ອງສົມຄວນທີ່ນັກທ່ອງທ່ຽວຕ່າງປະເທດຈະຕ້ອງເສຍຄ່າທຳນຽມລະຫວ່າງ 20-40 ໂດລານິວຊີແລນ ຕໍ່ຄົນ ສຳລັບສະຖານທີ່ທ່ອງທ່ຽວເຫຼົ່ານີ້.

ລັດຖະບານນູແວນເຊລັງເຫັນວ່າ: ການທ່ອງທ່ຽວເປັນຕົວຊຸກຍູ້ເສດຖະກິດທີ່ສໍາຄັນ ໃນຂະນະທີ່ປະເທດກຳລັງຟື້ນຕົວຈາກການຖົດຖອຍຂອງປີຜ່ານມາ. ໂດຍຈະເລີ່ມຕັ້ງແຕ່ເດືອນພະຈິກນີ້ດ້ວຍການຍົກເວັ້ນວີຊາຜ່ານແດນສຳລັບນັກທ່ອງທ່ຽວຈີນ ເພື່ອກະຕຸ້ນການທ່ອງທ່ຽວ.

ຄ່າທໍານຽມດັ່ງກ່າວຈະຖືກພິຈາລະນາທົດລອງໃຊ້ໃນສະຖານທີ່ທ່ອງທ່ຽວເຊັ່ນ: Cathedral Cove, Tongariro Crossing, Milford Track, ແລະ Mount Cook ຊຶ່ງເປັນບ່ອນທີ່ນັກທ່ອງທ່ຽວຕ່າງປະເທດນິຍົມ ຊຶ່ງກວມອັດຕາສ່ວນເຖິງ 80% ຂອງຜູ້ມາທ່ອງທ່ຽວ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຊາວນູແວນເຊລັງ ຈະບໍ່ເສຍຄ່າທຳນຽມໃນການເຂົ້າຊົມເຂດອະນຸລັກເຫຼົ່ານີ້, ເນື່ອງຈາກເປັນມໍລະດົກແຫ່ງຊາດທີ່ຊາວນູແວນເຊລັງຄວນໄດ້ເຂົ້າຊົມໂດຍບໍ່ເສຍຄ່າ.

ຄໍາເຫັນ

ຂ່າວຕ່າງປະເທດ

ສ ເກົາຫຼີ ສົ່ງອອກ K-food ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ສ ເກົາຫຼີ ສົ່ງອອກ K-food ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ຂ່າວຕ່າງປະເທດລາຍງານວ່າ: ຫ້ອງການພາສີຂອງ ສ ເກົາຫຼີ ໄດ້ປະກາດໃນວັນທີ 28 ຕຸລາ ຜ່ານມາ ວ່າ, ການສົ່ງອອກຜະລິດຕະພັນອາຫານຂອງ ສ ເກົາຫຼີ ໃນໄລຍະເດືອນມັງກອນ - ກັນຍາ ໄດ້ເພີ່ມຂຶ້ນ 8.9% ເມື່ອທຽບກັບປີກ່ອນ ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 8.5 ຕື້ວອນ (ປະມານ 5.9 ລ້ານໂດລາ).
ການນອນຫຼັບສະໝໍ່າສະເໝີ ກ່ຽວຂ້ອງກັບຄວາມສ່ຽງຕໍ່າຂອງໂຣກຕຸ້ຍ ໃນເດັກນ້ອຍຜູ້ຊາຍ

ການນອນຫຼັບສະໝໍ່າສະເໝີ ກ່ຽວຂ້ອງກັບຄວາມສ່ຽງຕໍ່າຂອງໂຣກຕຸ້ຍ ໃນເດັກນ້ອຍຜູ້ຊາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 27 ຕຸລາ ຜ່ານມາວ່າ: ຜົນການສຶກສາໃໝ່ຈາກສະຖາບັນວິທະຍາສາດ, ເຕັກໂນໂລຊີ ແລະ ການຄົ້ນຄວ້າຂອງສິງກະໂປ ໄດ້ເປີດເຜີຍວ່າ, ເດັກນ້ອຍຜູ້ຊາຍທີ່ນອນຫຼັບຢ່າງສະໝ່ຳສະເໝີເປັນເວລາເກົ້າຊົ່ວໂມງ ຫຼື ຫຼາຍກວ່ານັ້ນຕໍ່ຄືນຕະຫຼອດອາທິດມີຄວາມສ່ຽງເປັນໂຣກຕຸ້ຍຫຼຸດລົງ 51% ແລະ ມີໄຂມັນໜ້າທ້ອງໜ້ອຍກວ່າເດັກນ້ອຍຜູ້ຊາຍທີ່ບໍ່ໄດ້ນອນຫຼັບພຽງພໍຢ່າງຫຼວງຫຼາຍ.
ປິດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 47 ແລະ ​ກອງ​ປະ​ຊຸມ​​​ປິ່ນ​ອ້ອມ

ປິດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 47 ແລະ ​ກອງ​ປະ​ຊຸມ​​​ປິ່ນ​ອ້ອມ

ຂ່າວສານຊີອາໄອລາຍງານວ່າ: ພິ​ທີ​ປິດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 47 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ຕຸ​ລາ​ ຜ່ານມາ ​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ ປ​ະ​ເທດມາ​ເລ​ເຊຍ. ໂອ​ກາດ​ດັ່ງ​ກ່າວ, ທ່ານ ອັນ​ວາ ອິບ​ຣາ​ຮິມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ: ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ບັນ​ດາ​ຝ່າຍ​ໄດ້​ສ້າງ​ຂົວ​ຕໍ່, ດຳ​ເນີນ​ການ​ສົນ​ທະ​ນາ​ກັນ ຊຶ່ງຢັ້ງ​ຢືນ​ໃຫ້​ເຫັນ​ວ່າ ​ກົນ​ໄກ​ອາ​ຊຽນ​ຍັງ​ຄົງ​ມີ​ປະ​ສິດ​ທິ​ຜົນ​ພາຍ​ໃຕ້​ການ​ນຳ​ພາ​​ຢ່າງ​ສົມ​ເຫດ​ສົມ​ຜົນດ້ວຍ​ຄວາມ​ອົດ​ທົນ.
ບົດ​ຮຽນ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ ​ເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ

ບົດ​ຮຽນ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ ​ເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ

ຂ່າວສານຊີອາໄອລາຍງານ ໃນວັນທີ 29 ຕຸລາ ນີ້ວ່າ: ອີງ​ຕາມຜົນ​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ​ຂອງ​ປະ​ຊາ​ຊົນ​ໂດຍໂທ​ລະ​ພາບ​ສາ​ກົນ​ຈີນ ​ຫຼື CGTN ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ​ຫຼື CMG ໄດ້ແຈກ​ຢາຍ​ແບບ​ສອບ​ຖາມ​ໃຫ້​ຊາວ​ເນັດ 47.000 ຄົນ ຈາກ 46 ປະ​ເທດ​ທົ່ວ​ໂລກໃນ​ໄລ​ຍະ 3 ປີ​ຜ່ານ​ມາ​ ​ສະ​ແດງ​ໃຫ້​ເຫັນ​ວ່າ: ບົດ​ຮຽນ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ​ເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ.
ອິນໂດເນເຊຍ ອອກກົດລະບຽບໃໝ່ອະນຸຍາດໃຫ້ລັດຖະບານສາມາດໃຫ້ເງິນກູ້ຢືມ

ອິນໂດເນເຊຍ ອອກກົດລະບຽບໃໝ່ອະນຸຍາດໃຫ້ລັດຖະບານສາມາດໃຫ້ເງິນກູ້ຢືມ

ຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອິນໂດເນເຊຍໄດ້ອອກກົດລະບຽບໃໝ່ທີ່ອະນຸຍາດໃຫ້ລັດຖະບານສາມາດໃຫ້ເງິນກູ້ຢືມແກ່ອຳນາດການປົກຄອງທ້ອງຖິ່ນ ແລະ ບໍລິສັດຂອງລັດ ເພື່ອສະໜັບສະໜູນໂຄງການພັດທະນາຕ່າງໆຂອງປະເທດ. ໂດຍເງິນກູ້ເຫຼົ່ານີ້ຕ້ອງພິຈາລະນາຄວາມສ່ຽງທີ່ອາດເກີດຂຶ້ນ ແລະ ຄວາມສາມາດທາງດ້ານການເງິນຂອງລັດຖະບານກ່ອນ.
ທ່ານ ເຈິ່ນແທັງເໝີນ ເຂົ້າ​ຮ່ວມ​ພິ​ທີ​ມອບລາງວັນອັດ​ສະ​ລິ​​ຍະດິນ​ແດນ ຫວຽດ ​​ປີ 2025

ທ່ານ ເຈິ່ນແທັງເໝີນ ເຂົ້າ​ຮ່ວມ​ພິ​ທີ​ມອບລາງວັນອັດ​ສະ​ລິ​​ຍະດິນ​ແດນ ຫວຽດ ​​ປີ 2025

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນຄ່ຳວັນທີ 27 ຕຸລາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນພິທີມອບລາງວັນອັດສະລິຍະດິນແດນ ຫວຽດ ປີ 2025. ໂດຍມີ 21 ລາງວັນໄດ້ມອບໃຫ້ບຸກຄົນ ແລະ ໝູ່ຄະນະໃນບັນດາຂົງເຂດເຊັ່ນ: ເຕັກໂນໂລຊີດີຈີຕອນ, ແພດການຢາ, ໄວໜຸ່ມປະດິດຄິດສ້າງ, ສົ່ງເສີມການຮຽນ - ຮຽນດ້ວຍຕົນເອງ ແລະ ລາງວັນອຸທິດສ່ວນ. ພິເສດ, ຂົງເຂດເຕັກໂນໂລຊີດີຈີຕອນສືບຕໍ່ໄດ້ກຳນົດເປັນຫົວໃຈຂອງລາງວັນດັ່ງກ່າວ, ແມ່ນບ່ອນເຕົ້າໂຮມບັນດາມາດຕະການບຸກທະລຸ, ຮັບໃຊ້ພາລະກິດຫັນເປັນດີຈີຕອນແຫ່ງຊາດໂດຍກົງ.
ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ

ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ

ກອງປະຊຸມລ່ານຖິງພາຍໃຕ້ຫົວຂໍ້ “ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ” ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 27 ຕຸລານີ້ ທີ່ຫ້ອງປະຊຸມກະຊວງການຕ່າງປະເທດ ສປ ຈີນ ທີ່ ຫຼວງປັກກິ່ງ, ຈັດຂຶ້ນໂດຍສະມາຄົມການທູດຂອງຈີນ ພາຍໃຕ້ການສະໜັບສະໜູນຂອງກະຊວງການຕ່າງປະເທດແຫ່ງ ສປ ຈີນ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ຫວາງອີ້ ຄະນະກຳມະການສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອູ້ໄຫຫຼົງ ປະທານສະມາຄົມການທູດ ສປ ຈີນ ພ້ອມດ້ວຍຕາງໜ້າຈາກອົງການສາກົນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
Toyota ລາຍງານຍອດຂາຍທົ່ວໂລກເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ

Toyota ລາຍງານຍອດຂາຍທົ່ວໂລກເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ຕຸລາ ຜ່ານມາວ່າ: ບໍລິສັດ Toyota Motor Corp. ລາຍງານຍອດຂາຍລົດໃນໄລຍະເຄິ່ງທຳອິດຂອງປີງົບປະມານ (ເດືອນເມສາ-ກັນຍາ) ຢູ່ທີ່ 5,267,216 ຄັນ, ເພີ່ມຂຶ້ນ 4.7% ເມື່ອທຽບກັບປີກ່ອນ ຊຶ່ງສູງທີ່ສຸດແບບບໍ່ເຄີຍມີມາກ່ອນສຳລັບເຄິ່ງທຳອິດຂອງປີງົບປະມານ.
ຕວັກກີ ເກີດແຜ່ນດິນໄຫວ ຂະໜາດ 6.1 ຣິກເຕີ ມີຜູ້ບາດເຈັບ 22 ຄົນ

ຕວັກກີ ເກີດແຜ່ນດິນໄຫວ ຂະໜາດ 6.1 ຣິກເຕີ ມີຜູ້ບາດເຈັບ 22 ຄົນ

ຂ່າວຕ່າງປະເທດລາຍງານວ່າ: ເກີດແຜ່ນດິນໄຫວຂະໜາດ 6.1 ຣິກເຕີ ໃນພາກຕາເວັນຕົກຂອງຕວັກກີ, ເຮັດໃຫ້ອາຄານທີ່ເສຍຫາຍຈາກແຜ່ນດິນໄຫວຄັ້ງກ່ອນພັງລົງ. ລາຍງານເບື້ອງຕົ້ນມີຜູ້ບາດເຈັບ 22 ຄົນ. ຂ່າວລະບຸວ່າ: ແຜ່ນດິນໄຫວຂະໜາດ 6.1 ຣິກເຕີ ໄດ້ເກີດຂຶ້ນໃນພາກຕາເວັນຕົກຂອງຕວັກກີ ໃນຄືນວັນທີ 27 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ), ເຮັດໃຫ້ອາຄານສີ່ຫຼັງທີ່ເສຍຫາຍຈາກແຜ່ນດິນໄຫວຄັ້ງກ່ອນພັງລົງ. ໂດຍໃນເບື້ອງຕົ້ນຍັງບໍ່ມີລາຍງານກ່ຽວກັບການເສຍຊີວິດ.
ນັ່ງໜ້ອຍລົງ 30 ນາທີຕໍ່ມື້ ສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໄດ້

ນັ່ງໜ້ອຍລົງ 30 ນາທີຕໍ່ມື້ ສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໄດ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ຕຸລາ ຜ່ານມາວ່າ: ຜົນການຄົ້ນຄວ້າຈາກມະຫາວິທະຍາໄລ Turku ປະເທດແຟັງລັງ ພົບວ່າ: ການຫຼຸດຜ່ອນເວລານັ່ງ ພຽງ 30 ນາທີຕໍ່ມື້ ແລ້ວຫັນມາຢືນ ຫຼື ເຄື່ອນໄຫວຮ່າງກາຍແທນສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດ ແລະ ປັບປຸງສຸຂະພາບການເຜົາຜານໄດ້ຢ່າງຫຼວງຫຼາຍ, ເຖິງແມ່ນວ່າບໍ່ໄດ້ອອກກຳລັງກາຍກໍຕາມ.
ເພີ່ມເຕີມ