ເນື່ອງໃນໂອກາດ ຕ້ອນຮັບປີໃໝ່ ຫວຽດນາມ 2022 ໃນ​ວັນ​ທີ 20 ມັງ​ກອນ ນີ້ ຄະນະນຳໜັງສືພິມ ປະຊາຊົນ

ເນື່ອງໃນໂອກາດ ຕ້ອນຮັບປີໃໝ່ ຫວຽດນາມ 2022 ໃນ​ວັນ​ທີ 20 ມັງ​ກອນ ນີ້ ຄະນະນຳໜັງສືພິມ ປະຊາຊົນ
ເນື່ອງໃນໂອກາດ ຕ້ອນຮັບປີໃໝ່ ຫວຽດນາມ 2022 ໃນ​ວັນ​ທີ 20 ມັງ​ກອນ ນີ້ ຄະນະນຳໜັງສືພິມ ປະຊາຊົນ ນຳພາໂດຍ ທ່ານ ວັນໄຊ ຕະວິນຍານ ຫົວໜ້າບັນນາທິການໃຫຍ່ ໜັງສືພິມ ປະຊາຊົນ ໄດ້ເຂົ້າອວຍພອນ ຫ້ອງການຜູ້ຕ່າງໜ້າ ໜັງສືພິມ ເຢິນເຢິນ ຫວຽດນາມ ປະຈຳລາວ ໃຫ້ກຽດຕ້ອນຮັບ ໂດຍທ່ານ ເຊິນ ຫົວໜ້າຫ້ອງການຜູ້ຕ່າງໜ້າໜັງສືພິມ ເຢິນເຢິນ ຫວຽດ​ນາມ ປະຈຳລາວ

ເນື່ອງໃນໂອກາດ ຕ້ອນຮັບປີໃໝ່ ຫວຽດນາມ 2022 ໃນວັນທີ 20 ມັງກອນ ນີ້ ຄະນະນຳໜັງສືພິມ ປະຊາຊົນ ນຳພາໂດຍ ທ່ານ ວັນໄຊ ຕະວິນຍານ ຫົວໜ້າບັນນາທິການໃຫຍ່ ໜັງສືພິມ ປະຊາຊົນ ໄດ້ເຂົ້າອວຍພອນ ຫ້ອງການຜູ້ຕ່າງໜ້າ ໜັງສືພິມ ເຢິນເຢິນ ຫວຽດນາມ ປະຈຳລາວ ໃຫ້ກຽດຕ້ອນຮັບ ໂດຍທ່ານ ເຊິນ ຫົວໜ້າຫ້ອງການຜູ້ຕ່າງໜ້າໜັງສືພິມ ເຢິນເຢິນ ຫວຽດນາມ ປະຈຳລາວ

ໃນໂອກາດດັ່ງກ່າວນີ້ ທ່ານ ບັນນາທິການໃຫຍ່ ໄດ້ອວຍພອນໃຫ້ການນຳໜັງສືພິມ ເຢິນເຢິນ ຕະຫຼອດຮອດພະນັກງານ ໜັງສືພິມເຢິນເຢິນ ຈົ່ງມີສຸຂະພາບແຂງແຮງ ປະສົບຄວາມສຳເລັດໃນໜ້າທີ່ການງານ ຍາດໄດ້ຜົນງານໃໝ່ໃຫຍ່ກວ່າເກົ່າ ອວຍພອນແດ່ ມິດຕະພາບ ແລະ ຄວາມຮ່ວມມືລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະໜັງສືພິມ ປະຊາຊົນ ແລະ ໜັງສືພິມ ເຢິນເຢິນ ຈົ່ງເຂົ້າສູ່ລວງເລິກ ແລະ ຈະເລີນງອກງາມ ຍິ່ງໆຂຶ້ນໄປ.

ໃນຕອນເຊົ້າຂອງມື້ດຽວກັນນີ້ ການນຳ ຂອງ ໜັງສືພິມເຢິນເຢິນ ແລະ ການນຳຂອງບໍລິສັດ ຢູນີເທວ ກໍ່ໄດ້ເຂົ້າພົບປະການນຳໜັງສືພິມ ປະຊາຊົນ ເພື່ອແລກປ່ຽນ ທາງດ້ານວິຊາການ ແລະ ເທັກນິກ ໃນການຫັນໜັງສືພິມ ປະຊາຊົນ ເປັນ ໜັງສືພິມ ປະຊາຊົນ ອອນລາຍ ຄະນະດຽວກັນນີ້, ທ່ານ ບັນນາທິການ ກໍໄດ້ອວຍພອນ ໃຫ້ການນນຳໜັງສືພິມ ເຢິນເຢິນ ແລະ ການນຳຂອງບໍລິສັດຢູນີເທວ ຕະຫຼອດຮອດພະນັກງານ ຈົ່ງມີສຸຂະພາບເຂັ້ມແຂງ ປະສົບຄວາມສຳເລັດໃນໜ້າທີການງານ ແລະ ການດຳເນີນທຸລະກິດ ຂໍໃຫ້ຈະເລີນຮຸ່ງເຮືອງຢູ່ຄູ່ກັບສັງຄົມລາວຕະຫຼອດໄປ.

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ

ໃນຕອນເຊົ້າວັນທີ 20 ມິຖຸນານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ, ໃຫ້ການຕ້ອນຮັບໂດຍທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະນຳຂອງແຂວງ.
ມອບສານຕາຕັ້ງ ໃຫ້ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ໄປປະຈຳ ອົງການ ສປຊ

ມອບສານຕາຕັ້ງ ໃຫ້ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ໄປປະຈຳ ອົງການ ສປຊ

ເມື່ອບໍ່ດົນມານີ້ ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານຕາຕັ້ງ ໃຫ້ແກ່ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອໄປປະຕິບັດໜ້າທີ່ເປັນ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການສະຫະປະຊາຊາດ (ສປຊ) ທີ່ ນິວຢອກ ສະຫະລັດ ອາເມຣິກາ.
ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງແຂວງວຽງຈັນ

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງແຂວງວຽງຈັນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງແຂວງວຽງຈັນ ໃນຕອນບ່າຍ ວັນທີ 18 ມິຖຸນາ ຜ່ານມາ ທີ່ສະໂມສອນເມືອງເຟືອງ ແຂວງວຽງຈັນ; ນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ, ໂດຍທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ.
ກົດໝາຍການປູກຝັງຖືກຮັບຮອງຈະຄຸ້ມຄອງວຽກງານປູກຝັງ ເຂົ້າສູ່ລະບົບ

ກົດໝາຍການປູກຝັງຖືກຮັບຮອງຈະຄຸ້ມຄອງວຽກງານປູກຝັງ ເຂົ້າສູ່ລະບົບ

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສະເໜີກົດໝາຍວ່າດ້ວຍການປູກຝັງ(ສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX,ໃນວັນທີ 19 ມິຖຸນານີ້ ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ,ຈາກນັ້ນ ສສຊ ໄດ້ປະກອບຄຳເຫັນໃສ່ກົດໝາຍດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ລົງເລິກໃສ່ແຕ່ລະມາດຕາຂອງກົດໝາຍໃຫ້ມີຄວາມແທດເໝາະໃນການນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ທ່ານ ສອນໄຊ ສີພັນດອນ ຢ້ຽມຢາມ ຈຸດສຸມຜາສັງ ເມືອງເຟືອງ

ທ່ານ ສອນໄຊ ສີພັນດອນ ຢ້ຽມຢາມ ຈຸດສຸມຜາສັງ ເມືອງເຟືອງ

ວັນທີ 18 ມິຖຸນານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ຈຸດສູມຜາສັງ ເມືອງເຟືອງ ແຂວງວຽງຈັນ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ມີເຈົ້າເມືອງໆເຟືອງ, ການນຳພັກ-ລັດ ຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ລັດຖະບານສຸມໃສ່ 5 ວຽກຈຸດສຸມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ

ລັດຖະບານສຸມໃສ່ 5 ວຽກຈຸດສຸມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ

ລັດຖະບານ ໄດ້ສຸມໃສ່ຈັດ​ຕັ້ງປະຕິບັດວາລະແຫ່ງຊາດຕາມ 5 ວຽກຈຸດສຸມທີ່ສະພາແຫ່ງຊາດໄດ້ຮັບຮອງ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ).
ຖືເອົາການແກ້ໄຂບັນຫາເຄັ່ງຮ້ອນ ເປັນວຽກບູລິມະສິດໃນວຽກຈຸດສຸມ ແຕ່ນີ້ຮອດໝົດປີ 2025

ຖືເອົາການແກ້ໄຂບັນຫາເຄັ່ງຮ້ອນ ເປັນວຽກບູລິມະສິດໃນວຽກຈຸດສຸມ ແຕ່ນີ້ຮອດໝົດປີ 2025

ລັດຖະບານ ເຫັນວ່າ ບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ການເງິນ, ເງິນເຟີ້, ອັດຕາແລກປ່ຽນ, ລາຄາໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ກະທົບຕໍ່ການດຳລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ປະຊາຊົນບັນດາເຜົ່າ ຊຶ່ງແຕ່ນີ້ຮອດໝົດປີ 2025 ລັດຖະບານກໍໄດ້ຖືເອົາການແກ້ໄຂບັນຫາດັ່ງກ່າວ ເປັນວຽກບູລິມະສິດໃນວຽກຈຸດສຸມ ເພື່ອຈະແກ້ໄຂບັນຫາເຄັ່ງຮ້ອນນັ້ນ.
ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໄລຍະ 5ເດືອນຕົ້ນປີນີ້ ເພີ່ມຂຶ້ນ 8.83%

ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໄລຍະ 5ເດືອນຕົ້ນປີນີ້ ເພີ່ມຂຶ້ນ 8.83%

ຂະແໜງອຸດສາຫະກຳ ແມ່ນໜຶ່ງໃນຂະແໜງການທີ່ສຳຄັນ ທີ່ເປັນໜຶ່ງໃນປັດໄຈຕົ້ນຕໍ ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ເພື່ອຊ່ວຍໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ຊຶ່ງໃນ 5 ເດືອນຕົ້ນປີ 2025 ຂະແໜງການນີ້ມີຫຼາຍດ້ານການຂະຫຍາຍຕົວ ເປັນຕົ້ນດ້ານອຸດສາຫະກຳປຸ່ງແຕ່ງ ແລະ ຫັດຖະກໍາ ທີ່ຂະຫຍາຍຕົວ ເພີ່ມຂຶ້ນ 8.83%.
ເສດຖະກິດຂອງປະເທດເຮົາ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ເສດຖະກິດຂອງປະເທດເຮົາ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີIXໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ອັດຕາເງິນເຟີ້ມີທ່າອ່ຽງດີຂຶ້ນ ສະເລ່ຍ 5 ເດືອນຕົ້ນປີນີ້ຢູ່ໃນລະດັບ 11.76%

ອັດຕາເງິນເຟີ້ມີທ່າອ່ຽງດີຂຶ້ນ ສະເລ່ຍ 5 ເດືອນຕົ້ນປີນີ້ຢູ່ໃນລະດັບ 11.76%

ອັດຕາເງິນເຟີ້ມີທ່າອ່ຽງດີຂຶ້ນສະເລ່ຍ 5 ເດືອນຕົ້ນປີ 2025 ຢູ່ໃນລະດັບ 11.76% (ຫຼຸດລົງຫຼາຍ ຖ້າທຽບໃສ່ໄລຍະດຽວກັນຂອງປີ 2024 ຊຶ່ງຢູ່ໃນລະດັບ 24.77%), ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ເພີ່ມເຕີມ