ອີກເທື່ອໜຶ່ງໃນເວລາ 21 ໂມງ 25 ນາທີຂອງວັນທີ 17 ພະຈິກ ຜ່ານມາ, ຊິ້ນສ່ວນຈໍານວນຫຼາຍຂອງຍານອະວະກາດໄດ້ຖືກເຜົ່າໄໝ້ ແລະ ທໍາລາຍໃນເວລາເຂົ້າສູ່ຊັ້ນບັນຍາກາດ, ນອກນີ້ຍັງມີຊິ້ນສ່ວນຈໍານວນໜ້ອຍໄດ້ຕົກລົງເຂດນ່ານທະເລທີ່ປອດໄພຕາມການກໍານົດໄວ້ລ່ວງໜ້າ.
ຂ່າວລະບຸວ່າ: ອີງຕາມຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ, ວັນທີ 17 ມັງກອນ 2024, ຍານອະວະກາດຂົນສົ່ງ “ທ່ຽນໂຈ່ວ 7” ໄດ້ຖືກຍິງສົ່ງ ແລະ ເຂົ້າສູ່ວົງໂຄຈອນທີ່ກໍານົດໄວ້ຢູ່ສູນຍິງສົ່ງດາວທຽມເວີນຊ່າງຂອງຈີນ, ໂດຍໄດ້ບັນທຸກວັດຖຸສິ່ງຂອງຕ່າງໆເຊັ່ນ: ເຄື່ອງໃຊ້ສອຍໃນໄລຍະປະຕິບັດພາລະກິດຢູ່ເທິງອະວະກາດສໍາລັບນັກບິນອະວະກາດ, ເຊື້ອເພີງ ແລະ ອຸປະກອນທີ່ໃຊ້ສໍາລັບການທົດລອງ ເປັນຕົ້ນ. ມາຮອດວັນທີ 10 ພະຈິກນີ້, ຍານອະວະກາດຂົນສົ່ງ “ທ່ຽນໂຈ່ວ 7” ໄດ້ແຍກອອກຈາກສະຖານີອະວະກາດ ແລະ ປ່ອຍດາວທຽມນິຍົມວິທະຍາສາດດວງໜຶ່ງສໍາລັບຊາວໜຸ່ມ ແລະ ເຍົາວະຊົນຢ່າງສໍາເລັດຜົນໃນໄລຍະບິນດ່ຽວ.
ຄໍາເຫັນ