ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້, ສະຫະພັນວິສາຫະກິດອຸດສາຫະກຳລົດຂອງເອກວາດໍໄດ້ເປີດເຜີຍໂຕເລກສະຖິຕິໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນຕຸລາຂອງປີນີ້, ລົດ BYD ທີ່ເປັນລົດຍີ່ຫໍ້ຂອງຈີນໄດ້ຈຳໜ່າຍລົດພະລັງງານໄຟຟ້າຢູ່ເອກວາດໍທັງໝົດ 489 ຄັນ, ກວມຍອດຈຳໜ່າຍລວມຂອງລົດພະລັງງານໄຟຟ້າຢູ່ເອກວາດໍປະມານ 44% ຊຶ່ງຖືວ່າກວມອັດຕາສ່ວນຫຼາຍທີ່ສຸດ.
ໂຕເລກສະຖິຕິຍັງສະແດງໃຫ້ເຫັນອີກວ່າ: ໃນເດືອນມັງກອນຫາເດືອນຕຸລາຂອງປີນີ້, ຢູ່ເອກວາດໍໄດ້ຈຳໜ່າຍລົດພະລັງງານໄຟຟ້າທັງໝົດ 1,104 ຄັນ,ເພີ່ມຂຶ້ນ 80.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນເວລາບໍ່ຮອດ 2 ປີ, ລົດຍີ່ຫໍ້ BYD ໄດ້ກາຍເປັນຍີ່ຫໍ້ລົດພະລັງງານໄຟຟ້າທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍທີ່ສຸດຢູ່ເອກວາດໍ,ຮອງລົງມາແມ່ນຍີ່ຫໍ້ຕົ່ງເຟີ່ງແລະອື່ນໆ.
ຄໍາເຫັນ